ຄູ່ມືສະບັບສົມບູນສຳລັບການເປັນສະມາຊິກ Starlight ຂອງ Mobile Legends

0
664

ສະມາຊິກ Starlight ຂອງ Mobile Legends ເປັນລະບົບສະໝັກສະມາຊິກລາຍເດືອນ ເຊິ່ງຜູ້ຫຼີ້ນຈະຮັບລາງວັນຕາມອັນດັບ ແລະ ສິດທິພິເສດທີ່ໜ້າຕື່ນເຕັ້ນອື່ນໆ

ຜູ້ຫຼີ້ນທີ່ສະໝັກເປັນເວລາໜຶ່ງເດືອນຈະໄດ້ຮັບສະກິນ ຖາວອນຊຸດພິເສດທັນທີ, ລວມທັງປົດລອັກລາງວັນຂັ້ນສູງ.

Starlight Membership

ເມື່ອທ່ານເປີດໜ້າຕ່າງຂອງ Starlight ໃນ Mobile Legends, ທ່ານຈະເຫັນສອງແຖວ, Free ແລະ Advanced. ຜູ້ຫຼີ້ນທຸກຄົນມີສິດໄດ້ຮັບລາງວັນທັງໝົດໃນແຖວ Free ດຽວນີ້, ໃນຂະນະທີ່ແຖວ Advanced ມີໄວ້ສຳລັບສະມາຊິກ Starlight ແລະ Starlight Plus.

ຜົນປະໂຫຍດຂອງສະມາຊິກ Starlight

ນອກເໜືອຈາກສະກິນຖາວອນ ພິເສດຂອງ Starlight, ແລ້ວຍັງມີສິດທິພິເສດອີກຫຼາຍຢ່າງໃນການເປັນສະມາຊິກ Starlight

  • ເຂົ້າເຖິງຮີໂຣ່ 6 ຕົວ ລາຍອາທິດ
  • ຂະຫຍາຍຂີດຈຳກັດເພື່ອນໃນເກມ (ຫຼາຍກວ່າ 200)
  • ເຂົ້າເຖິງ ຊຸດສະກິນ 6 ຕົວ ລາຍອາທິດ
  • ເພີ່ມ 10% EXP ສຳລັບທຸກໆການແຂ່ງຂັນ.
  • ຂອບເຂດ ອາວະຕາພິເສດ (31 ວັນ)
  • ໂປຣຟາຍ Starlight ພິເສດ
  • ເພີ່ມ 10 ຄະແນນ ປ້ອງກັນຕົວ ເມື່ອຫຼຸດແຣັງໃນການຕໍ່ສູ້
  • Chat Frame ແລະ ອາລົມການຕໍ່ສູ້ພິເສດຂອງ Starlight
  • ການແຈ້ງເຕືອນການຈຳກັດສະເພາະ Starlight, ເອັຟເຟັກການຟື້ນຄືນ ແລະ ເອັຟເຟັກການກຳເນີດ
  • ເພຈ ພອນສະຫວັນຂອງ Starlight
  • ເພີ່ມ 30% ຄະແນນຄວາມຊ່ຽວຊານ ສຳລັບທຸກໆການແຂ່ງຂັນ.
  • ເພີ່ມ 5% BP ສຳລັບທຸກການແຂ່ງຂັນ
  • ຣີເຟສ Mysterious Shop ຟຣີ ໜຶ່ງຄັ້ງ
  • ເຂົ້າສູ່ລະບົບ ສຳລັບ ມື້ກ່ອນໃນ ກິດຈະກຳ “7-ວັນເຂົ້າສູ່ລະບົບ”

ທ່ານສາມາດກວດເບິ່ງສິດທິພິເສດຂອງສະມາຊິກໃນ Starlight ໂດຍຄລິກທີ່ Starlight, ຫຼັງຈາກນັ້ນເລືອກແຖບ Privileges.

Starlight Privileges

ເພື່ອກວດສອບຄວາມຄືບໜ້າຂອງທ່ານ, ຄລິກທີ່ແຖບ Tasks. ເຮັດພາລະກິດຕໍ່ໄປນີ້ໃຫ້ສຳເລັດເພື່ອຮັບຄະແນນ Starlight.

Starlight Tasks

ສຳລັບທຸກໆສ່ວນຂອງ Starlight Magic Fragment, ພອຍ ແລະ ຫຼຽນ ທີ່ໄດ້ຮັບ, ທ່ານສາມາດແລກປ່ຽນເປັນລາງວັນທີ່ຍອດຢ້ຽມໄດ້ໃນ Starlight Shop.

Starlight Shop

ສະມາຊິກ Starlight VS ສະມາຊິກ Starlight Plus

ຄວາມແຕກຕ່າງລະຫວ່າງສະມາຊິກ Starlight ແລະ ສະມາຊິກ Starlight Plus ແມ່ນຂ້ອນຂ້າງເຂົ້າໃນໄດ້ງ່າຍ. ສຳລັບສະມາຊິກ Starlight ທ່ານໄດ້ຮັບລາງວັນມູນຄ່າ 2800ເພັດ. ສຳລັບສະມາຊິກ Starlight Plus, ລາງວັນທັງໝົດມີມູນຄ່າ 6000 ເພັດ. ມັນຍັງຊ່ວຍໃຫ້ທ່ານສາມາດຈັດລະດັບຂອງທ່ານຜ່ານ Starlight ໄດ້ 29 ລະດັບ (ມີມູນຄ່າ 2,900 ເພັດ) ແລະ ຮຽກຂໍພອຍ Starlight ໃນລາງວັນທັງສອງຢ່າງທັນທີ.

Starlight Member & Starlight Member Plus

ການເປັນສະມາຊິກ Starlight ຄຸ້ມຄ່າກັບເງິນຂອງທ່ານ ຫຼື ບໍ່?

ຄຸ້ມ!! ໂດຍລວມແມ່ນດີຫຼາຍ. ຖ້າເປົ້າໝາຍ ຂອງທ່ານແມ່ນຄອງຄອຍການຄອບຄອງສະກິນໃໝ່, ການເປັນສະມາຊິກແມ່ນຕອບໂຈດທັນທີ. ສະກິນພິເສດຖາວອນສ້າງ ປະໂຫຍດດ້ານ ການເບິ່ງເຫັນຊ່ວຍ ເພີ່ມການຫຼີ້ນເກມ, ລວມທັງຜົນທາງດ້ານສີມືໃໝ່ ບວກກັບປັດໄຈທີ່ມີຄວາມເປັນຕາໜ້າຢ້ານກົວ. ບັນດາລວດລາຍແມ່ນປະດັບປະດາໄດ້ດີ; ຈາກແຟຊັ່ນຍຸກສະໃໝ, ຊຸດເຄື່ອງແຕ່ງກາຍທີ່ມີຄວາມຈີດຈາດຈົນເຖິງຊຸດທີ່ມີແຮງບັນດານໃຈ. ບໍ່ຕ້ອງເວົ້າເຖິງສິດທິໃນການໂອ້ອວດເມື່ອທ່ານປັບຮູບແບບການແຕ່ງກາຍໃໝ່ໃນການຕໍ່ສູ້.

ນັກສະສົມຊຸດສະກິນ ດ້ວຍເຫດຜົນທາງດ້ານຄວາມສວຍງາມ ແລະ ບໍ່ຢາກພາດໂອກາດຊຸດພິເສດໃນ Starlight. ນອກຈາກນີ້, ຄ່າໃຊ້ຈ່າຍໃນການເລືອກ ສະກິນຊັ້ນຢ້ຽມຈາກຮ້ານຄ້າ ກໍ່ໃກ້ຄຽງກັນກັບທ່ານໄດ້ຮັບຈາກ Starlight ເປັນປົກະຕິ, ແລ້ວເປັນຫຍັງລະທ່ານຈຶ່ງບໍ່ເລືອກທີ່ຈະຮັບລາງວັນຢ່າງຫຼວງຫຼາຍ?

ໃນຖານະເປັນເພື່ອນກັນ ທ່ານຄວນຄິດວ່າ: “ຂ້ອຍບໍ່ສົນໃຈວ່າຈະຖືກຂ້າອີກຈັກຄັ້ງ. ຕາບໃດທີ່ຂ້ອຍຍັງເບິ່ງຄືເທ່, ຂ້ອຍກໍ່ຮູ້ສຶກວ່າຍັງເຈັ໋ງຢູ່!

ຄະແນນການປ້ອງກັນດາວຊ່ວຍໃນການຈັດແຣັງຂອງເກມ. ຊ່ວຍປະຢັດດາວເມື່ອທ່ານຜ່ານແພ້ ແລະ ພິສູດໄດ້ວ່າມີຄວາມສຳຄັນເມື່ອທ່ານຂື້ນແຣັງໄປສູ່ລະດັບ Mythic tier. ທຸກຄົນຊັງການສູນເສຍ; ມັນຮ້າຍແຮງ, ນັ້ນຄືການສູນເສຍໜຶ່ງ ຫຼື ສອງດາວ BP ເພິ່ມເຕີມເປັນຕົວເລັ່ງເມື່ອທ່ານຕ້ອງການຊື້ຮີໂຣໃໝ່ ຫຼື ອັບເກຣດກາສັນຍາລັກ. ສ່ວນເສີມອືນໆ ຊ່ວຍໃຫ້ທ່ານເຂົ້າເຖິງທ່າແຮງສູງສຸດຂອງຮີໂຣ່ຂອງທ່ານ-ຜູ້ສັງຫານທີ່ມີປະສິດພາບສູງສຸດ, ຫຼື ຮີ່ໂຣສະໜັບສະໜຸນທີ່ສະໝ່ຳສະເໝີ.

ໃນຖານະເປັນຜູ້ຫຼີ້ນ, ພວກເຮົາຮັກຕົວລະຄອນທີ່ຈະກ້າວໄປອີກລະດັບ, ແລະ ສິດທິພິເສດຂອງ Starlight ຈະຊ່ວຍໃຫ້ບັນລຸເປົ້້າໝາຍນັ້ນ. ມີຂໍ້ສະເໜີໃນເກມທີ່ນ້ອຍກວ່າ ແລະ ຖືກກວ່າ ແຕ່ຜົນຂອງມັນຈະສັ້ນ ແລະ ຊົ່ວຄາວເມື່ອທຽບກັບລາງວັນຕໍ່ເນື່ອງ 31 ວັນ.

ຖ້າຕ້ອງປິດ, ໃຫ້ແນມຈາກມຸມທີ່ກວ້າງຂື້ນ, ການເປັນສະມາຊິກຊ່ວຍໃຫ້ມີການອັບເດດເກມ: ຮີໂຣ່ໃໝ່, ສະກິນໃໝ່, ກິດຈະກຳໃໝ່. ມັນຈະສະໜັບສະໜຸນນັກພັດທະນາໃຫ້ເຮັດວຽກໜັກຂຶ້ນເພື່ອເນື້ອໃນທີ່ໃໝ່ກວ່າ. ສິ່ງນີ້ຊ່ວຍໃຫ້ເກມມີຊີວິດຊີວາຫຼາຍຂຶ້ນ ແລະ ມີທ່າອ່ຽງທີ່ຜູ້ໃຊ້ມັກ.

ສະມາຊິກ Starlight ແມ່ນຖາວອນບໍ?

ສະມາຊິກ Starlight ແມ່ນການສະໝັກລາຍເດືອນ, ດັ່ງນັ້ນ ທ່ານຕ້ອງຕໍ່ອາຍຸເພື່ອຮັບສິດທິພິເສດລະດັບພີມຽມຕໍ່ໄປ. ໃນທາງກົງກັນຂ້າມ, Starlight ສຸດພິເສດຈະພ້ອມໃຊ້ງານຢ່າງຖາວອນໃນບັນຊີຂອງທ່ານ.

ເຮັດແນວໃດຈຶ່ງຈະເປັນສະມາຊິກ Starlight ໃນ Mobile Legends?

ຂັ້ນຕອນທີ 1. ໄປທີ່ Codashop’s Mobile Legends’ Starlight Member page

ຂັ້ນຕອນທີ 2. ປ້ອນ ID ຂອງ Mobile Legends ຂອງທ່ານ.

ຂັ້ນຕອນທີ 3. ເລືອກສະມາຊິກ Starlight ທີ່ທ່ານຕ້ອງການ

ຂັ້ນຕອນທີ 4. ເລືອກວິທີການຈ່າຍທີ່ທ່ານຕ້ອງການ

ຂັ້ນຕອນທີ 5. ກວດສອບການຈ່າຍ ແລະ ຄລິກທີ່ ປຸ່ມ “ຊື້ດຽວນີ້” ເມື່ອທ່ານພ້ອມ.

ຂັ້ນຕອນທີ 6. ສຳເລັດການຈ່າຍດ້ວຍການເພິ່ມຂໍ້ມູນການຈ່າຍຂອງທ່ານ, ແລະ ທ່ານເຮັດສຳເລັດ

ຖ້າທ່ານມີຄຳຖາມເພີ່ມເຕີມທີ່ບໍ່ໄດ້ກ່າວເຖິງໃນບລັອກໂພສນີ້, ຢ່າລັງເລໃຈທີ່ຈະສະແດງຄວາມຄິດເຫັນ ແລະ ຊຸມຊົນ ຂອງ Coda ຍິນດີທີ່ຊ່ວຍເຫຼືອທ່ານ.

ຂໍໃຫ້ທ່ານມ່ວນຊື່ນກັບເກມ!

 

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here