ພວກເຮົາຖາມວ່າ: Alok ເປັນຕົວລະຄອນທີ່ດີທີ່ສຸດໃນ Free Fire ບໍ?

0
144

Is Alok the best character in Free Fire

Free Fire ແມ່ນອັດແໜ້ນໄປດ້ວຍເນື້ອໃນທີ່ມ່ວນໆ ຫຼາກຫຼາຍ–ໂໝດເກມທີ່ໜ້າຕື່ນເຕັ້ນ, ອາວຸດທີ່ຊົງພະລັງ, ສັດລ້ຽງທີ່ແປກປະຫຼາດ, ແລະ ແນ່ນອນ, ລາຍຊື່ຂອງຕົວລະຄອນທີ່ບໍ່ຄືໃຜ. ຄວາມສາມາດພິເສດຂອງຕົວລະຄອນເຫຼົ່ານີ້ ເຮັດໃຫ້ເກມແຕກຕ່າງໄປຈາກເກມອື່ນຢ່າງຊັດເຈນ. ຖ້າເວົ້າເຖິງເລື່ອງນີ້ແລ້ວ, ທ່ານຄິດແນວໃດກັບ Alok? ລາວຄວບຄຸມຄົນອື່ນໆຈົນໄດ້ຮັບຂະໜານນາມວ່າ ເປັນຕົວລະຄອນທີ່ດີທີ່ສຸດໃນ Free Fire ບໍ? ມາຫາຄຳຕອບນຳກັນ.

Alok ແມ່ນໃຜໃນ Free Fire?

Alok

Image credit: Garena Free Fire

ອີງຕາມການອະທິບາຍໃນເກມຂອງລາວ, Alok ແມ່ນ ດີເຈ ທີ່ມີຊື່ສຽງໂດ່ງດັງລະດັບໂລກ ຜູ້ທີ່ພ້ອມຈະປ່ອຍຈັງຫວະ! ຕົວລະຄອນນີ້ໄດ້ຮັບແຮງບັນດານໃຈຈາກ ດີເຈ Alok Petrillo ດີເຈຊາວບລາຊິວໃນຊີວິດຈິງ, ເຊິ່ງເຄີຍຮ່ວມເຮັດວຽກກັບ Garena ໃນການຜະລິດເພງສຳລັບ Free Fire. ຜົນງານຫຼ້າສຸດຂອງລາວລວມທັງເພງປະກອບເກມ ສະຫຼອງຄົບຮອບ 4 ປີ “Reunion” ກັບດີເຈ ແຖວໜ້າຄື Dimitri Vegas ແລະ Like Mike ແລະ KSHMR.

ຄວາມສາມາດຂອງຕົວລະຄອນ Alok

Alok Character Ability

ເປັນທີ່ໂຕ້ຖຽງກັນວ່າ ເປັນໜຶ່ງໃນຕົວລະຄອນທີ່ແຂງແກ່ນທີ່ສຸດໃນເກມ, ຄວາມສາມາດແບບພິເສດໃນການເອົາຊີວິດລອດຢ່າງເໝາະສົມຂອງ Alok ນັ້ນເອີ້ນວ່າ Drop the Beat. ທັກສະຂອງລາວໄດ້ສ້າງອໍລ່າກວ້າງ 5 ແມັດ ທີ່ເພີ່ມຄວາມໄວໃນການເຄື່ອນທີ່ ແລະ ແລ່ນ. ນອກຈາກນີ້ ຍັງຟື້ນຟູ 5 HP ສຳລັບ 5 ວິນາທີ. 

ທີ່ລະດັບສູງສຸດ, ຜູ້ຫຼີ້ນຈະສ້າງອໍລ່າລັດສະໝີ 5 ແມັດ, ເຊິ່ງຈະຮັກສາ 5HP ເປັນເວລາ 10 ວິນາທີ ແລະ ເພີ່ມຄວາມໄວໃນການເຄື່ອນທີ່ຂອງພັນທະມິດ 15%. ທັກສະນີ້ເຮັດໃຫ້ Alok ມີຄວາມແຂງແກ່ນຂື້ນຫຼາຍໃນລະຫວ່າງການຕໍ່ສູ້ ແລະ ສິ່ງສຳຄັນໃນທັນທີເພື່ອຄວາມຢູ່ລອດຂອງທີມເມື່ອເກມຢູ່ໃນແນວດຽວ.

Alok ໄດ້ເອົາຫຍັງແນ່ມາສູ່ທີມ?

What does Alok bring to the team

Image credit: Garena Free Fire

ຖ້າທ່ານເລືອກຈະເປັນຜູ້ຫຼີ້ນສາຍສະໜັບສະໜຸນ, Alok ເປັນຕົວເລືອກທີ່ທີມຕ້ອງເລືອກຍ້ອນວ່າ

  • ລາວມີຄວາມສາມາດຮັກສາ HP ທີ່ໜ້າປະທັບໃຈ, ແລະ ການຮັກສາຂອງລາວຂ້ອນຂ້າງໂດເດັ່ນ.
  • ລາວໃຫ້ຄວາມເຄື່ອນໄຫວທີ່ຄ່ອງໂຕຂື້ນສຳລັບພັນທະມິດ, ເຊິ່ງຈະມີປະໂຫຍດຫຼາຍເມື່ອຮີບດ່ວນ ແລະ ຫຼົບໜີຈາກພື້ນທີ່ສີທະເລ.
  • ເມື່ອທ່ານມີ Alok ໃນທີມຂອງທ່ານ, ທ່ານສາມາດເກັບຊຸດຢາໄວ້ເພື່ອໃນກໍລະນີທີ່ທ່ານຕ້ອງການຫຼາຍຂຶ້ນໃນຊ່ວງທ້າຍເກມ.
  • Alok ສາມາດປະສານງານໄດ້ດີກັບຕົວລະຄອນບຶກບຶນເຊັ່ນ Hayato, Jota, ແລະ Skyler ເພື່ອຟື້ນຟູ HP ຂອງພວກເຂົາໄດ້ຢ່າງໄວວາ.

ແນວຄວາມຄິດສຸດທ້າຍ

ດ້ວຍທັກສະອັນມະຫາສານຂອງລາວທີ່ຈະຮັກສາ ແລະ ເພີ່ມຄວາມໄວໃນການເຄື່ອນທີ່ໃຫ້ກັບພັນທະມິດ, Alok ຈຶ່ງເປັນໜື່ງໃນຕົວລະຄອນທີ່ມີຄວາມຕ້ອງການຫຼາຍທີ່ສຸດໃນ Free Fire. ຜູ້ຫຼີ້ນສາມາດເຄື່ອນທີ່ໄດ້ໄວເມື່ອລາວຢູ່ໃກ້. ຄວາມນິຍົມໃນທົ່ວໂລກຂອງ Alok ກໍຍັງມາເປັນໂບນັສໄດ້ເຊັ່ນກັນ. ເປັນຕົວລະຄອນທີ່ດີທີ່ສຸດໃນເກມບໍ? ທ່ານສາມາດເວົ້າໄດ້ອີກຄັ້ງ. ທ່ານສາມາດໄດ້ຮັບ Alok ໃນເກມດ້ວຍເພັດ 599 ເມັດ.

ຢ່າລືມເຕີມເກມ  Free Fire  ຂອງທ່ານທີ່ Codashop. ພວກເຮົາຮັບປະກັນປະສົບການເຕີມທີ່ດີກວ່າ, ໄວກວ່າ, ແລະ ປອດໄພກວ່າ ກັບມີທາງເລືອກຂອງການຈ່າຍທີ່ຫຼາກຫຼາຍ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here