ຮີໂຣ່ MLBB ທີ່ດີທີ່ສຸດທີ່ທ່ານຕ້ອງການລອງໃນປີ 2023

0
489

ທ່ານພ້ອມທີ່ຈະຄອງສະໜາມຮົບໃນ Mobile Legends: Bang Bang ໃນ 2023 ແລ້ວຫຼືບໍ່? ກວດສອບຕົວເລືອກອັນດັບຕົ້ນໆຂອງພວກເຮົາສຳລັບຮີໂຣ່ທີ່ດີທີ່ສຸດທີ່ຈະລອງໃນແຕ່ລະລະດັບ! ພວກເຮົາໄດ້ລວບລວມລາຍຊື່ຕັ້ງແຕ່ນັກຂ້າທີ່ຮ້າຍກາດ, ໄປຈົນເຖິງນັກເວດທີ່ມີພະລັງ, ນັກສູ້ທີ່ໂຫດຮ້າຍຈົນເຖິງນັກແມ່ນປືນທີ່ແມ່ນຢຳ ແລະ tank ທີ່ແຂງແກ່ງ. ໃຊ້ປະໂຫຍດຈາກຮີໂຣ່ລະດັບສູງເຫຼົ່ານີ້ ແລະ ລອງພວກເຂົາໃນນັດຕໍ່ໄປຂອງທ່ານ!

ຮີໂຣ່ນັກຂ້າທີ່ດີທີ່ສຸດການທຳລາຍລ້າງແບບລະເບີດ

ກຳລັງແນມຫາຮີໂຣ່ທີ່ສາມາດກຳຈັດສັດຕູຂອງທ່ານດ້ວຍຄວາມແມ່ນຢຳໃນການຜ່າຕັດ ແລະ ກົນລະຍຸດທີ່ຊຸກຊ້ອນໄວ້ບໍ? ຕົວເລືອກອັນດັບຕົ້ນໆຂອງເຮົາຂອງເຮົາສຳລັບຮີໂຣ່ມືສັງຫານເປັນຕົວເລືອກທີ່ສົມບູນແບບ. ນັກຂ້າທີ່ຄ່ອງແຄ້ວວ່ອງໄວເຫຼົ່ານີ້ມີທັກສະ ແລະ ຄວາມໄວໃນການກຳຈັດເປົ້າໝາຍ ດ້ວຍຄວາມເສຍຫາຍຕໍ່ເນື່ອງສູງ, ຄວາມຄ່ອງແຄ້ວທີ່ຍອດຢ້ຽມ, ແລະ ຄວາມສາມາດໃນການໂຈມຕີໃນເວລາທີ່ຄາດບໍ່ເຖິງ! 

Joy

Joy’s Feline Ranger Basic skin

The Flash of Miracle ເປັນຮີໂຣ່ທີ່ສ້າງຜົນກະທົບຢ່າງຫຼວງຫຼາຍໃນ MLBB ຫຼັງຈາກ debut ຂອງລາວ. ດ້ວຍຊຸດຄວາມສາມາດ ແລະ ກົນໄກທີ່ບໍ່ຄືໃຜຂອງ Joy, ລາວຈຶ່ງມີສັກກະຍາພາບໃນການກຳນົດ meta ແລະ ນຳທີມໄປສູ່ໄຊຊະນະ. ເຖິງແມ່ນວ່າ ອາດຈະຕ້ອງຝຶກຝົນແນ່ເພື່ອທຳຄວາມເຂົ້າໃຈ ແລະ ຝຶກຝົນສະໄຕລ ການຫຼີ້ນຂອງລາວໃຊ້ຊ່ຽວຊານ, ແຕ່ຜູ້ທີ່ພະຍາຍາມຢ່າງເຕັມທີ່ຈະພົບວ່າຕົວເອງສາມາດແຂ່ງຂັນໄດ້ເກືອບທຸກເກມການແຂ່ງຂັນ. Joy ເປັນຮີໂຣ່ທີ່ຄວນພິຈາລະນາຖ້າທ່ານຕ້ອງການສ້າງສີສັນໃນດິນແດນຮຸ່ງອາລຸນ.

Benedetta

Benedetta’s Death Oath Collector skin

The Shadow Ranger, ເປັນຮີໂຣ່ທີ່ຕ້ອງລອງໃນປີ 2023, ໂດຍມີປະຫວັດທີ່ໜ້າປະທັບໃຈໃນທຸກ meta ຕັ້ງແຕ່ເປີດໂຕ. ຄວາມຄ່ອງຕົວທີ່ຍອດຢ້ຽມຂອງ Benedetta ເຮັດໃຫ້ລາວສາມາດນຳທາງໃນສະໜາມຮົບໄດ້ຢ່າງງ່າຍດາຍ, ເຮັດໃຫ້ລາວໂດ່ງດັງໃນໝູ່ຜູ້ຫຼີ້ນ MLBB. ຄວາມສາມາດໃນການໂດດຂອງ Benedetta ສາມາດຈັບຄູ່ຕໍ່ສູ້ໄດ້ຖ່ວງທັນ, ເຮັດໃຫ້ລາວເປັນຄູ່ຕໍ່ສູ້ທີ່ໜ້າເກງຂາມໃນການຫຼີ້ນທົ່ວໄປ ແລະ ເປັນມືອາຊີບ. ຢ່າຕົກໃຈຖ້າທ່ານເຫັນລາວຄອງສະໜາມຮົບໃນປີນີ້.

ຮີໂຣ່ຈອມເວດທີ່ດີທີ່ສຸດ – Mid Laners

ທຸກທີມຕ້ອງການປະກາຍເວດມົນເພື່ອຈຸດເປວໄຟແຫ່ງໄຊຊະນະ, ແລະ ນັ້ນຄືທີ່ເຊິ່ງຮີໂຣ່ຈອມເວດຝີມືດີເຂົ້າມາ. ດ້ວຍຄວາມສາມາດຂອງພວກເຂົາໃນການປົດປ່ອຍຄວາມເສຍຫາຍເປັນວົງກວ້າງ ແລະ ອຳນວຍຄວາມສະດວກໃນການຄວບຄຸມຝຸງຊົນ, ພວກເຂົາສາມາດພິກກະແສຂອງການຕໍ່ສູ້ໄດ້ຢ່າງໄວວາ. ເຖິງແມ່ນວ່າພວກເຂົາຈະບໍ່ມີການປ້ອງກັນທີ່ແຂງແກ່ງທີ່ສຸດ, ແຕ່ພະລັງເວດມົນຂອງຈອມເວດສາມາດຈູດໄຟໃນສະໜາມຮົບດ້ວຍພະລັງທຳລາຍລ້າງສູງ.

Yve

Yve’s Forest Hymn Basic skin

Yve ຜູ້ເປັນ Astrowarden ທີ່ຄວບຄຸມພະລັງແຫ່ງຈັກກະວານເພື່ອປົດປ່ອຍເວດມົນແຫ່ງຫາຍານະໃສ່ສັດຕູຂອງລາວ. ດ້ວຍການຜະສົມສະຖານະລະຫວ່າງພື້ນທີ່ ເອັຟເຟັກ (AOE), ການຄວບຄຸມຝຸງຊົນ, ແລະ ທັກສະການສ້າງຄວາມເສຍຫາຍສູງ, ລາວຈຶ່ງເປັນຮີໂຣ່ຈອມເວດທີ່ແຂງແກ່ງເຊິ່ງໃຊ້ງານງ່າຍແຕ່ຍັງມີຄວາມທ້າທາຍໃຫ້ຕ້ອງຝຶກຝົນ. ບໍ່ວ່າທ່ານຈະເປັນມືອາຊີບ ຫຼື ມືໃໝ່ໃນເກມ, Yve ຈະເປັນສ່ວນເສີມທີ່ມີຄ່າສຳລັບຮີໂຣ່ຂອງທ່ານຢ່າງແນ່ນອນ.

Valentina

Valentina’s Twilight Charmer Basic skin

ສາສະດາຍິງແຫ່ງລັດຕິການເປັນໜຶ່ງໃນຮີໂຣ່ຈອມເວດທີ່ໂດດເດັ່ນຈາກຄວາມເກັ່ງກາດທີ່ໜ້າອັດສະຈັນໃນສະໜາມ. ດ້ວຍຄວາມສາມາດຂັ້ນສຸງສຸດຂອງລາວ, Valentina ສາມາດລອກລຽນແບບທັກສະຂັ້ນສູງສຸດຂອງຮີໂຣ່ສັດຕູ, ເຮັດໃຫ້ລາວມີຄວາມສາມາດໃນການສ້າງຄວາມເສຍຫາຍເພື່ອທີມຂອງລາວໃນຂະນະທີ່ມີການຕໍ່ສູ້ແບບທີມ. ດ້ວຍການມີ Valentina ໃນທີມຂອງທ່ານ, ທ່ານຈະມີຮີໂຣ່ທີ່ສາມາດປັບຕົວເຂົ້າກັບທຸກສະຖານະການ ແລະ ປ່ຽນກເແສຂອງການຕໍ່ສຸ້ໃຫ້ເປັນໄປຕາມທີ່ທ່ານຕ້ອງການ. ແລະ ລາວສາມາດລອກລຽນແບບສະກິນໃດກໍ່ໄດ້!

ຮີໂຣ່ຕໍ່ສູ້ທີ່ດີທີ່ສຸດ – EXP Laners

ນັກສູ້ເຫຼົ່ານີ້ ອັດແໜ້ນ ແລະ ສາມາດຮັບຄວາມເສຍຫາຍເພື່ອປົກປ້ອງພັນທະມິດຂອງພວກເຂົາ. ດ້ວຍຕົວເລືອກຫຼາກຫຼາຍການຕັດສິນໃຈເລືອກນັກຕໍ່ສູ້ຈຶ່ງເປັນເລື່ອງທີ່ທ້າທາຍ. ແຕ່ວາງໃຈໄດ້ນັກຮົບໄລຍະໃກ້ຊິດເຫຼ່ົານີ້ຈະນຳການຕໍ່ສູ້ຮຸນແຮງມາສູ່ສະໜາມຮົບ. 

Leomord

Leomord’s Shadow Knight Abyss skin

Sworn Sword, ເປັນໜຶ່ງໃນຮີໂຣ່ນັກສູ້ທີ່ແຂງແກ່ງທີ່ສຸດໃນ MLBB ທີ່ຈະຄອບຄອງສະໜາມຮົບ. ຄວາມສາມາດໃນການຕໍ່ສູ້ທີ່ໜ້າປະທັບໃຈຂອງ Leomord ແລະ ຄວາມທົນທານດັ່ງຮີໂຣ່ສາຍ tank ເຮັດໃຫ້ລາວເປັນຮີໂຣ່ທີ່ໜ້າເກງຂາມ, ສາມາດສ້າງການສູ້ຮົບທີ່ພິກເກມໃຫ້ກັບພັນທະມິດຂອງເຂົາ. 

Balmond

Balmond’s God of Mountains Collector skin

ຖ້າທ່ານຕ້ອງການຊ່ຽວຊານປ່າທີ່ມີພະລັງໃນທີມຂອງທ່ານ, ຢ່າແນມຂ້າມ Bloody Beast. ຄາຖາໂຕ້ກັບ Lethal ແລະ Retribution ຂອງ Balmond ເຮັດໃຫ້ລາວເປັນກອງກຳລັງໃນສະໜາມຮົບທີ່ໂຫດຫ້ຽມທີ່ສາມາດຮັກສາເປົ້າໝາຍຂອງເກມໄດ້ຢ່າງໄວວາ. ໃນໂລກທີ່ໝຸນໄປຢ່າງໄວວາຂອງ MLBB, ການມີນັກເດີນປ່າທີ່ເຊື່ອຖືໄດ້ ຄື Balmond ສາມາດເປັນກະແຈສູ່ໄຊຊະນະໄດ້.

ຮີໂຣ່ນັກແມ່ນປືນທີ່ດີທີ່ສຸດ – Backline hitters

ໃນການຕໍ່ສູ້ທີ່ຮ້ອນແຮງ, ທີມຕ້ອງການຮີໂຣ່ທີ່ດຸດັນ ແລະ ໄວ້ໃຈໄດ້ເພື່ອກຳຈັດຝ່າຍກົງກັນຂ້າມ. ນັ້ນຄືສິ່ງທີ່ນັກແມ່ນປືນຖືກດຶງເຂົ້າມາ. ແນມຫາຮີໂຣ່ທີ່ມີຄວາມທຳລາຍລ້າງສູງ, ສັກະຍະພາບໃນການໂຈມຕີແບບຕໍ່ເນື່ອງ, ແລະ ໄລຍະທີ່ໜ້າປະທັບໃຈເພື່ອສ້າງຜົນກະທົບສູງສຸດ, ໂດຍສະເພາະຢ່າງຍິ່ງໃນການຕໍ່ສູ້ແບບທີມໃນຊ່ວງທ້າຍເກມ. ດ້ວຍນັກແມ່ນປືນທີ່ເໝາະສົມໃນທີມຂອງທ່ານ, ທ່ານກໍ່ພ້ອມທີ່ຈະກຳຈັດສັດຕູ ແລະ ໄດ້ຮັບໄຊຊະນະ. 

Lesley

Lesley’s Falcon Mistress Collector skin

Deadly Sniper ເປັນນັກແມ່ນປືນທີ່ທະຍານຂຶ້ນສູ່ອັນດັບຕົ້ນໆ ຂອງລາຍການຈັດລະດັບ ຕ້ອງຂອບໃຈກົນໄກທີ່ເປັນມິດ ແລະ ການປັບປຸງຫຼ້າສຸດຂອງລາວ. ຄວາມຄ່ອງໂຕທີ່ໜ້າປະທັບໃຈ ແລະ ການລ່ອງຫົນທີ່ເຊື່ອງລີ້ຂອງລາວເຮັດໃຫ້ລາວກາຍເປັນກອງກຳລັງທີ່ໜ້າຢ້ານກົວໃນສະໜາມຮົບ, ເຮັດໃຫ້ລາວສາມາດກຳຈັດສັດຕູໄດ້ກ່ອນທີ່ພວກເຂົາຈະຮູ້ວ່າລາວຢູ່ທີ່ນັ້ນ. 

Beatrix

Beatrix’s Stellar Brilliance Prime skin

Dawn Breaker Soldier ເປັນນັກແມ່ນປືນທີ່ຮູ້ຈັກກັນດີ. ດ້ວຍອາວຸດທີ່ແຕກຕ່າງກັນເຖິງສີ່ແບບ, Beatrix ສາມາດປັບຕົວເຂົ້າກັບທຸກສະຖານະການ ແລະ ປົດປ່ອຍຄວາມເສຍຫາຍຕ່າງໆຕໍ່ສັດຕູຂອງລາວ. ບໍ່ວ່າທ່ານຈະຕໍ່ສຸ້ໃນໂໝດຈັດອັນດັບ ຫຼື ແນມຫານັກຮົບຝີມືດີມາຮ່ວມທີມ, Beatrix ຄືຮີໂຣ່ທີ່ຕ້ອງລອງໃນປີ 2023.

ຮີໂຣ່ Tank ທີ່ດີທີ່ສຸດ – Unsung Heroes

Tanks ເປັນແກນຫຼັກທີ່ບໍ່ມີວັນແຕກຫັກຂອງທີມໃດໆ, ໂດຍໃຊ້ຄວາມທົນທານ ແລະ ພາລະກຳລັງມະຫາສານເພື່ອປົກປ້ອງພັນທະມິດ ແລະ ກຽມການຫຼີ້ນທີ່ທຳລາຍລ້າງ. Tanks ເປັນຮີໂຣ່ໃນສະໜາມຮົບທີ່ບໍ່ມີໃຜຮູ້ຈັກ, ບໍ່ວ່າຈະເປັນການນຳທັບ, ຄວບຄຸມຝຸງຊົນ, ຫຼື ການເສຍສະຫຼະຕົນເອງເພື່ອຊ່ວຍເພື່ອນຮ່ວມທີມ. ຫາກບໍ່ມີພວກເຂົາ, ຄວາມໂກລະຫົນຈະຄວບງຳສູງສຸດ. ດັ່ງນັ້ນ ຖ້າທ່ານຕ້ອງການຄອບຄອງການແຂ່ງຂັນ, ຈົ່ງມີ tank ທີ່ແຂງແກ່ງ!

Akai

Akai’s Imperial Assasin Epic skin

ຄວາມນີຍົມຂອງ Panda Warrior ໃນຖານະຮີໂຣ່ ສາຍ tank ທະຍານຂຶ້ນສູງໃນການແຂ່ງຂັນ MPL ເມື່ອບໍ່ດົນມານີ້. ດ້ວຍທັກສະ ແລະ ຄວາມສາມາດທີ່ຫຼາກຫຼາຍ, Akai ມີສັກະຍະພາບໃນການທຳລາຍລ້າງ ການກໍ່ຕົວຂອງສັດຕູດ້ວຍການສ້າງຄວາມເສຍຫາຍສູງສຸດ. ທ່າທາງທີ່ເປັນເອກະລັກຂອງ Akai ຄື, Hurricane Dance, ຊ່ວຍໃຫ້ລາວໝຸນໂຕ ແລະ ກະທົບສັດຕູໃຫ້ຟົ້ງອອກຈາກຕີນ,  ເຮັດໃຫ້ລາວເປັນາຄູ່ຕໍ່ສູ້ທີ່ແຂງແກ່ງໃນການຕໍ່ສູ້ແບບທີມ

Fredrinn

Fredrinn’s Regal Renegade Basic skin

Rogue Appraiser ສາມາດສ້າງຄວາມເສຍຫາຍມະຫາສານໄດ້ໃນຂະນະທີ່ຕ້ານທານການໂຈມຕີຫຼາຍຄັ້ງຈາກສັດຕູ. ຄວາມສາມາດຂອງ Fredrinn ໃນການດູດຊັບຄວາມເສຍຫາຍ ແລະ ຍັງຄົງເປັນພະລັງທີ່ແຂງແກ່ງໃນການຕໍ່ສູ້ແບບທີມເຮັດໃຫ້ລາວກາຍເປັນໄພໃນສະໜາມຮົບ. ເຝົ້າເບິ່ງ Fredrinn ໃນຂະນະທີ່ລາວໂດດເຂົ້າສູ່ສະໜາມຮົບ, ພ້ອມທີ່ຈະຕໍ່ສູ້ ແລະ ກຳຈັດສັດຕູຂອງລາວ.

ຮີໂຣ່ສະໜັບສະໜຸນທີ່ດີທີ່ສຸດ – Heal & Protect

ຮີໂຣ່ຝ່າຍສະໜັບສະໜຸນອາດບໍ່ໄດ້ຢູ່ໃນຈຸດສົນໃຈສະເໝີໄປ, ແຕ່ພວກເຂົາມີບົດບາດສຳຄັນໃນການຮັກສາເພື່ອນຮ່ວມທີມໃຫ້ມີຊີວິດລອດ ແລະ ໄດ້ຮັບການປົກປ້ອງ. ຕັ້ງແຕ່ການປົກປ້ອງພັນທະມິດຈາກຄວາມເສຍຫາຍທີ່ເຂົ້າມາຈົນເຖິງການໃຫ້ການຮັກສາ, ຮີໂຣ່ຝ່າຍສະໜັບສະໜຸນພ້ອມສະເໝີທີ່ຈະຍື່ນມືຊ່ວຍເຫຼືອ.

Angela

Angela’s Floral Elf Collector skin

ພົບກັບ Bunny Love, ຮີໂຣ່ຝາຍສະໜັບສະໜຸນທີ່ຫຼາກຫຼາຍຂອງ Mobile Legends ທີ່ມີຄວາມສາມາດໃນການຮັກສາທີ່ຊົງພະລັງ. ລາວບໍ່ພຽງເກັ່ງໃນການຮັກສາຊີວິດເພື່ອນຮ່ວມທີມເທົ່ານັ້ນ, ແຕ່ Angela ຍັງມີທັກສະ passive ທີ່ຊ່ວຍໃຫ້ລາວນຳທາງໃນສະໜາມຮົບໄດ້ຢ່າງໄວວາ. ນອກຈາກບົດບາດຂອງລາວໃນຖານະສະໜັບສະໜຸນແລ້ວ, Angela ຍັງສາມາດຫຼີ້ນເປັນຮີໂຣ່ offlaner ໄດ້ດ້ວຍ, ເຊິ່ງລາວເກັ່ງໃນການປົກປ້ອງເລນຂອງລາວ ແລະ ທຳລາຍຄວາມເສຍຫາຍຈາກການ poke ຕໍ່ຄູ່ຕໍ່ສູ້. ດັ່ງນັ້ນ ຖ້າລາວກຳລັງແນມຫາຮີໂຣ່ທີ່ເຊື່ອຖືໄດ້ເພື່ອສະໜັບສະໜຸນທີມຂອງທ່ານ ແລະ ຍຶດຕຳແໜ່ງຂອງທ່ານ,  ລອງ Angela ໃນປີ 2023!

Faramis

Faramis’ Royal Magus Elite skin

oul Binder ເປັນຮີໂຣ່ສາຍສະໜັບສະໜຸນຜູ້ມີເວດມົນທີ່ມີຄວາມສາມາດໃນການຮັກສາທີ່ໜ້າປະທັບໃຈ. ທັກສະຕິດຕົວຂອງ  Faramis ເຮັດໃຫ້ລາວສາມາດລວບລວມວິນຍານຈາກ units ທີ່ລົ້ມລົງ, ເຊິ່ງຊ່ວຍຟື້ນຟູສຸຂະພາບຂອງລາວ ແລະ ຫຼຸດເວລາການເກີດໃໝ່ຫຼັງຈາກການຕາຍໄດ້ຫຼາຍ. ແຕ່ Faramis ບໍ່ໄດ້ເປັນພຽງຮີໂຣ່ສາຍສະໜັບສະໜຸນເທົ່ານັ້ນລາວຍັງໂຈມຕີດ້ວຍຄວາມເສຍຫາຍສູງ, ເຮັດໃຫ້ລາວເປັນຕົວເສີມທີ່ມີຄ່າສຳລັບທຸກທີມໃນຖານະຈອມເວດສຳຮອງ. ດ້ວຍ cooldown ທີ່ສັ້ນ, Faramis ພ້ອມສະເໝີທີ່ຈະສະໜັບສະໜຸນພັນທະມິດ ແລະ ກຳຈັດສັດຕູ. 

ພ້ອມທີ່ຈະຄອງສະໜາມຮົບ Mobile Legends: Bang Bang ໃນປີ 2023 ແລ້ວບໍ? ໃຊ້ປະໂຫຍດຈາກຕົວເລືອກອັນດັບຕົ້ນໆຂອງພວກເຮົາສຳລັບຮີໂຣ່ທີ່ດີທີ່ສຸດໃນແຕ່ລະແບບ! ທ່ານມີລາຍຊື່ຮີໂຣ່ທີ່ທ່ານມັກທີ່ທ່ານຕ້ອງການແບ່ງປັນຫຼືບໍ່? ປະຄວາມຄິດເຫັນໄວ້ຂ້າງລຸ່ມ!

ຢ່າລືມທີ່ ຕື່ມເງິນ Mobile Legends Diamonds ຂອງທ່ານ ໄດ້ພຽງທີ່ Codashop. ພວກເຮົາຮັບປະກັນການຕື່ມເງິນທີ່ໄວກວ່າ ແລະ ສະດວກສະບາຍກວ່າເພື່ອໃຫ້ທ່ານໄດ້ເພີດເພີນກັບປະສົບການຫຼີ້ນເກມທີ່ບໍ່ຫຍຸ້ງຍາກ. 

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here