ປົດລັອກຄວາມລັບບູຮານໃນແບບເກມໃໝ່ຂອງPUBG:

0
227

PUBG Blog Ancient Secret

ມາແລ້ວສາວົກPUBG. ຈະສາມາດຈັດການກັບ ບອສລືກລັບ ດ້ວຍ Sand Snake ຢູ່ Floating Ruin ໄດ້ຈັ່ງໃດ? ຈັດການກັບມັນ, ລ້າສົມບັດອັນຍິ່ງໃຫຍ່ ແລະ ໄດ້ຮັບ Chicken Dinner ໃນໂໝດໃຫມ່ທີ່ເອີ້ນວ່າ The Ancient Secret. ງັດປືນອອກມາ ແລະ ກຽມກະສຸນໃຫ້ພ້ອມ ເພາະມັນຄືການພະຈົນໄພທີ່ສຸດອັນຕະລາຍ!
ອີເວັ້ນນີ້ສາມາດຫຼິ້ນແລ້ວຢູ່ Erangel ແລະ Miramar maps. 3ສິ່ງທີ່ທ່ານຄວນຮູ້ກ່ຽວກັບ ການສູ້ກັບບອສ Floating Ruins, Puzzles and Secret.

Floating Ruins
ມັນຈະມີ 2ຊັ້ນ Ruins ທີ່ພົບຢູ່ 3ບ່ອນດ້ວຍການຊຸ່ມຈາກສະເພາະ maps ນັ້ນໆ. ທ່ານສາມາດຊອກເຫັນໄດ້ຢ່າງ່າຍດາຍຈາກ mini-map ດ້ວຍລັກສະນະທີ່ຄ້າຍຄືກັບ ປີຣາມິດ.
ຈາກຈຸດໂດດລົງ, ເກັບເຄື່ອງກ່ອນທີ່ຈະໄປຮອດ Ruin. ແຕ່ໃຫ້ຈື່ໄວ້ວ່າມັນມີເວລາຈຳກັດ. ຫຼັງຈາກ 5ນາທີ, Ruins ຈະເລີ່ມໄປຮອດ float ແລະ ທ່ານຕ້ອງເຂົ້າໄປຢູ່ໃນນັ້ນກ່ອນເວລາຈະໝົດ.

Puzzle Solving
ເມື່ອທ່ານເຂົ້າໄປໃນນັ້ນແລ້ວ, ຈະມີເຄື່ອງສຸດຄັກກະແຈກກະຈາຍເຕັມໄປໝົດ. ຢ່າລືມທີ່ຈະເກັບເຄື່ອງເຫຼົ່ານັ້ນ. ທ່ານຈະຜ່ານຫ້ອງໂຖງ ແລະ ພົບກັບ Puzzle ທີ່ເກົ່າແກ່. ມັນຈະຄືກັບ mini game ທີ່ທ່ານຕ້ອງແກ້ໄຂກັບມັນ. ເຊິ່ງມັນຈະມີຢູ່ 4 Puzzles ຄື: Lotus, Scarab, Animal and Sphinx.
ບໍ່ຕ້ອງເປັນກັງວົນ, Puzzle ເຫຼົ່ານັ້ນງ່າຍທີ້ຈະຈັດການ. ບໍ່ໄດ້ໃຊ້ສະໝອງໜັກ. ສຳລັບ Lotus, ທ່ານຕ້ອງເປີດຫຼັງຄາອອກເພື່ອເຮັດໃຫ້ Lotus ໄດ້ຮັບແສງສະຫວ່າງ. ສຳລັບ Scarab ນັ້ນ ທ່ານຕ້ອງໄດ້ຈັດຕຽມໃຫ້ເຂົ້າກັບສະຖານທີ່ລຸ່ມ Puzzle ຢ່າງລະມັດລະວັງ. ສຳລັບ version ສັດ, ທ່ານຕ້ອງຈັດຮ່ອງຮອຍທາງລຸ່ມ ແລະ ເປີດໃຊ້ມັນໃຫ້ຖືກຕາມລຳດັບ. ສຳລັບ Sphinx puzzle, ທ່ານຕ້ອງໄດ້ເດົາວ່າບ່ອນໃດທິ່ມີຜູ້ຫຼິ້ນຕາຍຫຼາຍທີ່ສຸດ. ເມື່ອທ່ານເຮັດພາລະກິດສຳເລັດແຈ່ລະ puzzle ແລ້ວ ທ່ານຈະໄດ້ຮັບລາງວັນທີ່ສຸດຍອດຈາກກ່ອງລາງວັນ.

Secret Boss Battle
ເມື່ອທ່ານລວມ secrets ທັງໝົດໄດ້ແລ້ວ, ໄປຕໍ່ທີ່ເລເວວ 2 ເລີຍ. ເປີດກົນໄກເພື່ອປຸກຜູ້ພິທັກທີ່ຫຼັບໄຫຼ ນັ້ນກໍ່ຄື mummy! ມັນຈະອັນເຊີນ Sand Snake ເພື່ອມາຈູ່ໂຈມທ່ານທັນທີ. ນອກຈາກວ່າທ່ານຈະຫຼີກ ຫຼື ຍິງມັນຕາຍ(ພວກມັນຈະຖິ້ມຫຼັກຖານໄວ້ຢ່າງຫຼວງຫຼາຍ). ເຮັດແບບນັ້ນ ທ່ານຈະມີພື້ນພໍໃນການເຄື່ອນທີ່ ເມື່ອເຈິກັບສັດຕູທີ່ສຸດໂຫດ.
ຜູ້ພິທັກຈະໃຊ້ເວດມົນຊາຍໂຈມຕີທ່ານ. ທ່ານຕ້ອງໄດ້ອອກມາຈາກທີ້ນັ້ນໂດຍບໍ່ໄດ້ຮັບຄວາໃເສຍຫາຍ. ຜູ້ພິທັກຍັງສາມາດເສດຫີນແຫຼມຈາກພື້ນດິນທີ່ສາມາໂຈມຕີທ່ານໄດ້ຈາກໄລຍະໄກ. ທ່ານຕ້ອງຕອບໂຕ້ໂດຍໃຊ້ Gunfire ແລະ ຕ້ອງບໍ່ຖືກ knocked out. ຜູ້ພິທັກຈະປ້ອງກັນໂຕດ້ວຍ Sand Shield. ຕ້ອງແນໃສ່ຫົວເພື່ອຈະສ້າງຄວາມເສຍຫາຍ 2 ເທົ່າ. ສະຖານທີ່ສຸດທ້າຍຂອງມັນແມ່ນ Sandstorm, ພຽງແຕ່ຫຼົບຫຼີກມັນຈົນກວ່າທີ່ຈະປາບຜູ້ພິທັກລົງ. ຮັບ Ancient Crate ແລະ ກ່ອງສົມບັດ, ຖ້າທ່ານໂຊກດີ, ທ່ານຈະໄດ້ຮັບ AWM.

Top Up On PUBG Mobile

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here