ວິທີການປ່ຽນ ຊິກເນເຈີ ໃນ Free Fire

0
86

Free Fire How to Change Signature

ໃນໂລກຂອງເກມບໍ່ມີຫຍັງໜ້າຕື່ນເຕັ້ນໄປກວ່າ ການຫຼີ້ນເກມທີ່ມີຄວາມຄິດສ້າງສັນທີ່ເປັ່ງປະກາຍ, ແລະ ຈິນຕະນາການຄືຂີດຈຳກັດດຽວຂອງທ່ານ. ພວກເຮົາໝາຍເຖິງໃຜ? ເກມຕໍ່ສູ້ໂຣໂຢລ Garena Free Fire. 

Free Fire ໃຫ້ຜູ້ຫຼີ້ນມີຕົວເລືອກຫຼາກຫຼາຍໃນການປັບແຕ່ງໂປຣຟາຍຂອງພວກເຂົາ. ຕັ້ງແຕ່ການຕັ້ງຄ່າ ຮູບແບບ ໂຊຊຽວ ແລະ ການຕໍ່ສູ້ ໃນການເລືອກຮູບແບບ ສະກິນ, ການເພີ່ມ ຊິກເນເຈີ ທີ່ດ້ານລຸ່ມ ແລະ ປັບປ່ຽນມັນໃຫ້ເປັນໄປຕາມທີ່ທ່ານຕ້ອງການ ເປັນສິ່ງໜຶ່ງ ທີ່ຕ້ອງມີໃນລາຍການຂອງທ່ານ

ຊິກເນເຈີ ໃນ Free Fire ທຽບເທົ່າກັບ “Bio” ທີ່ບັນຊີໂຊຊຽວມີເດຍຂອງທ່ານ. ເປັນບ່ອນທີ່ຜູ້ຫຼີ້ນຄົນອື່ນ (ແລະ ເພື່ອນອອນລາຍຂອງທ່ານ) ຈະສາມາດໄດ້ຮັບຄວາມປະທັບໃຈວ່າທ່ານເປັນຜູ້ຫຼີ້ນປະເພດໃດ. (ອຸບ! ຢ່າຟ້າວຕອບ, ແລະ ປ່ອຍໃຫ້ ຊິກເນເຈີ ອຂງທ່ານເປັນຜູ້ຕອບເວົ້າ *wink*). 

ສິ່ງທີ່ດີທີ່ສຸດກ່ຽວກັບ ຊິກເນເຈີ  Free Fire ແມ່ນ ສາມາດປັບແຕ່ງໄດ້ຢ່າງຫຼາກຫຼາຍຈາກການເລືອກ ຮູບແບບອັກສອນ, ສີ, ແລະ ແມ່ນແຕ່ສັນຍະລັກ. ຕໍ່ໄປນີ້ເປັນຄຳແນະນຳ ເທື່ອລະຂັ້ນຕອນ ວິທີການປ່ຽນ ຊິກເນເຈີ ໃນ  Free Fire:

ຂັ້ນຕອນ 1:

Free Fire Step 1 Signature

ຄົ້ນຫາໂປຣຟາຍຂອງທ່ານ. ທ່ານສາມາດຄົ້ນຫາໄດ້ທີ່ມຸມດ້ານເທິງຂ້າງຊ້າຍຂອງໜ້າຈໍຫຼັກ.

ຂັ້ນຕອນ 2: 

Free Fire Step 2 Signature

ມີສອງວິທີໃນການແກ້ໄຂ ຊິກເນເຈີ ຂອງທ່ານ. ຄົ້ນຫາ ໄອຄອນຮູບເຟືອງທີ່ຂ້າງເທິງສຸດຂອງຮູບໂປຣຟາຍຂອງທ່ານ,  ຄລິກທີ່ມັນ, ແລະ ທ່ານຈະເຫັນ ຊິກເນເຈີຂອງທ່ານ ທີ່ຂ້າງລຸ່ມຂອງຂໍ້ມູນພື້ນຖານຂອງຜູ້ຫຼີ້ນ. ຫຼື, ທ່ານຍັງສາມາດແກ້ໄຂ ຊິກເນເຈີ ຂອງທ່ານໄດ້ໂດຍກົງທີ່ຂ້າງລຸ່ມຂອງຂໍ້ມູນຜູ້ຫຼີ້ນຂອງທ່ານ, ຈາກນັ້ນ ພິມສິ່ງທີ່ທ່ານຕ້ອງການ. 

ຂັ້ນຕອນ 3: 

ຫຼັງຈາກເປີດແຖບ ຊິກເນເຈີແລ້ວ, ທ່ານສາມາດຂຽນສິ່ງທີ່ທ່ານຕ້ອງການເພື່ອປັບແຕ່ງຊິກເນເຈີຂອງທ່ານ. ເພື່ອຜົນໄດ້ຮັບທີ່ດີຂຶ້ນ, ທ່ານສາມາດປັບສີຂໍ້ຄວາມຂອງທ່ານດ້ວຍ hex codes, ຕົວອັກສອນ, ແລະ ສັນຍະລັກທີ່ພົບໃນໜ້າແກ້ໄຂ

ນີ້ແມ່ນລາຍການສີ Hex ພື້ນຖານ:

Free Fire Step 3 Hex Codes

ຈຳໄວ້ວ່າ, ການໃສ່ລະຫັນລົງເລັບເຊັ່ນ, i.e., [hex code], ໝາຍຄວາມວ່າທ່ານກຳລັງພິມລະຫັດ hex code. ມີ ສັນຍະລັກ ຫຼາກຫຼາຍທີ່ສາມາດໃສ່ລົງໃນ ຊິກເນເຈີຂອງທ່ານໄດ້

ຂັ້ນຕອນ 4:

ສຸດທ້າຍ, ຄລິກ “OK” ເພື່ອບັນທຶກ ແລະ ມ່ວນຊື່ນກັບ ຊິກເນເຈີ ໃໝ່ຂອງທ່ານ. ຖ້າທ່ານມີຮູບແບບໃນໃຈສຳລັບ ຊິກເນເຈີ ຂອງທ່ານໃນ Free Fire ທີ່ມີລັກສະນະຜ່ອນຄາຍ ແລະ ມີສີສັນ, ແບ່ງປັນມັນໃນການສະແດງຄວາມຄິດເຫັນຂ້າງລຸ່ມ, ແລະ ໃຜຈະຮູ້, ພວກເຮົາອາດໄດ້ພົບກັນນະທີ່ນັ້ນ.

Free Fire Step 4 Signature

ຢ່າລືມທີ່ຈະ top up your Free Fire account ໄດ້ພຽງທີ່ Codashop. ມັນງ່າຍ ແລະ ໄວກວ່າ, ດ້ວຍຊ່ອງທາງການຊຳລະເງິນທີ່ປອດໄພ ແລະ ສະດວກສະບາຍຢ່າງຫຼາກຫຼາຍ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here