Codaplays: Bo100 ຮ່ວມຫຼີ້ນເກມ Free Fire ກັບ Bo100 ລຸ້ນຮັບລາງວັນລວມມູນຄ່າຫຼາຍກວ່າ 400,000 ກີບ

2
882

LA_Codaplays-Bo100_1280x720

Bo100 ມາແລ້ວ!! ຮ່ວມຫຼີ້ນເກມກັບ Streamer ທີ່ມີຊື່ສຽງ Bo100 ຖ່າຍທອດສົດຜ່ານ Codashop. ພວກເຮົາຮູ້ດີວ່າທ່ານເປັນຄົນທີ່ມີຄວາມມັກຮັກໃນການຫຼີ້ນເກມ Free Fire ແລະ ມີສະຕຣີມເມີທີ່ທ່ານຮັກຢູ່ຫຼາຍທ່ານ. ດັ່ງນັ້ນ Codashop ໄດ້ຈັບມືກັບໜື່ງໃນສະຕຣີມເມີຊື່ດັງຂອງລາວເພື່ອເຮັດກິດຈະກຳ CODAPLAYS: Bo100 “Play with Me”ເພື່ອເປີດໂອດກາດໃຫ້ທ່ານໄດ້ສະແດງສີມືຮ່ວມກັບ Bo10. ທີ່ສຳຄັນທີ່ສຸດຄືການຕໍ່າສູ້ຂອງທ່ານຈະຖືກຖ່າຍທອດສົດຜ່ານທາງເພຈ Codashop.

ແລ້ວເຮັດແນວໃດທ່ານຈະໄດ້ຮ່ວມກິດຈະກຳນີ້? ພວກເຮົາຄັດເລືອກເອົາຜູ້ໂຊກດີສອງຄັ້ງ ຄັ້ງລະສາມທ່ານເພື່ອເຂົ້າຮ່ວມການຫຼີ້ນເກມໃນແຕ່ລະແມັດເຊີ່ງມີລາຍລະອຽດດັ່ງນີ້

ການຄັດເລືອກຜູ້ເຂົ້າຮ່ວມສຳລັບການຫຼີ້ນເກມແມັດທຳອິດ
ເພື່ອການເປັນຜູ້ໂຊກດີໄດ້ຫຼີ້ນເກມຮອບແລກ ງ່າຍໆພຽງແຕ່ທ່ານ
1. ກົດໄລ ກົດຕິຕາມເພຈ Codashop Laos
2. ກົດໄລ ກົດແຊຣໂພສກິດຈະກຳ
3. ຄອມເມັ້ນໃຫ້ເຫດຜົນວ່າ “ເປັນຫຍັງທ່ານຈື່ງຢາກຫຼິ້ນເກມກັບ Bo100”.

ເລີ່ມຕັ້ງແຕ່ວັນທີ 22-26/03/ 2021 ທ່ານກໍ່ສາມາດລຸ້ນເປັນຜູ້ຫຼີ້ນເກມກັບ Bo100 ໃນຮອບແລກໄດ້ທັນທີ.
ຜູ້ທີ່ໄດ້ເຂົ້າຮ່ວມຫຼີ້ນເກມຍັງຈະໄດ້ຮັບ 100 Garena Shells ຈາກ Codashop

ເຈົ້າໜ້າທີ່ຈະປະກາດລາຍຊື່ຜູ້ທີ່ໄດ້ເຂົ້າຮ່ວມສົງຄາມວັນທີ 26/03/2021.

ການຄັດເລືອກຜູ້ເຂົ້າຮ່ວມສຳລັບການຫຼີ້ນເກມແມັດທີສອງ
ເພື່ອການເປັນຜູ້ໂຊກດີໄດ້ຫຼີ້ນເກມຮອບແລກ ງ່າຍໆພຽງແຕ່ທ່ານ
1. ກົດໄລ ກົດຕິຕາມເພຈ Codashop Laos
2. ກົດໄລ ກົດແຊຣການຖ່າຍທອດສົດວັນທີ 27/03/2021 ພ້ອມແທັກໝູ່ 2ຄົນ
3. ຄອມເມັ້ນຄວາມຄິດເຫັນຂອງທ່ານ “ເຫດຜົນໃດທີ່ເຮັດໃຫ້ທ່ານເໝາະສົມທີ່ຈະຖືກເລຶອກເຂົ້າຫຼີ້ນເກມນີ້”.
ຜູ້ທີ່ໄດ້ເຂົ້າຮ່ວມຫຼີ້ນເກມຍັງຈະໄດ້ຮັບ 100 Garena Shells ຈາກ Codashop

ພຽງແຕ່ເຮັດຕາມເງື່ອນໄຂນີ້ໃນມື້ຖ່າຍທອດສົດ ທ່ານກໍ່ສາມາດລຸ້ນເປັນຜູ້ຫຼີ້ນເກມກັບBo100 ໃນຮອບທີສອງໄດ້ທັນທີ. ເຈົ້າໜ້າທີ່ຈະປະກາດລາຍຊື່ຜູ້ທີ່ໄດ້ເຂົ້າຮ່ວມສົງຄາມໃນຂະນະທີ່ຖ່າຍທອດສົດ.

ກິດຈະກຳແຈກເພັດເພີ່ມເຕີມ
ຍັງບໍ່ພໍເທົ່ານັ້ນ, ສຳລັບຜູຊົມທີ່ເຂົ່າຮ່ວມກິດຈະກຳຕອບຄຳຖາມ ແລະ ທາຍໃຈBo100 ລະຫວ່າງການຖ່າຍທອດສົດວັນທີ 27/03/2021, ລຸ້ນຮັບຂອງລາງວັນລວມຫຼາຍກວ່າ 400,000ກີບ.

ຫາກທ່ານເປັນຄົນທີ່ມີສີມື ແລະ ພ້ອມກັບທຸກໂອກາດ ນີ້ແມ່ນເວລາທີ່ດີສຳລັບທ່ານທີ່ຈະສະແດງໃຫ້ທຸກຄົນຮູ້ວ່າທ່ານສາມາດໄປໄດ້ໄກປານໃດໃນເສັ້ນທາງເກມເມີ. ຮ່ວມເດີນທາງກັບພວກເຮົາເລີຍຕອນນີ້!

ກິດຈະກຳເລີມຂື້ນແລ້ວ!, ໄປທີ່ Codashop ຕອນນີ້! ພວກເຮົາໃຫ້ ປະສົບການການເຕີມເກມທີ່ສະດວກ ວ່ອງໄວ ປອດໄພ ແລະ ເຊື່ອຖືໄດ້ສຳລັບເກມທີ່ທ່ານມັກໂດຍບໍ່ຕ້ອງມີບັດເຄດິດຫຼືລະຫັດຜ່ານ.

ສິ່ງທີ່ຄວນເອົາໃຈໃສ່:

  1. ກິດຈະກຳນີ້ແມ່ນສຳລັບປະຊາຊົນລາວທຸກຄົນ.
  2.  ຜູ້ເຂົ້າຮ່ວມແຕ່ລະຄົນອາດຈະໄດ້ຮັບລາງວັນດຽວໃນກິດຈະກຳນີ້.
  3. ການເຂົ້າຮ່ວມທີ່ໄດ້ລະບຸໄວ້ຂ້າງເທິງນີ້ຈະຖືກຕັດສິນໂດຍ Codashop ໂດຍອີງໃສ່ຄຳຕອບແລະການປະຕິບັດຕາມເງື່ອນໄຂຂອງພວກເຂົາ, ແລະສອງ (02) ຜູ້ໂຊກດີະຖືກຄັດເລືອກໂດຍ Codashop ອີງໃສ່ຄຳຕອບຂອງພວກເຂົາ.
  4. ໂດຍການເຂົ້າຮ່ວມກິດຈະກຳຄັ້ງນີ້, ຜູ້ເຂົ້າຮ່ວມທຸກຄົນຖືວ່າໄດ້ໃຫ້ການຍິນຍອມ/ເຫັນດີສຳລັບ ການປັບປຸງ, ນຳໃຊ້ ແລະ/ຫຼື ໂອນຍ້າຍ (ຖ້າຈຳປັນ) ຂໍ້ມູນສ່ວນຕົວຂອງຜູ້ເຂົ້າຮ່ວມ, ເພື່ອຈຸດປະສົງຂອງກິດຈະກຳ.
  5. ການຄັດເລືອກຜູ້ໂຊກດີແມ່ນຂື້ນກັບການຕັດສິນໃຈຂອງທິມງານ Codashop
  6. ຜູ້ທີ່ໄດ້ຮັບລາງວັນຈະໄດ້ຮັບການແຈ້ງຜ່ານທາງ Codashop Facebook Page ໃນວັນທີ 29/03/2020, ໂດຍມີຂໍ້ມູນແລະຄຳແນະນຳກ່ຽວກັບການຮັບລາງວັນ. ລາງວັນແມ່ນບໍ່ສາມາດແລກປ່ຽນເປັນງິນສົດຫຼືສິ່ງຂອງອື່ນໆໄດ້, ແລະບໍ່ສາມາດຖ່າຍໂອນໃຫ້ຄົນອື່ນໄດ້.
  7. ຂອງລາງວັນຈະຖືກສົ່ງພາຍໃນ 1 ອາທິດ ຫຼັງຈາກການປະກາດຜູ້ໂຊກດີ. ໃນກໍລະນີບໍ່ມີການອ້າງສິດໃດໆກ່ຽວກັບຂອງລາງວັນຫຼືບໍ່ມີການຕັດສິນຜູ້ໂຊກດີໃດໆ, ຂອງລາງວັນຈະຖືກດຳເນີນການຕາມທີ່ Codashop ເຫັນສົມຄວນ.

BUY APP & GAME CREDITS ONLINE

2 COMMENTS

LEAVE A REPLY

Please enter your comment!
Please enter your name here