MLBB Versus: ສອງຮີໂຣ, ສອງສະຕາຍໃນການຕໍ່ສູ້ທີ່ຄ້າຍກັນ. ໃຜຈະຊະນະໃນການປະທະຕົວຈິງ?

0
235

Paquito brawling ປະທະ Chou. ການຊົກກັນຢ່າງດຸເດືອດລະຫວ່າງ Badang ແລະ Masha. ການຕໍ່ສູ້ແບບບໍ່ເຫຼືອຮ່ອງຮອຍລະຫວ່າງ Benedetta ແລະ Natalia. ການຕໍ່ສູ້ຂອງນັກຂ້າຫຼໍ່ Gusion ແລະ Lancelot. ທ່ານຄິດວ່າໃຜມີຄວາມໄດ້ປຽບ ຖ້າພວກເຂົາໃຊ້ທັກສະທີ່ແທ້ຈິງ? ເຮົາໃຫ້ເວລາກັບການປຽບທຽນນີ້ເພື່ອເບິ່ງວ່າໃຜຈະເປັນຜູ້ນຳໃນ W.

Chou vs. Paquito

Chou vs. Paquito

ໜຸ່ມກັງຟູ ປະທະກັບ ໝັດສະຫວັນ. ຖ້າຫາກທ່ານນຳນັກສູ້ທັງສອງຄົນນີ້ມາຕໍ່ສູ້ກັນ, ມັນຈະເປັນເທສະການໝັດຄັ້ງສຳຄັນ. Chou ໄດ້ຮັບນາມມະຍົດວ່າ ເປັນໜຶ່ງໃນນັກສູ້ທີ່ແຂງແກ່ນທີ່ສຸດໃນເກມນີ້. ລາວຍັງມີຄວາມຄ່ອງແຄ້ວທີ່ຍອດຢ້ຽມ ແລະ ລາວໃຊ້ສິ່ງນີ້ເພື່ອດຳເນີນການຜະສົມຜະສານກັບກັງຟູທີ່ຮ້າຍແຮງ. ລາວຜະສົມຜະສານຄວາມໂຫດຫ້ຽມເຂົ້າກັບໝັດ ແລະ ການເຕະຮອບດ້ານ. ການຝືກຊ້ອມພາຍໃຕ້ພະທີ່ລຶກລັບ, ລາວຍັງມີການຮັກສາຕົວທີ່ດີ ເພື່ອຊ່ວຍໃຫ້ລາວລອດຈາກການໂຈມຕີ.

ໃນທາງກົງກັນຂ້າມ, Paquito ເປັນນັກມວຍຕົວເຕັງທີ່ສາມາດສ້າງຄວາມເສຍຫາຍໄດ້. ລາວຈະແລກໝັດເປັນກຳປັ້ນເຊີ່ງບົ່ງບອກວ່າ ລາວມີຄວາມທົນທານຢ່າງທີ່ສຸດໃນການຮັບແຮງອັດ. ລາວມີທ່າຊົກມວຍເຊັ່ນ: ກະທຸ້ງໝັດພະລັງ, ແລະ ສອກທີ່ສາມາດເອົາຊະນະຄູ່ຕໍ່ສູ້ທີ່ຢູ່ຂ້າງໜ້າໄດ້ຢ່າງງ່າຍດາຍ. ລາວສາມາດໂດດໄປຕໍ່ສູ້ ແລະ ໂຈມຕີສັດຕູຢ່າງໜ້າຕົກໃຈ ແລະ ປະທະຈົນລົງກັບພື້ນ.

ນີ້ຄືການຕໍ່ສູ້ທີ່ໃກ້ຊິດ! ແຕ່ເຮົາຄິດວ່າ Chou ຈະໄດ້ຮັບໄຊຊະນະເນື່ອງຈາກຄວາມໄວ ແລະ ຄວາມເກັ່ງກາດຂອງລາວ. ໃນເວລາດຽວກັນ Paquito ອັດແໜ້ນໄປດ້ວຍພະລັງໝັດ, ການເຂົ້າປະທະກັບນັກຮົບທີ່ວ່ອງໄວ ແບບ Chou ຈະເປັນປັດໃຈໃນກັນຕັດສິນໃຈ. ຄູ່ຕໍ່ສູ້ຂອງ Chou ມັກຈະບໍ່ສາມາດເຂົ້າໃຈການເຄື່ອນໄຫວທີ່ຫຼາກຫຼາຍຂອງລາວໄດ້. ຖ້າ Paquito ສາມາດຄາດເດົາການເຄື່ອນໄຫວຄັ້ງຕໍ່ໄປຂອງ Chou ໄດ້ແບບຊັດເຈນ, ລາວອາດມີໂອກາດເມື່ອລະຄັງສຸດທ້າຍດັງຂຶ້ນ.

ຄະແນນສຸດທ້າຍ (ຈາກ 5 ຄະແນນ): Chou 3 | Paquito 2

Badang vs. Masha

ຖ້າຫາກທ່ານດຶງພາກເຂົາໄປຍັງສັງວຽນ, ການຕໍ່ສູ້ຂອງເພດນີ້ເປັນໄປຢ່າງຍຸດຕິທຳ ແລະ ເທົ່າທຽມກັນ. ນັກສູ້ທັງສອງມີໝັດອັນຍິ່ງໃຫຍ່ທີ່ພວກເຂົາໃຊ້ໃນການຕໍ່ສູ້. ໝັດອັນຍິ່ງໃຫຍ່ຂອງ Badang ເປັນພະລັງທີ່ໄດ້ຄິດເຖິງ, ໃນເວລາທີ່ລາວສາມາດລວບລວມພະລັງໄດ້ທັງໝົດໄວ້ໃນກຳມືທັງສອງຂ້າງ ເພື່ອສົ່ງພະລັງອັນຍິ່ງໃຫຍ່ນີ້ຢ່າງດຽວ. ລາວສາມາດເຮັດໃຫ້ຝ່າຍກົງກັນຂ້າມລົ້ມລົງໄດ້ເທື່ອລະຄົນ, Badang ເປັນຜູ້ທີ່ມີພະລັງທີ່ໜ້າຢ້ານກົວ ແຕ່ສາມາດຫຼົບໜີໄດ້ ຫາກທ່ານແລ່ນຢ່າງສະຫຼາດ.

ໃນເວລາດຽວກັນນີ້, ຜູ້ຍິງທີ່ບ້າບິ່ນແບບ Masha ກໍ່ບໍ່ຄວນພາດ ລາວໄດ້ຮັບການເສີມສ້າງດ້ວຍພະລັງບູຮານ ແລະ ພະລັງປ່າ. ທັງສອງໄດ້ເພີ່ມພະລັງຄວາມແຂງແຮງ ແລະ ຄວາມໄວໃນການເຄື່ອນທີ່ຂອງລາວ. ລາວຍັງບໍ່ເມື່່ອຍງ່າຍ. ເມື່ອລາວໄດ້ຮັບເລເວວແລະຕຳແໜ່ງທີ່ຖືກຕ້ອງ, ລາວຈະບໍ່ຢຸດການໂຈມຕີທີ່ແນ່ນອນຂອງລາວ.​ ນີ້ແມ່ນການລວມພະລັງທີ່ຮ້າຍແຮງຖ້າທ່ານຖາມເຮົາ.

ການຕໍ່ສູ້ຄັ້ງນີ້ຂ້ອນຂ້າງຍາກທີ່ຈະຕັດສິນ. ແຕ່ພວກເຮົາຮູ້ສຶກວ່າ Masha ໄດ້ປຽບດ້ວຍຄວາມແຂງແຮງ ແລະ ຄວາມໄວຂອງລາວ ແລະຍັງເປັນບັນຫາສອງຊັ້ນສຳລັບ Badang ນັກຮົບຜູ້ສູງສັກ. ການຕໍ່ສູ້ຂອງພວກເຂົາຈະໄດ້ໄປໄກ ແຕ່ເນື່ອງຈາກ Masha ມີ HP ພິເສດ, ລາວຈຶ່ງອາດຫຼຸດພົ້ນຈາກການ ໂຈມຕີຂອງ Badang ໄດ້.

ຄະແນນສຸດທ້າຍ (ຈາກ 5 ຄະແນນ): Masha 3 | Badang 2

Benedetta vs. Natalia

ສົມມຸດວ່າເຮົານຳເອົາມືສັງຫານຈອມເລ່ທັງສອງນີ້ໄປໄວ້ໃນຮ່ອມມືດເພື່ອສັງຫານໂຫດມັນຈະຕ້ອງດັງກ້ອງໄປດ້ວຍຄວາມສະຫຼາດ ແລະ ຄວາມໂຫດຫ້ຽມຢ່າງແນ່ນອນ! ຜູ້ຍິງເຫຼົ່ານີ້ພຽບພ້ອມໄປດ້ວຍທັກສະນັກຂ້າເພື່ອດຳເນີນແຜນການລອບສັງຫານ. Benedetta, Shadow Ranger, ມີແຮງຈູງໃຈທີ່ປູກຝັງໄວ້ຢ່າງເລິກເຊິ່ງຂອງລາວ, ດັ່ງນັ້ນ ຄາດຫວັງວ່າ ສິ່ງນັ້ນຈະເຮັດໃຫ້ລາວລຸກເປັນໄຟ ແລະ ມອບທຸກໆສິ່ງທີ່ລາວມີ. ໃນຖານະນັກດາບຂັ້ນອາຈານ, ທັກສະການເສືອນຄົມຂອງລາວລ້ວນສຽບຄົມຂຶ້ນ, ລາວເປັນຄົນທີ່ອັນຕະລາຍຫຼາຍໃນເງົາມືດ, ໂດຍໃຊ້ມັນເພື່ອປະໂຫຍດຂອງລາວໃນການໂຈມຕີ. ຍິ່ງໄປກວ່ານັ້ນ ລາວປົກປ້ອງໄດ້ຫຼາຍ ແລະ ສາມາດຕອບໂຕ້ໄດ້ຢ່າງແນ່ນອນ ດ້ວຍການໂຈມຕີຂອງລາວເອງ.

ການປົກປິດເປັນຊື່ຂອງເກມສຳລັບ Natalia. ລາວສາມາດສ້າງຄວາມເສຍຫາຍໄດ້ຫຼາຍຂຶ້ນໂດຍການໂຈມຕີສັດຕູຈາກດ້ານຫຼັງ. ຄວາມຊ່ຽວຊານໃນການໃຊ້ລະເບີດຄວັນເພື່ອສ້າງຄວາມສັບສົນໃຫ້ກັບສັດຕູເປັນຕົວປ່ຽນເກມ, ເນື່ອງຈາກ ອາດຂັດຂວາງການແນມເຫັນ ແລະ ເຮັດໃຫ້ສັບສົນ.​Natalia ຍັງໃຊ້ທ່າໄມ້ຕາຍຂອງລາວຢ່າງເຕັມທີ່ ເພື່ອສົ່ງພະລັງສັງຫານດ້ວຍກົງເລັບຂອງລາວ.

ດ້ວຍຂໍ້ຈຳກັດທາງເນື້ອທີ່ (ການຕໍ່ສູ້ໃນຊ່ອງແຄບ), Benedetta ຈຶ່ງນຳສິ່ງນີ້ອອກຈາກກະບອກ. ວິທີການປາດ ແລະ ລູກເຕົ໋າທີ່ກົງໄປກົງມາຂອງລາວສາມາດຄອບງຳ Natalia, ເຊິ່ງໃນສ່ວນຂອງລາວອາດພົບວ່າ ມັນຍາກທີ່ຈະປັບຍຸດທະສາດການປົກປິດຂອງລາວພາຍໃນເນື້ອທີ່ຈຳກັດ. ເຖິງວ່າ, ການແຂ່ງຂັນໃນສະໜາມທີ່ໃຫຍ່ກວ່າ ແລະ ເປີດກວ້າງຈະເປັນເລື່ອງທີ່ແຕກຕ່າງ.

ຄະແນນສຸດທ້າຍ (ຈາກ 5 ຄະແນນ): Benedetta 4 | Natalia 1

Gusion vs. Lancelot

Gusion vs. Lancelot

ສຸດທ້າຍ ແຕ່ບໍ່ທ້າຍສຸດ ຄືການຕໍ່ສູ້ລະຫວ່າງ Gusion ແລະ Lancelot. ມາຕໍ່ສູ້ກັນໃນໂຮງຢິມມາດຕະຖານຂອງໂຮງຮຽນ. ເປັນຫຍັງ? ຖ້າມີ “dodge ball”, ສະແດງວ່າ ເຮົາມີເວີຊັນທີ່ເອີ້ນວ່າ “dodge blade”. ມັນເປັນການປະທະກັນຢ່າງສຸດຍອດຂອງຄວາມຄ່ອງໂຕ, ຄວາມໄວ ແລະ ທ່າມກາງການຕໍ່ສູ້! ຜູ້ຊະນະຈະເປັນຜູ້ທີ່ສາມາດຫຼົບໃບມີດ ແລະ ເສືອນໄດ້ຫຼາຍກວ່າ. Gusion ບໍ່ໄດ້ເປັນແຕ່ເຕັກນິກໃບມີດ ແລະ ທ່າຕໍ່ສູ້ທີ່ສະຫງ່າງາມເທົ່ານັ້ນ. ຈາກການ ຜະສົມຜະສານທີ່ົລົງຕົວລະຫວ່າງພະລັງ ແລະ ເວດມົນ, Gusion ຈຶ່ງຂ້ອນຂ້າງອັນຕະລາຍກັບ Holy Blade ຂອງລາວ. ລາວສາມາດຈູ່ໂຈມ ແລະ ແທງໃບມີດໂດຍກົງໄປຍັງຄູ່ຕໍ່ສູ້ໄດ້ທັນທີດ້ວຍຄວາມແມ່ນສູງ. ລາວເກັ່ງຫຼາຍຈົນທ່ານບໍ່ສາມາດພັກສາຍຕາໄດ້ເລີຍ ຫຼື ຖ້າພິບຕາກໍ່ຖືວ່າ ເກມຈົບລົງແລ້ວ.

ໃນຂະນະດຽວກັນ, Lancelot ເປັນພົນລະເມືອງຂອງເຮົາທີ່ມີໃບໜ້າງາມ ພ້ອມກັບສັນຊາດຕະຍານນັກຂ້າ matador ທີ່ໂຫດຫ້ຽມ. ນັກຂ້າຄົນນີ້ມີຄວາມຄ່ອງແຄ້ວຫຼາຍ ແລະ ສາມາດຫຼົບຫຼີກໂຈມຕີທີ່ສັບຊ້ອນໄດ້ຢ່າງງ່າຍດາຍ. ການຈັບເຂົາດ້ວຍ straight blows ຈະເປັນຄວາມາທ້າທາຍທີ່ຍິ່ງໃຫຍ່. ການໂຈມຕີດ້ວຍພະລັງແຮງຂອງລາວສາມາດເຈາະສັດຕູໃຫ້ຕາຍໄດ້, ເນື່ອງຈາກມັນຈູ່ໂຈມໂດຍທາງກົງ ແລະ ເຕັມໄປດ້ວຍຜົນກະທົບຕ່າງໆ. ລາວຍັງມີເຕັກນິກທີ່ໜ້າປະຫຼາດໃຈຫຼາຍເພື່ອຫຼອກລວງ ແລະ ສ້າງຄວາມເສຍຫາຍໃຫ້ກັບສຸດຕູຂອງລາວ.

ຂຶ້ນຢູ່ກັບຄວາມຄ່ອງຕົວ  ແລະ ທັກສະການຈັດການອາວຸດ, ພວກເຮົາໃຫ້ຄະແນນການຕໍ່ສູ້ຄັ້ງນີ້ສະເໝີ. Gusion ອາດໄດ້ປຽບໃນການໃຊ້ມີດຫຼາຍເຫຼັ້ມ ແຕ່ຄວາມຄ່ອງຕົວທີ່ເໜືອກວ່າຂອງ Lancelot ສາມາດຫຼົບການໂຈມຕີດັ່ງກ່າວໄດ້. ພວກເຂົາສາມາດເລືອກທີ່ຈະຕໍ່ສູ້ໃນໄລຍະທາງໄກ ທີ່ໂຮງຢິມ, ແຕ່ເຮົາທຸກຄົນຮູ້ດີວ່າ ນັ້ນເປັນຄວາມອ່ອນແອ.

ຄະແນນສຸດທ້າຍ (ຈາກ 5 ຄະແນນ): Tie (ແຕ່ລະ 2.5)

ຢ່າລືມຕື່ມເງິນໃນ Mobile Legends Diamonds ຂອງທ່ານທີ່ Codashop ເທົ່ານັ້ນ. ພວກເຮົາຮັບປະກັນການຕື່ມເງິນທີ່ໄວ ແລະ ສະດວກສະບາຍເພື່ອໃຫ້ທ່ານເພີດເພີນກັບປະສົບການຫຼີ້ນເກມທີ່ບໍ່ຫຍຸ້ງຍາກ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here