Erangel ໃໝ່ ລະບົບປ້ອງກັນການໂກງທີ່ໄດ້ຮັບການປັບປຸງ ແລະ ອື່ນໆ ໃນການອັບເດດລາສຸດຂອງ PUBG ທີ່ວາງຂາຍແລ້ວ

0
180

NEW ERA - CODA BANNER

ຂ່າວເດັກພວມເຂົ້າມາ! ຮ່ວມເປັນພະຍານໃນຍຸກໃໝ່ເພື່ອ PUBG Mobile ເປີດໂຕການອັບເດດ ລຸ່ນ 1.0. ໃນລຸ່ນຫຼ້າສຸດນຳສະເໜີ Erangel ທີ່ຄາດວ່າ ຈະສູງດ້ວຍອົງປະກອບແຜນທີ່ໃໝ່, ປັບປຸງພາບ, ຮູບແບບເກມໃໝ່ ແລະ ອື່ນໆ.

ຍິນດີຕ້ອນຮັບ Erangel ທີ່ປັບປຸງໃໝ່

ຈຸດເດັ່ນຢູ່ທີ່ Erangel ແລະ ຮູບລັກສະນະໃໝ່ທີ່ໂດດເດັ່ນ, ແຜນທີ່ມີຊື່ສຽງ ແລະ ສັນຍະລັກນີ້ ໄດ້ຮັບການປ່ຽນແປງໃໝ່ ເຊິ່ງສົມຄວນແລ້ວທີ່ຈະມີການປ່ຽນແປງພາບໃໝ່ທັງໝົດ. ຜ່ານເກາະກຳບັງ, ຕົ້ນໄມ້, ຄອງເລິກ ແລະ ສ່ວນປະກອບອື່ນໆ ທີ່ທ້າທາຍ ຍຸດທະວິທີການຫຼີ້ນຂອງທ່ານຢ່າງແນ່ນອນ. ຈຸດທີ່ຕັ້ງຊັບພະຍາກອນຂະໜາດໃຫຍ່ລວມທັງ Mylta Power, Quarry ແລະ Prison ໄດ້ຮັບການອອກແບບໃໝ່. Play Zone ມີຊັບພະຍາກອນຫຼາຍຈຸດເພີ່ມຂຶ້ນ. ເນື້ອທີ່ໃນເມືອງລວມທັງອາຄານ ແລະ ທີ່ພັກອາໄສໄດ້ຮັບການປ່ຽນແປງເພື່ອອຳນວຍຄວາມສະດວກໃນການໂຈມຕີ ແລະ ການປ້ອງກັນທີ່ດີຂຶ້ນ. ເວລານີ້ ທ່ານສາມາດເຂົ້າສູ່ຊັ້ນໃຕ້ດິນ ຂອງອາຄານບາງແຫ່ງ ແລະ ຍິງຜ່ານປະຕູເຂົ້າໄປໄດ້ແລ້ວ.

ລາຍລະອຽດນ້ອຍ, ການອັບເກຣດທີ່ຍິ່ງໃຫຍ່

ພາບໃນເກມໄດ້ຮັບການປັບປຸງຢ່າງຫຼວງຫຼາຍ ເພື່ອສົ່ງເສີມປະສົບການການຕໍ່ສູ້ທີ່ມີຄວາມສົມຈິງເພີ່ມຂຶ້ນ. ເຮັດແນວໃດແດ່ໃນການປັບປຸງເພື່ອທ່ານເຊັ່ນວ່າ ອະນຸພາຄວັນລະເບີດ, ລະເບີດທາງອາກາດ, ປາກກະບອກປືນ ລວມທັງສຽງເສີມໃນການຕໍ່ສູ້ພຽງພໍແລ້ວບໍ? ພຽງພໍແລ້ວ, ໃນການອັບເກຣດສະພາບແວດລ້ອມເພີ່ມເຕີມທີ່  ໜ້າພໍໃຈ. ລະບົບແສງໄດ້ຮັບການປັບປຸງຢ່າງຫຼວງຫຼາຍ ເພື່ອສະທ້ອງແສງທ້ອງຟ້າ, ພູມີປະເພດ, ສຽງນ້ຳໄຫຼ ແລະ ຕົ້ນໄມ້ທີ່ສີຂຽວສົມຈິງເພີ່ມຂຶ້ນ.

UX ໃໝ່

PUBG New Era

ປະສົບການຂອງຜູ້ໃຊ້ໄດ້ຮັບການປ່ຽນແປງໃໝ່ ທັງໝົດ ລວມທັງຫ້ອງເກມເຊິ່ງຕອນນີ້ ມີການຄວບຄຸມປັບປຸງຄຸນສົມບັດ ແລະ ສະແດງຜົນຄວາມສຳຄັນທາງຄຸນລັກສະນະ. ໃນຕອນນີມີຄວາມກະທັດຮັດຫຼາຍຂຶ້ນ ແລະ ມີປະສົບການຄວບຄຸມການໃຊ້ງານທີ່ງ່າຍຂຶ້ນ. ນອກຈາກນີ້ທ່ານຍັງຈະສັງເກດເຫັນວ່າໃນເກມ, ສັງຄົມ ແລະ ການຊື້ ຖືກແຍກອອກເປັນ 3 ຊ່ວງເພື່ອໃຫ້ຜູ້ຫຼີ້ນເຂົ້າເຖິງໄດ້ຢ່າງບໍ່ຫຍຸ້ງຍາກ ແລະ ຄົ້ນຫາສິ່ງທີ່ຕ້ອງການໄດ້ຢ່າງໄວວາ.

Royale Pass ຕອນ 15

ຮູບແບບໃໝ່, ລາງວັນໃໝ່! ກຽມຕົວໃຫ້ພ້ອມສຳລັບຮູບແບບການຫຼີ້ນເກມ Beyond A.C.E. ກິດຈະກຳນີ້ແມ່ນເອົາຜູ້ຫຼີ້ນມາລວມຕົວກັນທີ່ Energy Tower ອັນລຶກລັບເພື່ອແລກສະບຽງ ໂດຍເຮັດຕາມຂໍ້ກຳນົດການຕໍ່ສູ້ສະເພາະ. ເຂົ້າສູ່ຮູບແບບນີ້ລະຫວ່າງການຈັບຄູ່ Erangel ທີ່ມີຢູ່ໃນຮູບແບບ ຄາສຊິກ.

ອັບເດດດຽວນີ້, ໄດ້ຮັບລາງວັນ

ອັບເດດໃໝ່ແນວໃດທີ່ບໍ່ມີໂອນັດ? ຜູ້ຫຼີ້ນທີ່ອັດເດດເກມຕັ້ງແຕ່ທີ 8 ຫາ 13 ກັນຍາ ຈະໄດ້ຮັບລາງວັນສຸດຄັກລວມ 2888 BP, 100 AG ແລະ ກະເປົ໋າເປ້ Red Racecar Knight Backpack (3D)

ສຳລັບ patch note ສະບັບສົມບູນ, ກະລຸນາເຂົ້າເບິ່ງທີ່ເວັບໄຊ official PUBG Mobile.

ຕ້ອງການລະຫັດແລກ PUBG Mobile UC ຂອງທ່ານຫຼືບໍ່? ຕື່ມເງິນໃນ PUBG ທີ່ Codashop ເພື່ອຕື່ມເງິນ #BetterFasterSafer ແລະ ທາງເລືອກການຊຳລະເງິນທີ່ສະດວກສະບາຍ

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here