ຍິນດີຕ້ອນຮັບເຂົ້າສູ່ Karakin! ສິ່ງທີ່ທ່ານຕ້ອງຮູ້ກ່ຽວກັບແຜນທີ່ໃໝ່ຂອງ PUBG Mobile

0
65

ທ່ານພ້ອມແລ້ວບໍທີ່ເຂົ້າຮ່ວມການຕໍ່ສູ້ທີ່ໄວຂຶ້ນ ແລະ ເຂັ້ມຂຸ້ນຂຶ້ນດ້ວຍຊັບພະຍາກອນຕ່າງໆ, ແຕ່ວ່າທ່ານມີພາຫະນະພ້ອມຫຼືບໍ່? ຍິນດີຕ້ອນຮັບສູ່ແຜນທີ່ໃໝ່ລ້າສຸດຂອງ PUBG Mobile, Karakin! ໄດ້ເວລາຕໍ່ສູ້ໃນພື້ນທີ່ ທີ່ແຫ້ງແລ້ງແຫ່ງນີ້ ແລະ ເພີດເພີນກັບອາຫານຄ່ຳດ້ວຍໄກ່ໃນທະເລຊາຍ. 

New Map Karakin
Image credit: Tencent Games / PUBG Mobile

Karakin ແມ່ນຫຍັງ?

Karakin PUBG Mobile

Karakin ມີເນື້ອທີ່ແຜນທີ່ນ້ອຍກວ່າໂດຍມີຂະໜາດ 2ກມ x 2ກມ. ໃນຄວາມເປັນຈິງ, Miramar ມີຂະໜາດໃຫຍ່ກວ່າ ເຖິງ 16 ເທື່ອຂອງ Karakin! ເປັນເນື້ອທີ່ເປີດໂລ່ງທີ່ເຕັມໄປດ້ວຍໂງ່ນຫີນ, ພູມສັນຖານໃໝ່ທີ່ທ່ານຈະໄດ້ພົບກັບຕົ້ນໄມ້ສີຂຽວ ແລະ ເຮືອນຕ່ຳໆ ທີ່ແຈກຢາຍໃນພື້ນທີ່ແຫ້ງແລ້ງ.

ໃນ Karakin, ຜູ້ຫຼີ້ນສາມາດເລືອກລົງຈອດບ່ອນໃດກໍ່ໄດ້ທີ່ຕ້ອງການອອກຈາກຍົນ. ໂຊນໃນເມືອງລວມສູນຢູ່ທີ່ຂອບຂອງເກາະ, ແລະ ເນື່ອງຈາກຊັບພະຍາກອນທີ່ມີຢູ່ຫຼາຍ, ຜູ້ຫຼີ້ນຈຶ່ງສາມາດປຸ້ນຊັບພະຍາກອນໄດ້ຢ່າງໄວວາ ແລະ ໂດດເຂົ້າສູ່ການຕໍ່ສູ້ໄດ້ທັນທີ. ຂະໜາດຂອງແຜນທີ່ພ້ອມລົງເຮັດໃຫ້ຜູ້ຫຼີ້ນໃຊ້ເວລາໃນການຕໍ່ສູ້ແທ້ໄດ້ຫຼາຍຂຶ້ນໂດຍໃຊ້ເວລາໃນການເຄື່ອນທີ່ທີ່ສັ້ນລົງ. ສຳລັບນັກຫຼີ້ນເກມທີ່ໄວ ແລະ ຜູ້ສະແຫວງຫາຄວາມຕື່ນເຕັ້ນ, ຄືສະໜາມຮົບທີ່ສົມບູນແບບ.

ກຽມພົບກັບການຕໍ່ສູ້ທັງໝົດຈາກການຍິງໄລຍະກາງໂດຍສະເພາະ. ເນື່ອງຈາກເວລາກຽມການນັ້ນສັ້ນກວ່າ, ການຕໍ່ສູ້ ຈຶ່ງຍາວນານຂຶ້ນ ແລະ ຮຸນແຮງຂຶ້ນ. ເຈາະເອົາມັນອອກມາເປັນຄົນສຸດທ້າຍທີ່ຢືນຕໍ່ສູ້ກັບຜູ້ຫຼີ້ນສູງສຸດ 64 ຄົນ.

ຄຸນສົມບັດ ແລະ ໄອເທັມໃໝ່

Demolition Zone: ເຂດ Demolition ເປັນສະຖານທີ່ ທີ່ຮູ້ຈັກກັນດີທີ່ສຸດໃນ Karakin. ເຮັດເຄື່ອງໝາຍດ້ວຍວົງມົນສີດຳ, ຜູ້ຫຼີ້ນຈະໄດ້ຍິນສຽງໄຊເຣນ ເມື່ອການຖິ້ມລະເບີດເລີ່ມຂື້ນ ເນື່ອງຈາກສິ່ງກໍ່ສ້າງໃນພື້ນທີ່ດັ່ງກ່າວຈະຖືກທຳລາຍໂດຍເຂດສີແດງ. ນອກຈາກນີ້ ຍັງຈະບັງຄັບໃຫ້ຜູ້ຫຼີ້ນອອກມາຈາກທີ່ລີ້ຊ້ອນຂອງພວກເຂົາ. ຖ້າທ່ານພົບວ່າ ຕົວເອງຢູ່ໃນເຂດ Demolition, ກໍ່ຄວນອອກໄປຈາກສະຖານທີ່ທີ່ຖືກຖິ້ມໂດຍໄວ!

Demolition Zone

ກຳແພງບາງ: ມີກຳແພງທີ່ແຕກຫຼວງຫຼາຍກະຈາຍຢູ່ເທິງແຜນທີ່. ໃນ Karakin, ທ່ານຈະພົບກັບກຳແພງທີ່ອາດບໍ່ແຂງແຮງເທົ່າທີ່ຄວນ. ໃຊ້ Panzerfaust ຫຼື Sticky Bomb ເພື່ອທຳລາຍພວກມັນ ແລະ ສ້າງຄວາມໜ້າປະຫຼາດໃຈໃຫ້ກັບຜູ້ຕັ້ງແຄັມ ຫຼື ແມ່ນແຕ່ຄົ້ນຫາພື້ນທີ່ໃໝ່ທີ່ເຕັມໄປດ້ວຍຊັບພະຍາກອນ. ນອກຈາກນີ້ ຍັງມີ Thin wall Bullet Penetration ເຊິ່ງເຮັດໃຫ້ການຕໍ່ສູ້ໃນຮົ່ມໜ້າຕື່ນເຕັ້ນເພີ່ມຂຶ້ນ. ຊ່ວຍໃຫ້ຜູ້ຫຼີ້ນສາມາດຍິງຊອດກຳແພງບາງໆ ເພື່ອຍິງສັດຕູໄດ້.

ອາວຸດໃໝ່: Panzerfaust: ເຄື່ອງມືຍິງຈະຫຼວດ ແບບໃຊ້ຄັ້ງດຽວອັນນີ້. ໄດ້ມາພ້ອມກັບຫົວຮົບທີ່ລະເບີດເມື່ອໄດ້ຮັບຜົນກະທົບ ແຕ່ຍັງສາມາດລະເບີດຂຶ້ນກາງອາກາດໄດ້. ສາມາດໃຊ້ເພື່ອທຳລາຍກຳແພງບາງໆ. Panzerfaust ຍັງມີໃຫ້ເຫັນໃນ Payload ແລະ ໂມດຄາສຊິກ.

Sticky Bomb ທີ່ສາມາດໂຍນໄດ້: ຖ້າທ່ານຄິດວ່າ ການລີ້ຢູ່ຫຼັງກຳແພງນັ້ນປອດໄພໃນ Karakin, ໃຫ້ເດົາອີກຄັ້ງ. ລະເບີດແບບໃໝ່ທີ່ສາມາດໂຍນໄດ້ນີ້ ເກາະຕິດກັບກຳແພງບາງໆຂອງອາຄານ ແລະ ສາມາດເຈາະຮູເພື່ອຊ່ວຍໃຫ້ທ່ານຊ່ອງຜ່ານໄດ້. ການທຳລາຍລ້າງທີ່ເກີດຂຶ້ນມີພະລັງຫຼາຍພຽງພໍເຮັດໃຫ້ຊາວແຄັມຜ່າຍແພ້. Sticky Bomb ເຮັດໃຫ້ວະລີທີ່ວ່າ “ລີ້ຢູ່ຫຼັງກຳແພງ” ມີຄວາມສັບຊ້ອນຫຼາຍຂຶ້ນ.

ຢ່າລືມຕື່ມເງິນໃນ UC ສຳລັບ PUBG Mobile ຂອງທ່ານທີ່ Codashop ເທົ່ານັ້ນ. ພວກເຮົານຳສະເໜີການຕື່ມເງິນທີ່ງ່າຍ ແລະ ໄວຂຶ້ນໂດຍບໍ່ຕ້ອງເຂົ້າສູ່ລະບົບ ຫຼື ມີລະຫັດຜ່ານ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here