ເຕີມເກມ Garena Free Fire ຫຼື RoV ລຸ້ນຮັບລາງວັນຈາກ Unitel

0
4530

Unitel x Garena Lucky Draw‼️ ໂປຣເອົາໃຈສາວົກ Garena Free Fire ແລະ Rov, ງ່າຍໆພຽງເຕີມເກມດ້ວຍເບີ Unitel ຄົບ 50,000ກີບ ລຸ້ນຮັບຂອງລາງວັນສຸດພິເສດທັນທີ.

ເງື່ອນໄຂກິດຈະກຳ

ລຸ້ນຮັບຂອງລາງວັນງ່າຍໆພຽງແຕ່ເຕີມເກມ Garena Free Fire ຫຼື Rov ທີ່ Codashop ໂດຍໃຊ້ເບີໂທລະສັບ Unitel  ຕັ້ງແຕ່ວັນທີ 01 – 14/10/2021. ສະສົມມູນຄ່າເຕີມເກມຂອງທ່ານໃຫ້ໄດ້ຢ່າງໜ້ອຍ 50,000ກີບ ແລ້ວທ່ານຈະມີສິດໄດ້ໃນການສຸ່ມຮັບຂອງລາງວັນທັນທີ.

? ຂອງລາງວັນປະກອບມີ

ລາງວັນທີ1: ໂທລະສັບ Oppo A12, 1 ລາງວັນ

ລາງວັນທີ2: ຫູຟັງ Urbanears luma, 1 ລາງວັນ.

ລາງວັນທີ3: ໂມງ Smart Band 6, 1 ລາງວັນ.

ລາງວັນທີ4: ຄີບອດ Xiaomi, 1 ລາງວັນ.

ລາງວັນທີ5: ແພັກເກດ Free Fire ແບບບໍ່ຈຳກັດດາຕ້າ, 400 ລາງວັນ.

ລາງວັນທີ6: ແພັກເກດ Rov ແບບບໍ່ຈຳກັດດາຕ້າ, 400 ລາງວັນ.

ຢ່າລໍຊ້າ!! ຊວນໝູ່ຂອງທ່ານແລະເຂົ້າຮ່ວມກິດຈະກຳເລີຍ. ທ່ານອາດຈະເປັນຜູ້ໂຊກດີທີ່ໄດ້ຮັບລາງວັນສຸດເທ້ເຖິງໜ້າບ້ານ. 

? ການປະກາດຜູ້ຊະນະ
ຜູ້ຊະນະຈະຖືກປະກາດ ຜ່ານ Codashop ແລະ Unitel Facebook Page. ສຳລັບຂໍ້ມູນເພີ່ມເຕີມ, ຕິດຕາມພວກເຮົາໃນ Codashop Facebook Page ຂອງພວກເຮົາ.

ທ່ານກຳລັງລໍຖ້າຫຍັງຢູ່!, ເລືອກ Codashop ຕອນນີ້! ພວກເຮົາໃຫ້ ປະສົບການເຕີມເກມທີ່ວ່ອງໄວແລະປອດໄພກວ່າສຳລັບເກມທີ່ທ່ານມັກໂດຍບໍ່ຕ້ອງມີບັດເຄດິດຫຼືລະຫັດຜ່ານ.

ເຕີມເກມ Free Fire ທີ່ນີ້

ເຕີມເກມ RoV ທີ່ນີ້

⚠️ ສິ່ງທີ່ຄວນເອົາໃຈໃສ່:

  1. ກິດຈະກຳນີ້ແມ່ນສຳລັບປະຊາຊົນລາວທຸກຄົນ.
  2. ກິດຈະກຳຈະເລີ່ມໃນວັນທີ 01/10/2021 ແລະ ຈະປິດລົງໃນວັນທີ 14/10/2021, ເວລາ 23:59ໂມງ (“ໄລຍະເວລາກິດຈະກຳ”). ການເຂົ້າຮ່ວມຂອງທ່ານຈະມີເງື່ອນໄຂກໍ່ຕໍ່ເມື່ອເຕີມເກມພາຍໃນໄລຍະເວລາກິດຈະກຳ. ການເຂົ້າຮ່ວມນອກຊ່ວງໄລຍະເວລາກິດຈະກຳ, ຈະບໍ່ມີສິດເຂົ້າຮ່ວມຄັດເລືອກຜູ້ໂຊກດີ. ການຮ້ອງຂໍກ່ຽວກັບກັບການຊັກຊ້າຈະບໍ່ໄດ້ຮັບການຜິດຈາລະນາໃດໆ.
  3. ກົນໄກກິດຈະກຳມີດັ່ງນີ້:ເພື່ອເຂົ້າຮ່ວມກິດຈະກຳ, ຜູ້ເຂົ້າຮ່ວມແຕ່ລະຄົນຕ້ອງ:
  • ເຕີມເກມ Free Fire ຫຼື Rov ຢູ່ໃນ Codashop ໂດຍໃຊ້ເບີໂທລະສັບ Unitel ໃນຊ່ວງເວລາກິດຈະກຳເພື່ອສະສົມມູນຄ່າເຕີມເກມຂອງທ່ານໃຫ້ໄດ້ຢ່າງໜ້ອຍ 50,000ກີບ. 
  • ຜູ້ເຂົ້າຮ່ວມແຕ່ລະຄົນອາດຈະໄດ້ຮັບລາງວັນດຽວໃນກິດຈະກຳນີ້.
  • ການເຂົ້າຮ່ວມທີ່ໄດ້ລະບຸໄວ້ຂ້າງເທິງນີ້ຈະຖືກຕັດສິນໂດຍ Unitel ແລະ Codashop ໂດຍອີງໃສ່ມູນຄ່າການເຕີມເກມຂອງພວກເຂົາ, ຜູ້ໂຊກດີຈະຖືກຄັດເລືອກແບບສຸ່ມໂດຍ Unitel ແລະ Codashop.

4. ໂດຍການເຂົ້າຮ່ວມກິດຈະກຳຄັ້ງນີ້, ຜູ້ເຂົ້າຮ່ວມທຸກຄົນຖືວ່າໄດ້ໃຫ້ການຍິນຍອມ/ເຫັນດີສຳລັບ ການປັບປຸງ, ນຳໃຊ້ ແລະ/ຫຼື ໂອນຍ້າຍ (ຖ້າຈຳປັນ) ຂໍ້ມູນສ່ວນຕົວຂອງຜູ້ເຂົ້າຮ່ວມ, ເບີໂທລະສັບ, ເພື່ອຈຸດປະສົງຂອງກິດຈະກຳ.

5. ຜູ້ທີ່ໄດ້ຮັບລາງວັນຈະໄດ້ຮັບການແຈ້ງຜ່ານທາງ Unitel ແລະ Codashop Facebook Pages  ໂດຍມີຂໍ້ມູນແລະຄຳແນະນຳກ່ຽວກັບການຮັບລາງວັນ. ລາງວັນແມ່ນບໍ່ສາມາດແລກປ່ຽນເປັນງິນສົດຫຼືສິ່ງຂອງອື່ນໆໄດ້, ແລະບໍ່ສາມາດຖ່າຍໂອນໃຫ້ຄົນອື່ນໄດ້.

6. ຂອງລາງວັນຈະຖືກສົ່ງພາຍໃນ 2ອາທິດ ຫຼັງຈາກການປະກາດຜູ້ໂຊກດີ. ໃນກໍລະນີບໍ່ມີການອ້າງສິດໃດໆກ່ຽວກັບຂອງລາງວັນຫຼືບໍ່ມີການຕັດສິນຜູ້ໂຊກດີໃດໆ, ຂອງລາງວັນຈະຖືກດຳເນີນການຕາມທີ່ Codashop/Unitel ເຫັນສົມຄວນ.

7. Codashop/Unitel ຂໍສະຫງວນລິຂະສິດ, ໃນການຕັດສິນໃຈຂອງຕົນເພື່ອປັບປຸງ, ອັບເດດ, ປ່ຽນແປງ, ດັດແກ້, ເພີ່ມເຕີມ, ເສີມ, ຫຼື ລຶບບາງຂໍ້ກຳນົດຂອງກົດລະບຽບທີ່ຈະມີຜົນບັງຄັບໃຊ້ໂດຍບໍ່ມີການແຈ້ງລ່ວງໜ້າ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here