Shotcalling ໃນ MLBB ແມ່ນຫຍັງ?

0
89

ທ່ານເຄີຍໄດ້ຍິນຄຳວ່າ ‘Shotcalling’ ຫຼື ບໍ່? ສ່ວນຫຼາຍພວກເຮົາອາດບໍ່ຄຸ້ນເຄີຍວຸ້ນເສຍແຕ່ວ່າ ຈະເປັນແຟນພັນແທ້ຂອງ esports tournaments ເຊັ່ນດັ່ງ MLBB. ຜູ້ຫຼີ້ນມືອາຊີບມັກໃຊ້ຄຳນີ້ເພື່ອອະທິບາຍເຖິງຜູ້ທີ່ຄວບຄຸມທີມລະຫວ່າງເກມ. Shotcalling ມີຄວາມສຳຄັນຢ່າງຍິ່ງ, ໂດຍສະເພາະສຳລັບຜູ້ທີ່ຕ້ອງການເພີ່ມອັນດັບ ແລະ ເປັນຜູ້ນຳໃນສະໜາມແຂ່ງຂັນ. ມັນເຮັດໃຫ້ເກມມີການແຂ່ງຂັນຫຼາຍຂຶ້ນ ແລະ ມີການວາງແຜນທີ່ດີ ແລະ ຊ່ວຍປູທາງໄປສູ່ການຄອງເກມ. ຕໍ່ໄປນີ້ເປັນຄູ່ມືສຳລັບການຮຽນຮູ້  shot-calling ແລະ ທຳຄວາມເຂົ້າໃຈວິທີການເຮັດວຽກຂອງມັນ

Shotcalling ແມ່ນຫຍັງ?

ຜູ້ທີ່ໃຊ້ shot-calling ໝາຍເຖິງຜູ້ທີ່ເປັນກັບຕັນທີມ.” ພວກເຂົາສັ່ງທີມວ່າຈະໄປບ່ອນໃດ ແລະ ໂຈມຕີ. ແນວໃດກໍ່ຕາມ, ມັນບໍ່ໄດ້ເປັນເຊັ່ນນັ້ນສະເໝີໄປ. ບາງຄັ້ງທີມຈະມີ ສອງ (2) shot caller ແຕ່ບໍ່ເກີນນັ້ນ,  ເພາະວ່າ ຈະເຮັດໃຫ້ກຸ່ມສັບສົນຖ້າຈະມີຄົນເອີ້ນຍິງຫຼາຍຄົນ. Shot calling ສຳເລັດເສັດສິ້ນເພື່ອໃຫ້ເກມມີການແຂ່ງຂັນ ແລະ ສ້າງວິໄນໃນການໂຈມຕີແຕ່ລະຄັ້ງທີ່ມີການວາງແຜນ ແລະ ວາງຍຸດທະສາດຢ່າງດີ. 

ຄົນທີ່ມີປະສົບການຫຼາຍກວ່າ ແລະ ບໍ່ພຽງແຕ່ວາງຍຸດທະສາດໄດ້ຍອດຢ້ຽມເທົ່ານັ້ນ ແຕ່ຍັງຕ້ອງເປັນຄົນທີ່ໃຊ້ ຮີໂຣ່ MLBB ໄດ້ຫຼາກຫຼາຍມັກຈະໄດ້ຮັບໂອກາດເປັນ shot calling. ເນື່ອງຈາກພວກເຂົາມີຄວາມຮອບຮູ້ກັບຮີໂຣ່ທຸກຕົວທີ່ອາດເຂົ້າມາຫາພວກເຂົາ, ພວກເຂົາຮູ້ວຽກ ແລະ ຮູ້ການໂຕ້ຕອບກັບຮີໂຣ່ອື່ນ. ດັ່ງນັ້ນ, ບໍ່ວ່າສັດຕູຈະໃຊ້ຍຸດທະສາດໂຕ້ຕອບຢ່າງໃດ, shot caller ກໍ່ສາມາດຂັດຂວາງ ແລະ ຄອງເກມໄດ້. 

ໜຶ່ງໃນ shot caller ທີ່ດີທີ່ສຸດຂອງ MLBB ມື້ນີ້ຄື Johnmar Villaluna ຂອງ Blacklist International, ຫຼື ທີ່ຮູ້ຈັກໃນຊື່ OhMyV33nus, ຈາກຟີລິບປິນ. ທີມຂອງພວກເຂົາເອົາສະນະການແຂ່ງຂັນ MLBB ໃນລະດັບໂປຣຫຼາຍລາຍການ, ລວມມີ MPL-PH, M3, ແລະ ຫຼຽນຄຳໃນປີ 2022 Hanoi SEA Games. V33nus ມີຄວາມຮູ້ກວ້າງຂວາງກ່ຽວກັບຮີໂຣ່ ແລະ ຍຸດທະຍາດຂອງ MLBB. ນັ້ນເປັນສາເຫດໃຫ້ຍຸດທະສາດຫຼາກຫຼາຍຖືກທົດສອບກັບລາວ. ລາວບໍ່ພຽງແຕ່ຄອງເກມດ້ວຍການຄວບຄຸມຮີໂຣ່ ແລະ ຍຸດທະສາດຂອງພວກມັນໃຫ້ມີຄວາມຊ່ຽວຊານເທົ່ານັ້ນ, ແຕ່ດ້ວຍປະສົບການຂອງລາວ, ລາວສາມາດຄາດການເຖິງການເຄື່ອນໄຫວຂອງຄູ່ຕໍ່ສູ້ເພື່ອເອົາຊະນະພວກມັນໄດ້.

ວິທີ shot-call ໃນການແຂ່ງຂັນ

ທຸກຄົນສາມາດເປັນ shot-caller ໄດ້, ເຖິງແມ່ນວ່າຈະບໍ່ໄດ້ຢູ່ໃນລະດັບມືອາຊີບກໍ່ຕາມ, ຍ້ອນການມີໜຶ່ງຄົນຈະຊ່ວຍໃຫ້ທ່ານ ແລະ ທັງໝົດທີມດຳເນີນການຫຼີ້ນໄດ້ດີຂຶ້ນ ແລະ ຊ່ວຍໃຫ້ພວກເຂົາຢູ່ໃນອັນດັບທີ່ສູງຂຶ້ນ. ນີ້ຄືຄູ່ມືການ shot-calling.  

ຊ່ຽວຊານໃນເກມ

ທ່ານບໍ່ສາມາດກຳກັບເກມໄດ້ໂດຍທີ່ບໍ່ຮູ້ວ່າເກມດຳເນີນໄປແບບໃດ. ມັນຈະດີທີ່ສຸດຖ້າທ່ານເຂົ້າໃຈດີວ່າຈະເກີດຫຍັງຂຶ້ນທີ່ສະໜາມຮົບ. ຮູ້ວ່າເມື່ອໃດທີ່ຮີໂຣ່ບາງຕົວເຖິງຈຸດສູງສຸດໃນລະຫວ່າງເກມ. ມີເວລາທີ່ເໝາະສົມໃນການສຸ່ມໂຈມຕີ, ໂຈມຕີ Lord, ແຍກຕົວ, ແລະ ອື່ນໆ. ການຊະນະເກມນີ້ບໍ່ໄດ້ກ່ຽວກັບການຂ້າໃຫ້ໄດ້ຫຼາຍທີ່ສຸດແຕ່ເປັນການທຳລາຍຖານສັດຕູຂອງທ່ານ. ສະກິວຂອງເພື່ອນຮ່ວມທີມ ແລະ ສະກິວຂອງຮີໂຣ່ ມີຂໍ້ຈຳກັດ, ເຊິ່ງເປັນໜຶ່ງໃນສິ່ງທີ່ຕ້ອງພິຈາລະນາເມື່ອຊ່ຽວຊານໃນເກມນີ້.

Tank, Support, ຫຼື Core

ຮູ້ປະເພດຂອງຮີໂຣ່, ແທນການຊ່ຽວຊານຮີໂຣ່ປະເພດໃດປະເພດໜຶ່ງ, ຈະຊ່ວຍໃຫ້ສາມາດຮຽກຍິງໄດ້. ຮີໂຣ່ Tank, support, ແລະ core ແມ່ນຮີໂຣ່ຄຸ້ນເຄີຍກັບແຜນທີ່ສະໜາມຮົບຫຼາຍກວ່າເນື່ອງຈາກເປັນພວກມັກທ່ອງທ່ຽວໃນປ່າ. ມັນງ່າຍກວ່າພວກເຂົາໃນການນຳທາງ ແລະ ວາງຍຸດທະສາດໃນສະໜາມຮົບ. ເຊິ່ງແຕກຕ່າງຈາກຜູ້ຫຼີ້ນ ເລນ ຄຳ and EXP, ສ່ວນຫຼາຍພວກເຂົາມຸ່ງເນັ້ນໄປທີ່ເລນຂອງພວກເຂົາ ແລະ ບໍ່ຄ່ອຍຍ່າງເລາະຫຼີ້ນ ຫຼື ໃນປ່າ. ດັ່ງນັ້ນ, ຖ້າທ່ານຕ້ອງການຜູ້ທີ່ຈະເປັນ shotcall, ຕ້ອງຝຶກຝົນຮີໂຣ່ໃຫ້ມີຄວາມຊ່ຽວຊານທັງສາມປະເພດຂອງຮີໂຣ່ ເພື່ອຄວບຄຸມ ສະໜາມຮົບ ແລະ ຄຸມເກມ.

ອອກເຄື່ອງເພື່ອສ້າງຄວາມໝັ້ນໃຈໃນການຫຼີ້ນເກມຂອງທ່ານ

ສະມາຊິກໃນທີມມັກຈະຕິດຕາມຜູ້ທີ່ມີຄວາມໝັ້ນໃຈໃນຍຸດທະສາດຂອງພວກເຂົາ. ພວກເຂົາລ້ວນແລ້ວແຕ່ຕ້ອງການຊະນະຄືກັບທ່ານ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ສ່ຽງທີ່ຈະເຊື່ອຄຳສັ່ງ ຂອງໃຜບາງຄົນທີ່ບໍ່ຮູ້ແມ່ນແຕ່ຄວາມສາມາດຂອງພວກເຂົາ. ນອກເໜືອຈາກການຮູ້ຈັກການຫຼີ້ນເກມ ແລະ ສະໜາມຮົບ, ມັນຈະດີກວ່າ ຖ້າຮູ້ວ່າທ່ານໄດ້ເອົາຫຍັງມາໃນການຫຼີ້ນເກມ. ຄວາມໝັ້ນໃຈຍັງຊ່ວຍໃຫ້ທ່ານກ້າສະແດງອອກຫຼາຍຂຶ້ນ, ສ້າງບຸກຄະລິກທີ່ມີອຳນາດເຊິ່ງເພື່ອນຮ່ວມທີມຂອງທ່ານສາມາດຕິດຕາມ ແລະ ເພິ່ງພາໄດ້.

ການຕິດຕໍ່ສື່ສານກັບທີມ

ການສື່ສານກັບທີມເປັນຄັ້ງຄາວໃນລະຫວ່າງເກມມີຄວາມສຳຄັນຕໍ່ການວາງຍຸດທະສາດ. ການສົ່ງສັນຍານ ຫຼື ການແຊັດດ່ວນ, ເປັນການດີທີ່ຈະແຈ້ງໃຫ້ທີມຮູ້ກ່ຽວກັບການເຄື່ອນໄຫວຄັ້ງຕໍ່ໄປຂອງທ່ານຫາກໄມຂອງທ່ານບໍ່ໄດ້ເປີດຢູ່. ນອກນີ້ຍັງເປັນການດີກວ່າທີ່ຈະສື່ສານກັບພວກເຂົາວ່າເມື່ອໃດຄວນສຸ່ມໂຈມຕີ ຫຼື ຄວນຖອຍ. ສິ່ງນີ້ຈະຊ່ວຍທີມຂອງທ່ານ, ໂດຍສະເພາະແນວໜ້າ, ບໍ່ໂຈມຕີເມື່ອທຸກຄົນຖອຍໜີ, ປ່ອຍໃຫ້ພວກເຂົາຖືກສຸ່ມໂຈມຕີ

ຕັ້ງຈຸດປະສົງ ແລະ ວາງແຜນ

ການຕັ້ງເປົ້າໝາຍນ້ອຍໆ ແລະ ຍຸດທະສາດທີ່ແຕກຕ່າງເມື່ອສິ່ງທີ່ຄິດບໍ່ໄປດ້ວຍດີ ຈະຊ່ວຍທີມຂອງທ່ານໄດ້ໃນສະໜາມຮົບ. ການເລືອກຮີໂຣ່ຂອງທ່ານອາດບໍ່ມີກົນໄກທີ່ດີຮ່ວມກັນ, ແລະ ເມື່ອເຂົ້າສູ່ການສຸ່ມໂຈມຕີອາດບໍ່ແມ່ນຄວາມຄິດທີ່ດີ, ແຕ່ການຢຸດແນວທາງການຂ້າຂອງຝ່າຍກົງກັນຂ້າມເປັນສິ່ງທີ່ຕ້ອງເຮັດເພື່ອຢຸດບໍ່ໃຫ້ພວກເຂົາໄດ້ຮັບຄຳ ແລະ EXP ຫຼາຍຂຶ້ນ. ດັ່ງນັ້ນ, ສົມມຸດວ່າທີມຂອງທ່ານ ບໍ່ສາມາດເອົາຊະນະຄູ່ຕໍ່ສູ້ຂອງທ່ານໄດ້ເມື່ອພວກເຂົາເປັນກຸ່ມ 5 ຄົນ, ນອກຈາກນັ້ນ, ທ່ານຍັງສາມາດວາງແຜນໂຈມຕີພວກເຂົາໄດ້ກໍ່ຕໍ່ເມື່ອພວກເຂົາເປັນກຸ່ມ 2 ຫຼື 3 ຄົນ. ດ້ວຍວິທີນີ້, ທ່ານຕ້ອງຂ້າ ແລະ ສຸ່ມໂຈມຕີເຂົາ, ແຕ່ທ່ານກໍ່ຍັງສາມາດເຂົ້າສູ່ເປົ້າໝາຍຕໍ່ໄປຂອງທ່ານໂຈມຕີສ່ວນທີ່ເຫຼືອໃນທີມ ຫຼື ຜັກດັນໄປຂ້າງໜ້າ.  

ສິ່ງສຳຄັນຂອງ Shotcalling

Shotcalling ອາດຈະເບິ່ງພຽງເປັນຄົນສັ່ງການທີມ. ແຕ່ບໍ່ແມ່ນເລີຍ, shotcalling ເປັນສິ່ງທີ່ສຳຄັນໃນການລະດົມທີມໃຫ້ມີຍຸດທະສາດທີ່ຄົນມີສ່ວນຮ່ວມ ແລະ ເຮັດວຽກຮ່ວມກັນເພື່ອເອົາຊະນະຄູ່ຕໍ່ສູ້. ນີ້ແມ່ນປະໂຫຍດຊອງ shotcalling

ລະບຽບຂອງເກມ

ການມີ shot caller ເຮັດໃຫ້ການຫຼີ້ນເກມງ່າຍຂື້ນ ແລະ, ໃນເວລາດຽວກັນ, ກໍ່ເປັນລະບຽບຫຼາຍຂຶ້ນ ໃນຂະນະດຽວກັນກໍ່ເຮັດໃຫ້ທຸກຄົນຫຍຸ້ງຢູ່ກັບການພັກດັນ, ເຂົ້າປ່າ, ເຄລຍເລນ, ແລະ ສຸ່ມໂຈມຕີຝ່າຍກົງກັນຂ້າມ. ມັນໃຊ້ຄວາມສາມາດຂອງຮີໂຣ່ ແລະ ຜູ້ຫຼີ້ນເອງໂດຍບໍ່ຕ້ອງມີໃຜສະສົມ buff ຫຼື ລັກການຂ້າ.

MLBB Estes Rattan Dragon

ຍຸດທະສາດການຫຼີ້ນເກມ

ຍຸດທະສາດຂອງເກມໃນ MLBB ແມ່ນມີຄວາມສຳຄັນທີ່ສຸດ ເນື່ອງຈາກມັນສະແດງໃຫ້ເຫັນວ່າທີມຈະຊະນະ ຫຼື ຜ່າຍແພ້, ເຖິງແມ່ນວ່າໃນນາທີສຸດທ້າຍຂອງການຫຼິ້ນ. ຮີໂຣ່ຖືກສ້າງມາແຕກຕ່າງກັນ, ແລະ ຮີໂຣ່ທີ່ກຳລັງຫຼີ້ນກໍ່ເຊັ່ນກັນ. ຮູ້ໄດ້ເຖິງກົນລະສາດ, ບໍ່ວ່າທີມຈະແຂງຂຶ້ນໃນຊ່ວງຕົ້ນເກມ ຫຼື ຊ່ວງກາງເຖິງປາຍເກມ, ເປັນສິ່ງສຳຄັນທີ່ shot callers ຕ້ອງໄດ້ພິຈາລະນາເພື່ອວາງຍຸດທະສາດ. ປົກະຕິແລ້ວ, ຖ້າວ່າຮີໂຣ່ເກັ່ງທີ່ສຸດໃນຊ່ວງຕົ້ນເກມ, shot caller ວາງແຜນການຫຼີ້ນເພື່ອຜັກດັນ ແລະ  ຮັບຄຳ ແລະ EXP ໃຫ້ໄວທີ່ສຸດ. ສິ່ງນີ້ເຮັດໃຫ້ໝັ້ນໃຈວ່າຈະບໍ່ມີທີ່ຫວ່າງສຳລັບຄູ່ຕໍ່ສູ້ ທີ່ຈະແຂງແກ່ງຂຶ້ນ, ແລະ ທີມສາມາດຈົບການແຂ່ງຂັນກ່ອນກຳນົດເພື່ອຄວ້າໄຊຊະນະ.

ການໃຊ້ທັກສະ ແລະ ຄວາມສາມາດຂອງຮີໂຣ່

ການມີໃຜຈັກຄົນໜຶ່ງເພື່ອວາງຍຸດທະສາດ ແລະ ກຳກັບທີມໄດ້ໃນຂະນະທີ່ຮັກສາກຸ່ມຮີໂຣ່ໄວ້ນັ້ນເຮັດໃກ້ງ່າຍຕໍ່ການໝັ້ນໃຈວ່າທັກສະ ແລະ ຄວາມສາມາດຂອງຮີໂຣ່ແຕ່ລະຕົວຈະຖືກໃຊ້ຢ່າງຖືກຕ້ອງ. ໝາຍຄວາມວ່າ ນັກຂ້າ ຫຼື ຝ່າຍສະໜັບສະໜຸນ ສາມາດຄອງເກມໄດ້ໂດຍບໍ່ຕ້ອງເປັນແກນຫຼັກ ຫຼື ນັກແມ່ນປືນ. ສ້າງໃຫ້ຊະນະງ່າຍຂຶ້ນດ້ວຍວິທີນີ້. 

ຄວາມຄ່ອງໂຕຂອງຮີໂຣ່

Shot callers ໃຫ້ທີມໄປທີ່ໃດ ແລະ ເຮັດໃຫ້ການປະສານງານກັນງ່າຍຂຶ້ນ. ການຮັກສາເລນໃຫ້ເຄລຍນັ້ນຈັດການໄດ້ງ່າຍຂຶ້ນເນື່ອງຈາກທຸກຄົນເຮັດວຽກຮ່ວມກັນ. ນອກນີ້ຍັງຊ່ວຍໃຫ້ແນ່ໃຈວ່າບໍ່ມີຮີໂຣ່ຄົນໃດທີ່ຄອງອຳນາດຢ່າງບໍ່ເປັນທຳໃນເກມ, ເຊິ່ງພວກເຂົາທ່ອງທ່ຽວໄປເພື່ອສະສົມ ຄຳ ແລະ  EXP, ເຮັດໃຫ້ເພື່ອນຮ່ວມທີມຂອງພວກເຂົາຂຶ້ນຂັ້ນ ແລະ ແຂງແກ່ງຂຶ້ນ. 

ໂອກາດສູງກວ່າໃນການຊະນະ

ເມື່ອສະຫຼຸບຄະແນນແລ້ວ, ພວກເຮົາສາມາດສະຫຼຸບໄດ້ວ່າ shot callers ເປັນຜູ້ກຳນົດຄວາມໜ້າຈະເປັນໄປຂອງທີມທີ່ຈະຊະນະ. ການມີຜູ້ຫຼີ້ນທີ່ມີສະກິວສູງ, ເຖິງແມ່ນວ່າຈະບໍ່ແມ່ນເກມລະດັບໂປຣກໍ່ຕາມ, ເຮັດໃຫ້ທີມສາມາດດຳເນີນການຫຼີ້ນໄດ້ດີຂຶ້ນເພື່ອຂຶ້ນອັນດັບ ແລະ ບັນລຸເປົ້າໝາຍຂອງ  MLBB ສ່ວນຕົວຂອງພວກເຂົາ. ນອກຈາກນີ້ ຍັງເຮັດໃຫ້ຜູ້ຫຼີ້ນຮ່ວມທີມກັນໄດ້ງ່າຍຂຶ້ນ, ໂດຍສະເພາະກົນໄກຂອງທີມຍອດຢ້ຽມ.

ຢ່າລືມ ຕື່ມເງິນ MLBB Diamonds ໄດ້ພຽງທີ່ Codashop ເທົ່ານັ້ນ. ພວກເຮົາມີວິທີທີ່ໄວວາ ແລະ ສະດວກໃນການຊື້ MLBB Diamonds. ພຽງຈັດກຽມລະຫັດຜູ້ໃຊ້ Mobile Legends ຂອງທ່ານ, ຈຳນວນຂອງ MLBB Diamonds ທີ່ທ່ານຕ້ອງການຊື້,  ແລະ ວິທີຊຳລະເງິນທີ່ທ່ານຕ້ອງການ. ມັນງ່າຍ, ໄວ, ແລະ ງ່າຍດາຍ.

 

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here