PUBG Mobile x Spider-Man: ຕໍ່ສູ້ຄຽງຂ້າງ Spidey ໃນການຮ່ວມມືໃໝ່ນີ້

0
75

PUBG x Spiderman

Spider-Man ເພື່ອນບ້ານທີ່ເປັນມິດຂອງທຸກຄົນ ກຳລັງແກວ່ງໄປມາໃນໂໝດເກມ ໃນທີມຂອງ PUBG Mobile! ແລະ  ພະລັງອັນຍິ່ງໃຫຍ່ມາກັບຄວາມຮັບຜິດຊອບອັນໃຫຍ່ຫຼວງ; crossover ທີ່ໃຫຍ່ໄດ້ຍອມຮັບໃຫ້ຜູ້ຫຼີ້ນເພື່ອຕໍ່ສູ້ຄຽງຂ້າງກັບ web-slinger ທີ່ມີຊື່ສຽງເພື່ອຊ່ວຍໃຫ້ພວກເຂົາໄດ້ຮັບໄຊຊະນະ! ຄຸນລັກສະນະຂອງຊຸບເປີຮີໂຣ່ນີ້ ເກີດຂຶ້ນພ້ອມກັບການເປີດຕົວ Patch Notes ເວີຊັນ 1.8, ເຊິ່ງມາພ້ອມກັບເນື້ອໃນໃໝ່ທີ່ມີພະລັງ.

Spidey ເທິງແຜນທີ່

Spider Man Erangel Map

Spider Man Airplane

ຜູ້ຫຼີ້ນສາມາດແນມເຫັນ Spider-Man ເທິງແຜນທີ່ Erangel ແລະ Livik maps ໃນເກມ crossover. ທັນທີທີ່ທ່ານຂຶ້ນເຄື່ງບິນ, Spidey ໄດ້ອອກມາແກວ່ງໄກວ  ແລະ ສະແດງສະກິວຂອງລາວ! ລາວຍັງເຕືອນທຸກທ່ານວ່າ Spider Crates ຈະກະຈາຍໄປທຸກທີ່! ຮູບແບບຂອງໂໝດນີ້ຈະມີໃນ Classic Mode ຈົນຮອດວັນທີ 14 ຂອງເດີືອນກຸມພາ.

ປາບປາມຫົວໜ້າ, ຮັບສະບຽງ

ການຮ່ວມງານກັນຄັ້ງນີ້ເປັນກິດຈະກຳທີ່ສົມບູນແບບສຳລັບຄໍເກມ ແລະ ແຟນໜັງສືກາຕູນ! ຜູ້ຫຼີ້ນສາມາດຮ່ວມທີກັບນັກໄຕ່ກຳແພງທີ່ມີຊື່ສຽງເພື່ອຕໍ່ສູ້ກັບສັດປະຫຼາດລຶກລັບ! ພວກເຂົາສາມາດທ້າທາຍ ແລະ ປາບປາມຫົວໜ້າທີ່ລຶກລັບເພື່ອໄດ້ຮັບສະບຽງເພື່ອຊ່ວຍໃນການຕໍ່ສູ້. 

Spider Man Supplies

ຮັກສາຄວາມຮູ້ສຶກແມງມຸກຂອງທ່ານໃຫ້ຕື່ນຕົວ (ຫຼື ຢ່າງໜ້ອຍເປີດຕາຂອງທ່ານໃຫ້ກວ້າງ!) ເພື່ອຄົ້ນຫາ Spider Crates ທີ່ web-covered ເຊິ່ງມີອຸປະກອນພື້ນຖານ ແລະ ໂອກາດທີ່ຈະໄດ້ຮັບອຸປະກອນທີ່ເປັນເອກະລັກຂອງ Spidey. (ພວກເຮົາຄິດວ່າ ແກັດເຫຼົ່ານີ້ສາມາດໃຫ້ສະກິວໃຊ້ງານບາງຢ່າງໄດ້). ລວບລວມສະບຽງຂັ້ນສູງຕໍ່ໄປນີ້ ເພື່ອລອງໃຊ້ຄວາມສາມາດຂອງ Spider-Man:

  • Web Shooter: ສັດຕູໄລ່ຕາມບໍ? ຍິງໃຍແມງມຸມໂດຍໃຊ້ Web Shooter ເພື່ອໃຫ້ຄູ່ແຂ່ງຊ້າລົງເມື່ອຖືກໂຈມຕີ. ໃຍແມງມຸມເຫຼົ່ານີ້ສາມາດຍິດຕິດກັບອາຄານ ແລະ ອະນຸຍາດໃຫ້ຜູ້ຫຼີ້ນດຶງຕົວເອງຂຶ້ນໄປເທິງບ່ອນສູງໄດ້ຢ່າງໄວວາ. 
  • Spiderweb Ball: ໄອເທັມທີ່ແກວ່ງໄດ້ນີ້ຈະປ່ອຍໃຍແມງມຸມຈຳນວນຫຼາຍເມື່ອຕົກລົງພື້ນ, ເຮັດໃຫ້ການເຄື່ອນໄຫວຂອງຜູ້ຫຼີ້ນຄົນອື່ນ ທີ່ຈັບໄດ້ໃນພື້ນທີ່ຊ້າລົງ.

ສຳລັບການດຳເນີນການຂັ້ນສຸດທ້າຍ, ຜູ້ຫຼີ້ນຍັງສາມາດເຈິເຊິງໜ້າກັບ ‘ຫົວໜ້າ’ ໄດ້.  ໃນການເຮັດສິ່ງນັ້ນ, ຜູ້ເຂົ້າຮ່ວມຈະຕ້ອງຫາທາງໄປຍັງ Mylta Power ຕາມແຜນທີ່. ເມື່ອການຕໍ່ສູ້ເລີ່ມຂຶ້ນ, ພວກເຮົາເຊື່ອວ່າ Spider-Man ຈະປາກົດຕົວຂຶ້ນ ແລະ ຊ່ວຍທ່ານ ໃນລະຫວ່າງການຕໍ່ສູ້! ຢ່າລືມກຽມອາວຸດໃຫ້ພ້ອມອາວຸດໃຫ້ພ້ອມ ແລະ ກຽມປືນໃຫຍ່ເພື່ອກຳຈັດຕົວຮ້າຍທີ່ຮ້າຍກາດ!

ເພື່ອນໆຊາວເວັບ, ກຳລັງລໍຖ້າຫຍັງຢູ່? ຢ່າລືມອັບເດດເກມຂອງທ່ານຕອນນີ້, ແລະ ຢ່າລືມຕິດຕາມ Spider-Man: No Way Home ສະເພາະໃນໂຮງຮູບເງົາ!

ຢ່າລືມທີ່ເຕີມ UC ເກມ PUBG Mobile ທີ່ Codashop. ພວກເຮົານຳສະເໜີການຕື່ມເງິນທີ່ງ່າຍ ແລະ ໄວກວ່າ ໂດຍບໍ່ຕ້ອງເຂົ້າລະບົບ ຫຼື ມີລະຫັດຜ່ານ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here