ວິທີການປ່ຽນການປ່ຽນອູປະກອນໃນ PUBG Mobile

0
127

ມີເຫດຜົນວ່າເປັນຫຍັງ PUBG ໄດ້ຮັບການຍົກຍ້ອງວ່າເປັນໜຶ່ງໃນເກມ battle royale ທີ່ໄດ້ຮັບຄວາມນິຍົມສູງສຸດໃນຂະນະນີ້. ນອກເໜືອຈາກຮູບແບບການຫຼີ້ນທີ່ມ່ວນຊື່ນ ແລະ ຕື່ນເຕັ້ນ, ອາວຸດ, ອຸປະກອນ, ແລະ ຕົວເລືອກການປັບແຕ່ງທີ່ຫຼາກຫຼາຍເຮັດໃຫ້ເກມນີ້ມ່ວນຊື່ນຍິ່ງຂຶ້ນໄປອີກ. 

ຖ້າທ່ານເປັນເໝືອນຜູ້ຫຼີ້ນ PUBG Mobile ສ່ວນຫຼາຍ, ທ່ານຈະຕ້ອງທົດລອງອຸປະກອນຕ່າງໆ ຢູ່ສະເໝີ ແລະ ພະຍາຍາມຄົ້ນຫາຄວາມຜະສົມຜະສານ ທີ່ລົງຕົວຂອງອາວຸດ ແລະ ອຸປະກອນທີ່ຜູ້ຫຼີ້ນເລືອກກ່ອນເຂົ້າຮ່ວມການແຂ່ງຂັນ. ສິ່ງສຳຄັນຕ້ອງເລືອກຊຸດປັບແຕ່ງໃຫ້ເໝາະສົມກັບສະຖານະການ, ເນື່ອງຈາກອາດສ້າງຄວາມແຕກຕ່າງເປັນສ່ວນຫຼາຍໃນການສະແດງຂອງທ່ານໃນການແຂ່ງຂັນ.

ແຕ່ທ່ານຈະປ່ຽນແປງຊຸດອູປະກອນຈິງໄດ້ແນວໃດ? ບໍ່ຕ້ອງເປັນຫ່ວງ; ບໍ່ໄດ້ສັບຊ້ອນຢ່າງທີ່ຄິດ! ໃນບົດຄວາມນີ້ເຮົາຈະສະແດງວິທີການປ່ຽນອຸປະກອນໃນ PUBG Mobile ເພື່ອໃຫ້ທ່ານສາມາດເລີ່ມຄອບຄອງສະໜາມຮົບໄດ້.

ປ່ຽນອຸປະກອນຂອງທ່ານໃນໂໝດ Arena

ບໍ່ມີຫຍັງຈະດີໄປກວ່າການຫຼີ້ນໂໝດຄຼາດສິກໃນ PUBG, ທີ່ທ່ານຕ້ອງສູ້ກັບຜູ້ຫຼີ້ນອື່ນ 99 ຄົນ. ແຕ່ຖ້າທ່ານກຳລັງແນມຫາປະສົບການທີ່ມີສະມາທິ ແລະ ເຂັ້ມຂຸ້ນຫຼາຍຂຶ້ນ, ໂໝດ Arena ຄືທ່າງທີ່ຈະໄປ

ໃນໂໝດ Arena, ທ່ານ ແລະ ທີມຂອງທ່ານຈະແຂ່ງຂັນກັບທີມອື່ນ, ແລະ ເປົ້າໝາຍຄືການເປັນທີມສຸດທ້າຍທີ່ຢືນຢູ່. ສິ່ງທີ່ດີທີ່ສຸດກ່ຽວກັບໂໝດ Arena ຄືຄວາມສາມາດໃນການປ່ຽນຊຸດອຸປະກອນ, ເຮັດໃຫ້ທ່ານນຳອາວຸດທີ່ທ່ານມັກຕິດຕົວໄປນຳໄດ້. ກ່ອນທີ່ທ່ານຈະເຂົ້າຮ່ວມການແຂ່ງຂັນ, ທ່ານຈະຕ້ອງແນ່ໃຈວ່າ ທ່ານມີອຸປະກອນທີ່ເໝາະສົມ. ນີ້ຄືວິທີການ:

ເລີ່ມຕົ້ນດ້ວຍການເປີດເກມ ແລະ ເຂົ້າໃຊ້ດ້ວຍບັນຊີ PUBG Mobile ຂອງທ່ານ.

ຈາກນັ້ນ, ແຕະທີ່ ໄອຄອນ ການເລືອກ ແຜນທີ່/ໂໝດ (map/mode selection) ທີ່ດ້ານຊ້າຍຂ້າງລຸ່ມຂອງໜ້າຈໍ. ສິ່ງນີ້ຈະນຳທ່ານໄປສູ່ໂໝດເກມຕ່າງໆທີ່ມີຢູ່ໃນ PUBG Mobile.

Player Lobby PUBG Mobile

ເລືອກໂໝດ Arena ທີ່ມີຢູ່. ທ່ານສາມາດຫຼີ້ນ Ultimate Arena, Royale Arena: Assault, ຫຼື ໂໝດ Arena ທີ່ທ່ານມັກ.

Map-Mode Selection PUBG Mobile

ເທິງໜ້າຈໍລອບບີ້, ໄອຄອນປືນຂະໜາດນ້ອຍຈະປາກົດຂຶ້ນຂ້າງໆ ປຸ່ມ Start. ແຕະທີ່ ໄອຄອນ ແລ້ວທ່ານສາມາດເລີ່ມປ່ຽນອຸປະກອນຂອງທ່ານ.

Loadout Icon PUBG Mobile

ໜ້າຈໍປ່ຽນອຸປະກອນ (Loadout) ຂອງທ່ານຈະປາກົດຂຶ້ນ. ທ່ານສາມາດບັນທຶກສີ່ອຸປະກອນທີ່ແຕກຕ່າງ, ແລະ ແຕ່ລະອັນຈະບັນທຸກ ອາວຸດ ຫຼັກ ແລະ ສຳຮອງຂອງທ່ານ, ວັດຖຸລະເບີດ ແລະ ໄອເທັມສົງຄາມ.

Loadout Screen PUBG Mobile

ກະລຸນາຮູ້ໄວ້ວ່າມີພຽງຊຸດປ່ຽນອະປະກອນ (loadout) ດຽວເທົ່ານັ້ນທີ່ໃຊ້ງານໄດ້ຕາມຄ່າເລີ່ມຕົ້ນ. ທ່ານຍັງມີຊ່ອງອາວຸດຫຼັກເທົ່ານັ້ນ ໃນລະຫວ່າງການຫຼີ້ນເກມຄັ້ງທຳອິດຂອງທ່ານ. ທ່ານຕ້ອງປົດລັອກຊ່ອງປ່ຽນອາວຸດ (loadout) ອີກສາມຊ່ອງໂດຍເພີ່ມລະດັບ Evo ຂອງທ່ານ. ເມື່ອທ່ານຫຼີ້ນໃນໂໝດ Arena, ທ່ານສາມາດເພີ່ມລະດັບ Evo ຂອງທ່ານ ແລະ ປົດລັອກຊ່ອງປ່ຽນອາວຸດອື່ນໆ. 

ປ່ຽນຊ່ອງປ່ຽນອາວຸດຂອງທ່ານໃນ ໂໝດ Metro Royale

Metro Royale ເປັນໜຶ່ງເກມອື່ນໆ ທີ່ມີຢູ່ໃນ PUBG Mobile. ໃນໂໝດນີ້, ສະຖານທີ່ກຳນົດສອງແຫ່ງເທິງແຜນທີ່ຈະຖືກເຮັດເຄື່ອງໝາຍ. ຈຸດປະສົງ ຂອງເກມ ແມ່ນຜູ້ຫຼີ້ນຄົ້ນຫາຂອງຂວັນ ແລະ ເດີນທາງໄປຍັງຈຸດເຫຼົ່ານີ້ເພື່ອລວບລວມ.  ເມື່ອພວກເຂົາມາເຖິງຈຸດທີ່, ພວກເຂົາສາມາດແລກປ່ຽນລາຍການທີ່ພວກເຂົາລວບລວມເປັນ Metro Cash, ເຊິ່ງພວກເຂົາສາມາດໃຊ້ເພື່ອຊື້ລາງວັນທີ່ພວກເຂົາເລືອກ. 

ກ່ອນເລີ່ມເກມ Metro Royale game, ທ່ານມີຕົວເລືອກໃນການປ່ຽນຊຸດອຸປະກອນ. ນີ້ຄືສິ່ງທີ່ທ່ານຕ້ອງເຮັດ:

ເທິງໜ້າຈໍລອບບີ້ PUBG Mobile, ແຕະທີ່ ໄອຄອນການເລືອກ ແຜນທີ່/ໂໝດ (map/mode selection) ທີ່ດ້ານຊ້າຍລຸ່ມຂອງໜ້າຈໍ. 

ແຕະທີ່ ແຖບ ອື່ນໆ“, ແລະ ເລືອກ Metro Royale.

Map-Mode Selection PUBG Mobile

ສິ່ງນີ້ຈະນຳທ່ານໄປຍັງລອບບີ້ Metro Royal, ເຊິ່ງບໍ່ຂຶ້ນກັບໂໝດເກມອື່ນໆ. ແຕະທີ່ປຸ່ມ ປ່ຽນອະປະກອນ (Loadout) ທີ່ມຸມລຸ່ມຂວາຂອງໜ້າຈໍ.

Metro Royale Lobby PUBG Mobile

ແຕກຕ່າງຈາກໂໝດ Arena, ເຊິ່ງທ່ານສາມາດເລືອກລະຫວ່າງ ຊຸດປ່ຽນອຸປະກອນທີ່ແຕກຕ່າງກັນສີ່ແບບ, ທ່ານພຽງມີ ຊຸດປ່ຽນອຸປະກອນ ໜຶ່ງອັນໃນ Metro Royale. ແຕ່ທ່ານສາມາດປັບປ່ຽນມັນດ້ວຍການດຶງໄອເທັມທີ່ທ່ານຕ້ອງນຳມາໄວ້ໃນຄັງຂອງທ່ານ. 

Metro Royale Loadout Screen PUBG Mobile
ຕອນນີ້ທ່ານຮູ້ວິທີປ່ຽນ ຊຸດປ່ຽນອຸປະກອນຂອງທ່ານໃນ PUBG Mobile. ພຽງຈື່ໄວ້ວ່າສິ່ງສຳຄັນຄືຕ້ອງທົດລອງ ແລະ ຄົ້ນຫາສ່ວນຜະສົມຂອງອາວຸດ ແລະ ອຸປະກອນທີ່ເໝາະສົມທີ່ສຸດສຳລັບທ່ານ.  ດ້ວຍຊຸດອຸປະກອນ (loadout) ທີ່ເໝາະສົມ, ທ່ານພ້ອມທີ່ຈະຕໍ່ສູ້ ແລະ ຄວ້າໄຊຊະນະແລ້ວບໍ!

 

ຢ່າລືມ ຕື່ມເງິນ  UC for PUBG Mobile ຂອງທ່ານ ໄດ້ພຽງທີ່  Codashop. ພວກເຮົາສະເໜີການຕື່ມເງິນທີບໍ່ຫຍຸ້ງຍາກ ໂດຍບໍ່ຈຳເປັນເຂົ້າສູ່ລະບັບ ຫຼື ມີລະຫັດຜ່ານ. 

 

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here