ຊອກຫາບົດບາດຂອງ Hero ທີ່ທ່ານມັກຫຼິ້ນໃນ MLBB

0
254

MLBB Banner

ການຊອກຫາໜ້າທີ່ຂອງທ່ານແມ່ນບາດກ້າວທຳອິດທີ່ຈະໄດ້ຮັບຜົນດີຈາກ Mobile Legends. ຮຽນຮູ້ວ່າບົດບາດໃດທີ່ ເໝາະສົມກັບທ່ານທີ່ດີທີ່ສຸດຈະບໍ່ພຽງແຕ່ສ້າງປະໂຫຍດໃຫ້ແກ່ການຫຼີ້ນເກມຂອງທ່ານເທົ່ານັ້ນແຕ່ຍັງຈະເຮັດໃຫ້ເກມມ່ວນຊື່ນ ແລະ ປະທັບໃຈໄປນຳ.
ໃນ Mobile Legends ມີບົດບາດຂອງໂຕລະໂຕລະຄົນທີ່ຕ່າງກັນອອກໄປ ແລະ ໄດ້ແບ່ງເປັນ 6 ປະເພດຄື – Tank(ແທັ້ງ), Fighter(ນັກສູ້), Assassin(ນັກຂ້າ), Mage(ນັກເວດ), Marksman(ນັກຍິງ), ແລະ Support (ຜູ້ສະນັບສະນຸນ). ແຕ່ລະຊັ້ນບົດບາດແມ່ນມີເອກະລັກສະເພາະ ແລະ ມີບົດບາດທີ່ແຕກຕ່າງກັນໄປເວລາຢູ່ໃນທີມ.

Tank (ແທັ້ງ) ແມ່ນມີບົດບາດຫຼັກຂອງທີມທີ່ເປັນເກາະປ້ອງກັນໃຫ້ແກ່ທີມ. Heroes ຈຳພວກນີ້ຈະມີຂີດພະລັງ ຊີວິດທີ່ສູງ (HP) ແລະ ມີເກາະປ້ອງກັນສູງ. ດ້ວຍຄວາມແຂງແກັ່ງຂອງ Heroes ພວກນີ້, Tank (ແທັ້ງ) ສາມາດນຳພາທີມເພື່ອພັງທະລາຍຝ່າຍກົງຂ້າມ, ທັງຍັງຊ່ວຍຮັບການໂຈມຕີ ແລະ ຄວາມເສຍຫາຍຈາກຝ່າຍກົງຂ້າມອີກດ້ວຍ.
ຖ້າທ່ານມີຄວາມຍິນດີທີ່ຈະຢູ່ແນວຫນ້າ, ເພື່ອສ້າງຄວາມເສຍຫາຍ,ພັງທະລາຍປ້ອມປະການຝ່າຍກົງຂ້າມ, ບົດບາດຂອງ Tank (ແທັ້ງ) ແມ່ນເໝາະສົມ ແລະ ຖືກສ້າງຂື້ນສຳລັບທ່ານ.

Fighter (ນັກສູ້) ແມ່ນນັກຮົບຂອງທີມ. Heroes ເຫຼົ່ານີ້ມີຄວາມສົມດຸນທີ່ດີລະຫວ່າງ ຂີດພະລັງຊີວິດ (HP), ການປ້ອງກັນຄວາມເສຍຫາຍ. ຄ່າສະຖານະທີ່ສົມດຸນຂອງພວກເຂົາຊ່ວຍໃຫ້ Heroes ເຫຼົ່ານີ້ເຂົ້າໄປໃນ ແລະ ອອກຈາກການຕໍ່ສູ້ໄດ້ແບບທີ່ຍັງມີຊີວິດຢູ່.
ຖ້າທ່ານມັກທີ່ຈະຢູ່ໃນຄວາມແຂງແກ່ນຂອງການຮົບໃນຂະນະທີ່ຂ້າຝ່າຍກົງຂ້າມ, ການເລືອກ Fighter (ນັກສູ້) ແມ່ນບົດບາດສໍາລັບທ່ານ.

Assassin (ນັກຂ້າ), ແມ່ນ Ninja ຂອງທີມ. Heroes ເຫຼົ່ານີ້ແມ່ນມີຄ່າພະລັງຊີວິດ (HP) ທີ່ຕໍ່າ ແຕ່ມີຄ່າສ້າງຄວາມເສຍຫາຍສູງ, ສາມາດອອກລ້າຕາມແຜນທີ່ ແລະ ເປັນກຳລັງຫຼັກໃນການບຸກໂຈມຕີຝ່າຍກົງຂ້າມຢູ່ໃນເລນນັ້ນໆ.
ຖ້າທ່ານມີຄວາມຫຼົງໄຫຼການລັກລອບສັງຫານ, ບົດບາດ Assassin (ນັກຂ້າ) ແມ່ນສ້າງຂື້ນເພື່ອທ່ານ.

Mages (ນັກເວດ) ແມ່ນຜູ້ທີ່ມີຄວາມສາມາດສ້າງຄວາມເສຍຫາຍໃນໄລຍະໄກ, Heroes ເຫຼົ່ານີ້ມີມານ້າທີ່ສູງ ແລະ ມີການປ້ອງກັນຕໍ່າ, ໂດຍອາໃສການໃຊ້ສະກິວທີ່ມີພະລັງຂອງພວກເຂົາເພື່ອເຜົາໃໝ້ ພະລັງຊີວິດ (HP) ຂອງສັດຕູ ແລະ ເປັນຜູ້ຄວບຄຸມຂອງທີມ.
ຖ້າທ່ານມັກການເຜົາໃໝ້ພະລັງຊີວິດຂອງສັດຕູ ຫຼື ກໍ່ກວນຝ່າຍກົງກັນຂ້າມ, ການເລືອກເອົາ Mages (ນັກເວດ) ຈະເໝາະສົມກັບທ່ານທີ່ສຸດ.

Marksman (ນັກຍິງ) ແມ່ນ Heroes ນັກຂ້າຂອງທີມເຊັ່ນດຽວກັນ. Heroes ເຫຼົ່ານີ້ມີຄ່າການສ້າງຄວາມເສຍຫາຍສູງ ແຕ່ມີການປ້ອງກັນ ແລະ ການເຄື່ອນທີ່ຕໍ່າ. Marksman ສາມາດຊ່ວຍກຳຈັດສັດຕູໄດ້ໃນລະຫວ່າງການຕໍ່ສູ້ດ້ວຍໄລຍະທີ່ຫ່າງ.
ຖ້າທ່ານຮັກການກຳຈັດຝ່າຍກົງຂ້າແບບໄລຍະໄກ, Marksman(ນັກຍິງ) ແມ່ນສ້າງຂື້ນເພື່ອທ່ານ.

Support (ຜູ້ສະນັບສະນຸນ) ແມ່ນຜູ້ຄ້ຳຈູງທີມ. ພວກເຂົາມີມານ້າສູງ ແລະ ແຕ່ການປ້ອງກັນຕ່ໍາຄືກັບ Mages (ນັກເວດ). ເຖິງຢ່າງໃດກໍ່ຕາມ, ພະລັງຂອງພວກເຂົາເຮັດໃຫ້ເພື່ອນຮ່ວມທີມສາມາດມີຊີວິດລອດຈາກການຕໍ່ສູ້ໄດ້.
ຖ້າທ່ານຕ້ອງການຢູ່ແນວຫລັງ ແລະ ສະໜັບສະໜຸນທີມຂອງທ່ານ, ການເລືອກ Support (ຜູ້ສະນັບສະນຸນ) ແມ່ນດີທີ່ສຸດສຳລັບທ່ານ.

ຮູ້ກັນຫຼືຍັງວ່າເຈົ້າເໝາະສຳລັບຮີໂຣ້ປະເພດໃດ? ຫາກເຈົ້າໄດ້ຮີໂຮ້ທີ່ເໝາະກັບຮູບແບບການຫຼີ້ນທີ່ເຈົ້າທະໜັດແລ້ວກໍ່ຢ່າລືມວ່າການເລືອກປະເພດຮີໂຣ້ທີ່ຄ້າຍຄືກັນຈົນເກີນໄປອາດເຮັດໃຫ້ທີມຂອງເຈົ້າເສຍປຽບໃນການຕໍ່ສູ້ບາງກໍລະນີ້. ນັກຫຼິ້ນລະດັບສູງຮູ້ດີວ່າພວກເຈົ້າຕ້ອງສາມາດຫຼິ້ນຮີໂຣ້ໄດ້ຫຼາຍກວ່າໜື່ງປະເພດແລະພະຍາຍາມສືກສາຈຸດອອ່ນແລະຈຸດແຂງຂອງຮີໂຣ້ແຕ່ລະປະເພດພ້ອມຜິດຈາລະນາການເລືອກຮີໂຣ້ຂອງທີມຕົນເອງແລະທີມຄູ່ຕໍ່ສູ້ເພື່ອນຳມາວີເຄາະການເລືອກຮີໂຣ້ທີ່ພວເຂົາຈະເລືອກຫຼິ້ນສຳລັບການຕໍ່າສູ້ແລະແກ້ເກມ.

ສາມາດເຕິມເກມ MLBB ໄດ້ທີ່:
ອັບເດດຂໍ້ມູນຂ່າງສານໄດ້ທີ່:
ຫຼືຫາກທ່ານພົບບັນຫາໃນການເຕີມເກມກໍ່ສາມາດສອບຖາມເຈົ້າໜ້າທີ່ເຮົາຕະຫຼອດເວລາ:

Codashop ສະດວກ, ວ່ອງໄວ, ປອດໄພ, ແລະ ເຊື່ອຖືໄດ້.

Top Up On Mobile Legends

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here