ຄິດຮອດຊອມບີ້ຂອງທ່ານບໍ? PUBG’s Mode ຕິດເຊື້ອກັບມາແລ້ວ

0
121

PUBG - Infection Mode

Halloweeks ໄດ້ເຂົ້າສູ່ PUBG’s ຢ່າງຍິ່ງໃຫຍ່ດ້ວຍການຄືນຊີບຂອງໜຶ່ງໃນກິດຈະກຳໃນເກມທີ່ໜ້າຕື່ນເຕັ້ນທີ່ສຸດຄື Mode ການຕິດເຊື້ອ. ເກມສຸດມັກຂອງ ແຟນໆ ທີ່ໜ້າຕື່ນເຕັ້ນນີ້ ຈະພາຜູ້ຫຼີ້ນສວມບົດບາດເປັນສອງຝ່າຍໃນຂະນະທີ່ພວກເຂົາຕໍ່ສູ້ເພື່ອປົກປ້ອງຕົນຈາກຝູງຊອມບີ້ ຫຼື ເຮັດໃຫ້ສິ່ງທີ່ມີຊີວິດກາຍມາເປັນໜຶ່ງດຽວກັບອະມະນຸດ.

ວຽກພິເສດສຳລັບວັນ Halloween ນີ້ໄດ້ຮັບການຄາດຫວັງຢ່າງສູງເປັນເວລາດົນນານ ແລະ ຫຼາຍຄົນກໍ່ຕື່ນເຕັ້ນ. ຈາກ lobby ເກມ, ຜູ້ຫຼີ້ນສາມາດເຂົ້າຮ່ວມໄດ້ໂດຍທີ່ເລືອກ Mode ແລະ ເລືອກແຕະທີ່ EvoGround ເພື່ອເຂົ້າສູ່ Mode ການຕິດເຊື້ອ. ຄລິກທີ່ເລີ່ມ ແລະ ທ່ານພ້ອມດີແລ້ວ! ກະລຸນາຮັບຮູ້ວ່າ ທ່ານຕ້ອງໄປເຖິງລະດັບ 5 ເປັນຢ່າງຕ່ຳເພື່ອປົດລັອກ ແລະ ເຂົ້າຮ່ວມ.

ເມື່ອເຂົ້າໄປແລ້ວ, ຜູ້ຫຼີ້ນຈະຖືກແບ່ງແບບສຸ່ມເພື່ອຫຼີ້ນເປັນຜູ້ຕໍ່ສູ້ ຫຼື ເປັນຊອມບີ້. ຈຸດປະສົງ ຂອງເກມ ຂ້ອນຂ້າງງ່າຍ: ຜູ້ຕໍ່ສູ້ຕ້ອງປົກປ້ອງຕົນເອງ ແລະ ເອົາຕົວລອດ ຈາກຊອມບີ້. ໃນທາງກົງກັນຂ້າມ, ຊອມບີ້ຈຳເປັນຕ້ອງ ແຜ່ເຊື້ອໃຫ້ກັບຝ່າຍຕໍ່ສູ້ທີ່ເປັນມະນຸດ ເພື່ອໃຫ້ພວກເຂົາໄດ້ຮັບໄຊຊະນະ.

ເພື່ອເພີ່ມບັນຍາກາດ ທີ່ເປັນຕາຢ້ານກົວ, ໃນສະໜາມຮົບ Mode ການຕິດເຊື້ອ ເຕັມໄປດ້ວຍເຄື່ອງປະດັບ Halloween ເຊັ່ນວ່າ ໝາກອຶ ທີ່ມີຮູບຮ່າງໜ້າຢ້ານກົວ ແລະ ໂຄງສ້າງທີ່ເສື່ອມໂຊມ. ຍິ່ງໄປກວ່ານັ້ນ, ການອອກໄປໃນຍາມກາງຄືນຍັງເປັນປະສົບການທີ່ໜ້າຂົນລຸກ.

ປື່ນ ກັບ ການເຊືອດເສືອນ

ຜູ້ຫຼີ້ນສາມຄົນເລີ່ມຈາກການເປັນຊອມບີ້ທີ່ສ້າງຄວາມ ຈິບຫາຍດ້ວຍການເກີດໃໝ່່ທີ່ບໍ່ຈຳກັດ ແລະ ຮ່າງກາຍທີ່ແຂງແຮງ. ພວກມັນຈະໂຈມຕີ ມະນຸດດ້ວຍການໂຈມຕີ ໄລຍະໃກ້ຊິດທີ່ໂຫດຮ້າຍ. ເມື່ອຜູ້ຕໍ່ສູ້ຖືກສັງຫານ, ກາຍເປັນຜູ້ຕິດເຊື້ອ. ເປົ້າໝາຍຂອງທີມ ຜີດິບ ແມ່ນການປ່ຽນມະນຸດທັງໝົດໃນກອບເວລາຈຳກັດ. ທາງຜູ້ຕໍ່ສູ້ ໃນສ່ວນຂອງພວກເຂົາຈຳເປັນຕ້ອງມີຊີວິດຢູ່ເປັນເວລາ 3 ນາທີ, ພ້ອມທັງກັບການຂ້າຄູ່ສັດຕູທີ່ເປັນຜີດິບຂອງພວກເຂົາ.

ສາມຮອບທີ່ຈະຫຼີ້ນໃນນັດນີ້. ເພື່ອຈົບຮອບຜູ້ຫຼີ້ນທຸກຄົນຈະກາຍເປັນຝ່າຍຕໍ່ສູ້ອີກຄັ້ງ ເພື່ອເລີ່ມຮອບໃໝ່. ຫຼັງຈາກ 25 ວິນາທີ, ວິນຍານແບບສຸ່ມ 3 ດວງຈະຕິດເຊື້ອ. ໃນຕອນທ້າຍຂອງການແຂ່ງຂັນຜູ້ຫຼີ້ນຈະໄດ້ຮັບການປະເມີນຈາກຈຳນວນການຂ້າຂອງພວກເຂົາເປັນທັງຊອມບີ້ ແລະ ຜູ້ຕໍ່ສູ້.

ທັງໝົດເຫຼົ່ານີ້ ແລະ ສິ່ງອື່ນ ທີ່ມີໃຫ້ໃຊ້ງານໃນກິດຈະກຳ PUBG Halloweek. ນອກຈາກນີ້ ກໍ່ຍັງມີຂອງທີ່ໜ້າຢ້ານກົວອີກຫຼາຍຢ່າງ ໃຫ້ເລືອກເບິ່ງໃນ Store ດັ່ງນັ້ນ ຢ່າພາດໂອກາດນີ້. ແລະ ຈົດຈຳໄວ້ວ່າ ເມື່ອຫັນຫຼັງອີງກຳແພງ, ການຂ້າ, ບໍ່ສົ່ງສຽງຮ້ອງຈະຊ່ວຍໃຫ້ທ່ານມີຊີວິດລອດໄດ້ດົນນານຂຶ້ນ.

ຕ້ອງການລະຫັດປ່ຽນ PUBG Mobile UC ຂອງທ່ານ ຫຼື ບໍ່? ຕື່ມເງິນ PUBG UC ທີ່ Codashop, ໄວຂຶ້ນ ແລະ ປອດໄພຂຶ້ນ ແລະ ມີຕົວເລືອກການຊຳລະເງິນທີ່ສະດວກກວ່າ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here