Free Fire Booyah Pass: ສິ່ງທີ່ທ່ານຕ້ອງຮູ້

0
185

Free Fire Booyah Pass

ປີແລ້ວນີ້, Garena Free Fire ໄດ້ແຈກ Elite Pass ໃບສຸດທ້າຍໃຫ້ຟຣີສຳລັບຜູ້ຫຼີ້ນທຸກຄົນທີ່ແລກຮັບຜ່ານການລົງທະບຽນລ່ວງໜ້າ. ການປະກາດນີ້ມາພ້ອມກັບການເປີດຕົວລະບົບ Battle Pass ໃໝ່ ສຳລັບ Free Fire, ນັ້ນຄື Booyah Pass (BP). ໃນບົດຄວາມນີ້, ພວກເຮົາຈະມາເບິ່ງກັນວ່າ Booyah Pass ແມ່ນຫຍັງ ແລະ ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງ Elite Pass ແບບເກົ່າ ແລະ Booyah Pass ໃໝ່. ແນ່ນອນວ່າ, ພວກເຮົາຈະແນະນຳວິທີຮັບ Booyah Pass ໃຫ້ທ່ານດ້ວຍເພື່ອໃຫ້ທ່ານສາມາດມ່ວນຊື່ນກັບການຫຼີ້ນ Free Fire ແລະ ຮັບລາງວັນໄດ້.

Booyah Pass ແມ່ນຫຍັງ?

The Booyah Pass ແມ່ນລະບົບ battle pass ໃໝ່ສຳລັບ Garena Free Fire ທີ່ມາແທນທີ່ Elite Pass ແບບເກົ່າ. ລະດູການທຳອິດຂອງ BP, “Fumes on Fire”, ຈະມີລາງວັນຄ້າຍກັບ Elite Pass ແບບເກົ່າ ແຕ່ຈະແນະນຳສິ່ງຈູງໃຈສຳລັບຜູ້ຊື້ BP.

ສຳລັບ 499 ເພັດ, ທ່ານສາມາດຊື້ BP ເພື່ອບັນລຸລະດັບລາງວັນ 150 ລະດັບ. ສິ່ງທີ່ຈັບຕ້ອງໄດ້ຫຼາຍທີ່ສຸດສຳລັບການຊື້ BP ແມ່ນໄອເທັມ ລະດັບຕຳນານ (Legendary) ທີ່ສາມາດຮັບໄດ້, ເມື່ອທຽບກັບ Elite Pass ແບບເກົ່າ.

ລາງວັນລະດັບຕຳນານທີ່ມີໃຫ້ໃນເດືອນມັງກອນນີ້ມີ:

  • ກ່ອງສົມບັດ (Lv. 30)
  • Bundle (ສຳລັບຜູ້ຍິງ; Lv. 50)
  • ກະດ້ານໂຕ້ຄື້ນ (Lv. 80)
  • ກະເປົ້າເປ້ຫຼັງ (Lv. 90)
  • Bundle (ສຳລັບຜູ້ຊາຍ, Lv. 100)
  • ກຳແພງມືດມົນ (Lv. 140)
  • ສະກິນ Trogon Gun (Lv. 150)

ນອກຈາກລາງວັນເຫຼ່ົານີ້ແລ້ວ, ຍັງມີສະກິນ, ເອັຟເຟັກພິເສດ, ແລະ ອະນິເມຊັນ, ແລະ ຕົວເລືອກປັບແຕ່ງ.

ທຸກໆລະດູການຂອງ Booyah Pass ຈະມີໄລຍະເວລາໜຶ່ງເດືອນ. ດັ່ງນັ້ນລາງວັນປະຈຳເດືອນມັງກອນຈະສິ້ນສຸດໃນວັນສຸດທ້າຍຂອງເດືອນມັງກອນກ່ອນທີ່ລະດູການ BP ໃໝ່ ຈະເລີ່ມຕົ້ນຂຶ້ນ. 

ຄວາມແຕກຕ່າງລະຫວ່າງ Booyah Pass ແລະ Elite Pass

ນອກເໜືອຈາກໄອເທັມລະດັບຕຳນານໃນ Booyah Pass, ແລ້ວ BP ຍັງມີຕົວເລືອກແບບພີມຽມອີກ ສອງ ຕົວເລືອກ. ລະດັບພີມຽມປົກະຕິເຊິ່ງມີລາຄາ 399 ເພັດ ຊ່ວຍໃຫ້ທ່ານໄດ້ຮັບ BP EXP ສູງເຖິງ Lv. 120. ໃນຂະນະທີ່ Premium Plus ເພີ່ມ 50 BP EXP ເຮັດໃຫ້ມີທັງໝົດ 170 ລະດັບ ນອກເໜືອຈາກລາງວັນຫຼາກຫຼາຍທີ່ຈະໄດ້ຮັບ. Premium Plus ສາມາດຊື້ໄດ້ໃນລາຄາ 899 ເພັດດັ່ງບົດຄວາມນີ້.

ຂໍ້ແຕກຕ່າງຫຼັກຂໍ້ສູດທ້າຍລະຫວ່າງ BP ແລະ Elite Pass ແມ່ນລາງວັນ Booyah Pass ສາມາດຮັບໄດ້ຈາກ BP EXP. 100 BP EXP ຈະເພີ່ມລະດັບ BP ໜຶ່ງລະດັບ. Elite Pass ໃຊ້ກາເພື່ອເລື່ອນລະດັບ Elite Pass.

ການປັບແຕ່ງ Booyah Pass Bundle

ຍິ່ງໄປກວ່ານັ້ນ, ທ່ານສາມາດປັບແຕ່ງຊຸດ Booyah Pass bundle ໃຫ້ເປັນສາມສີທີ່ແຕກຕ່າງກັນ. ຫາກການປົດລອັກຄຸນລັກສະນະນີ້, ທ່ານຕ້ອງຊື້ລາງວັນລະດັບພີມຽມ. ຈາກນັ້ນ, ເຂົ້າເຖິງ ຕົວເລືອກ ປັບແຕ່ງ ເທິງໜ້າຈໍ Booyah Pass. ເລືອກຊຸດສີທີ່ທ່ານຕ້ອງການ.

ສີ Bundle ທີ່ວາງຂາຍໃນເດືອນມັງກອນ:

  • Hidden Blast
  • Neon Blast
  • Cyber Blast

ລາງວັນ Booyah Pass ໃນເດືອນມັງກອນ

  • ຄວັນຈາກກ່ອງຕົວເລືອກສັດລ້ຽງໄຟ ແລະ  Trogon – ຝຸ່ນສີ (Lv. 1)
  • Trogon – ຝຸ່ນສີ (Lv.6)
  • ຈ້ອງ Evil Emoji ແລະ ລົດຈັກສີ Boom (Lv. 10)
  • Evo Gun Token Pack (Lv. 15)
  • Cutie Emoji ແລະ Evil Emoji Banner (Lv. 20)
  • ກ່ອງ Tricking Bomb Loot ແລະ Trogon – ຝຸ່ນສີ (Lv. 30)
  • Cutie Emoji ແລະ ອາວະຕາ Evil Emoji (Lv. 40)
  • Retro Tech Top ແລະ Bang Bang Bundle (Lv. 50)
  • Grenade – Mischief Town ແລະ Trogon – ຝຸ່ນສີ (Lv. 70)
  • Evil Emoji ເທິງທ້ອງຟ້າ (Lv. 80)
  • Evil Emoji Backpack ແລະ Trogon – ຝຸ່ນສີ (Lv. 90)
  • Hidden Blast Bundle (Lv. 100)
  • ກ່ອງ BP S1 (Lv. 105)
  • ກ່ອງ BP S1 ແລະ Trogon – ຝຸ່ນສີ (Lv. 110)
  • ກ່ອງ Booyah Pass Season 1 (Lv. 115)
  • ກ່ອງ BP S1 ແລະ Trogon – ຝຸ່ນສີ (Lv. 120)
  • ກ່ອງ Booyah Pass Season 1  (Lv. 125)
  • Pan – Color Dust ທີ່ລະດັບ ແລະ Trogon – Color Dust (Lv. 130)
  • ກ່ອງ BP S1 (Lv. 135)
  • ກຳແພງ Gloo – Mischief Town ແລະ Trogon – ຝຸ່ນສີ (Lv. 140)
  • ກ່ອງ BP S1 (Lv. 145)
  • Trogon – ຝຸ່ນສີ ແລະ ກ່ອງ BP S1 (Lv. 150)

ວິທີຊື້ Booyah Pass

ຖ້າຕ້ອງການຊື້ Booyah Pass, ພຽງໄປທີ່ໜ້າຈໍ Booyah Pass ແລະ ແຕະທີ່ Upgrade. ທ່ານຈະຖືກນຳໄປຍັງໜ້າຈໍທີ່ທ່ານສາມາດເລືອກລະຫວ່າງ Premium ຫຼື Premium Plus BP. ແຕະສິ່ງທີ່ທ່ານຕ້ອງການຊື້ ແລະ ແມ່ນໄປກັບ Booyah Pass ແບບໃໝ່. ຢ່າລືມຫຼີ້ນເກມເພື່ອຮັບລາງວັນສຸດພິເສດ.

ຢ່າລືມທີ່ ຕື່ມເງິນ Free Fire ໄດ້ພຽງທີ່ Codashop. ມັນປອດໄພກວ່າ, ໄວກວ່າ, ແລະ ສະດວກສະບາຍກວ່າ, ກັບຕົວເລືອກການຈ່າຍເງິນທີ່ຫຼາກຫຼາຍ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here