ຄູ່ມື ຮີໂຣ Phoveus: ການອອກເຄື່ອງ, ເຄື່ອງລາງ, ແລະ ເຄັດລັບອື່ນໆ ທີ່ດີທີ່ສຸດ

0
204

ຢ່າຫາຍຕົວ! ນັກສູ້ລຸ່ນຫຼ້າສຸດຈະອອກໄລ່ລ້າ ແລະ ລົງໂທດສັດຕູທີ່ໃຊ້ ການຫາຍຕົວ ແລະ ໂດດໜີ

Phoveus, ສາຍາເງົາແຫ່ງຄວາມໜ້າຢ້ານກົວ, ເປັນຮີໂຣ່ນັກສູ້ຕົວໃໝ່ຫຼ້າສຸດໃນ Mobile Legends. ລາວເປັນຜູ້ທີ່ມີພະລັງທີ່ສ້າງຄວາມເສຍຫາຍທາງເວດມົນ ແລະ ມີການຍ່າງຢ່າງໜ້າຢ້ານກົວໃນເວລາທີ່ລາວຖືໄມ້ຕີຂອງລາວ. ຮູ້ບໍວ່າ ລາວຕາບອດ? ລາວໃຊ້ອາວຸດຂອງລາວ Astaros ເປັນແນວທາງໃນການຕໍ່ສູ້. ໃນໂພສນີ້, ແມ່ນເພື່ອຮຽນຮູ້ກ່ຽວກັບການອອກເຄື່ອງ, ຊຸດເຄື່ອງລາງ, ເວດມົນການຕໍ່ສູ້, ຕົວແກ້, ແລະ ເຄັດລັບອື່ນໆ ທີ່ດີທີ່ສຸດ.

ຢ່າປະໝາດ Phoveus ເພາະວ່າພວກເຮົາເຕືອນທ່ານແລ້ວ, ອາດຈະບໍ່ທັນໄດ້ແນມເບິ່ງຊ້ຳ! ຄຳເຕືອນເປັນທຳສຳລັບ Lancelot, Gusion ແລະ Harith ທຸກຄົນທີ່ຢູ່ທີ່ນັ້ນ: Phoveus ສາມາດໄລ່ລ້າ ແລະ ຕີທ່ານຈົນຕາຍໄດ້. 

ວິທີເອົາຊະນະໃນ MLBB ໂດຍໃຊ້ Phoveus

Phoveus ເປັນໜຶ່ງໃນນັກສູ້ທີ່ດີທີ່ສຸດ ເພື່ອແກ້ກັບສັດຕູທີ່ໃຊ້ການໂດດໜີ/ຫາຍຕົວ ເນືອງຈາກລາວສາມາດໄລ່ລ້າ ແລະ ສັງຫານພວກມັນໄດ້ຢ່າງງ່າຍດາຍ. ນີ້ຄືເຄັດລັບບາງຢ່າງທີ່ຈະຊ່ວຍໃຫ້ທ່ານຊະນະໄດ້ໂດຍໃຊ້ Phoveus

Phoveus, the Shadow of Dread. Image Credit: Moonton / Mobile Legends

ສະກິວ/ຄວາມສາມາດ ຂອງ Phoveus

Demonic Intuition
© fandom.com

ເມື່ອໃດກໍ່ຕາມທີ່ຮີໂຣ່ຂອງສັດຕູໃຊ້ສະກິວ ຫາຍຕົວ ຫຼື ຈູ່ໂຈມກ່ອນ, ມັນຈະຫຼຸດຜ່ອນ ການ cooldowns ຫຼື ສະກິວການຈູ່ໂຈມກ່ອນ ຂອງ Phoveus  1 ວິນາທີຕໍ່ຕັ້ງ.

Malefic Terror
© fandom.com

Phoveus ທຸບພື້ນເພື່ອສ້າງຄວາມເສຍຫາຍໃຫ້ກັບສັດຕູ. ເມື່ອໂຈມຕີຮີໂຣ່ສັດຕູດ້ວຍສະກິວນີ້, ລາວຈະໄດ້ຮັບເກາະກຳບັງ ແລະ ການເຄື່ອນທີ່ແບບໄວວາ. ເມື່ອຮີໂຣ່ຂອງສັດຕູ, creep, ຫຼື Phoveus ເອງໄດ້ແຕະຕ້ອງມັນ, ມັນຈະເຮັດໃຫ້ມີຄວາມເສຍຫາຍກະຈາຍເພີ່ມຂື້ນອີກກ

Astaros Eye
© fandom.com

Phoveus ເອີ້ນເອົາ Astaros Eye. ຫຼັງຈາກຮັດໄວ້ເປັນເວລາສັ້ນໆ ມັນຈະເລີ່ມຫົດຕົວ ແລະ ດຶງສັດຕູທັງໝົດທີ່ຢູ່ທາງກາງ ແລະ ສ້າງຄວາມເສຍຫາຍໃຫ້ພວກເຂົາ.

Demonic Force
© fandom.com

ເມື່ອໃດກໍ່ຕາມທີ່ສັດຕູໃຊ້ສະກິວການຫາຍຕົວ ຫຼື ການຈູ່ໂຈມກ່ອນ, Phoveus ສາມາດ ຫາຍຕົວນຳໄປທີ່ບ່ອນທີ່ພວກເຂົາໄປໂຈມຕີຢ່າງຮຸນແຮງ ແລະ ສ້າງເກາະກຳບັງ. ສາມາດໃຊ້ ຫຼາຍເວລາໃນໄລຍະ 12 ວິນາທີ ຕາມເງື່ອນໄຂທີ່ເປັນໄປໄດ້.

Phoveus Play Style

ROLE:
Fighter

SPECIALTY:
Chase | Control

RECOMMENDED LANE:
EXP Lane

Durability
Offense
Skill Effects
Difficulty

ແລວທາງທີ່ດີທີ່ສຸດຂອງ Phoveus

Phoveus ແມ່ນຫຼີ້ນໄດ້ດີທີ່ສຸດໃນເລນຂ້າງ, ໂດຍສະເພາະ Experience Lane ເພື່ອຊ່ວຍໃຫ້ລາວຂຶ້ນ level ໄດ້ໄວຂຶ້ນ. ລາວສາມາດຈັບຄູ່ ແລະ ແລ່ນໄດ້ຢ່າງດຸເດືອດກັບຮີໂຣ່ບາງຕົວທີ່ໄດ້ຮັບເກາະກຳບັງຂອງລາວ.

ສະກິວ ຊ້ອນເພື່ອໃຊ້ສຳລັບ Phoveus

ສຳລັບ combos ພື້ນຖານຂອງ Phoveus, ໃຊ້ສະກິວທີສອງກ່ອນເພື່ອຮຽກເອີ້ນໃຊ້ ultimate ຂອ

ລາວ ແລະ ຕາມດ້ວຍທັກສະພິເສດຂອງລາວ. (2-3-1-3) 

Best Battle Spell for Phoveus

There are two spells that can take advantage of Phoveus. First is Flameshot because it can trigger his Ultimate with its push effect that allows you to dash one more time. The second one is Execute to quickly finish off enemies trying to escape with their low HP.

ເວດມົນທີ່ດີທີ່ສຸດສຳລັບ Phoveus

 

ມີສອງເວດມົນເຊິ່ງສາມາດໃຫ້ປະໂຫຍດຂອງ Phoveus. ທຳອິດແມ່ນ Flameshot ຍ້ອນວ່າ ມັນສາມາດກະຕຸ້ນພະລັງສຸງສຸດຂອງລາວກັບເອຟເຟັກທີ່ເຮັດໃຫ້ທ່ານໂດດໄດ້ອີກຄັ້ງ. ທີສອງແມ່ນ Execute ເພື່ອຈັດການໄດ້ຢ່າງໄວກັບສັດຕູທີ່ພະຍາຍາມໜີດ້ວຍ HP ທີ່ຕ່ຳຂອງພວກເຂົາ.

ຊຸດເຄື່ອງລາງທີ່ດີທີ່ສຸດສຳລັບ Phoveus

ໃຊ້ເວດມົນຂອງເຄື່ອງລາວທີ່ກຳນົດເອງສຳລັບ Phoveus ເພື່ອ ເພີ່ມການທຳລາຍລ້າງສູດສຸດຂອງລາວ. ເຊິ່ງຈັດຄະແນນຄວາມສາມາດດັ່ງຕໍ່ໄປນີ້:

  • ຄວາມຄ່ອງຕົວໃນການປັບຄວາມໄວໃນການເຄື່ອນທີ່ໃຫ້ເໝາະສົມ
  • ການສັງເກດ: ການເຈາະຂອງເວດມົນ
  • Impure Rage ສຳລັບຄວາມເສຍຫາຍເວດມົນພິເສດ

ຫຼືວ່າ, ທ່ານສສາມາດເລືອກ Mystery Shop ຖ້າທ່ານກຳລັງມີບັນຫາໃນການເຮັດຟາມ (ຊື້ ອຸປະກອນໄອເທັມ ໃນລາຄາ 90% ຂອງລາຄາສິນຄ້າ)

Best Emblem Set for Phoveus
Magic Emblem Set

ການອອກເຄື່ອງທີ່ດີທີ່ສຸດ ສຳລັບ Phoveus

ສຸມເນັ້ນໄປທີ່ການອອກເຄື່ອງຂອງທ່ານໃນໄອເທັມ mana ເພື່ອຮັກສາສະກິວ spammable ຂອງ Phoveus. ສິ່ງທຳອິດ ແລະ Ultimate ຂອງລາວ ສາມາດໃຊ້ໄດ້ຕິດຕໍ່ກັນ, ດ້ວຍເຫດນັ້ນ, ຈຶ່ງສົ່ງຜົນໃຫ້ mana ຕ່ຳ. ນອກຈາກນີ້, ຍັງເພີ່ມລາຍການສຳລັບການປ້ອງກັນ.

Best Build for Phoveus
Best items for Phoveus
  • ເກີບປີສາດ: ອັດຕາຟື້ນຟູ Mana (+6)
  • ໂມງແຫ່ງໂຊກຊາຕາ: Mana (+600). HP (+615), ພະລັງເວດ (+60)
  • ຄວາມເຂັ້ມຂຸ້ນຂອງແຮງງານ: ພະລັງເວດ (+70), HP (+700)
  • Oracle: HP (+850), ເກາະເວດມົນ (+42), CD Reduction (+10%)
  • ຄວາມເປັນອຳມະຕາະ: HP (+800), ການປ້ອງກັນພາຍນອກ (+40)
  • ເສື້ອກເກາະ Brute Force: HP (+770), ການປ້ອງກັນພາຍນອກ (+45)

ຮີໂຣ່ທີ່ Phoveus ສາມາດໂຕ້ຕອບໄດ້

ໃຫ້ສະກິວພິເສດຂອງລາວ, Phoveus ສາມາດ ໂຕ້ຕອບ ຮີໂຣ່ເຊິ່ງໃຊ້ ສະກິວການໂດດ ໂດຍໃຊ້ ທ່າໄມ້ຕາຍທີ່ເໝືອນເທບພະເຈົ້າຂອງລາວ. ຕົວຢ່າງ ເຊັ່ນວ່າ: 

  • Lancelot
  • Wanwan
  • Harith
  • Gusion
  • Karrie
  • Fanny

ຮີໂຣ່ທີ່ສາມາດຕອບໂຕ້ກັບ Phoveus ໄດ້

ໃນທາງກົງກັນຂ້າມ, ຮີໂຣ່ຕໍ່ໄປນີ້ ສາມາດຕອບໂຕ້ກັບ Phoveuse ແລະ ທຳລາຍເອຟເຟັກເກາະກຳບັງຂອງລາວໄດ້. ຕົວຢ່າງເຊັ່ນວ່າ:

  • Esmeralda
  • Baxia
  • Chang’e

ຢ່າລືມຕື່ມເງິນໃນ Mobile Legend Dimonds ຂອງທ່ານທີ່ Codashop ເທົ່ານັ້ນ. ພວກເຮົາຮັບປະກັນການຕື່ມເງິນທີ່ໄວ ແລະ ສະດວກກວ່າ ເພື່ອໃຫ້ທ່ານເພີດເພີນກັບປະສົບການຫຼີ້ນເກມທີ່ບໍ່ຫຍຸ້ງຍາກ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here