ຮ່ວມສອບກິດຈະກຳ MLBB 515 Eparty ດຽວນີ້! ມີລາງວັນໃຫຍ່ໃຫ້ຊິເອົາ!

0
239

MLBB 515 Eparty

ງານປະຈຳປີຂອງ Mobile Legends 515 Eparty ມາເຖິງແລ້ວ ແລະ ຍິ່ງໃຫຍ່ກວ່າທີ່ເຄີຍ! ຜູ້ຫຼີ້ນຈະໄດ້ຮັບລາງວັນ 515 ຊີ້ນເຕັມໄປດ້ວຍລາງວັນຫຼາກຫຼາຍ (ເຊັ່ນເພັດໂປຣໂມຊັນ!), ກິດຈະກຳສຸດຍອດ (ເຂົ້າເຖິງຮີໂຣ່ ແລະ ສະກິນທັງໝົດຕະຫຼອດໄປ!), ຮີໂຣ່ນັກສູ້ຄົນໃໝ່ ແລະ ອື່ນໆ ອີກຫຼວງຫຼາຍ ກວດສອບ ລາຍການນີ້ເພື່ອຮັບລາງວັນສຸດຍອດທີ່ທ່ານຈະໄດ້ຮັບພຽງແຕ່ເຂົ້າຮ່ວມ.

Phoveus ຮີໂຣ່ໃໝ່

New Hero Phoveus

ຮີໂຣ່ໃໝ່ເຂົ້າສູ່ດິນແດນແຫ່ງຮຸ່ງອາລຸນ ແລະ ຊື່ຂອງລາວແມ່ນ Phoveus, ນັກຮົບເງົາທີ່ໜ້າຢ້ານກົວ! ນັກສູ້ທີ່ມີພະລັງນີ້ໄດ້ອອກມາເພື່ອລົງທັນສັດຕູທີ່ຢືນຂວາງທາງລາວໂດຍໃຊ້ສະກິວການກະພິບຕາທີ່ບໍ່ທຳມະດາຂອງລາວ. ການເຂົ້າຮ່ວມກິດຈະກຳ Party Treasure ຕັ້ງແຕ່ວັນທີ 116 ພຶດສະພາ, ເຮັດພາລະກິດສຳເລັດ ແລະ ຮັບລາງວັນຈາກ 2 ກຸ່ມລາງວັນ (ຮີໂຣ່ ແລະ ເອຟເຟັກພິເສດ). ທ່ານສາມາດຮັບ Token ແລກປ່ຽນ Phoveus ເພື່ອແລກຮີໂຣ່ໃໝ່ໄດ້ຟຣີ ຕັ້ງແຕ່ວັນທີ 11-31 ພຶດສະພານີ້. ລາງວັນເດັ່ນອື່ນໆ ຈາກສະລອຍນ້ຳໄດ້ແກ່ 515 eParty emote ໃໝ່ (515 For Just YOU and ME) ແລະ avatar border (515 Party Avatar Border 2021).

ສະກິນ S.T.U.N

STUN Skins

ເອີ້ນຫາ Chou, Brody ແລະ Selena ຕົວຫຼັກທັງໝົດ! ໃນຊ່ວງເວລາທີ່ຈຳກັດ, ຮັບໂອກາດໃນການຈັດການສະກິນລ້ຳຍຸກ ແລະ ໄດ້ຮັບແຮງບັນດານໃຈຈາກດົນຕີຂອງຮີໂຣ່ທີ່ທ່ານມັກ. S.T.U.N. ໄດ້ອອກມາແລ້ວ. Chou ໄດ້ນຳສະເໜີ Kung Fu Boy ຕົວທັອບຂອງທຸກຄົນໃນຫົວຂໍ້ສຸດເກ໋ ພ້ອມະເກັດບອດ (ມາພ້ອມກັບເອຟເຟັກສະກິວສະເກັດບອດອີກດ້ວຍ). ນອກຈາກນີ້ຍັງມີສະກິນ Brody S.T.U.N, ໃນເວລາດຽວກັນ ສະກິນ Selena S.T.U.N. ຈະອອກໃນວັນທີ 15 ພຶດສະພາເພື່ອໃຫ້ລາຍຊື່ຜູ້ຫຼີ້ນມີຄວາມສົມບູນ.

S.T.U.N. ເປັນກຸ່ມດົນຕີສະເໝືອນຈິງກຸ່ມທຳອິດຂອງ Mobile Legends. ຊື່ນີ້ຫຍໍ້ມາຈາກ Strength, Tactic, Unity ແລະ Novelty. ພວກເຂົາຍັງຕຽມວິດີໂອເພງສຳລັບເພງເປີດຕົວ “Together”, ເຊິ່ງເປັນເພງຕີມປະຈຳປີ. ເບິ່ງວິດີໂອເຕັມໄດ້ທີ່ນີ້:

ກິດຈະກຳ Lucky Star

Lucky Star Event

ເຮັດແນວໃດເພື່ອເຂົ້າເຖິງຮີໂຣ່ ແລະ ສະກິນທັງໝົດລວມໄປເຖິງລາງວັນໃຫຍ່? ຕັ້ງແຕ່ວັນທີ 8-14 ພຶດສະພາ, ເຂົ້າຮ່ວມກິດຈະກຳ 515 Lucky Star ໂດຍລົງທະບຽນໄດ້ທຸກມື້ ຫຼື Share ເພື່ອຮັບ dig chances” ເພື່ອໄດ້ລາງວັນໃຫຍ່ໃນວັນທີ 15 ພຶດສະພາ. ລຸ້ນຮັບຮີໂຣ່ທຸກຕົວ, ສະກິນທັງໝົດ (ລວມເຖິງ 515 ສະກິນຫຼ້າສຸດ), ບວກເລືອກໄດ້ 515 ສະກິນ, ແລະ ອື່ນໆອີກຫຼວງຫຼາຍ! ມັນຄືສຸດຍອດຄວາມຝັນຂອງຜູ້ຫຼີ້ນ MLBB!

ຊວນເພື່ອນກັບມາ, ລຸ້ນຮັບເພັດ 9999 ເມັດ

Invite Friends Back, Win 9999 Diamonds

ຕັ້ງແຕ່ວັນທີ 1-15 ພຶດສະພາ, ເຊີນເພື່ອນໆກັບມາຫຼີ້ນ MLBB ແລະ ທ່ານມີໂອກາດໄດ້ຮັບເພັດຫຼວງຫຼາຍ. ໃນການເຂົ້າຮ່ວມ, ຜູ້ຫຼີ້ນທີ່ກັບມາຈະຕ້ອງປ້ອນລະຫັດເຊີນຂອງທ່ານເພື່ອໃຫ້ຖືວ່າເປັນເພື່ອນທີ່ທ່ານເຊີນກັບມາ. ຈາກນັ້ນທ່ານຈະໄດ້ຮັບລາງວັນຫາກຜູ້ຫຼີ້ນຈຳນວນໜຶ່ງປ້ອນລະຫັດຂອງທ່ານ. ຜູ້ໂຊກດີຈະໄດ້ເພັດຫຼາຍເຖິງ 9999 ເມັດ!

ໝາຍເຫດ: ກິດຈະກຳນີ້ໃຊ້ໄດ້ສະເພາະຜູ້ຫຼີ້ນທີ່ຢູ່ Level 8 ຫຼື ຫຼາຍກວ່າ ແລະ ມີຄຸນສົມບັດຕາມຂໍ້ກຳນົດສະເພາະ.

ເຮັດກິດຈະກຳໃຫ້ສຳເລັດ, ຮັບເພັດໂປຣໂມ

Complete Tasks, Earn Promo Diamonds

ອີກໜຶ່ງກິດຈະກຳທີ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍໃນຊ່ວງ 515 Eparty ຫຼື ເພັດໂປຣໂມ! ຕັ້ງແຕ່ວັນທີ 27 ເມສາ-16 ພຶດສະພາ, ຜູ້ຫຼີ້ນສາມາດເຂົ້າຮ່ວມກິດຈະກຳໄດ້ງ່າຍໆ ພຽງແຕ່ເຮັດກິດຈະກຳໃຫ້ສຳເລັດເພື່ອຮັບເພັດໂປຣໂມ. ໃນວັນທີ 12 ພຶດສະພາ, ສາມາດໃຊ້ເພັດໂປຣໂມເມື່ອຊື້ສິນຄ້າທີ່ຫັກຈາກລາຄາ ເພັດແທ້ (ໃນອັດຕາສ່ວນ 1:1). ແມ່ນ, ທ່ານສາມາດຊື້ສະກິນໄດ້ໃນລາຄາພຽງເພັດ 1 ເມັດ!

ສ່ວນຫຼຸດພິເສດສຳລັບລາຍການທີ່ເລືອກ

Super discount on Select Items

ຕັ້ງແຕ່ວັນທີ 12-16 ພຶດສະພາ, ທ່ານສາມາດໄດ້ຮັບສ່ວນຫຼຸດອີກຫຼວງຫຼາຍສຳລັບສະກິນຮີໂຣ່ທີ່ທ່ານມັກ.

*ສ່ວນຫຼຸດສູງສຸດ 55% ສຳລັບສະກິນຄາສຊິກທີ່ເລືອກ

*ສ່ວນຫຼຸດສູງສຸດ 35% ສຳລັບສະກິນ Elite ແລະ Special ທີ່ເລືອກ

*ສ່ວນຫຼຸດສູງສຸດ 25% ສຳລັບສະກິນ Special ແລະ Epic ທີ່ເລືອກ

ກິດຈະກຳ Party Box ກັບມາອີກຄັ້ງ ແລະ ເທື່ອນີ້, ມາພ້ອມກັບລາງວັນທີ່ອັບເກຣດ! ເຂົ້າສູ່ລະບົບຕັ້ງແຕ່ວັນທີ 11-20 ພຶດສະພາ ແລະ ໃຊ້ປີ້ Twilight ຂອງທ່ານເພື່ອຈົກເອົາສະກິນ Elite ແລະ Epic. ທ່ານຍັງສາມາດເຮັດວຽກໃນເກມເພື່ອຊ່ວຍທ່ານໄດ້.

ທ່ານຈະລໍຖ້າຫຍັງ, ລົງຊື່ເຂົ້າໃຊ້ Mobile Legends ຂອງທ່ານຕອນນີ້! ຖ້າຫາກທ່ານບໍ່ຢາກພາດ 515 Eparty ທີ່ໜ້າຕື່ນຕາຕື່ນໃຈເຫຼົ່ານີ້!

ຢ່າລືມຕື່ມເງິນໃນ Mobile Legends Diamonds ຂອງທ່ານທີ່ Codashop ເທົ່ານັ້ນ. ພວກເຮົາຮັບປະກັນການຕື່ມເງິນທີ່ໄວ ແລະ ສະດວກກວ່າ ເພື່ອໃຫ້ທ່ານເພີດເພີນກັບປະສົບການຫຼີ້ນເກມທີ່ບໍ່ຫຍຸ້ງຍາກ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here