MLBB: ຮີໂຣ່ທີ່ດີທີ່ສຸດທີ່ຕອບໂຕ້ກັບ Julian

0
44

ໜຶ່ງໃນຮີໂຣ່ Forsaken Light ຂອງ Mobile Legends ແມ່ນຮີໂຣ່ ລູກຜະສົມ ນັກສູ້/ຈອມເວດ, Julian. ຜູ້ຫຼີ້ນຫຼາຍຄົນເວົ້າວ່າ ລາວເສຍຫາຍຍ້ອນວ່າ ການສ້າງຄວາມເສຍຫາຍທີ່ສູງ ແລະ ຄວາມຄົງກະພັນດ້ວຍທັກສະທີ 2 ຂອງລາວ (Blink). ແນວໃດກໍ່ຕາມ, ຄືກັບຮີໂຣ່ທັງໝົດ, Julian ສາມາດຖືກຕອບໂຕ້ໄດ້. ໃນບົດຄວາມນີ້, ເຮົາຈະເບິ່ງວິທີຕອບໂຕ້ Julian ໂດຍຮູ້ກ່ອນວ່າລາວມີການບິວແນວໃດ ແລະ ທັກສະຂອງລາວເຮັດວຽກແນວໃດ.

Julian, the Scarlet Raven: ເລື່ອງເລົ່າເບື້ອງຫຼັງສັ້ນໆ

ຄົນສຸດທ້າຍຂອງ Forsaken Light, ຮ່ວມກັບ Yin, Melissa, ແລະ Xavier, Julian ອາດມີຄວາມແຕກຕ່າງຈາກສີ່ຄົນນີ້. ບໍ່ຄືກັບສະຫາຍຂອງລາວ, ລາວມັກຈະຢູ່ແບບໝາປ່າທີ່ໂດດດ່ຽວ. ນີ້ເປັນຍ້ອນເຫດການໃນໄວເດັກທີ່ເຮັດໃຫ້ລາວບໍ່ສາມາດຄືນດີກັບອາດີດໄດ້ເມື່ອເຂົາເຂົ້າຮ່ວມ Ravens, ເຊິ່ງເປັນກຸ່ມນັກຂ້າທີ່ໄດ້ຮັບເລືອກຈາກ Archbishop ແຫ່ງ ຄິສຕະຈັກແຫ່ງແສງ, ແລະ ເມື່ອຮູ້ເຖິງສະຖານະການວ່າເປັນຫຍັງແມ່ຂອງລາວຈຶ່ງຖີ້ມລາວໄປ ຫຼັງຈາກທີ່ຄອບຄົວຂອງລາວຖືກຫາວ່າເປັນພວກນອກຮີດໂດຍຄິສຕະຈັກດຽວກັບທີ່ Julian ເຂົ້າຮ່ວມ. ຄວາມເປັນຈິງທັງໝົດທີ່ເປີດເຜີຍກ່ຽວກັບອາດີດຂອງ Julian ຖືກບອກເລົ່າໂດຍ Xavier, ແລະ ເມື່ອຮູ້ຄວາມຈິງ, Julian ຈຶ່ງຕັດສິນໃຈຫັນຫຼັງໃຫ້ກັບ Ravens ແລະ ເຂົ້າຮ່ວມ Forsaken Light ກັບ Xavier. ດ້ວຍວິທີນີ້, ເຂົາຈຶ່ງໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບອາດີດຂອງເຂົາ ແລະ ຕົກລົງກັບຕົວເອງ.

ການບິວຂອງ Julian 

ເຖິງແມ່ນວ່າບົດຄວາມນີ້ຈະບໍ່ໄດ້ຕັ້ງໃຈໃຫ້ເປັນບົດຄວາມສຳຄັນກ່ຽວກັບ Julian, ແຕ່ວິທີທີ່ຂ້ອຍຈະເລືອກເພື່ອຕອບໂຕ້ກັບລາວນັ້ນຂຶ້ນຢູ່ກັບຂໍ້ມູນທີ່ມີຢູ່ກ່ຽວກັບການບິວຂອງລາວ ແລະ ຄວາມສາດ/ທັກສະ ຂອງລາວ. ເຮົາສາມາດພັດທະນາຍຸດທະສາດຕອບໂຕ້ທີ່ດີໄດ້ຈາກທີ່ນີ້ສຳລັບຜູ້ທີ່ເລືອກ Julian ໃນການແຂ່ງຂັນ. ອີກເທື່ອໜຶ່ງ, ບົດຄວາມນີ້ຈະບໍ່ອະທິບາຍການບິວ ຫຼື ວິທີການເລືອກເຄື່ອງເພື່ອການບິວທີ່ດີທີ່ສຸດຂອງລາວ, ແຕ່ຈະເວົ້າເຖິງສິ່ງທີ່ຜູ້ຫຼີ້ນເລືອກ Julian ທີ່ອາດເຮັດການບິວຂື້ນ.

ເນື່ອງຈາກ Julian ເປັນລູກຜະສົມ ນັກສູ້/ຈອມເວດ, ການບິວຂອງລາວຈະຕ້ອງໃຊ້  Magic Damage ເມື່ອເລີ່ມອອກຄວາມສາມາດຂອງລາວ. ສິ່ງນີ້ຍັງເຮັດໄດ້ດີເມື່ອລາວຕິດຕັ້ງຊຸດສັນຍາລັກເວດມົນຂອງລາວ. ອີກສ່ວນໜຶ່ງຂອງການບິວຂອງ Julian ຄືການ cooldown reduction. ການຕ້ອງສ້າງຄວາມເສຍຫາຍສູງຢ່າງຕໍ່ເນື່ອງດ້ວຍຄວາມສາມາດຂອງລາວເຮັດໃຫ້ລາວໄດ້ຮັບພະລັງທີ່ເໜືອກວ່າ. 

ຄວາມສາມາດ/ທັກສະຂອງ Julian 

ທັກສະທັງໝົດຂອງລາວສ້າງຄວາມເສຍຫາຍທາງເວດມົນ. ທີ່ໜ້າສົນໃຈຄື, ທັກສະທັງໝົດຂອງລາວຍັງສ້າງຄວາມເສຍຫາຍແບບ area-of-effect (AoE) ໃນໄລຍະສັ້ນໆ ແລະ ເຮັດໃຫ້ Magic Lifesteal, ເຮັດວຽກຊົດເຊີຍຄວາມອ່ອນແອຂອງລາວ. ແນວໃດກໍ່ຕາມ, ການໂຈມຕີປົກະຕິຂອງລາວມີລັດສະໝີເລັກນ້ອຍ, ເຮັດໃຫ້ລາວອ່ອນແອໃນການສູ້ຮົບໄລຍະໄກ ເວັ້ນແຕ່ວ່າລາວຈະໃຊ້ທັກສະທີ 2 (Sword) ເຊິ່ງລາວສາມາດໃຊ້ໃກ້ຊິດກັບສັດຕູໃນຂະນະທີ່ສ້າງຄວາມເສຍຫາຍໄດ້. ຜູ້ຫຼີ້ນຄວນລະວັງທັກສະນີ້. ທັກສະທີ 1 (Scythe) ແລະ ທັກສະທີ 3 (Chain) ເປັນທັກສະການສະກິດຂອງລາວ, ແຕ່ເພື່ອນຮ່ວມທີມຂອງລາວອາດເຖິງຕາຍໄດ້, ໂດຍສະເພາະເມື່ອ Chain ເຮັດໃຫ້ສັດຕູຢຸດເຄື່ອນທີ່ໄດ້ເປັນເວລາ 1.2 ວິນາທີ ຫຼັງຈາກຖືກໂຈມຕີ.

ຮີໂຣ່ທີ່ຕອບໂຕ້ກັບ Julian 

ສ່ວນທີ່ຍາກທີ່ສຸດໃນການເລືອກຮີໂຣ່ທີ່ຕອບໂຕ້ກັບ Julian ຄືການບິວເພື່ອໃຫ້ຕອບໂຕ້ກັບລາວໂດຍສະເພາະ. ແນວໃດກໍ່ຕາມ,  ສິ່ງນັ້ນເຮັດໃຫ້ຄູ່ມືນີ້ມີອຳນາດ ແລະ ເດັດຂາດ, ເຊິ່ງເປັນສິ່ງທີ່ຂ້ອຍບໍ່ຕ້ອງການບັງຄັບໃຊ້ກັບຜູ້ຫຼີ້ນ. ກົດທົ່ວໄປສຳລັບຂ້ອຍຄືຮີໂຣ່ທຸກຕົວສາມາດເປັນຕົວເລືອກຕອບໂຕ້ທີ່ໃຊ້ງານໄດ້, ແຕ່ຮີໂຣ່ບາງຕົວດີກວ່າເພາະພວກເຂົາມີປະສິດທິພາບຫຼາຍກວ່າໃນການເປັນຕົວເລືອກຕອບໂຕ້. ດັ່ງນັ້ນ, ຂ້ອຍຈະສະແດງລາຍການຮີໂຣ່ 3 ຕົວ ທີ່ເປັນທັງຕົວກຳນົດ meta ດາຕ້າ ແລະ ຕົວຕອບໂຕ້ທີ່ດີ.

  • Saberການຮັກສາໄລຍະຫ່າງທີ່ປອດໄພ ແລະ ມີຕົວເລືອກໃນການຫຼົບໜີທີ່ຍອດຢ້ຽມ ເຮັດໃຫ້ Saber ເປັນຕົວເລືອກທີ່ເໝາະສົມສຳລັບ Julian. ນີ້ເປັນຮີໂຣ່ສຳລັບມືໃໝ່ສາມາດຮັບ ແລະ ຮຽນຮູ້ໄດ້. ທັກສະທີ 1 (Orbiting Swords) ຂອງລາວສາມາດກັນ Julian ອອກໄປໄດ້, ໃນຂະນະທີ່ທັກສະ 2 (Charge) ຂອງລາວສາມາດຈັດຕຳແໜ່ງໃຫ້ Saber ຢູ່ໃນທີ່ປອດໄພໄດ້ທັນທີ. ທ່າໄມ້ຕາຍຂອງລາວ (Triple Sweep) ສາມາດສ້າງຄວາມເສຍຫາຍໃຫ້ກັບ Julian, ໂດຍສະເພາະຍ່າງຍິ່ງເມື່ອລາວເປັນຮີໂຣ່ຕົວນີ້ມ. ນອກຈາກນີ້ຍັງສາມາດເປັນຜູ້ຕອບໂຕ້ ຖ້າວ່າ Julian ເຂົ້າໃກ້ໃນການໃຊ້ ທັກສະ 2 ຂອງລາວ.

Saber

  • Chou – Chou ສາມາດສ້າງຄວາມເສຍຫາຍທີ່ດີ ແລະ ມີທັກສະຕອບໂຕ້ທີ່ດີສຳລັບທັກສະ AoE ຂອງ Julian ດ້ວຍ ທັກສະທີ 2 (Shunpo), ເຊິ່ງເຮັດໜ້າທີ່ເປັນຕົວເລືອກການຫຼົບໜີທີ່ຄ້າຍກັບ Charge ຂອງ Saber. ທັກສະທີ 1 (Jeet Kune Do) ຂອງລາວ ແລະ ທ່າໄມ້ຕາຍ (The Way of Dragon) ຂອງລາວມີພະລັງ. ເຖິງແມ່ນຈະມີຄອມໂບທີ່ສ້າງຄວາມເສຍຫາຍສູງ, Chou ກໍ່ມີຊ່ວງການຮຽນຮູ້ທີ່ສູງກວ່າ Saber, ແຕ່ລາງວັນກໍ່ສູງກວ່າເນື່ອງຈາກລາວບໍ່ເຄີຍຫຼຸດຈາກ meta ດາຕ້າ.
    Chou
  • Benedettaນັກຂ້າທີ່ມີການໂຈມຕີແບບ dash ເປັນຫຼັກ, ເຊິ່ງເປັນຕີມສຳລັບຄູ່ມືການເລືອກໂຕ້ກັບນີ້. ການໂຈມຕີປົກະຕິ (Elapsed Daytime) ຂອງລາວ ຈະເພີ່ມພະລັງ Sword Intent ຂອງລາວ, ເຊິ່ງລາວສາມາດໃຊ້ການໂຈມຕີແບບໂດດໃສ່ໄດ້ເມື່ອສາກເຕັມແລ້ວ. ທັກສະທີ 1 (Phantom Slash) ຂອງລາວຍັງສ້າງ ໃຫ້ລາວໂດດໄປຂ້າງໜ້າ, ໃນຂະນະທີ່ທັກສະທີ 2 (An Eye For An Eye) ແລະ ທ່າໄມ້ຕາຍ (Alecto: Final Blow) ຂອງລາວ ສ້າງໃຫ້ລາວມີພູມຄຸ້ມກັນຕໍ່ການຄວບຄຸມຝູງຊົນເຊິ່ງເຮັດໃຫ້ລາວສົມບູນແບບໃນການຕອບໂຕ້ Julian.

Benedetta

ຍຸດທະສາດທົ່ວໄປກັບ Julian

ດັ່ງທີ່ກ່າວໄວ້ຂ້າງເທິງ, Julian ມີລັດສະໝີການໂຈມຕີເລັກນ້ອຍ ແລະ ອາໄສທັກສະການຄວບຄຸມຝຸງຊົນເພື່ອເຂົ້າໃກ້ຄູ່ຕໍ່ສູ້ ຫຼື ເພີ່ມຄວາມຊ່ວຍເຫຼືອຈາກທີມຂອງເຂົາ. ຕາມຫຼັກການແລ້ວ, ນັກແມ່ນປືນໄລຍະໄກອາດເປັນຕົວເລືອກຕອບໂຕ້ໃນການຕໍ່ສູ້ກັບ Julian, ແຕ່ພວກເຂົາຕ້ອງການຕົວເລືອກການຫຼົບໜີທີ່ຮີໂຣ່ທັງສາມຄົນທີ່ຂ້ອຍກ່າວໄວ້ນັ້ນມີ. ດ່ັງນັ້ນຈຶ່ງຈຳເປັນຢ່າງຍິ່ງ, ທີ່ຕ້ອງເລືອກ, ຜູ້ຕອບໂຕ້ ແລະ ມີຄົນສະກິດ Julian ທີ່ຢູ່ນອກໄລຍະຂອງລາວ. Layla ໃນຊ່ວງທ້າຍເກມອາດເໝາະສົມກັບບົດບາດສະໜັບສະໜຸນນີ້ເນື່ອງຈາກທ່າໄມ້ຕາຍ (Destruction Rush) ຂອງລາວຈະໃຫ້ໄລຍະການແນມເຫັນທີ່ຖາວອນຕະຫຼອດໄລຍະເວລາການແຂ່ງຂັນ. ການຮັກສາໄລຍະຫ່າງທີ່ປອດໄພ ຈະເຮັດໃຫ້ລາວໄດ້ຮັບໂບນັສຄວາມເສຍຫາຍອີກດ້ວຍ. ແນວໃດກໍ່ຕາມ, ລາວບໍ່ສາມາດເປັນຄົນຂ້າ Julian ໄດ້; ເຊັ່ນດຽວກັບນັກແມ່ນປືນຄົນອື່ນໆເນື່ອງຈາກບໍ່ມີທາງເລືອກໃນການຫຼົບໜີ.

ເພື່ອສະຫຼຸບຄຳແນະນຳນີ້, ຕົວເລືອກຕອບໂຕ້ທີ່ດີທີ່ສຸດສຳລັບ Julian ຄືຜູ້ທີ່ສາມາດຫຼີ້ນເກມຂອງເຂົາຜ່ານການໂຈມຕີແບບໂດດໃສ່ທີ່ອາດເຮັດໜ້າທີ່ເປັນຕົວເລືອກໃນການຫຼົບໜີ ແລະ ຜູ້ທີ່ສາມາດລົບລ້າງເອັຟເຟັກການຄວບຄຸມຝຸງຊົນໄດ້. ຮີໂຣ່ທັງສາມຕົວທີ່ຂ້ອຍໄດ້ເວົ້າເຖິງໃນເບື້ອງຕົ້ນນັ້ນເໝາະສົມກັບເກນ ແລະ ອາດເປັນ meta ດາຕ້າ. ລອງໃຊ້ ແລະ ແຈ້ງໃຫ້ເຮົາຮູ້ວ່າທ່ານຄິດແນວໃດ.

ຍັງອ່ານໄດ້: Paquito Counter, Bruno Counter, Fredrinn Counter

 

ຢ່າລືມ ຕື່ມເງິນ ເພັດ  MLBB  ໄດ້ທີ່ Codashop. ເຮົາມີວິທີທີ່ສະດວກວ່ອງໄວໃນການຊື້ ເພັດ MLBB. ພຽງບອກ ID ຜູ້ໃຊ້ Mobile Legends ຂອງທ່ານ, ຈຳນວນເພັດ MLBB ທີ່ທ່ານຕ້ອງການຊື້, ແລະ ວິທີການຈ່າຍເງິນທີ່ທ່ານຕ້ອງການ. ງ່າຍ, ວ່ອງໄວ, ແລະ ບໍ່ເປືອງແຮງ.

 

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here