ວິທີໃຫ້ສະກິນຂອງຂວັນໃນ Mobile Legends

0
87

MLBB How to gift skins

ຖ້າທ່ານຕ້ອງການບາງຢ່າງເພື່ອໃຫ້ຂອງຂວັນແກ່ເພື່ອນຫຼີ້ນເກມຂອງທ່ານ, Mobile Legends: Bang Bang ເຮັດໃຫ້ການມອບສະກິນເປັນຂອງຂວັນທີ່ງ່າຍຂຶ້ນ! ນີ້ແມ່ນຄູ່ມືແຕ່ລະຂັ້ນຕອນເພື່ອເຊີໄພເພື່ອນຂອງທ່ານດ້ວຍລາງວັນສຸດພິເສດດ້ວຍການສົ່ງສະກິນໃໝ່ຂອງຮີໂຣ່ MLBB ທີ່ພວກເຂົາມັກ.

ວິທີໃຫ້ສະກິນຂອງຂວັນແກ່ເພື່ອນ

ການໃຫ້ສະກິນເປັນຂອງຂວັນແກ່ເພື່ອນຂອງທ່ານນັ້ນງ່າຍເໝືອນຊື້ໃຫ້ຕົວທ່ານເອງ. ແນວໃດກໍ່ຕາມ, ທ່ານບໍ່ສາມາດມອບສະກິນປັດຈຸບັນເຊິ່ງທ່ານຊື້ໃຫ້ຕົນເອງເປັນຂອງຂວັນໃຫ້ເພື່ອນຂອງທ່ານໄດ້. ທ່ານຕ້ອງຊື້ມັນ ແລະ ສົ່ງມັນໃຫ້ພວກເຂົາ. ນີ້ຄືຄູ່ມືສະບັບສົມບູນກ່ຽວກັບວິທີໃຫ້ຂອງຂວັນເພື່ອນຂອງທ່ານດ້ວຍສະກິນ MLBB.

MLBB Skin Gift Shop

  1. ໄປທີ່ ເມນູຮ້ານຄ້າ; ທ່ານຈະເຫັນໄອຄອນຂອງຂັວນທີ່ປາຍດ້ານເທິງຂອງໜ້າຈໍ 
  2. ຈາກແຖບສະກິນ, ຄົ້ນຫາສະກິນທີ່ທ່ານຕ້ອງການທີ່ຈະມອບເປັນຂອງຂວັນ. 
  3. ເລືອກສະກິນທີ່ທ່ານຕ້ອງການທີ່ຈະສົ່ງໃຫ້ເພື່ອນຂອງທ່ານ. 
  4. ວາງ IGN ເພື່ອນຂອງທ່ານ (ຊື່ໃນເກມ) ເພື່ອຄົ້ນຫາໂປຣຟາຍຂອງພວກເຂົາ. ໃຫ້ແນ່ໃຈວ່າທ່ານໄດ້ພິມຊື່ຖືກຕ້ອງແລ້ວ. ທ່ານຍັງສາມາດເລືອກຈາກບັນຊີເພື່ອນຂອງທ່ານ.
  5. ຄລິກສົ່ງແລະ ສຳເລັດ!

ຂໍ້ກຳນົດໃນການໃຫ້ຂອງຂວັນ

ມີກົດຫຼາຍຂໍ້ທີ່ທ່ານຕ້ອງປະຕິບັດຕາມກ່ອນທີ່ຈະສົ່ງຂອງຂວັນໃຫ້ເພື່ອນຂອງທ່ານ. ຍັງຕ້ອງ, ແນ່ໃຈວ່າທ່ານມີເພັດພຽງພໍເພື່ອຈະສາມາດຊື້ສະກິນໄດ້.

MLBB Selected Skin

  • ຕ້ອງແນ່ໃຈວ່າທ່ານໄດ້ຕິດຕາມກັນ ແລະ ກັນໃນເກມ
  • ທ່ານຄວນເປັນເພື່ອນກັນຢ່າງໜ້ອຍເຈັດ (7) ວັນກ່ອນທີ່ທ່ານຈະສາມາດສົ່ງຂອງຂວັນໃຫ້ພວກເຂົາ. 
  • ທ່ານຕ້ອງມີຢ່າງໜ້ອຍ level 20. 
  • ທ່ານສາມາດພຽງສົ່ງ ສາມ (3) ສະກິນຕໍ່ວັນ. ມັນຈະຕັ້ງໃໝ່ທຸກໆ 24 ຊົ່ວໂມງ

ຢ່າລືມ ຕື່ມເງິນ Mobile Legends Diamonds ຂອງທ່ານ ໄດ້ພຽງທີ່ Codashop. ພວກເຮົາຮັບປະກັນການຕື່ມເງິນທີ່ໄວກວ່າ ແລະ ສະດວກສະບາຍກວ່າເພື່ອໃຫ້ທ່ານໄດ້ເພີດເພີນກັບປະສົບການຫຼີ້ນເກມທີ່ບໍ່ຫຍຸ້ງຍາກ. 

 

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here