ICYMI: MLBB M2 ແຊມໂລກຊະນະໂດຍ Bren Esports ດ້ວຍຄະແນນ 4-3!

0
229

M2 Grand Champion

Bren Esports ຂອງຟີລິບປິນ ກຳລັງຄານອອກມາຈາກ Lower Bracket ເພື່ອເຂົ້າສູ່ຮອບຊິງຊະນະເລີດຂອງ Mobile Legends: Bang Bang M2 World Championship ໃນສິງກະໂປ. ເມື່ອວັນທີ 24 ມັງກອນ, Bren ໄດ້ພົບກັບ ທີມປະເທດມຽນມ້າທີ່ດີທີ່ສຸດ, Burmese Ghouls, ໃນຊີຣີມະຫາກາບທີ່ໄປໄດ້ໄກ.

ເສັ້ນທາງເຂົ້າສູ່ຮອບຕັດສິນ

Bren ຕ້ອງໄດ້ຜ່ານຫຼາຍອຸປະສັກທີ່ປຽບດັ່ງເຂັມພັນເຫຼັ້ມ ເພື່ອມາເຖິງຮອບຊິງຊະນະເລີດໃນວັນທິດ. ພວກເຂົາຖືກດຶງດັນໄປທີ່ Lower Bracket ຫຼັງຈາກຖິ້ມນັດເປີດສະໜາມກັບ Ghouls. Bren ເລີ່ມການແຂ່ງຂັນຮອບຮອງຊະນະເລີດ ແລະ ຜະເຊີນໜ້າກັບ MPL ມາເລເຊັຍ/ສິງກະໂປຣ ແຊັມປຽນ Todak. ພວກເຂົາຊະນະສານັດທີ່ດີທີ່ສຸດ 2-1.

ຕໍ່ມາ, ໃນສິ່ງທີ່ເປັນເນື້ອໃນການແຂ່ງຂັນ ທີ່ຄາດວ່າຈະໄດຮັບຫຼາຍທີ່ສຸດໃນມື້ນີ້, Bren ຈຳທ່າມວຍ ຂອງຄູ່ແຂ່ງເຂົາໄດ້, 2020 MPL Invitational champion Alter Ego Esports ຈາກອິນໂດເນເຊັຍ. ທັງສອງທີມພົບກັນເມື່ອເດືອນທັນວາ ໃນ MPL Invitational ທີມອິນໂດເນເຊັຍທຸບທີມຟິລິນປິນທີ່ 3-0 ເພື່ອຊິງມົງກຸດ. ມັນເປັນເລື່ອງທີ່ແຕກຕ່າງສຳລັບ M2 ເຖິງແມ່ນວ່າ, Bren ຈະແກ້ແຄ້ນດ້ວຍໄຊຊະນະທີ່ 2-1.

ໃນມື້ສຸດທ້າຍຂອງການແຂ່ງຂັນ, ຜູ້ຊະນະເລີດຮອບສຸດທ້າຍຂອງ Lower Bracket ຈະເປັນຜູ້ກຳນົດຊື່ການປະລອງກັບທີມ Burmese Ghouls — ແຊັມ MPL ມຽນມາ 2020. Bren ຮັບມືກັບທີມຊາວອິນໂດເນເຊັຍ ທີ່ໜ້າຢ້ານກົວອີກຄົນໜຶ່ງໃນ RRQ Hoshi. ນຳໂດຍ KarlTzy ແລະ FlapTzy, Bren ຍາດໄຊຊະນະສາມນັດຫຼັງຈາກຖິ້ມນັດເປີດຊີຣີທີ່ດີທີ່ສຸດຈາກຫ້າລາຍການເພື່ອເອົາຊະນະ RRQ, ເຊິ່ງເປັນການຈັດນັດຊິງຊະນະເລີດກັບມຽນມາ.

Grand Champions

ມະຫາກາບການແຂ່ງຂັນແຊັມ seven-game

Bren Esports, ເຊິ່ງມີສະມາຊິກຫຼັກ ທີ່ເປັນສ່ວນໜຶ່ງຂອງທີມຟີລິບປິນ ເປັນເຈົ້າຂອງຫຼຽນຄຳຊີເກມ 2019, ກຳນົດເສັ້ນທາງປະທະກັບ Burmese Ghouls ທີ່ກວດລ້າງພວກເຂົາກ່ອນຮອບຕັດເຊືອກ.

ເສັ້ນທາງຂອງທີມຽນມາສູ່ຮອບຊິງຊະນະເລີດ ມີເສັ້ນທາງສາຍດ່ວນຫຼັງຈາກທີ່ພວກເຂົາຊະນະ 3-2 ກັບ RRQ Hoshi ໃນກຸ່ມ Upper Bracket. ພິສຸດຄຸນຄ່າຂອງພວກເຂົາໃນຖານະຄູ່ແຂ່ງຊິງແຊັມ, ຊາວມຽນມາໄດ້ໃຊ້ປະໂຫຍດຈາກການເປັນຜູ້ນຳໃນຊ່ວງຕົ້ນເກມຕັດສິນດ້ວຍຄວາມໄດ້ປຽບໃນການສັງຫານທີ່ 9-5. ເມື່ອເຖິງນາທີ 12, ພວກເຂົາໄດ້ຂ້າໄດ້ຫຼາຍຂຶ້ນນຳໄປສູ່ 15-9 ແລະໃນນາທີທີ 14, ກໍ່ກ້າວເດີນໄປສູ່ໄຊຊະນະ RRQi. ສິ່ງທີ່ສຳຄັນກວ່ານັ້ນ, ຄືພວກເຂົາຍາດຕຳແໜ່ງທຳອິດໃນຮອບຊະນະເລີດ.

ເກມ 1 ຂອງ best-of-seven ລະຫວ່າງ ຟີລິບປິນ ແລະ ມຽນມາ ເລີ່ມຕົ້ນທີ່ Bren ຍາດໄດ້ໄຊຊະນະ ຈາກການໃຊ້ປະໂຫຍດ ຂອງການບໍ່ເຂົ້າໃຈກັນລະຫວ່າງທີມຂອງມຽນມາ ນຳໂດຍ Ghouls ທີ່ Lord area. Bren ໄດ້ຮັກສາຄວາມໝັ້ນຄົງໄວ້ໃນເກມ 2, ຍາດຄະແນນໄດ້ໃນ ນາທີທີ 12 ຊະນະດ້ວຍປະສິດທິພາບທີ່ຫາບ່ອນຕິບໍ່ໄດ້ຂອງ Selena (5-0-17 KDA) ໂດຍ Pheww.

ສິ່ງຕ່າງໆ ທີ່ເປັນສິ່ງທີດີສຳລັບທີມຟີລິບປິນໃນຕອນນັ້ນ, ແຕ່ Ghouls ພັດມີແຜນອື່ນ. ເພື່ອບໍ່ໃຫ້ເໜືອກວ່າເຂົາ, ທີມມຽນມາ ເຮັດໃຫ້ Bren ຕົກໃຈກັບໄຊຊະນະໃນນາທີທີ່  13 ໃນເກມທີ 3. ທີມມຽນມາຫຼີ້ນໄດ້ຢ່າງໝັ້ນຄົງ ແລະ ບໍ່ຍອມແພ້ປ້ອມປືນແມ່ນແຕ່ປ້ອມດຽວ.

ຈາກການໂຈມຕີຂອງພວກເຂົາຢ່າງຕໍ່ເນື່ອງ, Ghouls ໄດ້ຈັດສາກການກັບມາຄັ້ງຍິ່ງໃຫຍ່ໂດຍການຈັບເກມ 4 ແລະ 5. ສິ່ງທີ່ເບິ່ງຄ້າຍຄືກັນ, Bren ເປັນຜູ້ນຳໃນຊ່ວງຕົ້ນກ່ອນທີ່ Ghouls ຈະເຂົ້າມາມີບົດບາດ ແລະ ໄດ້ຮັບໄຊຊະນະ

MLBB - Screenshot
Bren Esports going for the win in Game 7 against Burmese Ghouls. Image Credit: Mobile Legends

ລົງມາທີ່ 3-2 ແລະ ຫຼັງຊົນກັບແພງ, ເຖິງເວລາທີ່ KarlTzy ຈະຕ້ອງໄດ້ສາຍແສງ. ດ້ວຍການເລືອກນັອກຣີດໃນເກມທີ່ 6, KarlTzy’s Brody ມີຜົນງານທີ່ເໜືອກວ່າດ້ວຍສະຖິຕິ 9-1-11 KDA. Pheww ກໍ່ຍັງມີສ່ວນຮ່ວມງານກັນຫຼາຍກັບ Lunox, ລວມການສັງຫານ 8 ຄັ້ງ ແລະ ການຊ່ວຍເຫຼືອ 8 ຄັ້ງ ໂດຍໃຊ້ຊີວິດ 5 ຊີວິດ. ບັງຄັບໃຫ້ຈັບຄູ່, KarlTzy ປະສານຕໍ່ M2 ຂອງລາວດ້ວຍການສະແດງຝີມືຂອງ Claude ເພື່ອຝັງໄຊຊະນະໃຫ້ກັບໜຸ່ມຊາວຟີລິບປິນ

ນອກເໜືອຈາກສິດທີ່ໄດ້ສະແດງໃນຖານະທີມຂອງ  Mobile Legends ທີ່ດີທີ່ສຸດໃນໂລກແລ້ວ, Bren Esports ກໍ່ໄດ້ຮັບສ່ວນແບ່ງຈາກເງີນລາງວັນລວມ $300,000 ກັບບ້ານ. KarlTzy ໄດ້ຮັບການຂະໜານນາມວ່າເປັນຜູ້ຫຼີ້ນທີ່ດີທີ່ສຸດ ໃນຮອບຊິງຊະນະເລີດດ້ວຍຜົນງານຍອດຢ້ຽມຂອງລາວ (ລາວໄດ້ຮັບລາງວັນ Savage ຂອງ M2 ຄົນທຳອິດ) ທີ່ມີເງິນລາງວັນ $3,000.

ໄດ້ຮັບ Esports ບໍ່ພຽງພໍຫຼືບໍ່? ນີ້ຄືໂອກາດທີ່ທ່ານຈະຕຽມທີມໃຫ້ພ້ອມໂດຍເຂົ້າຮ່ວມ Codashop Global Series ຂອງເຮົາເອງ! ອ່ານ intro to CGS ຂອງພວກເຮົາເພື່ອ ຮຽນຮູ້ເພີ່ມເຕີມ! ຢ່າລືມ ຕື່ມເງິນ ໃນ Mobile Legends Diamonds ຂອງທ່ານ ທີ່ Codashop ເທົ່ານັ້ນ. ເຮົາຮັບປະກັນການຕື່ມເງິນທີ່ໄວ ແລະ ສະດວກສະບາຍເພື່ອໃຫ້ທ່ານເພີດເພີນກັບປະສົບການຫຼີ້ນເກມທີ່ບໍ່ຫຍຸ້ງຍາກ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here