PUBG Mobile ພາກທີ 18: ‘ຄວາມສາມາດຂອງດົນຕີ’ + ແຜນທີ່ໃໝ່ທີ່ຈະນຳເກມຂອງທ່ານໄປສູ່ລະດັບໃໝ່

0
314

PUBG-RP18-1280x720

PUBG ຊີຊັ່ນໃໝ່ມາເຖິງພວກເຮົາອີກຄັ້ງ! ຊີຊັ່ນ 18 ກຳລັງມາແຮງ ແລະ ຈະເປີດຕົວໃນວັນທີ 17 ມີນານີ້ ລວມໄປເຖິິງRoyale Pass (RP) ແບບໃໝ່ ທີ່ຖືກຂະໜານນາມວ່າ  Hundred Rhythms. ສຳຜັດກັບປະສົບການຫຼີ້ນເກມລະດັບໃໝ່ໃນໂມດ Hundred Rhythms Mode ທີ່ທ່ານສາມາດໃຊ້ຄວາມສາມາດທາງດົນຕີທີ່ໜ້າສົນໃຈເພື່ອຕັ້ງຄ່າການປ້ອງກັນ ແລະ ເລີ່ມການໂຈມຕີ

ແມ່ນຫຍັງທີ່ລວມຢູ່ໃນ Patch 1.3?

PUBG Mobile ພາກທີ 18 ເປັນສ່ວນໜຶ່ງຂອງ Patch 1.3 ເຊິ່ງເປີດຕົວເມື່ອວັນທີ 9 ມີນາທີ່ຜ່ານມາ. ການອັບເດດໃໝ່ລວບລວມເນື້ອໃນໃໝ່ທີ່ມ່ວນ ລວມໄປເຖິງອາວຸດ, ແຜນທີ່, ການຫຼີ້ນ ແລະ ອື່ນໆ ອີກຫຼາຍຢ່າງ.  

ບາງທີຄຸນສົມບັດທີ່ໂດດເດັ່ນທີ່ສຸດຂອງ Patch 1.3 ແມ່ນ ໂມດ Hundred Rhythms. ມີໃຫ້ສະເພາະໃນແຜນທີ່ Erangel, ໂດຍມີສາຍແຂນດົນຕີ 3 ຊຸດ ທີ່ໃຫ້ຜູ້ຫຼີ້ນມີ ສະກິວ 3 ຢ່າງ ( 1 ໃຊ້ງານ ແລະ 2 ແບບຕິດຕົວ) ເຊິ່ງພວກເຂົາຈຳເປັນຕ້ອງເລືອກກ່ອນການແຂ່ງຂັນຈະເລີ່ມຂຶ່ນ. ສະກິວທີ່ໃຊ້ງານມີໃຫ້ໃນຊ່ວງເລີ່ມເກມ, ໃນເວລາດຽວກັນສະກິວຕິດຕົວຈະຕ້ອງລວບລວມເທບເພື່ອເປີດໃຊ້ງານ. ຄຸນສົມບັດນີ້ ໄດ້ນຳປະສົບການ ການຕໍ່ສູ້ທີ່ທັນສະໄໝໄປສູ່ PUBG.

PUBGPatch1point3
Image Credit: Tencent Games / PUBG Mobile Facebook

ສາຍແຂນລວມມີ:

ສາຍແຂນ Camouflage

Stealth (A): ຊຸດຈະຖືກປ່ຽນເປັນ Ghillie Suit, ໃຫ້ຄວາມສາມາດໃນການປິດບັງຈາກຄູ່ຕໍ່ສູ້.

Surveillance (P): ໃຫ້ຄຳແນະນຳຜູ້ຫຼີ້ນເມື່ອສັດຕູຢູ່ໃກ້ໆ

Breathing Easy (P): ຄ່ອຍໆຟື້ນ HP ຂອງຜູ້ຫຼີ້ນ ເມື່ອຜູ້ຫຼີ້ນບໍ່ໄດ້ຮັບຄວາມເສຍຫາຍໃນຕອນນັ້ນ.

ສາຍແຂນ Recon

Sonic Scan (A): ອະນຸຍາດໃຫ້ຜູ້ຫຼີ້ນໂຍນອູປະກອນສະແກນໄປຂ້າງໜ້າ ແລະ ເຮັດເຄື່ອງໝາຍສັດຕູໃນລັດສະໝີທີ່ກຳນົດໄວ້.

Encore (P): ເມື່ອຜູ້ຫຼີ້ນນັອກສັດຕູທີ່ເຮັດເຄື່ອງໝາຍໄວ້, ພວກເຂົາຈະຟື້ນ HP ດ້ວຍຄວາມສາມາດນີ້.

Sound Burst (P): ເມື່ອສັດຕູທີ່ຖືກເຮັດເຄື່ອງໝາຍໄວ້ຢູ່ໃກ້ໆ, ລູກປືນຈະເຮັດໃຫ້ເກີດໄຟຟ້າບັນຈຸ ແລະ ສ້າງຄວາມເສຍຫາຍເພີ່ມເຕີມໃຫ້ກັບຝ່າຍສັດຕູ ເມື່ອເວລາຜ່ານໄປ.

ສາຍແຂນ Guardian

Music Barrier (A): ສ້າງກຳແພງແບບເຄິ່ງໃສ ໄວ້ຮອບໆ ຜູ້ຫຼີ້ນ ເພື່ອຫຼຸດຜ່ອນຄວາມເສຍຫາຍຈາກລູກປືນ.

Music Conversation (P): ໃຊ້ເພື່ອປິດໃຊ້ງານອຸປະກອນ ແລະ ຟື້ນພະລັງຂອງເພື່ອນຮ່ວມທີມພາຍໃນຊ່ວງທີ່ກຳນົດ.

Pop Metal (P): ທ່າມກາງຂອງຂອບເຂດດົນຕີ, ຜູ້ທີ່ຢູ່ໃນຂອບເຂດຈະມີເວລາໂຫຼດໜ້ອຍລົງ.

ຜູ້ຫຼີ້ນຍັງສາມາດສຳຫຼວດແຜນທີ່ໃໝ່ສອງແຜ່ນ ທີ່ຢູ່ໃນການອັບເດດໃໝ່ນີ້! Karakin, ເຊິ່ງເປັນແຜນທີ່ Battle Royale ທີ່ມີຂະໜາດນ້ອຍກວ່າ 64-ຜູ້ຫຼີ້ນ ເຊິ່ງຮັບປະກັນວ່າ ຈະຫຼີ້ນໄດ້ຢ່າງໄວວາ, ແລະ Code-C, ເຊິ່ງເປັນແຜນທີ່ Arena ໃໝ່ ທີ່ເໝາະສຳລັບການຍິງໄລຍະໃກ້ຫຼາຍຂຶ້ນ.

ກຽມພ້ອມທີ່ຈະພົບກັບປືນ ໄຣເຟີລ ສະໄນເປີ ທີ່ເອີ້ນວ່າ Mosin-Nagant ເຊິ່ງຈະວາງຈະໜ່າຍໃນ Erangel ແລະ Vikendi. ເຊິ່ງມີລູກປືນ 7.62 ມມ. ຄວາມໄວລູກປືນທີ່ໄວຂຶ້ນ ແລະ ການຫຼຸດຄວາມເສຍຫາຍໜ້ອຍລົງ ເພື່ອຊ່ວຍໃຫ້ທ່ານຍິງສັດຕູໄລຍະໄກ!

ຜູ້ຫຼີ້ນຍັງສາມາດລອງຄວາມຕື່ນເຕັ້ນຂອງ Motor Glider ໄດ້ໃນຊີຊັ່ນໃໝ່. ເຄື່ອງບິນນີ້ເປີດຕົວແຕ່ທີ່ Erangel ແລະ Miranmar ເທົ່ານັ້ນ ແລະ ສາມາດຮອງຮັບຜູ້ຫຼີ້ນໄດ້ສອງຄົນ ແລະ ຊ່ວຍໃຫ້ເວລາເດີນທາງຂ້າມແຜນທີ່ໄວຂຶ້ນ. Motor Glider ບໍ່ພຽງແຕ່ມີຄວາມໄດ້ປຽບທາງຍຸດທະວິທີເທົ່ານັ້ນ ແຕ່ຍັງເປັນວິທີທີ່ຍອດຢ້ຽມໃນການສຳຜັດທັດສະນີຍະພາບອັນງົດງາມຈາກຂ້າງເທິງອາກາດ.

ງານລ້ຽງການສະເຫຼີມສະຫຼອງຄົບຮອບ 3 ປີ ຂອງ PUBG ແບບບໍ່ຢຸດຢັ້ງ.

PUBG ສະຫຼອງຄົບຮອບ 3 ປີໃນຊື່ວ່າ Hundred Rhythms ດ້ວຍການຈັດເທສະການດົນຕີຂອງຕົນເອງເຂົ້າສູ່ເກມ! ຜູ້ຫຼີ້ນສາມາດເຂົ້າຮ່ວມກັບເພື່ອນໆ ແລະ ສະເຫຼີມສະຫຼອງໃນງານລ້ຽງແບບດົນຕີອອນລາຍສຸດພິເສດ. ຈະເຫັນເວທີ ດີເຈ ປາກົດຂຶ້ນໃນ Erangel ແລະ Cheer Park. ງານລ້ຽງທີ່ບໍ່ຢຸດຢັ້ງ ແລະ ຫຼີ້ນເກມຕາມຈັງຫວະທີ່ໜ້າຕື່ນເຕັ້ນ. ການປະກົດຕົວທີ່ເໜືອການຄາດເດົາກໍ່ຈະເກີດຂຶ້ນ ດັ່ງນັ້ນ ກະລຸນາຄອຍຖ້າສິ່ງນັ້ນໃຫ້ດີ! ປ່ອຍຕົວໄປຕາມຈັງຫວະຍ້ອນວ່າ ງານລ້ຽງນີ້ຈະບໍ່ມີການຢຸດໃນຊີຊັ່ນທີ່ 18!

ຢ່າລືມທີ່ຈະ ເຕີມ UC ສຳລັບ PUBG Mobile ຂອງທ່ານ ທີ່ Codashop.  ພວກເຮົານຳສະເໜີການຕື່ມເງິນທີ່ງ່າຍ ແລະ ໄວກວ່າ ໂດຍບໍ່ຕ້ອງເຂົ້າລະບົບ ຫຼື ມີລະຫັດຜ່ານ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here