ຮີໂຣ່ MLBB ທີ່ດີທີ່ສຸດສຳລັບຜູ້ເລີ່ມຕົ້ນ

0
164

Mobile Legends Bang Bang (MLBB) ມີວິທີຫຼີ້ນເກມອອນລາຍແບບຜູ້ຫຼີ້ນຫຼາຍຄົນ (MOBA) ທີ່ງ່າຍຂຶ້ນ. ສຳລັບຜູ້ຫຼີ້ນເລີ່ມຕົ້ນ, ນີ້ໝາຍເຖິງການເລືອກຮີໂຣ່ທີ່ເໝາະສົມກັບຮູບແບບການຫຼີ້ນຂອງທ່ານ ແລະ ການ build (ຊຸດໄອເທັມ/ອຸປະກອນ) ໃດເພື່ອໃຊ້ລະຫວ່າງການແຂ່ງຂັນ. ແນ່ນອນວ່າ, ການປັບຕົວບາງຢ່າງສາມາດເຮັດໄດ້ຖ້າທ່ານຄິດວ່າໄອເທັມບໍ່ມີເອັຟເຟັກທີ່ທ່ານຕ້ອງການໃນລະຫວ່າງການແຂ່ງຂັນ. ແຕ່, ໂດຍສ່ວນຫຼາຍແລ້ວ, MLBB ເປັນມິດກັບຜູ້ຫຼິ້ນເລີ່ມຕົ້ນ.

ໃນກໍລະນີ, ຂ້ອຍເຄີຍຫຼີ້ນເກມ MOBA ສະໄໝທີ່ຍັງໃໝ່ໆ. ແຕ່, ການຕ້ອງຄິດເຖິງວຽກ builds ແລະ ຊຸດ build ທີ່ແຕກຕ່າງກັນ ຕໍ່ການແຂ່ງຂັນ ເຮັດໃຫ້ປະສົບການ ການຫຼີ້ນເກມ MOBA ຂອງຂ້ອຍໝົດໄປນຳມັນຫຼາຍເກີນໄປ. ເມື່ອຂ້ອຍຫຼີ້ນ MLBB ເປັນຄັ້ງທຳອິດ, ຂ້ອຍຕົກຫຼຸມຮັກມັນທັນທີ. ມັນຍັງຄົງມີແງ່ມູມທີ່ຄິດດີທີ່ສຸດໃນການ-build” ຂອງ MOBA ແຕ່ດ້ວຍວິທີຄ່ອງຕົວຫຼາຍຂຶ້ນ: ການຕັ້ງຄ່າລ່ວງໜ້າ. ການມີຄຸນສົມບັດນີ້ມີບົດບາດສຳຄັນໃນເກມ. ເນື່ອງຈາກຮີໂຣ່ ມີການ build ທີ່ແຕກຕ່າງກັນ ແລະ ແຕ່ລະ ການ build ແມ່ນຮອງຮັບຮູບແບບການຫຼີ້ນເກມສະເພາະ, ຄຸນລັກສະນະທີ່ຕັ້ງໄວ້ລ່ວງໜ້າຈຶ່ງຊ່ວງຫຼຸດຄວາມຄິດທີ່ຈຳເປັນສຳລັບການ  build ເພື່ອໃຫ້ຜູ້ຫຼີ້ນມ່ວນຊື່ນກັບເກມ, ເຖິງແມ່ນວ່າຈະຢູ່ໃນລະດັບທົ່ວໄປ (ລວມທັງຕົວຂ້ອຍເອງນຳ). 

ສຳລັບບົດຄວາມນີ້, ຂ້ອຍຈະສະແດງລາຍການຮີໂຣ່ 6 ຕົວທີ່ເປັນມິດກັບຜູ້ຫຼີ້ນເລີ່ມຕົ້ນ. ກະລຸນາຮູ້ໄວ້ວ່າເພດານທັກສະສຳລັບຮີໂຣ່ທີ່ສະແດງໃນທີ່ນີ້ຈະແຕກຕ່າງກັນໄປເມື່ອທ່ານເລື່ອນລະດັບຂຶ້ນໄປ. ທີ່ດີທີ່ສຸດ, ຮີໂຣ່ເຫຼົ່ານີ້ແມ່ນຢູ່ໃນລະດັບສູງຫາຕ່ຳ (A-C). ຂ້ອຍຈະແນະນຳການ build ເນື່ອງຈາກຂ້ອຍທົດລອງກັບຄ່າທີ່ຕັ້ງໄວ້ລ່ວງໜ້າ. ແນວໃດກໍ່ຕາມ, ຂ້ອຍຈະເວົ້າເຖິງປະເພດຂອງ build(s) ທີ່ພວກເຂົາມັກຈະມີ.

Layla (ນັກແມ່ນປືນ)

Layla ເປັນຮີໂຣ່ທີ່ເປັນມິດກັບຜູ້ເລີ່ມຕົ້ນຫຼາຍທີ່ສຸດເມື່ອທ່ານເປີດ MLBB ເປັນຄັ້ງທຳອິດ. ໂໝດການສອນກຳລັງຮຽນຮູ້ວິທີໃຊ້ມັນ. ຂ້ອຍໃຊ້ເວລາຫຼາຍໃນການຮຽນຮູ້ ແລະ ໃຊ້ Layla, ເຖິງແມ່ນວ່າ, ໃນເກມຈັດອັນດັບ, ດ້ວຍອັດຕາການຊະນະ 66%. ການbuild ຂອງລາວເນັ້ນການສັງຫານຢ່າງງ່າຍດາຍດ້ວຍຄວາມໄວໃນການໂຈມຕີທີ່ເພີ່ມຂຶ້ນ ແລະ ເພີ່ມຄວາມເສຍຫາຍທີ່ສົ່ງອອກແລະ ເປີເຊັນຄວາມເສຍຫາຍສູງສຸດ. ຄວາມສາມາດຂອງລາວນັ້ນລຽບງ່າຍຈົນບໍ່ຕ້ອງຄິດຫຼາຍ, ແຕ່ມີຂໍ້ບົກຜ່ອງຮ້າຍແຮງຢ່າງໜຶ່ງທີ່ຂ້ອຍຈະເວົ້າພາຍຫຼັງ.  ທ່າໄມ້ຕາຍຂອງລາວ Destruction Rush ເປັນຮີໂຣ່ທີ່ແຂງແກ່ງທີສຸດໃນບັນດາຮີໂຣ່ທີ່ເປັນມິດກັບຜູ້ເລີ່ມຕົ້ນ, ເຮັດໃຫ້ລາວມີໄລຍະການແນມເຫັນເພີ່ມຂຶ້ນຢ່າງຖາວອນສຳລັບການອັບເກຣດທຸກຄັ້ງໃນຊ່ວງໄລຍະເວລາຂອງການແຂ່ງຂັນ. ມັນມີປະໂຫຍດຫຼາຍສຳລັບການທຳລາຍປ້ອມປືນທີ່ຢູ່ນອກໄລຍະການຍິງ. ເມື່ອວາງຕຳແໜ່ງຢ່າງເໝາະສົມ, ນີ້ຍັງເປັນຄວາມສາມາດໃນການຄວບຄຸມຝູງຊົນ (CC) ທີ່ດີອີກດ້ວຍ.

ແນວໃດກໍ່ຕາມ, ລາວເປັນຕົວລະຄອນທີ່ມີຄວາມຊ້າຫຼາຍເຖິງຈະເປັນເຊັ່ນນັ້ນ, ລາວກໍ່ຕ້ອງຫຼີ້ນໃນໄລຍະໄກ ດັ່ງນັ້ນການລັກເບິ່ງແຜນທີ່ແບບຫຍໍ້ກໍ່ເປັນສິ່ງຈຳເປັນເຊັ່ນກັນ

ທັກສະທີ 1 ຂອງລາວຄື, Malefic Bomb, ມັກຈະໃຊ້ຄວບຄູ່ກັນສະເໝີຫຼັງຈາກໃຊ້ທັກສະ 2 (Void Projectile) ເນື່ອງຈາກທັກສະ 2 ເຮັດໃຫ້ສັດຕູຊ້າລົງ, ແລະ ທັກສະ 1 ສ້າງຄວາມເສຍຫາຍໄດ້ພໍສົມຄວນເມື່ອໂຈມຕີຖືກເປົ້າໝາຍ. ທັກສະ 2 ກໍ່ເປັນທັກສະ CC ເຊັ່ນກັນ. ໃນສະຖານະການທີ່ຮຸນແຮງ, ສາມາດໃຊ້ທັກສະ 2 ເພື່ອໃຫ້ Layla ສາມາດຫຼົບໜີຈາກການດວນທີ່ສ່ຽງໄດ້. ບໍ່ວ່າໃນກໍລະນີໃດ, ທັກສະ 2 ຄວນເປັນທັກສະທຳອິດທີ່ຖືກຄັດເລືອກເມື່ອການແຂ່ງຂັນເລີ່ມຂຶ້ນ. ເຖິງຈະເປັນເຊັ່ນນັ້ນ, ແມ່ນແຕ່ມີທັກສະພິເສດເຫຼົ່ານີ້, ແຕ່ Layla ມີທາງເລືອກທີ່ຈຳກັດ.

Saber (ນັກຂ້າ)

ຮີໂຣ່ອີກຕົວທີ່ຂ້ອຍມີເປີເຊັນການຊະນະສູງ (60%) ແມ່ນ Saber. ໂດຍພື້ນຖານແລ້ວ Jungler (ຜູ້ທີ່ຟາມ monster ທີ່ເປັນກາງເພື່ອ XP, ຄຳ, ແລະ ບັບບາງສ່ວນ) ທີ່ມີຄວາມເສຍຫາຍຕໍ່ເນື່ອງສູງ, Saber ສາມາດເຮັດໄດ້ດີໃນຊ່ວງທ້າຍເກມ. ທັກສະ 1 (Orbiting Swords) ຂອງລາວ ສ້າງຄວາມເສຍຫາຍໄດ້ດີໃນຂະນະທີ່ຫຼຸດການປ້ອງກັນທາງຟີຊິກຂອງສັດຕູເນື່ອງຈາກການເຮັດວຽກຮ່ວມກັບທັກສະ Passive (Enemy’s Bane) ຂອງລາວ. ດັ່ງນັ້ນ, ຕ້ອງເລືອກທັກສະນີ້ກ່ອນເມື່ອການແຂ່ງຂັນເລີ່ມຂຶ້ນ. 

ທັກສະ 2 (Charge) ຂອງລາວ ສາມາດໃຊ້ເປັນທັກສະໂຈມຕີທີ່ສ້າງຄວາມເສຍຫາຍທາງດ້ານຟີຊິກ ຫຼື ໃຊ້ຫຼົບໜີກໍ່ໄດ້. ມີປະໂຫຍດຫຼາຍສຳລັບການປະທະໃນຊ່ວງທ້າຍເກມ.

ເຖິງແມ່ນວ່າທັກສະສູງສຸດ, Triple Sweep, ຂອງລາວຈະດີ, ແຕ່ກໍ່ມຸ່ງເປົ້າໄປທີ່ຜູ້ຫຼີ້ນພຽງຄົນດຽວ ແລະ ບໍ່ມີສະຖານະຄົງກະພັນ. ເຊິ່ງໝາຍຄວາມວ່າ Saber ສາມາດຖືກຂ້າໄດ້ເຖິງແມ່ນວ່າລາວຈະໃຊ້ທ່າໄມ້ຕາຍ.

ການ build ຕາມປົກະຕິສຳລັບ Saber ຈະໝຸນຮອບການສ້າງຄວາມເສຍຫາຍຕໍ່ວິນາທີ (DPS), ເຊັ່ນດຽວກັບ Layla. ແຕ່ການມີໄອເທັມສຳລັບການເດີນປ່າ ຈະຊ່ວຍໄດ້ເມື່ອໃຊ້ Saber. ສຳລັບ build ສາຍປ່າຂອງລາວ, Raptor Machete ເປັນໄອເທັມຫຼັກທີ່ສ້າງຄວາມເສຍຫາຍທາງດ້ານຟີຊິກ ແລະ ການເຈາະທາງຟີຊິກເພີ່ມເຕີມ ນອກເໜືອຈາກການສ້າງຄວາມເສຍຫາຍເພີ່ມເຕີມ 50 ຕໍ່ monster. ມີປະໂຫຍດຫຼາຍສຳລັບການເດີນປ່າ.

Zilong (ນັກສູ້)

ຂ້ອຍມີປະສົບການນ້ອຍກວ່າ Zilong ແຕ່ມີອັດຕາການຊະນະ 45%. ສິ່ງທີ່ຂ້ອຍສາມາດເວົ້າກ່ຽວກັບຮີໂຣ່ຕົວນີ້ຄື ທັກສະ 1 (Spear Flip) ຂອງລາວນັ້ນມີພະລັງ. ຂ້ອຍໄດ້ພົບກັບຜູ້ຫຼີ້ນ Zilong ທີ່ມີທັກສະຫຼາກຫຼາຍທີ່ໃຊ້ທັກສະ 1 ຈາກນັ້ນໃຊ້ທັກສະ 2 (Spear Strike) ພາຍຫຼັງເພື່ອສ້າງຄວາມເສຍຫາຍຈຳນວນຫຼາຍ ຫຼື ໃຊ້ຄຳສັ່ງກົງກັນຂ້າມເພື່ອເຂົ້າໃກ້ສັດຕູເມື່ອ Zilong ຢູ່ໄກ. ລາວໜ້າລຳຄານຫຼາຍເມື່ອລາວເປັນສັດຕູຂອງທ່ານ ແຕ່ມີປະໂຫຍດເມື່ອທ່ານຮູ້ວິທີໃຊ້ລາວ. ທັກສະສູງສຸດ (Supreme Warrior) ຂອງລາວເຮັດໃຫ້ Zilong ເຄື່ອນທີ່ ແລະ ໂຈມຕີໄດ້ໄວ ແລະ ຕ້ານທານຄວາມຫຼ້າຊ້າເປັນເວລາ ເຈັດວິນາທີ. ການ build ຂອງລາວຄືກັບ Saber ແຕ່ຖ້າທີມຂອງລາວມີ Saber ຢູ່ແລ້ວ, ໃຫ້ເນັ້ນໄປທີ່ DPS build. ຜູ້ຫຼີ້ນມີໃໝ່ຈະມັກຮູບແບບການຫຼີ້ນແບບກົງໄປກົງມາຂອງ Zilong, ເຊິ່ງເປັນຫຼັກການຄືກັບ Layla. ຖ້າທ່ານຕ້ອງການຕໍ່ສູ້ແບບໄລຍະໄກ, Zilong ຄືຕົວເລືອກທີ່ດີທີ່ສຸດຂອງທ່ານ

Nana (ສະໜັບສະໜຸນ/ນັກເວດ)

ຂ້ອຍໃຊ້ Nana ເປັນຮີໂຣ່ສະໜັບສະໜຸນ, ແຕ່ທັກສະ ແລະ ບົດບາດຂອງລາວພັດມີຄວາມຄ້າຍກັບນັກເວດ. ການ build ບັບຂອງທີມຂອງລາວມອບທັກສະ Passive ທີ່ເປັນເອກະລັກຜ່ານໄອເທັມ Demon Shoes, ເຊິ່ງມີລັກສະນະພິເສດຂຶ້ນຢູ່ກັບວ່າໃຜເປັນຜູ້ສວມໃສ່. ສຳລັບ Nana, Demon Shoes ຈະມີ Passive ເປັນເອກະລັກ 4 ແບບຄື : Mysticism, Devotion, Thriving, ແລະ Blessing.

Thriving ແລະ Blessing ເປັນບັບຄຳສຳລັບເພື່ອນຮ່ວມທີມທີ່ມີຄຳໜ້ອຍທີ່ສຸດ ຫຼື  Nana ຖ້າລາວມີຄຳໜ້ອຍທີ່ສຸດໃນທີມ. 

ການອຸທິດຕົນຈະລົບລ້າງການຫຼຸດລົງຂອງພັນທະມິດໃນບໍລິເວນໃກ້ຄຽງໂດຍການປະລະຄຳ ແລະ XP ທີ່ໄດ້ຈາກ creeps ແລະminions. ສິ່ງນີ້ເປີດໃຊ້ງານໃນ 8 ນາທີທຳອິດ. ເວດມົນຟື້ນຟູໄດ້ 10% ຂອງ mana ສູງສຸດຈາກການສັງຫານຫຼື ຊ່ວຍເຫຼືອຮີໂຣ່ ແລະ 4% ຂອງ mana ສູງສຸດຈາກ minions. ຂ້ອຍເພີ່ມຄວາມຊ່ວຍເຫຼືອໃຫ້ກັບໂດຍໃຊ້ທັກສະ 1 (Magic Boomerang) ຂອງລາວ, ເຊິ່ງໂດຍຫຼັກແລ້ວຈະເປັນການສະກິດສັດຕູທີ່ຢູ່ໃນໄລຍະ. ທັກສະ 2 (Molina Smooch) ຂອງລາວປ່ຽນຄູ່ຕໍ່ສູ້ເປັນເປົ້າໝາຍໃຫ້ກາຍເປັນສິ່ງທີ່ມີຊີວິດທີ່ໜ້າຮັກ, ເຮັດໃຫ້ຄວາມໄວໃນການເຄື່ອນທີ່ ແລະ ການປ້ອງກັນເວດມົນຫຼຸດລົງຊ່ົວຄາວ. ທ່າໄມ້ຕາຍMolina Blitz ຂອງລາວ ໂຈມຕີພື້ນທີ່ສາມຄັ້ງ, ສ້າງຄວາມເສຍຫາຍເວດ ແລະ ເຮັດໃຫ້ສັດຕູທີ່ຢູ່ໃນນັ້ນເຄື່ອນທີ່ຊ້າລົງເປັນເວລາ 1 ວິນາທີ. ໂດຍພື້ນຖານແລ້ວເປັນຄູ່ຫູທີ່ຍອດຢ້ຽມສຳລັບຮີໂຣ່ທີ່ແຂງແກ່ງ.

Tigreal (Tank/ສະໜັບສະໜູນ)

Tigreal ເປັນຮີໂຣ່ລູກຜະສົມອີກຕົວໜຶ່ງ, ແຕ່ຂ້ອຍໃຊ້ລາວເປັນ tank ຕົວຫຼັກ (ຜູ້ຊ່ຽວຊານດ້ານການປ້ອງກັນທີ່ຊ່ວຍໃຫ້ທີມບຸກໄປຂ້າງໜ້າ ຫຼື ປ້ອງກັນກັບ). ໜຶ່ງໃນການ builds ທີ່ຕັ້ງໄວ້ລ່ວງໜ້າຂອງລາວຄື, Durable, ເນັ້ນໃສ່ການປ້ອງກັນທາງຟີຊິກ ແລະ ການປ້ອງກັນທາງເວດມົນເສີມນອກເໜືອຈາກ HP. ທັກສະ 1 ຂອງລາວ, Attack Wave, ຈັບຄູ່ຕໍ່ສູ້ທີ່ຢູ່ໃນໄລຍະຂອງມັນ ແລະ ເຮັດໃຫ້ພວກມັນຊ້າລົງເຖິງ 30%. ທັກສະ 2, Sacred Hammer, ໜ້າຈະເປັນຄວາມສາມາດທີ່ຊົງພະລັງຂອງລາວ. ມັນເຮັດໃຫ້ Tigreal ພຸ່ງໄປທິດທາງທີ່ກຳນົດ ແລະ ເມື່ອທ່ານເປີດໃຊ້ງານທັກສະອີກຄັ້ງພາຍໃນ 4 ວິນາທີ, Tigreal ຈະປ່ອຍຄູ່ຕໍ່ສູ້ຂອງເຂົາຂຶ້ນໄປໃນອາກາດ. ມັນສ້າງຄວາມເສຍຫາຍທາງຟີຊິກເຊັ່ນກັນ. ທັກສະ CC ດີຫຼາຍ. ຂ້ອຍຂໍແນະນຳໃຫ້ໃຊ້ສິ່ງນີ້ທັກສະເລີ່ມຕົ້ນ.

ຜູ້ໃຊ້ Tigreal ທີ່ມີປະສົບການພົບວ່າທ່າໄມ້ຕາຍ, Implosion, ຂອງລາວຍອດຢ້ຽມ. ແນວໃດກໍ່ຕາມ, ສຳລັບມືໃໝ່, ການເຮັດຄວາມຄຸ້ນເຄີຍກັບມັນອາດສ້າງຄວາມສັບສົນໃນການພະຍາຍາມຄັ້ງທຳອິດທີ່ຈະຮູ້ວ່າມັນເຮັດຫຍັງ (ດຶງສັດຕູເຂົ້າມາຫາເຂົາມາຫາລາວ ແລະ ສ້າງຄວາມເສຍຫາຍທາງຟີຊິກໃນຂະນະດຽວກັນກໍ່ເຮັດໃຫ້ພວກເຂົາມຶນງົງດ້ວຍ). ການມຸ່ງເນັ້ນໄປທີ່ທັກສະຂອງລາວຈະເປັນປະໂຫຍດຢ່າງຫຼວງຫຼາຍສຳລັບຜູ້ເລີ່ມຕົ້ນທີ່ຕ້ອງການຮັບ Tigreal. ຂ້ອຍໄດ້ຮັບຫຼາຍເຖິງ 17 Assists ກັບ Tigreal ຍ້ອນທັກສະຂອງເຂົາພຽງຢ່າງດຽວ.

Eudora (ຈອມເວດ)

Eudora ໜ້າຈະເປັນຕົວເລືອກທີ່ແປກທີ່ສຸດໃນກຸ່ມຮີໂຣ່ທີ່ຂ້ອຍມີໃນ MLBB. ຂ້ອຍໄດ້ລອງໃຊ້ Alice (ເຊິ່ງຖືວ່າຢູ່ໃນລະດັບສູງ ແລະ ມີບົດບາດສັບຊ້ອນກັບ Tank) ແຕ່ບໍ່ໄດ້ gel ກັບລາວ ເຖິງແມ່ນວ່າຈະມີຊ່ວງການຮຽນຮູ້ທີ່ຂ້ອນຂ້າງງ່າຍກໍ່ຕາມ. Nana ສາມາດເຮັດສິ່ງທີ່ Eudora ໄດ້ຫາກການເປັນສະໜັບສະໜູນທີ່ບໍ່ສຳຄັນ. ດັ່ງນັ້ນ, Eudora ຈຶ່ງເໝາະສຳລັບບົດບາດສະເພາະທີ່ຂ້ອນຂ້າງບໍ່ສັບຊ້ອນກັນກັບບົດບາດອື່ນເລີຍ. ງານ builds ທີ່ຕັ້ງໄວ້ລ່ວງໜ້າຂອງລາວເກືອບຈະເໝືອນກັນກັບ Nana, ແຕ່ຂ້ອຍໃຊ້ Eudora ສຳລັບຮີໂຣ່ຊ່ວງທ້າຍເກມ. ແມ່ນວ່າຈະມີການ build, ແຕ່ຂ້ອຍໄດ້ຮັບຄວາມຊ່ວຍເຫຼືອ ແລະ ການກຳຈັດບາງສ່ວນຈາກການຊ່ວຍເຫຼືອທີມຂອງຂ້ອຍໃນຊ່ວງຕົ້ນເກມ. 

ທັກສະ 1 – Forked Lightningອາດເປັນທັກສະທຳອິດທີ່ເລືອກໃຊ້ເນື່ອງຈາກສາມາດໃຊ້ເປັນເຄື່ອງມືໃນການຈິ້ມທີ່ຍອດຢ້ຽມ ແລະ ມີຊ່ວງກວ້າງ. ທັກສະ 2, Ball of Lightning, ຂອງລາວຢຸດເປົ້າໝາຍທີ່ເປັນສັດຕູຂອງລາວໃຫ້ມຶນງົງ ແລະ  ສ້າງຄວາມເສຍຫາຍເວດນອກເໜືອຈາກການຫຼຸດການປ້ອງກັນເວດ. ນີ້ເປັນທັກສະ lockdown ທີ່ດີເມື່ອຈັບຄູ່ກັບທັກສະ CC. ທ່າໄມ້ຕາຍ, Wrath ຂອງ Thunder ຂອງລາວສ້າງຄວາມເສຍຫາຍທາງເວດຢ່າງມະຫາສານແກ່ຝ່າຍກົງກັນຂ້າມທີ່ເປັນເປົ້າໝາຍ ໃນຂະນະດຽວກັນກໍ່ສ້າງຄວາມເສຍຫາຍເພີ່ມເຕີມຫາກສັດຕູໄດ້ຮັບຜົນ ຈາກຄວາມສາມາດ Superconductor Passive ຂອງລາວ.

ຜູ້ຫຼີ້ນມືໃໝ່ສາມາດຮັບ Eudora ມາເປັນຈອມເວດຄົນທຳອິດໄດ້ງ່າຍໆ.

ແລະ ທີ່ນັ້ນທ່ານມີຮີໂຣ່ທີ່ດີທີ່ສຸດທີ່ຈະເລືອກສຳລັບຜູ້ເລີ່ມຕົ້ນໃນ MLBB. ຂ້ອຍໄດ້ເວົ້າເຖິງວ່າຂ້ອຍໃຊ້ເວລາກັບພວກເຂົາຫຼາຍພຽງໃດ ແລະ ມີຜົນລັບທີ່ໜ້າສົນໃຈຈາກອັດຕາການຊະນະໄປຈົນເຖິງການຊ່ວຍທີມ. ໃນຂະນະທີ່ການຫຼີ້ນເກມຂອງຂ້ອຍມີຄວາມເສີຍຊາຫຼາຍເຊິ່ງອະທິບາຍວ່າເປັນຫຍັງຂ້ອຍຈຶ່ງພໍໃຈ Assists, ແຕ່ກໍ່ບໍ່ເຈັບທີ່ຈະຮ້າຍ ແລະ ໄດ້ຮັບການກຳຈັດ. ດ້ວຍວິທີນີ້, ການຍູ້ໄປທີ່ປ້ອມປາການຂອງສັດຕູຈະງ່າຍຂຶ້ນ.

ຢ່າລືມ ຕື່ມເງິນ MLBB Diamonds ໄດ້ພຽງທີ່ Codashop ເທົ່ານັ້ນ. ພວກເຮົາມີວິທີທີ່ໄວວາ ແລະ ສະດວກໃນການຊື້ MLBB Diamonds. ພຽງຈັດກຽມລະຫັດຜູ້ໃຊ້ Mobile Legends ຂອງທ່ານ, ຈຳນວນຂອງ MLBB Diamonds ທີ່ທ່ານຕ້ອງການຊື້,  ແລະ ວິທີຊຳລະເງິນທີ່ທ່ານຕ້ອງການ. ມັນງ່າຍ, ໄວ, ແລະ ງ່າຍດາຍ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here