ຜູ້ສ້າງ Camp ຂອງ MLBB: ວິທີການປົດປ່ອຍທ່າແຮງຄວາມຄິດສ້າງສັນໃນການຫຼີ້ນເກມຂອງທ່ານ.

0
46

MLBB Creator Camp
ທ່ານພ້ອມຫຼືຍັງທີ່ຈະປົດລັອກຄວາມອັດສະລິຍະທາງດ້ານຄວາມຄິດສ້າງສັນ ແລະ ກາຍເປັນສຸດຍອດນັກຫຼີ້ນເກມຄົນຕໍ່ໄປ
? ເອົາລະ, ຖືອຸປະກອນການຫຼີ້ນເກມຂອງທ່ານໄວ້ ເພາະພວກເຮົາມີຂ່າວທີ່ຍອດຢ້ຽມສຳລັບທ່ານ! ຄົ້ນຫາ MOBA ທີ່ທ່ານມັກໄດ້ງ່າຍຂຶ້ນດ້ວຍ MLBB Creator Camp. ນີ້ເປັນຄວາມຄິດເລີ່ມຕົ້ນທີ່ໜ້າມະຫັດສະຈັນໂດຍ Moonton ທີ່ອອກແບບມາເພື່ອໃຫ້ນັກຫຼີ້ນເກມທີ່ຫຼົງໄຫຼ ແລະ ຜູ້ສ້າງ ເນື້ອໃນທີ່ກຳລັງມາແຮງມີ ໃນການສະແດງແນວຄິດສ້າງສັນ ແລະ ຄວາມຮັກທີ່ມີຕໍ່ Mobile Legends. ມາເບິ່ງນຳກັນວ່າ ຜູ້ສ້າງ camp ນີ້ແມ່ນຫຍັງ ແລະ ທ່ານຈະເພີດເພີນໄປກັບປະໂຫຍດຫຼາກຫຼາຍໄດ້ແນວໃດ. 

ການອະທິດບາຍ MLBB Creator Camp

Creator Camp Banner MLBB

The MLBB Creator Camp ແມ່ນ platform ສຳລັບນັກຫຼີ້ນເກມ ແລະ ຜູ້ສ້າງເນື້ອໃນທີ່ຕ້ອງການໄດ້ຮັບການເປີດເຜີຍ ທີ່ພວກເຂົາຕ້ອງການເພື່ອຂະຫຍາຍຊຸມຊົນຂອງພວກເຂົາ ແລະ ຜະລິດເນື້ອໃນຄຸນະພາບສູງກ່ຽວກັບ Mobile Legends. ທ່ານຈະເພີດເພີນໄປກັບສິດທິພິເສດ, ຊັບພະຍາກອນ ແລະ ໂອກາດໃນການເຮັດວຽກຮ່ວມກັບຜູ້ສ້າງທີ່ມີແນວຄິດດຽວກັບຄົນອື່ນໆ. ສິດທິປະໂຫຍດບາງສ່ວນທີ່ທ່ານຄາດຫວັງໄດ້ຈາກ MLBB Creator Camp ມີດັ່ງນີ້:

ການເຮັດວຽກຮ່ວມກັນ ແລະ ເຄືອຄ່າຍ

ຂໍ້ໄດ້ປຽບທີ່ສຳຄັນທີ່ສຸດປະການໜຶ່ງຂອງການເຂົ້າຮ່ວມ MLBB Creator Camp ແມ່ນໂອກາດໃນການເຊື່ອມຕໍ່ກັບບຸກຄົນທີ່ມີແນວຄິດດຽວກັນເຊິ່ງມີຄວາມຫຼົງໄຫຼໃນການຫຼີ້ນເກມເຊັ່ນດຽວກັບທ່ານ. ທ່ານຈະມີໂອກາດຮ່ວມມືກັບເພື່ອນນັກຫຼີ້ນເກມ ແລະ ແລກປ່ຽນຄວາມຄິດເຫັນເພື່ອສ້າງເນື້ອໃນຮ່ວມກັນ. ໂອກາດໃນການສ້າງເຄືອຄ່າຍນີ້ສາມາດນຳໄປສູ່ມິດຕະພາບ ແລະ ຄວາມຮ່ວມມືທີ່ຍາວນານພາຍໃນຊຸມ MLBB, ໃຫ້ການສະໜັບສະໜຸນ ແລະ ໃຫ້ກຳລັງໃຈແກ່ທ່ານເພື່ອໃຫ້ປະສົບຄວາມສຳເລັດໃນເສັ້ນທາງການສ້າງເນື້ອໃນຂອງທ່ານ. 

ລາງວັນພິເສດ

MLBB Creator Camp ເປັນຫຼາຍກວ່າການໃຫ້ທັກສະ ແລະ ຄວາມຮູ້ເພື່ອການສ້າງເນື້ອໃນທີ່ມີຄຸນະພາບສູງ; ມັນຍັງສະເໜີລາງວັນພິເສດເຊິ່ງສາມາດຊ່ວຍທ່ານໃຫ້ໂດດເດັ່ນໃນການແຂ່ງຂັນ. ລາງວັນເຫຼົ່ານີ້ອອກແບບມາເພື່ອໃຫ້ທ່ານມີແຮງບັນດານໃຈ, ມີສ່ວນຮ່ວມ, ແລະ ຕື່ນເຕັ້ນກັບເສັ້ນທາງການສ້າງເນື້ອໃນຂອງທ່ານ. 

ໃນຖານະຜູ້ເຂົ້າຮ່ວມຄ້າຍ, ທ່ານຈະມີສິດໄດ້ຮັບເພັດຟຣີໄດ້ທຸກໆອາທິດ, ເຊິ່ງສາມາດໃຊ້ຊື້ໄອເທັມໃນເກມ (ເຊັ່ນສະກິນເທ້ໆ!) ແລະ ເພີ່ມປະສົບການການຫຼີ້ນເກມຂອງທ່ານ. ສິ່ງນີ້ບໍ່ພຽງແຕ່ຊ່ວຍທ່ານສ້າງເນື້ອໃນທີ່ໜ້າດຶງດູດຫຼາຍຂຶ້ນ ແຕ່ຍັງຊ່ວຍໃຫ້ທ່ານນຳໜ້າເກມ ແລະ ສະແດງຄຸນສົມບັດ ແລະ ລາຍການຫຼ້າສຸດຂອງຜູ້ຊົມຂອງທ່ານ. ທ່ານຍັງສາມາດເຂົ້າເຖິງສິນຄ້າເກມສຸດພິເສດ ແລະ ແມ່ນແຕ່ກິດຈະກັບອັອຟລາຍທີ່ຈັດໂດຍ Moonton ແລະ ຜູ້ສ້າງເນື້ອໃນລາຍອື່ນໆ!

ການພັດທະນາທັກສະ

Creator Academy MLBB

MLBB Creator Camp ໄດ້ຮັບການອອກແບບມາເພື່ອຊ່ວຍໃຫ້ທ່ານພັດທະນາທັກສະເພື່ອສ້າງເນື້ອໃນ, ມອບບົດບາດຊ່ວຍສອນກ່ຽວກັບແງ່ມຸມຕ່າງໆ ຂອງຂະບວນການ. ທ່ານຈະໄດ້ຮຽນຮູ້ກ່ຽວກັບການຕັດຕໍ່ວິດີໂອ, ເຕັດນິກການ streaming ຖ່າຍທອດສົດ, ແລະ ອື່ນໆອີກຫຼາກຫຼາຍ, ທັງໝົດນີ້ມຸ່ງເນັ້ນໄປທີ່ການຊ່ວຍໃຫ້ທ່ານສ້າງເນື້ອໃນຄຸນະພາບສູງທີ່ຖືກໃຈຜູ້ຊົມຂອງທ່ານ. ການຝຶກຝົນທັກສະເຫຼົ່ານີ້, ຈະເຮັດໃຫ້ທ່ານມີຄວາມພ້ອມຫຼາຍຂຶ້ນໃນການສ້າງເນື້ອໃນ, ທີ່ມີສ່ວນຮ່ວມ, ມີຄວາມມ່ວນຊື່ນ, ແລະ ໃຫ້ຂໍ້ມູນທີ່ເຮັດໃຫ້ຜູ້ຊົມກັບມາເບິ່ງອີກ. 

ການສະໜັບສະໜຸນໂຊຊຽວມີເດຍ

ເມື່ອເປັນສະມາຊິກຂອງ Creator Camp, ທ່ານຈະໄດ້ຮັບການສະໜັບສະໜູນທາງໂຊຊຽວມີເດຍຈາກຊ່ອງເປັນທາງການຂອງ Moonton ເພື່ອຊ່ວຍເພີ່ມຕົວຕົນໃນໂລກອອນລາຍ (Online) ຂອງທ່ານ. ການເປີດເຜີຍນີ້ສາມາດຊ່ວຍໃຫ້ມີຜູ້ຕິດຕາມຫຼາຍຂຶ້ນ, ເພີ່ມການເຂົ້າເຖິງເນື້ອໃນຂອງທ່ານ, ແລະ ອາດດຶງດູດການສະໜັບສະໜຸນຈາກບໍລິສັດເກມ ແລະ ເຕັກໂນໂລຊີ.

ການຍອມຮັບ ແລະ ການເປັນທີ່ຮູ້ຈັກ

ສຸດທ້າຍແຕ່ບໍ່ທ້າຍສຸດ, MLBB Creator Camp ມອບໂອກາດໃຫ້ທ່ານໄດ້ຮັບການຍອມຮັບ ແລະ ເປັນທີ່ຮູ້ຈັກໃນຊຸມຊົນເກມ. ດ້ວຍການສະແດງຄວາມສາມາດ ແລະ ຄວາມຄິດສ້າງສັນຂອງທ່ານ, ທ່ານຈະມີໂອກາດສ້າງແບຣນຂອງທ່ານ ແລະ ກາຍເປັນບຸກຄົນທີ່ມີອິດທິພົນໃນຊຸມຊົນ MLBB. ການເປັນທີ່ຮູ້ຈັກນີ້ສາມາດນຳໄປສູ່ຄວາມຮ່ວມມືທີ່ໜ້າຕື່ນເຕັ້ນ, ຄຸ່ຮ່ວມ, ແລະ ແມ່ນແຕ່ໂອກາດໃນການເຮັດວຽກໃນອຸດສາຫະກຳເກມ. 

ວິທີການເຂົ້າຮ່ວມ MLBB Creator Camp

Creator Camp Content Picks MLBB

ກ່ອນອື່ນໝົດ, ທ່ານຕ້ອງມີຄຸນສົມບັດຕົງຕາມເກມທີ່ກຳນົດໂດຍທີມ MLBB ເພື່ອເຂົ້າຮ່ວມ. ຂໍ້ກຳນົດໃນການເຂົ້າຮ່ວມ MLBB Creator Camp ມີພຽງສາມຂໍ້ເທົ່ານັ້ນ:

  • ຜູ້ຫຼີ້ນ loyal Mobile Legends;
  • ຜູ້ໃຊ້ TikTok, YouTube, Instagram ຫຼື Facebook;
  • ມີຄວາມມຸ່ງໝາຍທີ່ຈະຮຽນຮູ້ກ່ຽວກັບການສ້າງເນື້ອໃນ ແລະ ການສ້າງແບຣນ.

ຖ້າຕ້ອງການເປັນສ່ວນໜຶ່ງຂອງ MLBB Creator Camp, ທ່ານຕ້ອງເຂົ້າຮ່ວມ ກິດຈະກຳທີ່ປະກາດ  ເທິງເວັບໄຊທາງການຂອງ MLBB Creator Camp. ທ່ານຕ້ອງສ້າງເນື້ອໃນຕາມຄູ່ມືຫຼັກການ ແລະ ການອັບໂຫຼດດ້ວຍ hashtags ທີ່ກ່ຽວຂ້ອງ ລວມທັງຕົວລະຄອນ ແລະ ID ເຊີບເວີຂອງທ່ານ. ຈາກນັ້ນ,​ ກັບໄປທີ່ເພຈກິດຈະກຳ, ຄລິກທີ່ເຂົ້າຮ່ວມດຽວນີ້“, ແລະ ຕື່ມລາຍລະອຽດຂອງທ່ານ ແລະ ລິງເນື້ອໃນຂອງທ່ານ. MOONTON ຈະຕັດສິນຜົນງານຂອງທ່ານ ແລະ ໃຫ້ລາງວັນເພັດອີງໃສ່ເນື້ອໃນຜົນງານຂອງທ່ານ. ຖ້າເນື້ອໃນຂອງທ່ານໄດ້ຮັບຄັດເລືອກ, ເນື້ອໃນນັ້ນຈະປາກົດເທິງເວັບໄຊຂອງຄ້າຍຜູ້ສ້າງ ຫຼື ຊ່ອງທາງໂຊຊຽວມີເດຍຢ່າງເປັນທາງການພ້ອມກັບຜູ້ສ້າງເນື້ອໃນທີ່ມີຊື່ສຽງຄົນອື່ນໆ. ມັນງ່າຍຫຼາຍ!

ການເຂົ້າຮ່ວມ MLBB Creator Camp ເປັນໂອກາດຍອດຢ້ຽມສຳລັບຜູ້ທີ່ມີໃຈຮັກໃນການສ້າງສັນເນື້ອໃນ, ໂດຍສະເພາະຢ່າງຍິ່ງໃນຊຸມຊົນ Mobile Legends: Bang Bang. ນີ້ຄືສິ່ງທີ່ຜູ້ສ້າງເນື້ອໃນເກມທີ່ຕ້ອງການເພື່ອສະແດງຄວາມສາມາດ, ສ້າງຖານແຟນຄລັບ, ແລະ ອາດເຮັດວຽກຮ່ວມກັບຜູ້ສ້າງລາຍອື່ນໆ. ດັ່ງນັ້ນ, ກຽມຕົວໃຫ້ພ້ອມ, ສ້າງເນື້ອໃນທີ່ໜ້າສົນໃຈ,​ ແລະ ເຂົ້າຮ່ວມ MLBB Creator Camp ເພື່ອເລີ່ມຕົ້ນການເດີນທາງຂອງທ່ານໃນຖານະຜູ້ສ້າງເນື້ອໃນ.

 

ຮັບປະສົບການ MLBB ເຕັມຮູບແບບມື້ນີ້ໂດຍ  ຕື່ມເງິນເພັດ MLBB ຂອງທ່ານ ໄດ້ພຽງທີ່ Codashop ເທົ່ານັ້ນ. ເຮົາມີວິທີສະດວກວ່ອງໄວໃນການຊື້ເພັດ MLBB. ພຽງບອກ ID ຜູ້ໃຊ້ Mobile Legends, ຈຳນວນເພັດ MLBB ທີ່ທ່ານຕ້ອງການຊື້, ແລະ ວິທີການຈ່າຍເງິນທີ່ທ່ານຕ້ອງການ. ມັນງ່າຍ, ວ່ອງໄວ ແລະ ບໍ່ເປືອງແຮງ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here