ການນຳໃຊ້ Battle Spells ແລະ GEAR / BUILD ທີ່ຖືກຕ້ອງ

0
130

Mobile Legends - Twilight Pass

Battle Spells
Spells ແມ່ນ Skill ອີກອັນໜື່ງທີ່ເປັນເອກະລັກທີ່ມີໃຫ້ທ່ານເລືອກກ່ອນເລີ່ມແຕ່ລະເກມ. ການໃຊ້ Spell Battle ທີ່ຖືກຕ້ອງສາມາດຊ່ວຍໃຫ້ທ່ານສູ້ຮົບໄດ້ດີ ແລະ ເຮັດໃຫ້ hero ຂອງທ່ານມີຄວາມໄດ້ປຽບ. ທ່ານຕ້ອງເລືອກເອົາ Spells Battle ທີ່ຊ່ວຍເສີມພະລັງ Hero ຂອງທ່ານ ຫຼື ປິດບັງຈຸດອ່ອນ hero ຂອງທ່ານ. ຍົກຕົວຢ່າງ, Alucard, Hero ຂັວນໃຈຂອງສາຍ Fighter, ໄດ້ຮັບຜົນປະໂຫຍດຈາກການເລືອກ Inspire ເພາະວ່າສາມາດເພີ່ມຄວາມໄວໃນການໂຈມຕີຫຼາຍຂື້ນ ເຮັດໃຫ້ສອດຄ່ອງກັບ Ultimate ຂອງຕົວລະຄອນນີ້ດູດພະລັງຊີວິດຈາກຝ່າຍກົງຂ້າມໄດ້ໄວຂື້ນ, ເຮັດໃຫ້ສາມາດລ້ອດຈາກການຕໍ່ສູ້ໄດ້ນັ້ນເອງ.

Battle Spells ທັງຫມົດມີ 12 ຢ່າງດ້ວຍກັນໃນ ເກມ Mobile Legends ແຕ່ລະ Spells ຈະຖືກປົດລັອກເມື່ອບັນຊີຂອງທ່ານຜ່ານລະດັບໃດໜື່ງ. ວິທີທີ່ດີທີ່ສຸດໃນການຄົ້ນພົບ Battle Spells ທີ່ດີທີ່ສຸດສຳລັບທ່ານແມ່ນການທົດລອງໃຊ້ໃນເກມ. ເລີ່ມຕົ້ນການຝຶກຝົນເພື່ອໃຫ້ຮູ້ສືກວ່າ Battle Spell ເໝາະສົມກັບ hero ຂອງທ່ານທີ່ສຸດແລ້ວ.

ເກຍ (GEAR / BUILD)
ເກຍສາມາດຊື້ໄດ້ໃນເກມເພື່ອເຮັດໃຫ້ໂຕລະຄອນໃນເກມຂອງທ່ານມີຄວາມແຂງແກ່ນຂື້ນຕາມຮູບແບບທີ່ຕ່າງກັນອອກໄປ. ເຄື່ອງເຫຼົ່ານີ້ສາມາດຊື້ໄດ້ທຸກເວລາໃນຂະນະທີ່ຢູ່ໃນການແຂ່ງຂັນ. ເຖິງຢ່າງໃດກໍ່ຕາມ, ໂຕລະຄອນແຕ່ລະໂຕສາມາດໃຊ້ໄດ້ພຽງ 6 ຢ່າງເທົ່ານັ້ນ.

ໃນ Mobile Legends, ເຄື່ອງໄດ້ຖືກແບ່ງອອກເປັນ 5 ປະເພດ – ການໂຈມຕີກາຍະພາບ, ພະລັງເວດ, ການປ້ອງກັນ, ການເຄື່ອນໄຫວ, ແລະ ຂ້າ Monster ຢູ່ປ່າ.
ໂຊກດີ, ການທີ່ເຮົາຈະເລືອກຊື້ເຄື່ອງໃນເກມ Mobile Legends ມັນງ່າຍຫຼາຍ. ຖ້າທ່ານຕ້ອງການຮູ້ວ່ານັກຫຼິ້ນລະດັບມືໂປຣເຂົາໃຊ້ເຄື່ອງໃດ, ທ່ານສາມາດເລືອກ Pro Builds ແລະ ອີງໃສ່ປະສົບການຂອງພວກເຂົາ. ຫາກທ່ານກົດເລືອກ Pro Builds ເກມຈະມີລະບົບອັດຕະໂນມັດທີ່ສາມາດນໍາເອົາເຄື່ອງຕ່າງໆທີ່ທ່ານຕ້ອງການຊື້ເຂົ້າມາຢູ່ໃນເກມທັນທີ.

ເຄື່ອງທີ່ເຮົາສາມາດພ້ອມຊື້ໄດ້ຈະປາກົດເປັນສອງວົງສີເຫລືອງເຫລື້ອມຢູ່ມຸມຂວາເທິງສຸດຂອງໜ້າຈໍ. ວົງການດ້ານເທິງແມ່ນລາຍການທີ່ກຳລັງຈັດລຳດັບຄວາມສຳຄັນທີ່ຕ້ອງຊື້ກ່ອນ, ໃນຂະນະທີ່ລາຍການຂ້າງລຸ່ມແມ່ນຖັດຈາກແຖວແມ່ນລຳດັບຄວາມສຳຄັນຖັດມາ.

ເພື່ອດັດປັບລາຍການເຄື່ອງຂອງທ່ານດ້ວຍຕົນເອງ, ທ່ານສາມາດກົດເຂົ້າຮ້ານຄ້າໄດ້ໂດຍການກົດແຖບຮູບສີ່ຫລ່ຽມດ້ວຍເຄື່ອງ ໝາຍເງິນໂດລາຢູ່ແຈຂວາເທິງສຸດຂອງໜ້າຈໍ.
ໃນເກມທີ່ເຄັ່ງຕືງ, ການປັບໂຕໃຫ້ແກ້ທາງກັບຝ່າຍກົງຂ້າມ ແລະ ການຊື້ເຄື່ອງທີ່ແກ້ທາງ ແລະ ເໝາະສົມກັບສະຖານະການແມ່ນສິ່ງທີ່ສຳຄັນທີ່ຈະນຳມາສູ່ໄຊຊະນະ. ຍົກຕົວຢ່າງ, ເມື່ອປະເຊີນ​​ໜ້າກັບທີມທີ່ມີ Mage (ນັກເວດ) ຫຼາຍ, ໂຕລະຄອນຈະໄດ້ຮັບຜົນປະໂຫຍດຫຼາຍຈາກການຊື້ເຄື່ອງທີ່ທົນທານຕໍ່ຄວາມເສຍຫາຍທາງເວດເມື່ອທຽບກັບຄວາມເສຍຫາຍທາງກາຍະພາບ. ການຮຽນຮູ້ ແລະ ຊື້ເຄື່ອງທີ່ເໝາະສົມແມ່ນກຸນແຈສຳຄັນຕໍ່ການຊະນະການແຂ່ງຂັນ.

Top Up On Mobile Legends

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here