ຈາກ Free Fire Highway ສູ່ Heroic: ວິທີໄຕ່ Rank ໃຫ້ໄວທີ່ສຸດ

0
700

Free Fire Ranks

ເຊັ່ນດຽວກັນກັບເກມ Battle Royale ອື່ນໆ, ການຫລີ້ນເກມ Fire Fire ປະກອບມີລະບົບຈັດອັນດັບເພື່ອເຮັດໃຫ້ການແຂ່ງຂັນມີລົດຊາດ. ຜູ້ຫຼິ້ນຫ້າສິບກວ່າຄົນຖືກຖີ້ມຈາກຍົນລົງໃນເກາະແຫ່ງໜື່ງ, ເກັບກ່ຽວອາວຸດ ແລະ ແລະຕໍ່ສູ້ເພື່ອໃຫ້ເປັນຄົນສຸດທ້າຍທີ່ເຫຼືອຢູ່ເທິງເກາະ. ຜູ້ທີ່ໄດ້ຮັບໄຊຊະນະໄດ້ຮັບຄະແນນຈັດອັນດັບທີ່ສົ່ງເສີມພວກເຂົາຢູ່ໃນ Rank ທີ່ສູງຂື້ນ. ໃນຂໍ້ຄວາມນີ້, ພວກເຮົາໄດ້ລະບຸຄຳແນະນຳບາງສ່ວນທີ່ຈະຊ່ວຍໃຫ້ທ່ານເລື່ອນຂັ້ນຈາກ Bronze ຫາ Heroic ໄດ້ໄວ.

ລະບົບຈັດອັນດັບຂອງ Free Fire

ຜູ້ຫຼິ້ນສາມາດປົດລອກໂຫມດ Ranking ໂດຍການຫຼິ້ນເກມໃຫ້ບັນລຸລະດັບ 8. ຫຼີ້ນຮູບແບບແບບຄລາສສິກເພື່ອຮັບປະສົບການ. ການມີສ່ວນຮ່ວມຈະໃຫ້ລາງວັນແກຜູ້ຫຼິ້ນດ້ວຍຄະແນນຈັດອັນດັບແລະຈະກຳນົດການເລື່ອນຂັ້ນຂອງພວກເຂົາ. ພວກເຂົາຍັງຈະໄດ້ເງິນໂບນັດ 20% ແລະ XP – ເຊີ່ງເປັນເສັ້ນທາງດ່ວນຖ້າພວກເຮົາໄຕ່ Rank. ຄາດຫວັງເຖິງບັນດາສິ່ງທ້າທາຍທີ່ໃຫຍ່ກວ່າຈາກຜູ້ຫຼິ້ນທີ່ມີຄວາມສາມາດສູງໃນລະດັບທີ່ສູງກວ່າ.

ຕໍ່ໄປນີ້ແມ່ນການຈັດອັນດັບແລະລະບົບຂອງການຈັດອັນດັບ:

Free Fire Required Points for Rank

ຊ່ວງຕົ້ນເກມ

ວາງຍຸດທະສາດຈຸດທີ່ທ່ານຈະລົງໃຫ້ດີພື່ອໃຫ້ທ່ານວາງແຜນການເຄື່ອນໄຫວຢ່າງລະມັດລະວັງໂດຍສະເພາະໃນຊ່ວງຕົ້ນເກມ. ເຂົ້າໃຈແຜນທີ່ໃຫ້ດີເຂັ່ນ ອາຄານ, ໂຄງສ້າງແລະພູມສັນຖານທາງທຳມະຊາດເພື່ອຈຸດປະສົງໃນການລັກລອບ. ທຳຄຸ້ນເຄີຍກັບພື້ນທີ່ທີ່ມີ high-tier loots ແລະນຳໃຊ້ຜົນປະໂຫຍດຈາກມັນ.

ແທນທີ່ຈະໃສ່ໃຈໃນເລື່ອງເກັບອາວຸດ, ໃຫ້ຜູ້ຫຼີ້ນເນັ້ນໄປທີ່ຫານຫາຊຸດເກາພະດີໆໃຫ້ໄດ້ກ່ອນ. ຊື້ໝວກກັນກະທົບທີ່ແຂງແຮງແລະຊຸດເກາະທີ່ດີເພື່ອປ້ອງກັນບໍ່ໃຫ້ທ່ານ “ຫົວແຕກ” . ຈົ່ງຈື່ໄວ້ວ່າແມ້ແຕ່ລູກປືນທີ່ບິນຫຼົງທາງມາກໍ່ສາມາດສັງຫານທ່ານໄດ້.

ລະການຕັດສິນໃຈໜຶ່ງທີ່ສຳຄັນທີ່ສຸດແມ່ນຖ້າທ່ານຕ້ອງການປີນໄປຫາ Heroic, ໃຫ້ທ່ານຫຼິ້ນແບບ Solo. ທ່ານຈະມີໂອກາດຂ້າຄົນຫຼາຍຂື້ນແລະຈະຊ່ວຍໃຫ້ທ່ານມີຍຸດທະສາດສູງສຸດ. ການຫຼີ້ນ Solo ກຳຈັດການສື່ສານທີ່ບໍ່ຖືກຕ້ອງເຊິ່ງສາມາດເກີດຂື້ນໄດ້ເມື່ອພະຍາຍາມປະຕິບັດແຜນການກັບທີມ.

ຊ່ວງທ້າຍເກມ

ໃນເວລາທີ່ການປະທະເລີ່ມດຸເດືອດຂື້ນ, ຈົ່ງຈຳໄວ້ວ່າຕ້ອງຕິດອາວຸດໄລຍະໃກ້ໄວ້ສະເໝີ. ລອກ MP40 ຫຼື UMP ແລະໂຫຼດໄວ້ໃນກໍລະນີທີ່ສັດຕູລຸມທ່ານຈາກໄລຍະໃກ້. ເກັບຮັກສາພວກມັນໄວ້ເທິງຊ່ອງດ້ານເທິງເພື່ອໃຫ້ການປ່ຽນໄວຂື້ນ.ໃນລະຫວ່າງການຕໍ່ສູ້ຢ່າງໃກ້ຊິດ, ຫລີກລ້ຽງການໂດດໄປມາ ເພາະມັນເຮັດໃຫ້ທ່ານງ່າຍຕໍ່ການຕັ້ງເປົ້າໝາຍ ແລະລົບກວນການວາງເປົ້າໝາຍຂອງທ່ານ.

ການເບິ່ງເຫັນສັດຕູທີ່ບໍ່ທັນລະວັງຕົວອາດເຮັດໃຫ້ທ່ານຄັນມືຢາກຂ້າໂດຍໄວ ແຕ່ທີ່ຈິງມັນບໍ່ຄວນຈະເປັນແນວນັ້ນໃນລະຫວ່າງການໄຕ່ອັນດັບທີ່ສຳຄັນ. ໃຫ້ຄິດໄລ່ຄວາມສ່ຽງກ່ອນທີ່ຈະຟ້າວແລ່ນເຂົ້າໄປ, ກວດເບິ່ງສະພາບແວດລ້ອມອ້ອມຮອບ, ກວດສອບຈຸດຊຸ້ມຍິງແລະວິເຄາະປັດໃຈອື່ນໆເພື່ອໃຫ້ໄດ້ຜົນດີຂື້ນ. ຄົນໂງ່ເທົ່ານັ້ນທີ່ຈະໃຈຮ້ອນຟ້າວເຂົ້າໄປ!!

ຖ້າທ່ານຮູ້ສຶກກຳລັງຖືກທຳລາຍ, ຈື່ໄວ້ວ່າການແລ່ນບໍ່ໄດ້ເໝາຍຄວາມວ່າທ່ານເປັນຄົນຂີ້ຄ້ານ. ມັນເປັນຍຸດທະສາດການຢູ່ລອດເພື່ອຊ່ວຍໃຫ້ທ່ານມີຊີວິດຍືນຍາວຂື້ນ. ຄວນມີໄຫວພິບໃນການຍ້າຍໜີຈາກການຍິງຕໍ່ສູ້. ໃຫ້ພວກເຂົາຍິງກັນເອງກ່ອນແລະລໍຖ້າເວລາທີ່ເໝາະສົມທີ່ຈະແລ່ນເຂົ້າໄປ. ໃນເວລາທີ່ສະຖານະການຮ້າຍແຮງກວ່າເກົ່າ, ຈົ່ງຂື້ນລົດແລະຂັບໄປເຂດປອດໄພທີ່ໃກ້ທີ່ສຸດ.

Free Fire ແມ່ນຂະບວນການຮຽນຮູ້ຢ່າງຕໍ່ເນື່ອງ. ຢ່າທໍ້ຖອຍໃຈຖ້າທ່ານຖືກຍິງເລື່ອຍໆ. ຝຶກທັກສະແລະການປະສົມອາວຸດຂອງທ່ານ. ຝືກທັກສະການເຄື່ອນທີ່ຂອງທ່ານ (ກົດປຸ່ມ Run ແລະ Gun ພ້ອມກັນຈະຊ່ວຍໃຫ້ທ່ານຢືນໄວຂື້ນແລະແລ່ນ) ເພື່ອຄວາມໄດ້ປຽບຂອງທ່ານ. ພະຍາຍາມແລະພະຍາຍາມຈົນກວ່າທ່າໄປເຖິງການຈັບຄູ່ແຂ່ງທີ່ສູງກວ່ານີ້

ຢ່າລືມເຕີມເພັດ Free Fire ຂອງທ່ານທີ່Codashop. ພວກເຮົາໃຫ້ບໍລິການເຕີມເພັດແບບປອດໄພແລະວ່ອງໄວດ້ວຍຕົວເລືອກຊຳລະເງິນທີ່ຫຼາກຫຼາຍ ..

Top Up On Free Fire

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here