5 ສະກິນປືນເກມ Free Fire ສຸດໂຫດທີ່ທ່ານຕ້ອງລອງ

0
339

ນອກຈາກຕົວລະຄອນທີ່ໂດດເດັ່ນແລະການຫຼີ້ນເກມທີ່ໜ້າຕື່ນເຕັ້ນ, Free Fire ແມ່ນເກມທີ່ປະທະກັນດ້ວຍປືນ. ແນ່ນອນພວກມັນລົມກັນພຽງໃນເກມແລະລະຫວ່າງການສູ້ຮົບ. ຈະມີຫຍັງທີ່ຈະເຮັດໃຫ້ການປະທະກັນນັ້ນໜ້າສົນໃຈໄປຫຼາຍກວ່າການແກວ່ງລະເບີດໃສ່ກັນ.

ສະກິນປືນເຫຼົ່ານີ້ມື້ທ່ານຊື້ໄດ້ທັງສຳລັບໄລຍະເວລາຈຳກັດແລະຖາວອນ. ຂ່າວດີແມ່ນ Free Fire ເຮັດໃຫ້ຕົນເອງເປັນທີ່ໜ້າປະທັບໃຈຂອງເຫຼົ່າສາວົກຕະຫຼອດການໂດຍການແຈກສະກິນປືນບາງສ່ວນໃຫ້ທ່ານລອງແບບຟຣີໆ. ແຕ່ນອກເໜືອຈາກຄວາມສວຍງາມແລ້ວ, ສະກິນປືນຍັງມີສ່ວນໃນການປ່ຽນແປງເກມໂດຍການເພີ່ມອຳນາດການຍິງແຜ່ນສະຖິຕິ.

ແລະນີ້ແມ່ນ 5 ສະກິນປືນສຸດຮ້ອນແຮງທີ່ພວກເຮົາພູມໃຈສະເໜີ

Aqua Scar

Aqua Scar - Free Fire
ສິນສ່ວນທີ່ມີສະເໜ່ແລະຫາຍາກນີ້ສາມາດເຮັດໃຫ້ມະຫາສະໝຸດນຳທ່ານໄປສູ່ພາລະກິດດ້ວຍການແຊ່ແຂງສັດຕູດ້ວຍລູກປືນ ມັນມີພາບເຄື່ອນໄຫວຄ້າຍຄືຄື້ນສີຟ້າທີ່ປົກຄຸມໄປທົ່ວປືນ. ສະກິນນີ້ສາມາດຫາໄດ້ຈາກ Water Elemental Set.

Aqua Scar ສົ່ງຄວາມເສຍຫາຍສອງເທົ່າດ້ວຍຄວາມແມ້ນຍຳທີ່ເພີ່ມຂື້ນ. ນັກຫຼີ້ນຂັ້ນສູງມັນນຳໃຊ້ປືນນີ້ເພາະມັນຕອບສະໜອງການເຄື່ອນໄຫວທີ່ວ່ອງໄວແລະເໝາະສຳລັບການຕໍ່ສູ້ລະດັບປານກາງແລະໄລຍະຍາວ. ດ້ວຍ Range ທີ່ຫຼຸດລົງ, ກໍ່ສາມາດປັບການໃຊ້ງານໄດ້.

Evil Pumpkin AK

Evil Pumpkin AK - Free Fire
ກຽມຕົວຖືກແມ່ມົດສາບໄດ້ເລິຍຫາກທ່ານພາດຖືກປືນ Evil Pumpkin AK. ຫາກຍັງຄິດວ່າບໍ່ໂຫດພໍ, ຂໍບອກວ່າຕົວປືນຍັງມີຮູບໃນໜ້າຟັກທອງສຸດສະຫຍອງລໍຖ້າທ່ານຢູ່. ແສງສີສົ້ມຂອງມັນທີ່ມີແສງຄ້າຍຄືເຈຍສາມາດເຕິມເຕັມຄວາມສະຫຍອງຂວັນໃຫ້ທ່ານ. ສາມາດເຂົ້າເບິ່ງໄດ້ທີ່ Pumpkin Flames Set.

ສະກິນປືນນີ້ໃຫ້ຄວາມແມັ້ນສອງເທົ່າແລະເພີ່ມຄວາມເສຍຫາຍ. ຊ່ວງ Range ທີ່ຫຼຸດລົງ, ນີ້ຄືສິ່ງທີ່ທ່ານຕ້ອງການໃຊ້ງານໄດ້. ສຳລັບຄົນທີ່ໃຊ້ AK, ຄວາມຊ່ຽວຊານໃນການຫົດຕົວກໍ່ເປັນສິ່ງຈຳເປັນ.

Venom M4A1

Venom M4A1 - Free Fire
ໜຶ່ງເກາະມີໜຶ່ງຜູ້ຊະນະເທົ່ານັ້ນ. The Venom M4A1 ແມ່ນຖືກຍອມຮັບໄດ້ວ່າເປັນໜຶ່ງໃນສະກິນປືນທີ່ໜ້າປະທັບໃຈທີ່ສຸດໃນ Free Fire. ການປະສົມປະສານຂອງແສງສີຂຽວແລະສີດຳຄືທີ່ສຸດຂອງຄວາມງາມແລ້ວ. ສາມາດຊອກປືນນີ້ໄດ້ໃນ Cataclysm Set.
ທ່ານຈະໄດ້ຮັບອັດຕາການຍິງສອງເທົ່າແລະສາມາດເພີ່ມຄວາມເສຍຫາຍຈາກສິ່ງນີ້. ຊ່ວງທີ່ Rage ລົດລົງທ່ານຈຳເປັນຕ້ອງທ່ານຈຳເປັນຕ້ອງກຳນົດເປົ້າໝາຍໃກ້ຄຽງໃນໄລຍະທີ່ໃກ້ຂື້ນ. M4A1 ເໝາະສຳລັບຜູ້ທີ່ເລິ່ມຕົ້ນມີການຄວບຄຸມຫົດຕົວແລະມີເຄື່ອງຕິດຕົວຫຼາຍ.

Blood Moon Scar

Blood Moon Scar - Free Fire
ເມື່ອມີ Blood Moon ນັ້ນໝາຍເຖິງຄວາມຕາຍກຳລັງມາເຢືອນ, ນີ້ເປັນຄຳເຕືອນທີ່ເຂັ້ມງວດ. ການອອກແບບທີ່ເປັນແຮງບັນດານໃຈຂອງຊາມູໄຣຂອງສະກິນນີ້ແມ່ນໜ້າປະທັບໃຈ. ກະແສຟອງສີແດງທີ່ໄຫຼອອກມາຈາກປືນນັ້ນຄືການສັກຍາລັກທີ່ກຳລັງຈະລົງໂທດສັດຕູ. ປົດລອກ AR ໄດ້ທີ່ – Blood Moon Set.

ຜູ້ໃຊ້ໄດ້ຮັບຄວາມເສຍຫາຍສອງເທົ່າແລະຂອບເຂດທີ່ເພີ່ມຂື້ນ. ເຖິງຢ່າງໃດກໍ່ຕາມ, ເຖິງວ່າຄວາມເມັ້ນຍຳຫຼຸດລົງ ດັ່ງນັ້ນໃຫ້ແນ່ໃຈວ່າທ່ານມີເປົ້າໝາຍທີ່ແນ່ນອນເພື່ອໃຫ້ໄດ້ຜົນທີ່ດີທີ່ສຸດ.

Vampire FAMAS

Vampire Famas - Free Fire
ອາວຸດນີ້ແມ່ນກະຫາຍເລືອດ. ຫາກທ່ານຫຼົງໄຫຼໃນກິ່ນອາຍຂອງແວັມໄພຣ, Vampire FAMAS ຄືທີ່ສຸດສຳລັບທ່ານ. ສະກິນປືນຈະມີສີແດງເລືອດທີ່ພຸ່ງອອກມາຈາກປືນ. ສາມາດເປັນເຈົ້າຂອງໄດ້ທີ່ Phantom Assassin Set.

ສະກືນປືນສາມາດສ້າງຄວາມເສຍຫາຍສອງເທົ່າ, ເພີ່ມຄວາມສາມາດກະສຸນ, ໃນຂະນະທີ່ມີຂອບເຂດຈຳກັດ. FAMAS ຖືກຈັດຢູ່ໃນອາວຸດຍິງລະເບີດດັ່ງນັ້ນຈິ່ງສາມາດຍິ່ງໄດ້ເຖີງສາມນັດພ້ອມກັນ.

ເຂົ້າເບິ່ງ Codashop ມື້ນີ້ແລະຕື່ມເພັດໃສ່ Free Fire! ເລີຍ #BetterFasterSafer ແລະບໍຈຳເປັນຕ້ອງເຂົ້າສູ່ລະບົບ.

Top Up On Free Fire

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here