ການອະທິບາຍລະບົບການຈັດອັນດັບຂອງ PUBG Mobile

0
78

PUBG Mobile Ranking System Explained

ການແນະນຳສັ້ນໆ ຂອງການຈັດອັນດັບ

ອັນດັບການແຂ່ງຂັນເປັນສິ່ງທີ່ກຳນົດໃນເກມອອນລາຍເປັນສ່ວນໃຫຍ່ຕັ້ງແຕ່ເລີ່ມຕົ້ນໃນສາກທົວນະເມັນ. ໃນຍຸກເລີ່ມຕົ້ນຂອງການແຂ່ງຂັນວິດີໂອເກມ, ມີການຄິດຄ່າປະມານການຂອງອັນດັບເພື່ອກຳນົດວ່າຜູ້ຫຼີ້ນແຕ່ລະຄົນຈະຢູ່ໃນຕຳແໜ່ງໃດ. ເຊິ່ງຈະຕ້ອງໃຊ້ເວລາຫຼາຍຊົ່ວໂມງໃນການຫຼີ້ນໂດຍສຳພັນກັບທັກສະຂອງຜູ້ຫຼີ້ນ. ຊົ່ວໂມງການຫຼີ້ນເກມທີ່ສູງຂຶ້ນໝາຍເຖິງຄວາມເຂົ້າໃຈເກມສູງຂຶ້ນ

ໃນເກມເຊັ່ນ PUBG Mobile, ຈະໃຊ້ການວັດຜົນເຊັ່ນດຽວກັນ. ຜູ້ຫຼີ້ນທີ່ຄຸ້ນເຄີຍກັບເກມແນວເອົາຊີວິດລອດ ແລະ ເກມຍິງປືນແນວ Battle Royale ຈະໄດ້ປຽບກວ່າຜູ້ທີ່ບໍ່ຄຸ້ນເຄີຍກັບວິດີໂອເກມປະເພດໃດປະເພດໜຶ່ງ . ບົດຄວາມນີ້ໄດ້ອະທິບາຍເຖິງລະບົບການຈັດອັດດັບໃນ PUBG Mobile ແລະ ໃຫ້ຄຳແນະນຳກ່ຽວກັບເປົ້າໝາຍຂອງແຕ່ລະອັນດັບ. ແຕ່ກ່ອນອື່ນເຮົາຕ້ອງອະທິບາຍວ່າ ເຫດໃດເກມຈັດອັນດັບຈຶ່ງມີຄວາມສຳຄັນ.

ເປັນຫຍັງການຈັດອັນດັບຈຶ່ງມີຄວາມສຳຄັນ, ເຖິງຢ່າງໃດກໍ່ຕາມ?

ເກມຈັດອັນດັບມີຄວາມສຳຄັນຍ້ອນວ່າ ມັນໄດ້ເປັນຕົວກຳນົດການຈັດລະດັບທັກສະຂອງຜູ້ຫຼີ້ນໂດຍສຳພັນກັບຊົ່ວໂມງທີ່ໃຊ້ຫຼີ້ນ. ແນວໃດກໍ່ຕາມ, ກໍ່ຍັງມີປັດໄຈພາຍນອກທີ່ສົ່ງຜົນຕໍ່ການຫຼີ້ນເກມຜູ້ຫຼີ້ນ. ຕົວຢ່າງວ່າ, ແຮງຈູງໃຈ. ຜູ້ຫຼີ້ນບາງຄົນຫຼີ້ນເກມຈັດອັນດັບເພື່ອໄຕ່ອັນດັບ ແລະ ເປັນໜຶ່ງໃນຜູ້ຫຼີ້ນທີ່ດີທີ່ສຸດຂອງໂລກ. ໃນຂະນະທີ່ຜູ້ຫຼີ້ນບາງຄົນ, ເຊັ່ນວ່າ ຂ້ອຍ, ຢາກຫຼີ້ນເພື່ອຮູ້ວ່າຕົນເອງຢູ່ໃນອັນດັບໃດ. ແຮງຈູງໃຈເພື່ອຂຶ້ນອັນດັບບໍ່ໄດ້ມີຢູ່ທີ່ນັ້ນ, ແຕ່ຄວາມຄິດທີ່ວ່າ ຂ້ອຍຮູ້ວ່າຂ້ອຍຢູ່ໃນອັນດັບໃດ ໃນແງ່ມູມຂອງອັນດັບອາດເປັນສິ່ງກະຕຸ້ນໃຫ້ຂ້ອຍຢາກຫຼີ້ນ. ອີກແງ່ມູມໜຶ່ງຂອງຄວາມສຳຄັນຂອງເກມຈັດອັນດັບຄືແນວຄິດທີ່່ວ່າ ມັນເຮັດໃຫ້ຜູ້ຫຼີ້ນເປັນຕົວຂອງຕົວເອງໃນເວີຊັນທີ່ດີຂຶ້ນ. ດ້ວຍການຮຽນຮູ້ ແລະ ການປັບຕົວໃຫ້ເຂົ້າກັບຍຸດທະສາດທີ່ແຕກຕ່າງກັນ, ຜູ້ຫຼີ້ນທີ່ແຂ່ງຂັນກັນເພື່ອຈັດອັນດັບມັກຈະພົບວ່າ ຕົນເອງແກ້ບັນຫາໄດ້ທັນທີດ້ວຍການຈົດຈຳຮູບແບບຂອງຜູ້ຫຼີ້ນອື່ນ ແລະ ຮັບຄວາມສ່ຽງ.

A Little Bit About Matchmaking

ສິ່ງເລັກນ້ອຍກ່ຽວກັບການຈັບຄູ່

ພາຍໃນລະບົບຈັດອັນດັບມີກົນໄກທີ່ກຳນົດ ອັນດັບການຈັບຄູ່ (MMR) ຂອງຜູ້ຫຼີ້ນ, ເຊິ່ງມີການຄິດໄລ່ຢ່າງສະຫຼັບສັບຊ້ອນ. ເພື່ອເຮັດໃຫ້ງ່າຍຂຶ້ນ, ມາລອງພິຈາລະນາບັນຊີຂອງຂ້ອຍເປັນຕົວຢ່າງ. 

ປັດຈຸບັນຂ້ອຍຢູ່ທີ່ລະດັບທອງແດງ I ກັບເຫຼືອອີກ 10 ອັດຕາການຈັດອັນດັບ (RR) ກ່ອນທີ່ຂ້ອຍຈະໄປຮອດອັນດັບ ເງິນ V. ເຊິ່ງໝາຍຄວາມວ່າ ຫຼັງຈາກໜຶ່ງເກມ, ມີໂອກາດພຽງ 50% ທີ່ຈະໄດ້ຮັບ 10 RR ຫຼື ຜ່າຍແພ້ຈົນກວ່າຈະເຫຼືອທີ່ 10 RR ເປັນຢ່າງຕ່ຳ. ສຳລັບຂ້ອຍມີໂອກາດໄດ້ຮັບ 10 RR ເພື່ອຂຶ້ນອັນດັບ, ຂ້ອຍຕ້ອງໄດ້ແຂ່ງຂັນກັບ a) ຜູ້ຫຼີ້ນທີ່ມີອັນດັບດຽວກັບຂ້ອຍ, b) ຜູ້ຫຼີ້ນທີ່ມີອັນດັບສູງກວ່າເລັກນ້ອຍ (ເຊັ່ນວ່າ ເງິນ IV), ຫຼື c) ຜູ້ຫຼີ້ນທີ່ມີອັນດັບສູງກວ່າຂ້ອຍ (ຈົນເຖິງລະດັບ Platinum ໃດກໍ່ໄດ້). ຂ້ອຍຈະສາມາດໄດ້ຮັບ RR ບາງສ່ວນຈາກການກຳຈັດຜູ້ຫຼີ້ນທີ່ຢູ່ລະດັບຕ່ຳກວ່າຜູ້ຫຼີ້ນອັນດັບສູງສຸດໃນການແຂ່ງຂັນ ແລະ ຢູ່ລອດຈົນເຖິງ 10 ອັນດັບທຳອິດ. ແຕ່ເພື່ອເພີ່ມການແຈກຢາຍ RR ໃຫ້ຫຼາຍທີ່ສູດ, ການຈຳຈັດຜູ້ຫຼີ້ນທີ່ດີທີ່ສູດໃນການແຂ່ງຂັນຜູ້ຫຼີ້ນຈັດອັນດັບສູງສຸດ, ແລະ ການເປັນພຽງຜູ້ລອດຊີວິດຈະໄດ້ຮັບເພີ່ມຢ່າງໜ້ອຍ 50 RR ໃຫ້ກັບອັນດັບປັດຈຸບັນຂອງຂ້ອຍ.

ເວລານີ້, ຕາມຫຼັກການແລ້ວ, ຜູ້ຫຼີ້ນຈະຕ້ອງມຸ່ງເນັ້ນໄປທີ່ການຄັດອອກເພື່ອເຂົ້າສູ່ 10 ທຳອິດ. ແນວໃດກໍ່ຕາມ, ນີ້ບໍ່ແມ່ນຍຸດທະສາດທີ່ມີປະສິດທິພາບ ຫຼື ປະສິດທິຜົນທີ່ຈະໃຊ້. ສິ່ງນີ້ຈະໄດ້ອະທິບາຍພາຍຫຼັງ. 

ການຈັດອັນດັບ PUBG Mobile 

PUBG Mobile Ranks

ປັດຈຸບັນ PUBG Mobile ມີແປດອັນດັບ, ແລະ 6 ອັນດັບແມ່ນເຫຼົ່ານີ້ ແບ່ງອອກເປັນອັນດັບ, ໃນຂະນະທີ່ 2 ອັນດັບທີ່ເຫຼືອເປັນຜູ້ຫຼີ້ນອັນດັບຕົ້ນໆຂອງ PUBG Mobile. ອັນດັບມີດັ່ງນີ້, ຈາກຕ່ຳສຸດໄປຫາສູງສຸດ:

  1. ທອງແດງ

ທອງແດງ V

ທອງແດງ IV

ທອງແດງ III

ທອງແດງ II

ທອງແດງ I

  • ເງິນ

ເງິນ V

ເງິນ IV

ເງິນ III

ເງິນ II

ເງິນ I

  1. ຄຳ

ຄຳ V

ຄຳ IV

ຄຳ III

ຄຳ II

ຄຳ I

  • Platinum

Platinum V

Platinum IV

Platinum III

Platinum II

Platinum I

  1. ເພັດ

ເພັດ V

ເພັດ IV

ເພັດ III

ເພັດ II

ເພັດ I

  1. ມົງກຸດ

ມົງກຸດ V

ມົງກຸດ IV

ມົງກຸດ III

ມົງກຸດ II

ມົງກຸດ I

  • Ace
  • Conqueror

ອັນດັບ Ace ແລະ Conqueror ແຕກຕ່າງກັນພຽງແຕ່ຕຳແໜ່ງເນື່ອງຈາກ Conquerors ເປັນຜູ້ຫຼີ້ນ Ace 500 ອັນດັບທຳອິດໃນແຕ່ລະ server. ຖ້າບໍ່ດັ່ງນັ້ນ, ອັນດັບທັງສອງຈະຢູ່ໃນຄິວດຽວກັນ. ຄືດັ່ງຄວາມກ້າວໜ້າຂອງອັນດັບຂອງຜູ້ຫຼີ້ນທອງແດງຫາ ອັນດັບມົງກຸດ,  ດັ່ງທີ່ເຫັນໃນລາຍການຂ້າງເທິງ, ລະດັບທີ່ມີໝາຍເລກຕ່ຳສຸດໃນອັນດັບນັ້ນໝາຍເຖິງລະດັບສູງສຸດໃນອັນດັບນັ້ນ. ນີ້ໝາຍຄວາມວ່າ ຜູ້ຫຼີ້ນອັນດັບທອງແດງ I ແມ່ນດີກວ່າຜູ້ຫຼີ້ນອັນດັບທອງແດງ IV. ອັນດັບຈະແຕກຕ່າງກັນເມື່ອທ່ານຫຼີ້ນດຽວ, ຫຼີ້ນຄູ່ ຫຼື ເປັນທີມ. ອັນດັບຂອງທ່ານໃນໂໝດດ່ຽວຈະບໍ່ສົ່ງຜົນຕໍ່ອັນດັບຂອງທ່ານໃນໂໝດອື່ນໆ ແລະ ໃນທາງກັບກັນ.

ຖ້າຕ້ອງການກວດສອບອັນດັບຂອງທ່ານ, ພຽງແຕະແຖບ “Season” ທີ່ດ້ານລຸ່ມຂອງໜ້າຈໍ, ແລະ ອັນດັບປັດຈຸບັນຂອງທ່ານຈະສະແດງພ້ອມກັບຈຳນວນ RR ທີ່ເຫຼືອເພື່ອໄປອັນດັບທີ່ກຳນົດ.

ລາງວັນອັນດັບ

PUBG Mobile Rank Rewards

ການເຂົ້າເຖິງອັນດັບທີ່ກຳນົດຈະມອບລາງວັນໃຫ້ກັບຜູ້ຫຼີ້ນທີ່ສະເພາະໃນລະດູການ. ໃນອັນດັບຕ່ຳ (ອັນດັບທອງແດງ III ຫາອັນດັບເງິນ I), ລາງວັນແມ່ນ Supply Crate Vouchers ແລະ Season Tokens. ການເລີ່ມຕົ້ນອັນດັບຄຳ V, ເຄື່ອງແຕ່ງກາຍຈະໄດ້ຮັບລາງວັນຄວບຄູ່ໄປກັບ Supply Crate Vouchers ແລະ Season Tokens. ຜູ້ຫຼີ້ນອັນດັບ Platinum V ຈະໄດ້ຮັບລາງວັນເປັນແກ້ວ. ຜູ້ຫຼີ້ນອັນດັບ ເພັດ V ໄດ້ຮັບສະກິນອາວຸດ. ຜູ້ຫຼີ້ນອັນດັບ ມົງກຸດ V ໄດ້ຮັບກາດປ້ອງກັນອັນດັບໃຊ້ໄດ້ໃນຄັ້ງດຽວ. ໃນຂະນະທີ່ອັນດັບ Ace ແລະ Conqueror ຈະແຈກໜ້າກາກ, ເຄື່ອງລາ, ແລະ ເຟຣມ, ຕາມລຳດັບ.

ຣີເຊັດອັນດັບ

ການຣີເຊັດອັນດັບຈະເກີດຂຶ້ນທຸກຄັ້ງຫຼັງຈາກຈົບລະດູການ, ໂດຍພິຈາລະນາຈາກໄລຍະເວລາຂອງ Royale Pass. ຜູ້ທີ່ຈົບລະດຸການດ້ວຍລະດັບທອງແດງ ຫຼື ເງິນຈະຮັກສາອັນດັບໄວ້ໄດ້ໃນລະດູການໜ້າ. ລາຍການຕໍ່ໄປນີ້ສະແດງການຣີເຊັດອັນດັບສຳລັບອັນດັບອື່ນໆ:

ຈົບລະດູການໃນ ຣີເຊັດອັນດັບເພື່ອ
ຄຳ II, ຄຳ III, ຄຳ IV, ຄຳ V ຄຳ V
Platinum IV, Platinum V, ຄຳ I ຄຳ IV
Platinum I, Platinum II, Platinum III ຄຳ III
ເພັດ III, ເພັດ IV, ເພັດ V ຄຳ II
ເພັດ I, ເພັດ II ຄຳ I
ມົງກຸດ IV, ມົງກຸດ V Platinum V
ມົງກຸດ II, ມົງກຸດ III Platinum IV
ມົງກຸດ I Platinum III
Ace 1, Ace 2, Ace 3, Ace 4, Ace 5 Platinum II
Conqueror, Ace 6 Platinum I

 

ເຄັດລັບເພື່ອຂຶ້ນອັນດັບ

ມີວິທີຊັດເຈນ, ບໍ່ຕ້ອງຄິດຫຍັງຫຼາຍໃນການຈັດອັນດັບໃນ PUBG Mobile. ການກຳຈັດຜູ້ຫຼີ້ນຊ່ວຍ; ແນວໃດກໍ່ຕາມ, ຈື່ໄວ້ວ່າ PUBG Mobile ເປັນເກມ ເອົາຊີວິດລອດ. ການຫາວິທີເອົາຕົວລອດ ແລະ ຈົບອັນດັບ 10 ເປັນຢ່າງໜ້ອຍສາມາດປັບປຸງອັນດັບຂອງທ່ານໄດ້ຢ່າງຫຼາຍ. ນີ້ຄືລາຍການເຄັດລັບທີ່ບໍ່ໜ້າເຊື່ອຖືກ່ຽວກັບສິ່ງທີ່ທ່ານສາມາດເຮັດໄດ້ເພື່ອຄວາມຢູ່ລອດ ແລະ ຈັດອັນດັບ:

  1. ການກຳຈັດສັດຕູນັ້ນດີ, ແຕ່ຢ່າສົນໃຈແຕ່ພຽງແຕ່ເສດຊາກ.
  2. ການຮັກສາ ຫຼື ຢ່າງໜ້ອຍກໍ່ມີແຖບຊີວິດສູງ (ສູງກວ່າ 70%) ເມື່ອສຸດການແຂ່ງຂັນ. ການຮັກສາຈະເພີ່ມໃຫ້ກັບ RR ຍ້ອນວ່າ ມັນສະແດງໃຫ້ເຫັນວ່າຜູ້ຫຼີ້ນມີຈິດສຳນຶກແນວໃດກ່ຽວກັບການເອົາຊີວິດລອດ.
  3. ລະວັງກົນໄກການຍິງອາວຸດຂອງທ່ານ. M16 ມີໂໝດດ່ຽວ ແລະ ໂໝດຍິງຕໍ່ເນື່ອງ. SCAR-L ມີໂໝດອັດຕະໂນມັດເຕັມຮູບແບບ, ຍິງຕໍ່ເນື່ອງ, ແລະ ໂໝດດ່ຽວ. ໃນສະຖານະການຄັບຂັນ, ການບໍ່ໃສ່ໃຈກ່ຽວກັບໂໝດການຍິງຂອງຊຸດປັບແຕ່ງຂອງທ່ານອາດເຮັດໃຫ້ສູນເສຍການຢູ່ລອດ.
  4. ກວດລ້າງກະເປົ໋າເປ້ຂອງສັດຕູ. ພວກເຂົາອາດໃຫ້ລູກປືນ, ຊຸດເກາະ ແລະ ສຸຂະພາບ.
  5. ແລ່ນແຕ່ບໍ່ໃຫ້ເປັນເສັ້ນຊື່. ມີນັກແມ່ນປືນທີ່ເກັ່ງຫຼາຍໃນເກມທີ່ສາມາດທີ່ສາມາດສຸ່ມໂຈມຕີສັດຕູໄດ້ຈາກມຸມທີ່ເໝາະສົມ. ນີ້ຄືຈຸດທີ່ sprint-lock ມີປະໂຫຍດ. ຂໍ້ດີຂອງການມີ sprint-lock (ປັບ joystick ສະເໝືອນຈິງຂື້ນເພື່ອແລ່ນໄປເລື້ອຍໆ) ຄືຜູ້ຫຼີ້ນສາມາດແລ່ນໄລຍະໄກໄດ້ໃນຂະນະທີ່ສ້າງຮູບແບບຕ່າງ ໃນກໍລະນີ ທີ່ມີການຄຸກຄາມຈາກສະໄນເປີ. ຂ້ອຍມັກຈະແລ່ນເປັນ ຊິກແຊັກໃນ Erangel, ເຊິ່ງມີທົ່ງກວ້າງ ແລະ ໂຄງສ້າງສູງຕະຫງ່າມໃຫ້ເຫັນ. 

ທ່ານສາມາດເບິ່ງ ບົດຄວາມນີ້ ກ່ຽວກັບວິທີເຂົ້າເຖິງ Conqueror.

ສະຫຼຸບ

ສະນັ້ນມາເບິ່ງ. ຄຳແນະນຳເລັກນ້ອຍກ່ຽວກັບລະບົບຈັດອັນດັບຂອງ PUBG Mobile. ອັນດັບປັດຈຸບັນຂອງທ່ານແມ່ນຫຍັງ, ແລະ ອັນດັບໃດທີ່ທ່ານຕ້ອງການໄປໃຫ້ເຖິງໃນໄລຍະຍາວ? ຂ້ອຍກຳລັງເຮັດມັນ ເທື່ອລະລະດັບເພື່ອເຮັດວຽກໃນເກມຂອງຂ້ອຍແລະ ວິທີທີ່ຂ້ອຍຕ້ອງປັບປຸງໃນບາງແງ່ມຸມ, ເຊັ່ນ ການຮູ້ວ່າເມື່ອໃດຄວນໃຊ້ຄວາມແຂງແຮງ ແລະ ຢາບຳລຸງສຸຂະພາບຕ່າງໆ,  ຮຽນຮູ້ວິທີໃຊ້ອາວຸດໄລຍະໃກ້, ແລະ ປັບການເຄື່ອນໄຫວໃຫ້ເໝາະສົມ ດັ່ງນັ້ນ ຂ້ອຍສາມາດຢູ່ໃນທີ່ທີ່ສັດຕູບໍ່ຄາດຄິດ. ການວາງແຜນເກມໃນແຕ່ລະແຜນທີ່ ແລະ ການສ່ຽງຄືການພັດທະນາຂອງຜູ້ຫຼີ້ນໃນໄລຍະຍາວ.

ພວກເຮົາຫວັງວ່າຄຳແນະນຳນີ້ຈະຊ່ວຍທ່ານໃນການເດີນທາງສູ່ການເປັນຜູ້ຫຼີ້ນທີ່ດີທີ່ສຸດທີ່ທ່ານສາມາດເປັນໄດ້, ແລະ ຂ້ອຍຫວັງວ່າທ່ານຈະໄດ້ຮັບລາງວັນເປັນ Chicken Dinners ຢ່າງສະໝ່ຳສະເໝີ. ພົບກັນໃນສະໜາມຮົບ.

ຢ່າລືມຕື່ມເງິນໃນ UC ສຳລັບ PUBG Mobile ຂອງທ່ານທີ່ Codashop ເທົ່ານັ້ນ. ພວກເຮົານຳສະເໜີການຕື່ມເງິນທີ່ງ່າຍ ແລະ ໄວຂຶ້ນໂດຍບໍ່ຕ້ອງເຂົ້າສູ່ລະບົບ ຫຼື ມີລະຫັດຜ່ານ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here