Godzilla ຫຼື Kong? ພົບກັບ Titan ຢ່າງໃກ້ຊິດໃນການອັບເດດຫຼ້າສຸດຂອງ PUBG Patch 1.4

0
150

kong-vs-godzilla

PUBG Mobile ເປີດຕົວອີກຄັ້ງເພື່ອສ້າງພະລັງໃຫ້ກັບເກມເມີດ້ວຍການອັບເດດຄັ້ງໃຫຍ່ໃນ Patch 1.4 ທີ່ວາງ Godzilla ແລະ Kong ໃນງານ monstrous crossover ນີ້. ມາທຳຄວາມຮູ້ຈັກກັບສິ່ງທີ່ກຳລັງຈະມາເຖິງໃນ patch notes ຢ່າງເປັນທາງການເຊິ່ງລວມມີອາວຸດ ແລະ ພາຫະນະໃໝ່, OTS (ໂໝດຍິງໃໝ່), ແລະ ເນື້ອໃນທີ່ໜ້າຕື່ນເຕັ້ນຫຼາຍຂຶ້ນ!

ຂໍ້ກຳນົດການອັບເດດໃໝ່

ຕາມ Patch notes ຢ່າງເປັນທາງການ, PUBG Mobile Patch 1.4 ຈະມາເຖິງໃນວັນທີ 11 ພຶດສະພາ. ຜູ້ໃຊ້ Android ຈະຕ້ອງມີພື້ນທີ່ເກັບຄວາມຈຳ 660MB ເຊິ່ງວ່າ ຜູ້ໃຊ້ iOS ຈະຕ້ອງມີ 1.67GB ເພື່ອດາວໂຫຼດອັບເດດຫຼ້າສຸດ. Server ຈະບໍ່ຖືກອອຟລາຍສຳລັບການອັບເດດນີ້. ກະລຸນາຮັບຮູ້ວ່າ ຜູ້ຫຼີ້ນໃນ version ທີ່ແຕກຕ່າງກັນຈະບໍ່ສາມາດເຂົ້າທີມກັນໄດ້, ດັ່ງນັ້ນກະລຸນາອັບເດດໂດຍໄວທີ່ສຸດ.

PUBG Mobile New Update Requirements
Image credit: Tencent Games / PUBG Mobile

Titan Strikes

ການເຮັດວຽກຮ່ວມກັນທີ່ບໍ່ຄືໃຜນີ້ເຮັດໃຫ້ເກີດຄວາມຕື່ນເຕັ້ນຄັ້ງໃຫຍ່! ໃນ Titan Strike, ສັດປະຫຼາດຈາກສ່ວນເລິກຂອງໂລກຈະຄານອອກມາຈາກພື້ນຜິວໂລກ ແລະ ເລີ່ມສ້າງອານານິຄົມ. ຜູ້ຫຼີ້ນສາມາດເຂົ້າໃກ້ ແລະ ໂຕ້ຕອບກັບ Titan ຜູ້ຍິ່ງໃຫຍ່ສາມຕົວອອກມາເກີດໃໝ່ໃນສະຖານທີ່ຕ່າງກັນໃນເວລາທີ່ຕ່າງກັນ.

*Godzilla ໂຈມຕີໃນ Erangel ລະຫວ່າງວັນທີ 11 ພຶດສະພາ ເຖິງ 8 ມິຖຸນາ

*Kong ແຜດສຽງໃນ Sanhok ລະຫວ່າງວັນທີ 15 ພຶດສະພາ ເຖິງ 8 ມີຖຸນາ

*Mechagodzilla ຂົ່ມຂັວນໃນ Livik ລະຫວ່າງວັນທີ 20 ພຶດສະພາ ເຖິງ 8 ມິຖຸນາ

ເມື່ອມີການຫຼີ້ນເກມແລ້ວ, ທາງເຂົ້າຈະປາກົດເທິງແຜນທີ່ ແລະ ຜູ້ຫຼີ້ນສາມາດເລືອກທາງເຂົ້າທີ່ຕ້ອງການເລີ່ມການຜະຈົນໄພໄດ້. ຈາກນັ້ນ Titan ຈະເລີ່ມເຄື່ອນທີ່ໄປຕາມແຜນທີ່ ແລະ ໂຕ້ຕອບກັບຄ້າຍໃໝ່ ແລະ ການຕັ້ງຖິ່ນຖານຂອງ monster ຫຼັງການຕໍ່ສູ້. Monster ຈະວາງ Titan Crystal ແລະ ຜູ້ຫຼີ້ນສາມາດລວບລວມພວກມັນເພື່ອຮັບ combat edge ຕ່າງໆ. ໃນການຕິດຕາມ Titan ຢ່າງໃກ້ຊິດ, ຜູ້ຫຼີ້ນຈະຕ້ອງລະມັດລະວັງເປັນພິເສດຈາກການອາດຈະຖືກບົດດ້ວຍ massive debris ທີ່ບິນມາຈາກໃສກໍ່ບໍ່ຮູ້! Titan Crystal ປະກອບດ້ວຍ

*Erangel Titan Crystal: ໄອເທັມໃໝ່ທີ່ສາມາດແກວ່ງໄດ້ເຊິ່ງຕີກັບສັດຕູ ແລະ ເຜົາພວກມັນ.

*Sanhok Titan Crystal: ລູກແກ້ວພິເສດທີ່ຊ່ວຍເພີ່ມຄວາມສາມາດຂອງຜູ້ຫຼີ້ນ (ຄວາມໄວໃນການແລ່ນ ແລະ ຄວາມສູງໃນການກະໂດດ. 

*Livik Titan Crystal: ໄອເທັມມີ່ສາມາດໃຊ້ກວດຈັບສັດຕູໃນບໍລິເວນໃກ້ຄຽງໄດ້ໃນຊ່ວງສັ້ນໆ

ນອກຈາກນີ້, ຍັງມີສິ່ງອຳນວຍຄວາມສະດວກ Apex Cybenetics ທີ່ຜູ້ຫຼີ້ນສາມາດເຂົ້າໄປ ແລະ ລວບລວມສະບຽງທີ່ຫຼວງຫຼາຍ. ນອກຈາກນີ້ ຍັງມີ Monster Settlement ທີ່ລໍຖ້າການສຳຫຼວດ. ເອົາຊະນະ monster ເຫຼົ່ານີ້ຈະເຮັດໃຫ້ຜູ້ຫຼີ້ນໄດ້ຮັບລາງວັນ ແລະ ຊັບພະຍາກອນ.

ແຜນທີ່ Arena ໃໝ່

PUBG Mobile New Arena Map
Image credit: Tencent Games / PUBG Mobile

ຕັ້ງແຕ່ວັນທີ 1 ມິຖຸນາ, ແຜນທີ່ Arena ໃໝ່ ທີ່ເອີ້ນວ່າ Hanger ຈະພ້ອມໃຊ້ງານ. ໂໝດທີ່ຮອງຮັບໄດ້ແກ່ Team Deathmatch, Arena Training ແລະ Team Gun Game ໂຮງເກັບຍົນຕັ້ງຢູ່ໃນເຮືອລອບນ້ຳຂະໜາດໃຫຍ່. ມີການຄວບຄຸມຫຼາກຫຼາຍ, ສະດວກໃນສະໜາມຮົບທີ່ເຂັ້ມຂຸ້ນ ແລະ ໄວວາ. ຜູ້ຫຼີ້ນຈະຕ້ອງຖ່າຍທອດການຕອບສະໜອງທີ່ໄວທີ່ສຸດ ແລະ ການສື່ສານແບບທີມທີ່ສຸດຍອດແບບບໍ່ມີບ່ອນຕິເພື່ອທີ່ຈະຊະນະ.

ຍົນຂະໜາດໃຫຍ່ທີ່ລອຍຢູ່ໃນມະຫາສະໝຸດອັນກວ້າງໃຫຍ່. ກັບການຄວບຄຸມ, ຜູ້ີຫຼີ້ນສາມາດອອກໄປຂ້າງນອກເພື່ອເລີ່ມຄວາມສຸກໄດ້. ສະໜາມຮົບທີ່ຕຶງຄຽດ ແລະ ໄວວາ, ໄດ້ນຳສະເໜີທາງເລືອກຍຸດທະວິທີທີ່ຫຼາກຫຼາຍ: ເຂົ້າໃກ້ ແລະ ແບບສ່ວນຕົວ, ຫຼື hang back. ແຕ່ບໍ່ວ່າທ່ານຈະເຮັດຫຍັງ, ທ່ານຈະບໍ່ລອດຫາກບໍ່ມີປະຕິກິລິຍາທີ່ໄວ ແລະ ຄວາມຮ່ວມມືທີ່ງ່າຍດາຍກັບເພື່ອນຮ່ວມທີມ.

ໂໝດຍິງໃຫມ່OTS (ໄລຍະສູງກວ່າບ່າໄຫຼ່)

OTS ຫຼື Over the Shoulder Mode ແມ່ນຕົວເລືອກການຕໍ່ສູ້ໃໝ່ທີ່ລໍຖ້າຜູ້ຫຼີ້ນຢູ່ໃນ Version 1.4. ໃນການເລີ່ມການເລັງ, ທັງໝົດສິ່ງທີ່ທານຕ້ອງເຮັດຄືແຕະປຸ່ມການເລັງທີ່ໝັ້ນຄົງ. ວິທີນີ້ຈະຊ່ວຍໃຫ້ທ່ານປ່ຽນສະຖານະໄດ້ຢ່າງໄວວາໂດຍບໍ່ຕ້ອງໃຊ້ scope. OTS ມີປະໂຫຍດຫຼາຍເນື່ອງຈາກມີທ່າທາງທີ່ໝັ້ນຄົງຫຼາຍເພື່ອກຳນົດເປົ້າໝາຍໄປທີ່ສັດຕູ. ນອກຈາກນີ້ ປຸ່ມ OTS ຍັງສາມາດປັບແຕ່ງໄດ້ຢ່າງເຕັມທີ່, ໂດຍປັບຄວາມໄວແສງແຍກຕ່າງຫາກ. ທ່ານສາມາດເປີດ ຫຼື ປິດ OTS ຜ່ານການຕັ້ງຄ່າລະບົບ >> ການຕັ້ງຄ່າທົ່ວໄປ.

ພາຫະນະໃໝ່ -Coupe RB

PUBG Mobile New Vehicle - Coupe RB
Image credit: Tencent Games / PUBG Mobile

ໄດ້ເວລາເພື່ອຄວາມສຸດໄວໄປກັບລົດໃໝ່, Coupe RB! ລົດສະປອດຄັນນີ້ສາມາດນັ່ງໄດ້ພຽງສອງຄົນ, ຄືຄົນຂັບ ແລະ ຜູ້ໂດຍສານ. Coupe RB ຖືເປັນລົດທີ່ໄວທີ່ສຸດໃນ PUBG ແລະ ສາມາດເຜົາຖະໜົນໄດ້ດ້ວຍຄວາມໄວ 150ກມ/ຊມ. ພົບໜຶ່ງໃນ Erangel, Miramar, Sanhok ແລະ Livik. ຕ້ອງການຄວາມໄວບໍ? ບໍ່ຕ້ອງເວົ້າຍາວ, ໄປ fam!

Update Rewards

ປະຢັດສຸດໆໄປເລີຍ! ຢ່າລືມອັບເດດເກມຂອງທ່ານເປັນ version ໃໝ່ລະຫວ່າງວັນທີ 11 ພຶດສະພາ ຫາວັນທີ 16 ພຶດສະພາ (UTC 0) ເພື່ອຮັບລາວວັນຕໍ່ໄປນີ້:

*2888 BP

*100 AG

*Banana Bonanza (3 d) *1

ນອກຈາກນີ້, Royale Pass S19–ຈະເປີດຕົວແຕ່ວັນທີ 17 ພຶດສະພາ. ຕິດຕາມເພື່ອຮັບລາຍລະອຽດເພີ່ມເຕີມ. ສຳລັບຂໍ້ມູນທັງໝົດກ່ຽວກັບ Patch Notes 1.4, ກະລຸນາໄປທີ່ link

ຢ່າລືມ ຕື່ມເງິນໃນ UC ສຳລັບ PUBG Mobile ທ່ານທ່ານທີ່ Codashop ເທົ່ານັ້ນ. ພວກເຮົານຳສະເໜີ້ການຕື່ມເງິນທີ່ງ່າຍ ແລະ ໄວຂຶ້ນໂດຍບໍ່ຕ້ອງເຂົ້າສູ່ລະບົບ ຫຼື ມີລະຫັດຜ່ານ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here