ຄຳແນະນຳ MLBB Thamuz 2022: ການບິວ ແລະ ເຄັດລັບທີ່ດີທີ່ສຸດເພື່ອຊະນະ

0
99

ຜູ້ນຳນັກຮົບທີ່ໄດ້ຮັບການແຕ່ງຕັ້ງເປັນພິເສດຂອງ Abyss Legion, Thamuz ເປັນໜຶ່ງໃນຮີໂຣ່ນັກສູ້ແຖວໜ້າຂອງ Mobile Legends ໃນຕອນນີ້. Lord Lava ເປັນທີ່ຮູ້ຈັກໃນຜົນງານສະເໝີຕົ້ນສະເໝີປາຍຂອງລາວໃນເກມ, ເຮັດໃຫ້ລາວເປັນຕົວເລືອກສຳລັບນັກສູ້ໃນການຈັດອັນດັບໃນເກມ. Thamuz ມີທຸກຢ່າງທີ່ຜູ້ຫຼີ້ນສ່ວນຫຼາຍຕ້ອງການ, ນັບຕັ້ງແຕ່ເກມບຸກຈົນລວມໄປເຖິງຄວາມທົນທານ. ເມື່ອບໍ່ດົນມານີ້, Thamuz ຖືກຈັດໃຫ້ເປັນຕົວຫຼັກໃນການຮ່ວມມືເປັນສ່ວນໜຶ່ງຂອງກິດຈະກຳ Kung Fu Panda.

ວິທີການຊະນະໃນ MLBB ໂດຍການໃຊ້ Thamuz

MLBB Thamuz Profile

ສະກິວThamuz / ຄວາມສາມາດThamuz

Grand Lord Lava
© fandom.com

ທັກສະ passive ຂອງ Thamuz ຄືການໂຈມຕີດ້ວຍ ການໃຊ້ກ່ຽວ ເຊິ່ງຖີ້ມຜົນກະທົບທີ່ແຜດເຜົາໃຫ້ກັບສັດຕູທີ່ເປັນເປົ້າໝາຍ ແລະ ຈັດການກັບຄວາມເສຍຫາຍທາງກາຍະພາບຢ່າງຕໍ່ເນື່ອງ. ແນວໃດກໍ່ຕາມ, ກ່ຽວ ຄວນຖືກຢູ່ກັບ Thamuz, ຫຼື ບໍ່ດັ່ງນັ້ນເອັຟເຟັກການເຜົາໄໝ້ນີ້ຈະບໍ່ເຮັດວຽກ. ເມື່ອ Thamuz ບໍ່ມີ ກ່ຽວ, ອີກອັນໜຶ່ງ, ລາວຈະເພີ່ມຄວາມໄວການເຄື່ອນທີ່ອີກ 25%.

Molten Scythe
© fandom.com

Thamuz ແກວ່ງ ກ່ຽວ ໄປໃນທິດທາງໃດກໍ່ຕາມ, ແລະ ມັນຈະເລີ່ມເຄື່ອນທີ່ຊ້າລົງເມື່ອຖືກສັດຕູ ຫຼື ເດີນທາງໃນໄລຍະໄກ. ມັນສ້າງຄວາມເສຍຫາຍຮ້າຍແຮງເມື່ອຖືກສັດຕູ ແລະ ສ້າງຄວາມເສຍຫາຍທາງດ້າຍກາຍະພາບຢ່າງຕໍ່ເນື່ອງໃນຂະນະທີ່ສັດຕູຊ້າລົງ 30%. ກ່ຽວ ຈະກັບມາຫາ Thamuz ຫຼັງຈາກເວລາປະມານ 5-10 ວິນາທີ ຫຼື ເມື່ອລາວຢູ່ຫ່າງອອກເກີນໄປແລ້ວ.

Chasm Trample
© fandom.com

Chasm Trample ແມ່ນ ສະກິວການຫາຍຕົວຂອງ Thamuz ທີ່ສາມາດໃຊ້ເພື່ອນຳເອົາກ່ຽວຂອງລາວກັບມາໄດ້. ມັນສ້າງຄວາມເສຍຫາຍທາງດ້ານກາຍະພາບອັນມະຫາສານ ແລະ ເຮັດໃຫ້ສັດຕູຊ້າລົງ. 

 

Cauterant Inferno
© fandom.com

Cauterant Inferno ຊ່ວຍໃຫ້ Thamuz ລັ່ງລາວາອອກມາຈາກຮ່າງກາຍຂອງລາວ, ເພີ່ມຄວາມໄວໃນການໂຈມຕີຂອງລາວ ແລະ ຄວາມເສຍຫາຍທາງກາຍະພາບໃຫ້ແກ່ສັດຕູທີ່ຢູ່ໃກ້ ແລະ ສ້າງເຂດ Cauterant ຮອບໆຕົວລາວ. ສິ່ງນີ້ຊ່ວຍໃຫ້ Thamuz ຟື້ນຟູ HP ຂອງລາວໃນຂະນະທີ່ສ້າງຄວາມເສຍຫາຍໃຫ້ແກ່ສັດຕູທີ່ຢູ່ໃກ້. ເປັນເວລາ 9 ວິນາທີ.

ຮູບແບບສະກິວຂອງ Thamuz

ບົດບາດ:
ນັກສູ້

ຈຸດພິເສດ:
ການໄລ່ລ້າ/ຄວາມເສຍຫາຍ

ການແນະນຳ Lane:
EXP Lane

Durability
Offense
Skill Effects
Difficulty

Lane ທີ່ດີທີສຸດສຳລັບ Thamuz

MLBB Thamuz Lane

ໄປທີ່ EXP Lane ເພື່ອຍອມໃຫ້ Thamuz ເພື່ອຂື້ນລະດັບໄດ້ໄວຂຶ້ນ ແລະ ປົດລັອກສະກິວ ເພື່ອຄອບງຳສັດຕູ.

ຄຳສັ່ງ ສະກິວ ຄອມໂບ ແລະ ການອັບເກຣດຂອງ Thamuz 

Thamuz ເປັນນັກສູ້ທີ່ເກັ່ງໃນການ ganking. ສະກິວທີ່ດີ ສຳລັບ ການໝຸນຂອງ Thamuz ແມ່ນ 1 – 2 – 2. ລາວແມ່ນຜູ້ກຳຈັດ minions ແລະ ໃນປ່າ; ດັ່ງນັ້ນທ່ານຕ້ອງບິວໄອເທັມຂອງລາວຕາມທີມຂອງສັດຕູດ້ວຍເວດມົນການຕໍ່ສູ້.

ເວດມົນການຕໍ່ສູ້ທີ່ດີທີ່ສຸດຂອງ Thamuz 

ເວດມົນທີ່ດີທີ່ສຸດຂອງ MLBB ສຳລັບ Thamuz ແມ່ນ Flicker, ເຊິ່ງເໝາະສຳລັບການຫຼົບໜີຄວາມຕາຍ ແລະ ການໄລ່ລ້າສັດຕູທີ່ມີ HP ຕໍ່າ. ນອກຈາກນີ້ຍັງເປັນຄູ່ຫູທີ່ຍອດຢ້ຽມສຸດທ້າຍສຳລັບຄອມໂບທີ່ສົມບູນແບບ. 

ຊຸດເຄື່ອງລາງທີ່ດີທີ່ສຸດສຳລັບ Thamuz

ເນື່ອງຈາກວ່າ Thamuz ເປັນນັກສູ້, ເຄື່ອງລາງທີ່ດີທີ່ສຸດທີ່ໃຊ້ແມ່ນຊຸດເຄື່ອງລາງການຕໍ່ສູ້ທີ່ກຳນົດເອງ. ສຳລັບນັກຂ້ານັກສູ້, ທ່ານອາດຈະປົກປ້ອງດ້ວຍການໂຈມຕີທາງກາຍະພາບ, ການບຸກລຸກທາງກາຍະພາບ, ແລະ ການລັກຊີວິກ. ຈັດສັນຄະແນນຄວາມສາມາດສຳລັບ:

  • ຄວາມກ້າຫານໃນການໂຈມຕີທາງດ້ານກາຍະພາບເພີ່ມເຕີມ
  • ການບຸກລຸກເພື່ອສ້າງຄວາມເສຍຫາຍຫຼາຍຂຶ້ນ
  • ເທສະການແຫ່ງເລືອດເພື່ອພະລັງຊີວິດ

ການບິວໄອເທັມທີ່ດີທີ່ສຸດສຳລັບ Thamuz

ສ້າງຄວາມສົມດູນໃຫ້ກັບການບິວຂອງ Thamuz ກັບການສ້າງໄອເທັມການໂຈມຕີທາງກາຍະພາບຂອງທ່ານ, ຫຼຸດຜ່ອນຄູນດາວ, ໂຈມຕີວ່ອງໄວ, ແລະ ປ້ອງກັນໄອເທັມ.

MLBB Thamuz Build

  • ເກີບນັກຮົບ: +40 ຄວາມໄວການເຄື່ອນທີ່, +22 ຄວາມເສຍຫາຍທາງກາຍະພາບ
  • ຂວັນກະຫາຍເລືອດ: +70 ການໂຈມຕີທາງກາຍະພາບ, +10% ຫຼຸດຜ່ອນຄູນດາວ
  • ງ້າວທະເລ: +80 ການໂຈມຕີທາງກາຍະພາບ, +25% ຄວາມໄວການໂຈມຕີ
  • ປີກລາຊີນີ: +15 ການໂຈມຕີທາງກາຍະພາບ, +900 HP, +10% ຫຼຸດຜ່ອນຄູດາວ
  • ເສື້ອເກາະ Brute Force: +770 HP, +45 ການປ້ອງກັນທາງກາຍະພາບ
  • ຄວາມເປັນອຳມະຕະ: +800 HP. +20 ຄວາມເສຍຫາຍທາງກາຍະພາບ

ຮີໂຣ່ ທີ່ຕອບໂຕ້

ຮີໂຣ່ທີ່ສາມາດຕອບໂຕ້ກັບ Thamuz.

Have a hard time dealing with Thamuz? These heroes can be most effective against him.

  • Dyrroth
  • Argus
  • Chou

ຮີ່ໂຣ່ທີ່ສາມາດເຮັດວຽກໄດ້ດີກັບ Thamuz.

ຕ້ອງການຢາກຈະມີທີມງານທີ່ກັບ Thamuz ບໍ? ຮີໂຣ່ເຫຼົ່ານີ້ສາມາດສົ່ງຜົນກະທົບຕໍ່ລາວໄດ້ຫຼາຍທີ່ສຸດ.

  • Angela
  • Tigreal
  • Minsitthar

ສະກິນ Thamuz Kung Fu Panda

MLBB Kung Fu Panda Event

ສະກິນ General Kai ຂອງ Thamuz ຈາກ Kung Fu Panda ແມ່ນມີໃນເກມແລ້ວ. ມັນເປັນຮູບແບບໃໝ່ທີ່ແນ່ນອນວ່າຈະດຶງຄວາມຮູ້ສຶກຈາກໜຶ່ງໃນໜັງທີ່ດີທີ່ສຸດມາຍັງເກມຂອງທ່ານ. The MLBB Kung Fu Panda ມີເວລາຈຳກັດໃນການຮ່ວມມືກັນ ມີສາມາຮີໂຣ່ ຂອງ MLBB, ປະກອບ Akai ຮັບບົດເປັນ Po ທີ່ໜ້າຮັກ ແລະ Ling ເປັນ Lord Shen.

MLBB Thamuz General Kai Skin

ທ່ານສາມາດຮັບສະກິນ Thamuz Kung Fu Panda ຂອງທ່ານດ້ວຍການເຂົ້າຮ່ວມໃນກິດຈະກຳຈົກສະຫຼາກ. ສະກິນ General Kai ແມ່ນຮັບປະກັນໃນ 10 ສະຫຼາກທຳອິດ, ດັ່ງນັ້ນຢ່າພາດໂອກາດການຮ່ວມມືທີ່ຍອດຢ້ຽມນີ້! 

ຢ່າລືມ ເຕີມເພັດ Mobile Legends ທີ່ Codashop. ພວກເຮົາຮັບປະກັນການຕື່ມງ່າຍ ແລະ ສະດວກ ເພື່ອໃຫ້ທ່ານເພີດເພີນກັບປະສົບການຫຼີ້ນເກມທີ່ບໍ່ຫຍູ້ງຍາກ

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here