ແລກປ່ຽນລະຫັດ ໃນ MLBB: ມັນເປັນແນວໃດ

0
34

ການຮັບລາງວັນຟຣີເປັນໜຶ່ງໃນສິ່ງທີ່ເຮັດໃຫ້ເກມຫຼີ້ນຟຣີດຳເນີນຕໍ່ໄປ. ເຊິ່ງໝາຍເຖິງການຄວບຄຸມຖານຈາກຜູ້ທີ່ຈ່າຍເງິນເປັນສະກຸນເງິນເກມໄປຈົນເຖິງຜູ້ທີ່ຫຼີ້ນເກມແບບຟຣີໆ, ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ. ດັ່ງນັ້ນ, ລາງວັນຟຣີ ຈຶ່ງເປັນການຍົກລະດັບເພື່ອໃຫ້ຜູ້ຫຼີ້ນທຸກຄົນຫຼີ້ນຕໍ່ໄປ,  ແມ່ນຫຍັງຊິດີໄປກວ່າການແຈກຟຣີແບບຈຳກັດເວລາເຊັ່ນ ເພັດ ແລະ  Magic Dust ໃນMobile Legends Bang Bang (MLBB) ລະ? ບົດຄວາມນີ້ຈະແນະນຳທ່ານກ່ຽວກັບການແລກຮັບຂອງຂວັນໃນ MLBB ໂດຍໃຊ້ລະຫັດແລກປ່ຽນ.

ແມ່ນຫຍັງຄືລະຫັດແລກປ່ຽນ?

ລະຫັດແລກປ່ຽນໃນ Mobile Legends ເປັນລະຫັດຕົວອັກສອນ ແລະ ຕົວເລກພິເສດທີ່ຜູ້ພັດທະນາເກມມອບໃຫ້ກັບຜູ້ຫຼີ້ນທຸກຄົນເປັນໄລຍະ. ເມື່ອແລກປ່ຽນແລ້ວ, ຈະມອບລາງວັນເຊັ່ນ ສະກຸນເງິນໃນເກມ, ເຄື່ອງສຳອາງ, ແລະ ສິ່ງຂອງທີ່ຈຳເປັນອື່ນໆຜູ້ຊ່ວຍໃຫ້ຜູ້ຫຼີ້ນກ້າວໜ້າຜ່ານເກມ. ໃນ MLBB, ທ່ານມັກຈະໄດ້ຮັບລາງວັນເຊັ່ນ ເພັດ ແລະ Magic Dust. ແນວໃດກໍ່ຕາມ, ການແລກຮັບລະຫັດເຫຼົ່ານີ້ຂຶ້ນຢູ່ກັບເວລາ ຫຼື, ໃນບາງກໍລະນີ, ຈຳກັດຈຳນວນຜູ້ຫຼີ້ນ (ເຊັ່ນ ຜູ້ຫຼີ້ນ 300 ຄົນທຳອິດ, ເປັນຕົ້ນ), ເຮັດໃຫ້ລະຫັດຍາກທີ່ຈະແລກປ່ຽນ, ຖ້າບໍ່ສາມາດໃຊ້ງານໄດ້ທັນທີເມື່ອທ່ານອ່ານຂໍ້ຄວາມນີ້.

ລາຍການລະຫັດແລກປ່ຽນທີ່ໃຊ້ງານຢູ່

ດັ່ງວັນທີ 24 ມີນາ, 2023, ຈະບໍ່ມີລະຫັດແລກປ່ຽນ MLBB ທີ່ໃຊ້ງານຢູ່. ບົດຄວາມນີ້ຈະໄດ້ຮັບການອັບເດດເມື່ອມີລະຫັດແລກປ່ຽນໃໝ່.

ວິທີການໃຊ້ລະຫັດແລກປ່ຽນ

ເພື່ອແລກປ່ຽນລະຫັດ MLBB, ເຮັດຕາມຄຳແນະນຳນີ້ເທື່ອລະຂັ້ນຕອນ:

  1. ແຕະທີ່ຂໍ້ມູນບັນຊີຂອງທ່ານ ທີ່ຢູ່ຂ້າງເທິງດ້ານຊາຍຂອງໜ້າຈໍຫຼັກ ຂອງ  MLBB.
  2. ບັນທຶກ Gamer ID ແລະ Server ID ຂອງທ່ານ, ເຊິ່ງສະແດງດ້ວຍຕົວເລກ. Gamer ID ແມ່ນເປັນ ID ຕົວເລກ 10-ໂຕ ທີ່ບໍ່ຊ້ຳກັນທີ່ກຳນົດໃຫ້ກັບຜູ້ຫຼີ້ນ (ຕົວຢ່າງ. 1234567890), ໃນຂະນະທີ່ Server ID ແມ່ນ ID ຕົວເລກ 5 ໂຕ (ຕົວຢ່າງ. 12345).
  3. ເປີດໜ້າແລກປ່ຽນລະຫັດຂອງ MLBB ຜ່ານລິງນີ້: MLBB Code Exchange
  4. ປ້ອນຂໍ້ມູນທີ່ໃຫ້ຂ້າງເທິງ.
  5. ປ້ອນ Gamer ID ຂອງທ່ານ.
  6. ປ້ອນ Server ID ຂອງທ່ານ.
  7. ຄລິກ/ແຕະ ທີ່ປຸ່ມສົ່ງເພື່ອຮັບການຢືນຢັນລະຫັດໃນ Inbox ຂອງເກມຂອງທ່ານ. ລະຫັດນີ້ຈະນຳໃຊ້ໄດ້ພາຍໃນ 30 ນາທີ ສຳລັບແລກປ່ຽນລະຫັດ. ທ່ານບໍ່ຕ້ອງຂໍການຢືນຢັນລະຫັດໃໝ່ສຳລັບແຕ່ລະ ລະຫັດແລກປ່ຽນຂອງລາງວັນ.
  8. ປ້ອນ ລະຫັດການຢືນຢັນໃນປ່ອງຫວ່າງເປົ່າ
  9. ຄລິກ/ແຕະແລກປ່ຽນ”.

ຖ້າຫາກວ່າສຳເລັດ, ທ່ານຈະໄດ້ຮັບໄອເທັມຟຣີໃນ inbox ຂອງທ່ານໃນບໍ່ຊ້າ.

ສະຫຼຸບ

ລະຫັດແລກປ່ຽນສາມາດຊ່ວຍໃຫ້ຜູ້ຫຼີ້ນກ້າວໜ້າຜ່ານເກມ. ສິ່ງນີ້ຍັງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງນັກພັດທະນາທີ່ມີຕໍ່ຊຸມຊົນເກມ. ຜ່ານການແລກລະຫັດ, ຜູ້ຫຼີ້ນສາມາດສະແດງການສະໜັບສະໜຸນເກມໄດ້ໂດຍໃຊ້ລະຫັດ ແລະ ລາງວັນທີ່ກ່ຽວຂ້ອງເພື່ອເພີ່ມລະດັບເກມ ແລະ ມ່ວນຊື່ນກັບມັນຫຼາຍຂຶ້ນ. 

ເທົ່ານີ້, ກໍ່ໄດ້ຄຳແນະນຳເທື່ອລະຂັ້ນຕອນກ່ຽວກັບການແລກລະຫັດ MLBB. ພວກເຮົາຫວັງວ່າ ພວກເຮົາຈະຊ່ວຍທ່ານດ້ວຍຄຳແນະນຳນີ້.


ຢ່າລືມ
ຕື່ມເພັດ ໃນ MLBB ຂອງທ່ານ ໄດ້ທີ່ Codashop. ພວກເຮົາມີວິທີທີ່ສະດວກ ແລະ ວ່ອງໄວ ໃນການຊື້ເພັດ  MLBB. ພຽງບອກ ID ຜູ້ໃຊ້ Mobile Legends, ຈຳນວນເພັດທີ່ທ່ານຕ້ອງການຊື້ຂອງ MLBB, ແລະ ວິທີການຈ່າຍເງິນທີ່ທ່ານຕ້ອງການ. ມັນງ່າຍ, ວ່ອງໄວ ແລະ ບໍ່ເປືອງແຮງ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here