ເຕີມເກມໃນ Codashop ດ້ວຍເບີ Lao Telecom ລຸ້ນຮັບລາງວັນສຸດພິເສດ!

0
3346

LA_Lao-Telecom-Lucky-Draw-Campaign

ທ່ານມັກຫຼີ້ນເກມອອນລາຍບໍ? ເພີ່ມລະດັບການຫຼີ້ນເກມຂອງທ່ານແລະເຕີມເງິນດ້ວຍເບີ Lao Telecom ຕອນນີ້ເພື່ອຮັບໂອກາດທີ່ຈະໄດ້ຮັບລາງວັນພິເສດສົ່ງທ້າຍປີໃນກິດຈະກຳຈັບສະຫຼາກໂຊກດີ Lao Telecom Lucky Draw!!

ການເຂົ້າຮ່ວມກິດຈະກຳງ່າຍໆ. ສິ່ງທີ່ທ່ານຕ້ອງເຮັດຄືການເຕີມເກມທີ່ມີຢູ່ໃນ Codashop ໂດຍໃຊ້ເບີໂທລະສັບ Lao Telecom (M Phone, Net SIM, ແລະ Win Phone) ຕັ້ງແຕ່ວັນທີ 10-31 ທັນວາ 2020. ສະສົມມູນຄ່າເຕີມເກມຂອງທ່ານໃຫ້ໄດ້ຢ່າງໜ້ອຍ 50,000ກີບ ແລ້ວທ່ານຈະມີສິດໄດ້ໃນການສຸ່ມຮັບຂອງລາງວັນທັນທີ.

ຢ່າລໍຊ້າ, ແທັກໝູ່ຂອງທ່ານແລະເຂົ້າຮ່ວມກິດຈະກຳເລີຍ. ທ່ານອາດຈະເປັນຜູ້ໂຊກດີທີ່ໄດ້ຮັບລາງວັນສຸດເທ້ເຖິງໜ້າບ້ານ. ຂອງລາງວັນປະກອບມີ Data Package 25GB/30ວັນ ຫລື Airtime 150,000ກີບ ຈຳນວນ 34ລາງວັນ, ລຳໂພງJBL 1ລາງວັນ, ເສື້ອຍືດ Codashop 2ລາງວັນ ແລະ ເສື້ອກັນໜາວ Codashop ອີກ 3ລາງວັນ!

ຜູ້ຊະນະຈະຖືກປະກາດໃນວັນທີ 8 ມັງກອນ 2021 ຜ່ານການທ່າຍທອດສົດຂອງ Lao Telecom Facebook Page. ສຳລັບຂໍ້ມູນເພີ່ມເຕີມ, ຕິດຕາມພວກເຮົາໃນ Codashop Facebook Page ຂອງພວກເຮົາ.
ທ່ານກຳລັງລໍຖ້າຫຍັງຢູ່!, ເລືອກ Codashop ຕອນນີ້! ພວກເຮົາໃຫ້ ປະສົບການເຕີມເກມທີ່ວ່ອງໄວແລະປອດໄພກວ່າສຳລັບເກມທີ່ທ່ານມັກໂດຍບໍ່ຕ້ອງມີບັດເຄດິດຫຼືລະຫັດຜ່ານ.

ສິ່ງທີ່ຄວນເອົາໃຈໃສ່:

  1. ກິດຈະກຳນີ້ແມ່ນສຳລັບປະຊາຊົນລາວທຸກຄົນ.
  2. ກິດຈະກຳຈະເລີ່ມໃນວັນທີ 10 ທັນວາ 2020 ແລະຈະປິດລົງໃນວັນທີ 31 ທັນວາ 2020, ເວລາ 23:59ໂມງ (“ໄລຍະເວລາກິດຈະກຳ”). ການເຂົ້າຮ່ວມຂອງທ່ານຈະມີເງື່ອນໄຂກໍ່ຕໍ່ເມື່ອເຕີມເກມພາຍໃນໄລຍະເວລາກິດຈະກຳ. ການເຂົ້າຮ່ວມນອກຊ່ວງໄລຍະເວລາກິດຈະກຳຈະບໍ່ມີສິດເຂົ້າຮ່ວມຄັດເລືອກຜູ້ໂຊກດີ. ການຮ້ອງຂໍກ່ຽວກັບກັບການຊັກຊ້າຈະບໍ່ໄດ້ຮັບການຜິດຈາລະນາໃດໆ.
  3. ກົນໄກກິດຈະກຳມີດັ່ງນີ້:
    (1) ເພື່ອເຂົ້າຮ່ວມກິດຈະກຳ, ຜູ້ເຂົ້າຮ່ວມແຕ່ລະຄົນຕ້ອງ:
    (a) ເຕີມເກມທີ່ມີໃນ Codashop ໂດຍໃຊ້ເບີໂທລະສັບ Lao Telecom (M Phone, Net SIM, ແລະ Win Phone) ຕັ້ງແຕ່ວັນທີ 10-31 ທັນວາ 2020 ເພື່ອສະສົມມູນຄ່າເຕີມເກມຂອງທ່ານໃຫ້ໄດ້ຢ່າງໜ້ອຍ 50,000ກີບ.
    (2) ແຕ່ລະເບີ Lao Telecom ທີ່ໄດ້ລະບຸໄວ້ຂ້າງເທີງແລະເຕີມເກມຢ່າງໜ້ອຍ 50,000ກີບນີ້ຈະຖືກເອີ້ນວ່າ “ການເຂົ້າຮ່ວມ”.
    (3) ຜູ້ເຂົ້າຮ່ວມແຕ່ລະຄົນອາດຈະໄດ້ຮັບລາງວັນດຽວໃນກິດຈະກຳນີ້.
    (4) ການເຂົ້າຮ່ວມທີ່ໄດ້ລະບຸໄວ້ຂ້າງເທິງນີ້ຈະຖືກຕັດສິນໂດຍ Lao Telecom ໂດຍອີງໃສ່ມູນຄ່າການເຕີມເກມຂອງພວກເຂົາ, ແລະສີ່ສິບ (40) ຜູ້ໂຊກດີຈະຖືກຄັດເລືອກແບບສຸ່ມໂດຍລາວໂທລະຄົມ.
  4. ໂດຍການເຂົ້າຮ່ວມກິດຈະກຳຄັ້ງນີ້, ຜູ້ເຂົ້າຮ່ວມທຸກຄົນຖືວ່າໄດ້ໃຫ້ການຍິນຍອມ/ເຫັນດີສຳລັບ ການປັບປຸງ, ນຳໃຊ້ ແລະ/ຫຼື ໂອນຍ້າຍ (ຖ້າຈຳປັນ) ຂໍ້ມູນສ່ວນຕົວຂອງຜູ້ເຂົ້າຮ່ວມ, ເບີໂທລະສັບ, ເພື່ອຈຸດປະສົງຂອງກິດຈະກຳ.
  5. ຜູ້ທີ່ໄດ້ຮັບລາງວັນຈະໄດ້ຮັບການແຈ້ງຜ່ານທາງ Lao Telecom Facebook Live ໃນວັນທີ 08 ມັງກອນ 2021, ໂດຍມີຂໍ້ມູນແລະຄຳແນະນຳກ່ຽວກັບການຮັບລາງວັນ. ລາງວັນແມ່ນບໍ່ສາມາດແລກປ່ຽນເປັນງິນສົດຫຼືສິ່ງຂອງອື່ນໆໄດ້, ແລະບໍ່ສາມາດຖ່າຍໂອນໃຫ້ຄົນອື່ນໄດ້.
  6. ຂອງລາງວັນຈະຖືກສົ່ງພາຍໃນ 2ອາທິດ ຫຼັງຈາກການປະກາດຜູ້ໂຊກດີ. ໃນກໍລະນີບໍ່ມີການອ້າງສິດໃດໆກ່ຽວກັບຂອງລາງວັນຫຼືບໍ່ມີການຕັດສິນຜູ້ໂຊກດີໃດໆ, ຂອງລາງວັນຈະຖືກດຳເນີນການຕາມທີ່ Codashop/Lao Telecom ເຫັນສົມຄວນ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here