ການຕັ້ງຄ່າ Headshot ແບບໂອໂຕ ແລະ ຄຳແນະນຳຈາກບັນດາຜູ້ຫຼິ້ນລະກັບໂປຼ

0
197

Free Fire - Featured

ຄືກັນກັບເກມຍິງກັນແບບອື່ນໆ, headshot ແມ່ນການສັງຫານສັດຕູທີ່ໄວທີ່ສຸດ. Mobile shooters ທັງຫຼາຍມີ feature aim assist ຫຼືວ່າ ການຊ່ອຍໃນການເລັ່ງເປົ້າ, ເຊິ່ງຈະຊ່ອຍໃຫ້ເຮົາຍິງສັດຕູໄດ້ຢ່າງແມ້ນຢຳ.

Aim assist ຈະແນໃສ່ຮ່າງກາຍປະຈຳ ແລະ ເມື່ອກົດປຸ່ມຍິງຈະຊ່ອຍໃຫ້ປະຢັດກະສຸນ ເຊິ່ງຈະບໍ່ເຮັດໃຫ້ເຈົ້າເສຍ firefight. ເຈົ້າອາດຈະມີຄຳຖາມຕອນນີ້ວ່າ ຖ້າວ່າໃຊ້ aim assist ແນໃສ່ຮ່າງກາຍນັ້ນໝາຍຄວາມວ່າ ຂ້ອຍຕ້ອງປິດປູ່ມນີ້ກ່ອນບໍ ເພື່ອຈະໄດ້ headshots?
ອາດແມ່ນ ແລະ ອາດບໍ່ແມ່ນ, ເຈົ້າມີ 2 ຕົວເລືອກໃນຕອນນີ້ ກ່ອນທີ່ເຮົາຈະເວົ້າລະອຽດໄປກວ່ານັ້ນ ເຈົ້າຕ້ອງກຳນົດວ່າ ການ loadout ແບບໃດທີ່ເຈົ້າທີ່ຈະພາເຈົ້າເກັ່ງ. ການຕັ້ງຄ່າທີ່ເຈົ້າຕ້ອງເລືອກນັ້ນຂື້ນກັບອາວຸດຫຼັກຂອງເຈົ້າ.

Sniper Rifle

ການຕັ້ງຄ່າທົ່ວໄປ

ຖ້າເຈົ້າເລືອກ Sniper ເປັນອາວຸດຫຼັກ, ຄວນປິດ aim assist. ເຈົ້າບໍ່ໄດ້ຕ້ອງການໃຫ້ crosshair ແນໃສ່ໂຕ ເຈົ້າຕ້ອງແນໃສ່ຫົວເພື່ອຈະຍິງໃຫ້ແມ້ນ. ເຮົາຂໍແນະນຳອາວຸດນີ້ສຳລັບຄົນທີ່ຫຼິ້ນຢູ່ PC ດ້ວຍການໃຊ້ mouse ຈະ crosshair ໃສ່ຫົວສັດຕູ ແລະ ຍິງຖືກໄດ້ງ່າຍ. ສ່ວນສຳລັບ ຜູ້ຫຼິ້ນຢູ່ມືຖື ປິດ aim assist ຄືທາງທີ່ດີທີ່ສຸດໃນການໃຊ້ sniper rifles.

ສຳລັບການຕັ້ງຄ່າກຣາຟິກ, opt ສຳລັບການຕັ້ງຄ່າດ້ວຍຕົນເອງ ພ້ອມ fps ທີ່ສູງ ແລະ ການຕັ້ງຄ່າອື່ນແມ່ນໃຫ້ຢູ່ low. ແຕ່ຖ້າ ເຄື່ອງຂອງເຈົ້າສາມາດຮອງຮັບ Ultra setting ກໍຕ້ອງເຮັດຄືກັນ. ສິ່ງທີ່ສຳຄັນແມ່ນຈະເຮັດໃຫ້ເຈົ້າສັງເກດເຫັນຫົວສັດຕູ ເຊິ່ງມັນກ່ຽວກັບ frame rate

Sensitivity ນັ້ນຂື້ນນຳເຈົາເອງ, ລອງ setting ແບບອື່ນໆໃນແບບຂອງເຈົ້າ ແລະ ອົດທົນລອງ, ຂະໜາດບັນດາຜຼ້ຫຼິ້ນລະດັບໂປຼຍັງຕ້ອງລອງຜິດລອງຖືກ ເຂົາຈື່ງຄົ້ນພົບໃນແບບຂອງເຂົາ. Passive player ຕ້ອງການ Sensitivity ຕຳ່ຂອງ scope ແລະ aggressive player ຕ້ອງການ Sensitivity ຂອງ scope ທີ່ສູງ. ມັນກ່ຽວກັບເຄື່ອງຂອງເຈົ້າວ່າ Sensitivity ຈະໄດ້ຫຼາຍປານໃດ ຖ້າເຈົ້າມີຫ້ອງທີ່ພຽງພໍທີ່ຈະເລື່ອນ mouse ໄດ້ ດັ່ງນັ້ນໃຊ້ low sensitivity settings ແລະ vice versa. ສຳລັບຜູ້ຫຼິ້ນເທິງມືຖື, ຖ້າ screens ນ້ອຍແມ່ນ ຕ້ອງໃຊ້ high sensitivity and vice versa

ແຜນຍຸດທະສາດ

ຕ້ອງເຂົ້າວົງສີຟ້າກ່ອນສະເໝີ, ໃນເຂັດນີ້ແມ່ນເຂດທີ່ມີໂອກາດສູງ ແລະ ເກືອບສ່ວນໃຫຍ່ແມ່ນເຫັນປືນ Kar 98 ພ້ອມກັບເຄື່ອງແຕ່ງຂອງປືນ. ຖ້າຫາກວ່າ Drop line ໄກຈາກເຂດວົງສີຟ້າ ແລະ ມັນອາດຈະເປັນໄປບໍ່ໄດ້ວ່າວົງ Save Zone ນັ້ນຈະໄປບ່ອນເກົ່າປະຈຳ ເຊິ່ງຕ້ອງກວດສອບເບິ່ງກ໋ອງທີ່ຕົກລົງມາ ເພາະວ່າເຈົ້າອາດຈະເຈີ ປືນ AWM ແລະ ດຣາກູ໋ນອຟ(Dragunovs) ຢູ່ບ່ອນນັ້ນ. ຂ້ອຍບໍ່ເນະນໍາປືນ SKS ເພາະວ່າມັນເປັນປືນທີ່ບໍ່ຄ່ອຍດີຖ້າຈັດໃນກຸ່ມ 4 ປືນ Sniper ທີ່ມີພ້ອມໃຫ້.

ຈາກນັ້ນ, ມັນຂື້ນຢູ່ກັບຮູບແບບການຫຼິ້ນ ແລະ ທັກສະຂອງຜູ້ຫຼິ້ນ, ເຈົ້າອາດຈະຕ້ອງການປືນກົນເບົາເປັນປືນສໍາຮອງຂອງເຈົ້າເພາະວ່າມັນຈະເປັນໂຕທີ່ສາມາດຊ່ວຍໃຫ້ເຈົ້າກຳຈັດເປົ້າໝາຍໄດ້, ສ່ວນໃຫຍ່ເຈົ້າຈະທຳການສະເປ (Spray) ໄປຫາສັດຕູໃນໄລຍະປະສິດ. ມັນບໍ່ສຳຄັນວ່າເຈົ້າໃຊ້ປືນໃດ ແຕ່ວ່າ, ໃຫ້ພະຍາຍາມເກັບປືນປະເພດ Level 3 ໄວ້ເປັນອາວຸດສໍາຮອງ ເພາະວ່າກະສຸນທີ່ເພີ່ມຂື້ນຂະນະທີ່ມີການປະທະກັນໃນໄລຍະປະສິດ(CQB)ນັ້ນເອງ. ໃນທາງກັບກັນຜູ້ຫຼິ້ນທີ່ມີຮູບແບບມັກບຸກຕະລຸຍເຂົ້າໄປມັກສະໃຊ້ປືນ Shotguns ສຳລັບການປະທະກັນໃນໄລຍະປະສິດ(CQB) ແລະ ມັນຍິ່ງຈະມີໂອກາດໄດ້ຄະແນນຫຼາຍຖ້າຍິງຖືກຫົວຂອງສັດຕູ (Headshot) ເວລາທີ່ເຮົາແນ່ປືນໄປໃຫ້ກະຈາຍໄປບໍລິເວນບ່າໄຫຼ່ຂອງສັດຕູ, ທັງນີ້ຍັງຂື້ນຢູ່ກັບເຄື່ອງແຕ່ງຂອງປືນຢ່າງນ້ອຍ 2 ຢ່າງ ທີ່ຈະສາມາດເຮັດໃຫ້ເຂົ້າເປົ້າທີ່ຫົວໄດ້ (Headshot). ຜູ້ຫຼິ້ນບາງກຸ່ມທີ່ໃຊ້ປຸ່ມຍິ່ງແບບ Auto ກັບປືນ Shotguns ແມ່ນເຮັດບໍ່ໄດ້ດີແຕ່ວ່າ ຖ້າເຈົ້າມີເປົ້າໝາຍ ແລະ ການຕອບສະໜອງຫຼຸດສັ້ນລົງແມ່ນຈະເກັ່ງຂື້ນຢ່າງແນ່ນອນ.
ຢ່າລືມວ່າກະບອກເກັບສຽງປືນເປັນໝູ່ທີ່ດີທີ່ສຸດຂອງປືນສະໄນເປີ້ (Sniper)

Assault Rifles

ການຕັ້ງຄ່າທົ່ວໄປ

ເຮົາບໍ່ຂໍແນະນຳໃຫ້ປິດ aim assist ຖ້າເຈົ້າຈະໃຊ້ rifle ເປັນອາວຸດຫຼັກ ແຕ່ເຈົ້າຍັງມີທາງເລືອກ. ການຍິງລົວໆ ແມ່ນຕ້ອງປິດ aim assist ເພື່ອໃຫ້ມີຄວາມສຽບຄົມ. ແຕ່ວ່າວິທີນີ້ມີຄວາມສ່ຽງສູງ ເພາະວ່າເຈົ້າຈະເສຍເວລາຫຼາຍຕອນຕົ້ນເກມໃນເມື່ອເຈົ້າບໍ່ມີ silencer.

ມີເຕັກນິກທີ່ເອີ້ນວ່າ Drag headshot ນັ້ນແມ່ນເຫດຜົນທີ່ເຮົາແນະນຳໃຫ້ເປີດ aim assist. ໄອເດຍນີ້ຈະເຮັດໃຫ້ scope ຂອງເຈົ້າມີຄວາມສຽບຄົມ 100% ແລະ ໃນຄະນະທີ່ຍິງຕອນບໍ່ມີ scope, ເຈົ້າລາກເປົ້າຂື້ນເທິ່ງ ແລ້ວເລີ່ມຍິງດ້ວຍ aim assist ຈະຍິງໂດຍສຸ່ມເຮັດໃຫ້ມີໂອກາດສູງທີ່ຈະ headshots ໃນເວລາທີ່ຍິງ

ແຜນຍຸດທະສາດ

ເຈົ້າຕ້ອງຊອກຫາປືນໄຣເຟີ້ນທີ່ມີອັດຕາຄວາມແຮງສູງໃນການຍິງແຕ່ວ່າເທັກນິກນີ້ແມ່ນໃຊ້ໄດ້ທັງ 2 ປະເພດຄື ປືນ SMG ແລະ ປືນໄຣເຟີ້ນຈູ່ໂຈມ. ເຄື່ອງແຕ່ງຫຼັກທີ່ເຈົ້າຕ້ອງການແມ່ນ Maxgazine Level 3, ຫຼືເຄື່ອງແຕ່ງອື່ນໆທີ່ເຮົາເກັບໄດ້ທີ່ເປັນ Level 3 ມັນກໍ່ສາມາດຊ່ວຍໄດ້ຄືກັນແຕ່ຖ້າເຈົ້າສາມາດແນ່ເຂົ້າຫົວໄດ້, ສິ່ງທີ່ຕ້ອງການທັງໝົດເພື່ອໂອກາດລ້ອດນັ້ນກໍຄືເກາະກັນກະສຸນທີ່ດີທີ່ສຸດ.

ເຈົ້າສາມາດບີບສັດຕູເພື່ອການຫຼິ້ນທີ່ບຸກລຸຍຂອງຜູ້ຫຼິ້ນໂດຍໃຊ້ເທັກນິກນີ້ ແມ່ນເຈົ້າຈະຕ້ອງການຝຶກຊ້ອມໃຫ້ດີກ່ອນທີ່ຈະເຮັດແຜນດັ່ງກ່າວ. ພວກເຮົາສາມາດຫຼິ້ນລວບລັດໄດ້ແບບ Solo ບຸກໃສ່ Duo ແລະ ບໍ່ວ່າແຕ່ມາເປັນທີມໃນໂໝດ Rank ຫຼັງຈາກທີ່ເຮົາໄດ້ຮຽນຮູ້ເທັກນິກນີ້ ແລະ ຍັງມີໂອກາດຊະນະໄດ້ໃນຂະນະທີ່ເລືອດເຮົາໜ້ອຍເຊັ່ນກັນ.

ອາວຸດທີ່ດີທີ່ສຸດສຳລັບການ Headshots

ຖ້າແນວຂອງເຈົ້າແມ່ນ Sniper ດັ່ງນັ້ນ ອາວຸດທີ່ດີທີ່າສຸດແມ່ນ K98 ແລະ AWM
ສຳລັບ Rifles ນັ້ນແມ່ນມີການຍິງທີ່ໄວ ແລະ ມີການສັ່ນທີ່ຄ່ອຍເຮັດໃຫ້ສາມາດໄດ້ headshots ຫຼາຍພ້ອມກັບມີ damage ທີ່ແຮງ. ເຮົາຂໍແນະນຳ Famas, Groza ແລະ XM8 ຕື່ມ ສຳລັບການຍິງໄລຍະ mid-range ແລະ AK AN94 ເປັນໄຣເຟິ້ນທີ່ແຮງ. ອາວຸດເຫຼົ່ານັ້ນກໍມີຂໍ້ເສຍເຊັ່ນກັນ ໂດຍສະເພາະ XM8 ເພາະວ່າມັນໃສ່ໄດ້ພຽງ 2x scope, ເຊິ່ງບໍ່ສາມາດໃສ່ silencer ສຳລັບ AN94 ແລະ Groza ສາມາດເຫັນໄດ້ຢູ່ກ່ອງໄມ້, ການຍິງແບບລາກເປົ້າຈະສາມາດລົດແຮງດີດທົດແທນໄດ້.

ມີແບບອື່ນບໍ ທີ່ຈະສາມາດໄດ້ Headshot

ມີ, ມັນຢູ່ໃນຮູບແບບໂປຼແກຼັມ third-party ເຊິ່ງເອີ້ນວ່າ Aimbots. ແຕ່ມັນເປັນສິ່ງທີ່ບໍ່ຍອມຮັບ ແລະ ເປັນການເອົາປຽບຜູ້ອື່ນ. ມັນບໍ່ເຮັດໃຫ້ເຈົ້າຫຼິ້ນເກັ່ງຂື້ນເລີຍ.

ຜູ້ຫຼິ້ນສ່ວນໃຫຍ່ທີ່ໃຊ້ aimbots ຈະຖືກແບນ. ສຳລັບຜູ້ຫຼິ້ນທີ່ມັກສະສົມສກິນຂອງປືນນັ້ນ ການໃຊ້ໂປຼແກຼັມນີ້ຈະເຮັດໃຫ້ເຈົ້າສູນເສຍສກິນ.

ມີເກມ ຫຼື ແບບເຝິກແອບອັນອື່ນບໍ ທີ່ຈະຊ່ອຍເພີ່ມປະຕິກິລິຍາຕອບໂຕ້ຂອງຂ້ອຍ?

ແນ່ນອນ, ລອງ Humanbechmark ແລະ app ອື່ນໆທີ່ເປັນແບບດ່ຽວກັນ ແຕ່ເຮົາແນະນຳໃຫ້ເຈົ້າຊ້ອມຫຼີ້ນຫຼາຍໆ ແລະ ເພີ່ມປະຕິກິລິຍາຕອບໂຕ້ຂື້ນ ເພາະວ່າການເຂົ້າໃຈແຜນທີ່ນັ້້ນໆ ກໍແມ່ນສ່ວນໜື່ງຂອງການຝຶກ. Free Fire ກໍຄ້າຍຄືກັບ PUBG ດັ່ງນັ້ນ ການຢືນຕຳແໜ່ງ ແລະ ການເຂົ້າໃຈແຜນທີ່ ຈື່ງຕ້ອງຄູ່ກັນ ພ້ອມກັນກັບ ການລາກເປົ້າຍິງ ແລະ ການຍີງ ຈະເຮັດໃຫ້ເຈົ້າໄປໄດ້ໄກກວ່າການເພີ່ມປະຕິກິລິຍາຕອບໂຕ້.

ສະຫຼຸບລວມ

ເຈົ້າສາມາດເລືອກປັບວິທີຕັ້ງຄ່າ ແລະ ຮູບແບບການຍິງຂອງໂຕເຈົ້າເອງທີ່ທະນັດ ແລະ ມັກທີ່ສຸດ. ຜູ້ຫຼິ້ນ Free fire ຂອງເຮົາສ່ວນໃຫຍ່ແມ່ນເລືອກວິທີບັງຄັບດ້ວຍຕົນເອງແທນການໃຊ້ວິທີລາກເປົ້າ. ການລາກເປົ້າຍິງສ່ວນໃຫຍ່ແມ່ນຈະໃຊ້ສຳລັບຫຼິ້ນຢູ່ໃນໂທລະສັບເພາະວ່າມັນອາດເຮັດໃຫ້ເສຍຄວາມໄດ້ປຽບເມື່ອເຮົາຕ້ອງການເລັງແທນການໃຊ້ Mouse ລາກເພື່ອຍິງ.
ຈາກນີ້ແມ່ນເຈົ້າໄດ້ຮັບຄວາມຮູ້ທັງໝົດແລ້ວເຮົາມາເລີມເກມກັນເລີຍ ແລະ ພະຍາຍາມໝັ່ນຝຶກຊ້ອມ ! ອີກສິ່ງໜື່ງຫຼັງຈາກເຈົ້າມີເທັກນິກທີ່ເປັນລະດັບມືໂປຣແລ້ວ, ທຳການຊື້ສະກິນປືນທີ່ເຈົ້າມັກຢູ່ໃນເກມ Free Fire ໃນເວບໄຊ້ Codashop. ແລ້ວເຈົ້າຈັ່ງສາມາດເວົ້າອວດໄດ້ທຸກຄັ້ງເວລາທີ່ເຈົ້າກຳຈັດສັດຕູຝ່າຍກົງກັນຂ້າມໄດ້.

Top Up On Free Fire

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here