CGS Laos 03, 2021, ຊິງເງິນລາງວັນ 2,000,000 ກີບມາແລ້ວ!!

0
746

LA-CGS-March_Register_1280x720

ກັບມາອີກຄັ້ງຕາມຄຳຂໍ!! ຄໍເກມ Mobile Legends Bang Bang ກຽມຕົວໃຫ້ພ້ອມສຳລັບສົງຄາມຄັ້ງໃໝ່ Codashop Global Series ຊີຊັ່ນທີ 07 ປະຈຳເດືອນ 03/2021.

ພວກເຮົາຮູ້ດີວ່າຊຸມຊົນ E-Sport ມີຄວາມສຳຄັນຫຼາຍຕໍ່ກັບພວກເຮົາ ແລະ ລູກຄ້າຂອງພວກເຮົາທຸກທ່ານກໍ່ຄືບຸກຄົນຄັນຂອງພວກເຮົາ ເພື່ອເອົາໃຈບັນດາລູກຄ້າຂອງ Codashop ແລະ ແນ່ໃສ່ຄຳຮຽກຮ້ອງໃຫ້ມີ Codashop Global Series Laos, ຫາກທ່ານມີທິມທີ່ສຸດຍອດແລະມີສີມືໃນການຫຼີ້ນ Mobile Legends Bang Bang, ຢ່າລັງເລທີ່ຈະເຂົ້າຮ່ວມສົງຄາມສຸດເດືອດທີ່ Codashop ຈັດຂື້ນສຳລັບເດືອນ ມີນາ 2021 ເພື່ອຊິງເງິນລາງວັນສູງເຖິງ 2,000,000 ກີບ.

ເປັນຫຍັງຕ້ອງເຂົ້າຮ່ວມກິດຈະກຳ Codashop Global Series 2021

  • ເພື່ອເຂົ້າຮ່ວມກິດຈະກຳໃນຄັ້ງນີ້ ທ່ານແລະສະມາຊິກໃນທິມບໍ່ຈຳເປັນຕ້ອງກັງວົນເລື່ອງສະຖານທີ່ການແຂ່ງຂັນເນື່ອງຈາກເປັນການແຂ່ງ Online ແລະ ບໍ່ຈຳເປັນຕ້ອງເສຍເງີນຄ່າສະໜັກໃດໆພຽງແຕ່ທ່ານມີທິມຄົບ 5 ຄົນ (ສາມາດມີຕົວສຳຮອງເພີ່ມ 1 ຄົນ) ທີ່ເປັນຄົນລາວອາຍຸ 16 ປີຂື້ນໄປທ່ານກໍ່ສາມາດລົງທະບຽນເຂົ້າແຂ່ງຂັນຊິງແຊັມໄດ້ທັນທີ. 
  • ທ່ານບໍ່ຈຳເປັນຕ້ອງກັງວົນເລື່ອງໄລຍະເວລາຂອງກິດວ່າຈະະກຳສົ່ງຜົນກະທົບເຖິງວຽກປະຈຳ ຫຼື ໜ້າທີ່ອື່ນໆຂອງທ່ານ ເນື່ອງຈາກການແຂ່ງຂັນໃຊ້ເວລາພຽງແຕ່ 1ວັນ ໃນວັນຫຍຸດທ້າຍອາທິດ ເພື່ອຊອກຫາທິມທີ່ເກັ່ງທີ່ສຸດ ແລະ ຮອງຜູ້ຊະນະພ້ອມຮັບເງີນລາງວັນສຸດພິເສດຈາກ Codashop.“ພຽງມື້ດຽວເທົ່ານັ້ນທ່ານກໍ່ສາມາດການເປັນຜູ້ຊະຊະແລະເປັນເຈົ້າຂອງເງີນລາງວັນປະຈຳເດືອນ 03/2021”.
  • ຫຼັງຈາກໄດ້ຮັບໄຊຊະນະຈາກກິດຈະກຳນີ້ແລ້ວ ທິມຂອງທ່ານຈະບໍ່ມີສັນຍາຜູກມັດໃດໆ ທ່ານຍັງສາມາດເຂົ້າຮ່ວມງານແຂ່ງຂັນຫຼືກິດຈະກຳອື່ນໆໄດ້ປົກກະຕິ.

ເງິນລາງວັນ

ສຳລັບຂອງລາງວັນ ທິມຊະນະເລີດແລະຮອງຊະນະເລີດຈະໄດ້ຮັບເງິນລາງວັນລວມທັງໝົດ 2,000,000ກີບ ແລະ ຍັງມີຂອງລາງວັນພິເສດອື່ນໆອີກຫຼາກຫຼາຍໃນລະຫວ່າງການແຂ່ງຂັນ. ຍັງບໍ່ພໍເທົ່ານັ້ນ ທ່ານຜູ້ຊົມທີ່ເຂົ້າຮ່ວມຊົມການແຂ່ງຮອບ Semi Final ແລະ Gand Final ຜ່ານທາງໄລຝສົດຂອງ Codashop Facebook Page ຍັງມິສິດລຸ້ນຮັບເພັດ Mobile Legends Bang Bang ຫຼາຍກວ່າ 500,000 ກີບ.

ວັນແລະເວລາ
ທ່ານສາມາດເບິ່ງລາຍລະອຽກກ່ຽວກັບວັນແລະເວລາກິດຈະກຳໄດ້ດັ່ງນີ້

  • ເປີດໃຫ້ລົງທະບຽນວັນທີ 14-17/03/2021 ດ້ວຍລະບົບ Battlefy ຜ່ານເພຈ Codashop.
  • ເລິ່ມແຂ່ງຂັນວັນທີ 20/03/2021 ເວລາ 10:00 AM. (Online, ແຂ່ງພາຍໃນມື້ດຽວ)
  • ການແຂ່ງຂັນຂອງ 4 ທີມສຸດທ້າຍຈະຖືກຖ່າຍທອດສົດຜ່ານ ເພຈ Codashop Laos.
  • ເງີນລາງວັນລວມຫຼາຍກວ່າ 2,000,000 ກີບ.

ການລົງທະບຽນ
ທ່ານສາມາດລົງທະບຽນຜ່ານລະບົບ Battlefy ໄດ້  >>>ທີ່ນີ້<<<
ຫາກທ່ານບໍ່ຮູ້ວິທີ ຫຼື ບໍ່ໜັ້ນໃຈໃນຂັ້ນຕອນການສະໝັກ ທ່ານສາມາດເບີ່ງວິທີ່ສະໝັກໄດ້  >>>ທີ່ນີ້<<<

ຂໍ້ມູນເພີ່ມເຕີມ

  • ວັນແຂ່ງຂັນ: 20/03/2021
    • ສະຖານທີ່: Online Tournaments (ແຂ່ງອອນໄລ ສາມາດເຂົ້າຮ່ວມໄດ້ຈາກທຸກສະຖານທີ່ໃນລາວ)
    • ເວລາ:
      • ນັກແຂ່ງ Check-in ເວລາ – 09.00 am 
      • ເລີ່ມແຂ່ງ 10.00 am 
      • ໄດ້ທີມເຂົ້າຮອບ Semi-Final ເວລາ 02.00 pm 
      • ແຂ່ງຂັນຮອບ 4 ທີມເວລາ – 06.00 pm 
    • ຮູບແບບ Bracket ການແຂ່ງຂັນ
      • Single Elimination Format
      • MOBAs – Best of 1 ສຳລັບທຸກຮອບ ຍົກເວັນ  Grand Finals ແມ່ນ Best of 3
      • Battle Royales – 5 ແຜນທີ່ທີ່ດີທີ່ສຸດໂດຍອີງໃສ່ລະບົບການໃຫ້ຄະແນນຈາກກົດລະບຽບການແຂ່ງຂັນຂອຜູ້ເຜີຍແຜ່ເກມ.
  • ການຖ່າຍທອດສົດ
      • ຖ່າຍທອດສົດສຳລັບ Semifinals ແລະ Grand Finals
      • ການສ້າງຜູ້ຊົມທາງອິນເຕີເນັດ
  • Prizes
    • 1st Place – 1300,000ກີບ.
    • 2nd Place – 700,000 ກີບ.

ເພື່ອກຽມພ້ອມທີມຂອງທ່ານ, ຢ່າລືມເຕີມເກມທີ່ https://www.codashop.com/la/ ແລ້ວເຂົ້າສູ້ສະໜາມຮົບດ້ວຍສະກິນສຸດເທ້ເດີ!!

Codashop ສະດວກ, ວ່ອງໄວ, ປອດໄພ, ແລະ ເຊື່ອຖືໄດ້.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here