Codaplays: Women in Gaming ທຳຄວາມຮູ້ຈັກກັບສາວໆໃນວົງການເກມເມີເມືອງລາວ ແລະ ຮ່ວມຫຼີ້ນກິດຈະກຳລຸ້ນຮັບຂອງລາງວັນຫຼາຍກວ່າ 600,000 ກີບ

1
825

LA_Codaplays-IWD_1280x720

ທ່ານພ້ອມຫຼືຍັງສຳລັບການຕ້ອນຮັບເທດສະການວັນແມ່ຍິງສາກົນ!! ເພື່ອສະເຫຼີມສະຫຼອງເທດສະການດັ່ງກ່າວ  Codashop ເອົາໃຈສາວົກເກມເມີໂດຍການຈັບມືກັບບັນດາແຂກຮັບທີ່ຮ້ອນແຮງທີ່ສຸດຂະນະນີ້. ນອກຈາກການໂອ້ລົມກັນເຖິງທີ່ໄປທີ່ມາຂອງບັນດາສາວໆ ພວກເຮົາຍັງມີການຫຼີ້ນເກມ ແຈກຂອງລາງວັນ ທາຍໃຈແຂກຮັບເຊີນ ແລະ ກິດຈະກຳແຈກຂອງລາງວັນອື່ນໆໃນລາຍການເຊີ່ງມີມູນຄ່າຂອງລາງວັນລວມຫຼາຍກວ່າ  600,000 ກີບ.

ຢາກຮູ້ແລ້ວຫຼືຍັງວ່າແຂກຮັບເຊິີນພິເສດເຮົາມີໃຜແນ່, ມາຮ່ວມຮູ້ຈັກກັັນໄດ້ແລ້ວຕອນນີ້:

Tamon Sirivimon: ສາວນ້ອຍຄວາມສາມາດລົ້ນຕົວທີ່ທຸກຄົນອາດຈະເຄີຍເຫັນຫຼືຄຸ້ນໜ້າສຸດຕາກັນດີ ນາງເປັນທັງນັກຮ້ອງ, ຮັກສະແດງ, ນາງແບບ, ນັກກິລາ Karate ແລະ ທີ່ສຳຄັນເປັນພິທີກອນພາກສະໜາມຂອງການແຂ່ງ E-Sport ລະດັບຊາດທີ່ຫາກໍ່ຈົບໄປສົດໆຮ້ອນໆ. ຫາກຢາຮູ້ຄວາມລັບເບື້ອງຫຼັງສາວຄົນນີ້ ທ່ານຕ້ອງບໍ່ພາດລາຍການພິເສດຂອງເຮົາ.

Toukta Natthaly: ໃຜທີ່ເຄີຍຜ່ານການແຂ່ງຂັນໃນກິດຈະກຳ Codashop Global Series ອາດຈະເຄີຍໄດ້ລົມກັບເຈົ້າໜ້າທີ່ເວລາທີ່ Report ຄະແນນ. ແຕ່ທ່ານຮູ້ບໍ່ວ່າເຈົ້າໜ້າທີ່ທີ່ຊ່ວຍເຫຼືອແລະແກ້ໄຂບັນຫາໃຫ້ທ່ານຕະຫຼອດການແຂ່ງຂັນແມ່ນສາວຕຸກຕາເຮົານີ້ເອງ. ນອກຈາກນີ້ສາວຕຸກຕາຍັງຈະມາແຊຣປະສົບການທີ່ໜ້າສົນໃຈເຊັ່ນການເປັນທິມງານເບື້ອງຫຼັງ ການເປັນນັກກິລາ E-Spot ໃນລາຍການເຮົາຕື່ມອີກ.

LA_Codaplays-IWD_02-Toukta

Tookta Charawee: ອີກໜື່ງຄົນທີ່ຂາດບໍ່ໄດ້ແລະພູມໃຈນຳສະເໜີກໍ່ຄືສາວຕຸກຕາ ຈາລະວີ ສະຕຣີມເມີໜ້າໃໝ່ທີ່ຮ້ອນແຮງທີ່ສຸດປະຈຳຊ່ອງ STREAM ME. ນອກຈາກການເປັນນ້ອງໃໝ່ໃນວົງການສະຕຣີມເມີແລ້ວ ສາວຕຸກຕາຍັງເປັນນັກຮ້ອງ, ນັກສະແດງ, ແລະຄົນນ້າຮັກໄປພ້ອມໆກັນ. ງານນີ້ບອກໄວ້ກ່ອນວ່າມີ Surprise ຈາກແຂກຮັບເຊີນຄົນນີ້ແນ່ນອນ.

LA_Codaplays-IWD_02-Tookta

Mermaid (ຫຼື Nim Suvanly): ສາວເກັ່ງຄົນສຸດທ້າຍທີ່ບອກໄດ້ເລີຍວ່າບໍ່ທຳມະດາເນື່ອງຈາກນາງເປັນທັງ ນັກກິລາ E-Sport ເປັນແຄສເຕີ ແລະ ຍັງເປັນຜູ້ຢູ່ເບື້ອງຫຼັງຄວາມສຳເລັດຂອງທິມຊື່ດັງ ຫຼື ເປັນເມເນເຈີ ຂອງທີມນັກກິລາ E-Sport ຂອງທິມ Niightmare ທີ່ຫາກໍ່ໄດ້ແຊັມລະດັບຊາດໃນເດືອນທັນວາທີ່ຜ່ານມາ.

LA_Codaplays-IWD_02-Mermaid

ຢາກຮູ້ຈັກພວກເຂົາອີກບໍ່? ກຽມຄຳຖາມຂອງທ່ານໃຫ້ພ້ອມເພາະທາງເຮົາຈະເປີດໂອກາດໃຫ້ທ່ານໄດ້ຖາມຄຳຖາມແຂກຮັບເຊີນທຸກທ່ານ.

ນອກຈາກນັ້ນ, ທ່ານຍັງມີໂອກາດລຸ້ນຮັບຂອງລາງວັນຫຼາກຫຼາຍໂດຍການຮ່ວມຫຼີ້ນກິດຈະກຳກັບແຂກຮັບເຊີນມູນຄ່າລວມຫຼາຍກວ່າ 600,000ກີບ.

ວັນແລະເວລາ
ຢ່າລືມເດີ!! ເຮົາມີນັດກັບໃນວັນທີ 07/03/2021 ເວລາ 13:00 ຖ່າຍທອດສົດຜ່ານ Codashop.

ແລ້ວພົບກັນໄວໆນີ້.

ທ່ານສາມາດເຕີມເກມໄດ້ທີ່ https://www.codashop.com/la/ !!
Codashop ສະດວກ, ວ່ອງໄວ, ປອດໄພ, ແລະ ເຊື່ອຖືໄດ້.

BUY APP & GAME CREDITS ONLINE

1 COMMENT

LEAVE A REPLY

Please enter your comment!
Please enter your name here