ເຂົ້າຮ່ວມ 3volution! 8 ສິ່ງທີ່ໜ້າຕື່ນເຕັ້ນກ່ຽວກັບ Free Fire OB23

0
167

Free Fire OB23 Update

ສຳລັບວັນຄົບຮອບ 3 ປີ, Free Fire ໄດ້ ນຳເອົາການອັບເດດ OB23 ໄປທົ່ວໂລກໃນວັນທີ 29 ເດືອນກໍລະກົດທີ່ຜ່ານມາ. ການປັບປຸງຫຼາຍຢ່າງກໍ່ໄດ້ຖືກປະຕິບັດເພື່ອເພີ່ມປະສິດທິພາບຂອງການຫຼິ້ນເກມ.
ສະນັ້ນ, ໃຫ້ຈົ່ງຂ້າມການເປິດຫົວເລື່ອງແລ້ວເຂົ້າສູເນື້ອໃນລວມ. ນີ້ແມ່ນຄຸນລັກສະນະປັບປຸງໃໝ່ໃນ 3evolution ທີ່ລໍຖ້າໃຫ້ທ່ານລອງ.

ໂໝດ Clash Squad Season 2
ອັນດັບທຳອິດຄື Clash Squad Season 2, ເລີ່ມຕົ້ນວັນທີ 30 ເດືອນກໍລະກົດ. ຜູ້ຫຼິ້ນທີ່ມີ Rank Gold III ຫຼືສູງກວ່າຈະໄດ້ຮັບ Golden G18 ສະເພາະ. ສຸດຍອດເລີຍ!

ຕົວລະຄອນ ໃໝ່
ກຽມຕົວເພື່ອໃຫ້ຄະແນນ Hat Trick ຂອງທ່ານກັບ Luqueta, ນັກເຕະບານ. ທັກສະຂອງລາວ, ທີ່ມີຊື່ວ່າ Hat Trick, ເຮັດໃຫ້ລາວສາມາດເພີ່ມ HP Max ສູງຂື້ນ 8/10/12/14/16/18 (ເຖິງ 35) ຫຼັງຈາກການຂ້າທຸກໆຄັ້ງ. Hayato Firebrand ສະບັບຊັ້ນສູງຂອງນັກຮົບສະມູໄຣທີ່ມີຊື່ສຽງ, ແມ່ນຕົວລະຄອນທີ່ຖືກປຸກໃຫ້ຕື່ນຕົວທີ່ສອງໃນເກມ. Arts of Blades ຂອງລາວສາມາດຫຼຸດຜ່ອນຄວາມເສຍຫາຍທາງສູງເຖິງ 40%. ມີໃຫ້ບໍລິການຟຣີໃນວັນທີ 22 ເດືອນສິງຫາ.

ສັດລ້ຽງໃໝ່
ນາຍນ້ອຍເພັນກວິນຫຼື Mr. Waggor ຈະເຮັດໃຫ້ທ່ານເຫັນວ່າທ່ານບໍ່ໄດ້ໃຊ້ໄອວໍ ໃນກະເປົ໋າຂອງທ່ານຈົນໝົດ. Smooth Gloo ຂອງລາວສາມາດຜະລິດລະເບີດໄດ້ 1 ອັນໃນທຸກ [120/100/100] ວິນາທີ.

ອາວຸດໃໝ່
ຈົ່ງທັກທາຍກັບຄວາມງາມ (ທີ່ອັນຕະລາຍ) ນີ້. ປືນໄຣເຟິນຈູ່ໂຈມ AUG ນັ້ນມີຄວາມຄ່ອງຕົວແລະປັບແຕ່ງໄວຫຼາຍທີ່ຈະໃຊ້ສໍາລັບການຍິງໃນໄລຍະກາງ, ໃກ້ແລະໄກ. ມີໃຫ້ ສຳ ລັບ Classic ແລະ Clash Squad (Rank & Classic) ເພື່ອເຮັດສະເໜີລາຄາຂອງທ່ານ.

ອັດຕາສ່ວນຄວາມເສຍຫາຍ: 31
ຄວາມຈຸMagazine: 35
ອັດ​ຕາ​ການຍິງ: .147
ມາພ້ອມກັບScope 2x ທີ່ຕັ້ງໄວ້ລ່ວງໜ້າເຊິ່ງສາມາດໃນແທນກັນໄດ້ໃນ Scope ອື່ນໆ.

ການປັບປຸງປະສິດທິພາບປືນຍັງໄດ້ຖືກນຳອອກມາໃຊ້ສຳລັບ AK, FAMAS, M249, SPAS12 ແລະ XM8. ສຸດຍອດທຸກຮູບແບບ.

ເກາະ Spawn ໃໝ່: The Runway
ການເພີ່ມເອົາສະຖານທີ່ໃໝ່ທັງໝົດເຂົ້າມາໃຫ້ທ່ານສຳຫລວດ.

ໄອເທັມໃໝ່: Horizaline Revive Kit
ແທ້ຫຼືບໍ່, ຜູ້ຫຼິ້ນທີ່ມັກອິດສະຫຼະຍົກມືຂື້ນ? ໄອເທັມໃໝ່ນີ້ເຮັດໃຫ້ຜູ້ຫຼິ້ນທີ່ລົ້ມລົງເຊິ່ງບໍ່ໄດ້ຮັບການຟື້ນຟູຈາກເພື່ອນຮ່ວມທີມກັບມາຕໍ່ສູ້ໄດ້ອີກຄັ້ງ. Horizaline ສາມາດຊຸບຊີວິດຜູ້ຫຼີ້ນດ້ວຍ 100HP ແລະຟື້ນຟູຄວາມສາມາດໃນການຕໍ່ສູ້ເຖິງວ່າຈະບໍ່ມີເງີນ. ມີແບບເກົ່າໃຫ້ເລືອກເຊັ່ນກັນ.

ການຊ່ວຍເລັງທີ່ດີຂື້ນ
ດຽວນີ້ຜູ້ຫຼິ້ນສາມາດຫາຍໃຈໄດ້ສະບາຍແລ້ວ. ກົນໄກຊ່ວຍເຫຼືອ Aim Assist ໃນ Clash Squad ໄດ້ຖືກດັດປັບເພື່ອຈັດລຳດັບຄວາມສຳຄັນຂອງສັດຕູເປົ້າໝາຍທີ່ເຫັນວ່າເປັນໄພຂົ່ມຂູ່ແລະມີສ່ວນຮ່ວມໃນການສູ້ຮົບແທນທີ່ຈະສຸມໃສ່ສັດຕູທີ່ລົ້ມ.

ການປັບຄວາມໄວຂອງຍານພາຫະນະ
ຕ້ອງການເພີ່ມຄວາມໄວບໍ່? ບໍ່ຕ້ອງເວົ້າຫຍັງຫຼາຍ. ການປັບຄວາມໄວສູງສຸດສຳ ລັບຍານພາຫະນະສາມາດນຳໃຊ້ໄດ້ທັງ:
ລົດຈັກ: 120km/h->130km/h
ລົດ Jeep: 100km/h-> 110km/h
ລົດ TuTu: 90km/h-> 100km/h
ລົດ SUV: 130km/h->120km/h

ການເພີ່ມປະສິດທິພາບທີ່ໜ້າສັງເກດແລະການແກ້ໄຂຂໍ້ຜິດພາດ:
– ໜ້າສະຫຼຸບການແຂ່ງຂັນສຳລັບ Clash Squad ແລະ Gun King.
– ດຽວນີ້ຜູ້ຫຼິ້ນສາມາດສົ່ງລິ້ງທີ່ສ້າງໂດຍລະບົບເພື່ອເຊີນເພື່ອນເຂົ້າຮ່ວມການຫຼິ້ນຂອງພວກເຂົາ.
– ອາວຸດໃນເກມທີ່ດີທີ່ສຸດ HUD.
– Thermal Scope ໃນປະຈຸບັນສາມາດເຫັນຜ່ານລະເບີດຄວັນ.
– ເພີ່ມປະສິດທິພາບການສົ່ງຄຳເຊີນ.
– ອັບເດດເນື້ອຫາໃໝ່ໃນ FF Journal
– ປິດການເພີ່ມປະສິດທິພາບການສະແດງວິດີໂອແລະໂໝດການຕໍ່ສູ້ແບບ.
– ປັບການສະແດງຜົນລ່ວງໜ້າສຳລັບໂໝດ TDM.
– ການເພີ່ມປະສິດທິພາບການໂດດຈ້ອງ.
– Kalahari ດຽວນີ້ໄດ້ຖືກເພີ່ມເຂົ້າຫ້ອງທີ່ກຳນົດເອງ.
– ແກ້ໄຂຂໍ້ບົກພ່ອງບ່ອນທີ່ຜູ້ຫຼິ້ນສາມາດອອກຈາກພື້ນທີ່ການກະກຽມໃນບາງຮູບແບບກ່ອນທີ່ເວລາແຊ່ແຂງຈະໝົດກຳນົດ.

ເຕີມເພັດເກມ Free Fire ໃນ Codashop. ພວດເຮົາສາມາດສົ່ງເຄຣດິດ #BetterFasterSafer. ທ່ານຍັງສາມາດຈ່າຍຄ່າສິນຄ້າດ້ວຍວິທິການຊຳລະເງີນທີ່ຫຼາຍຂື້ນ.

Top Up On Free Fire

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here