Free Fire ເວັບໄຊແລກຮັບໄອເທັມ: ສິ່ງທີ່ທ່ານຄວນຮູ້

0
116

Free Fire Redemption Site

ບໍ່ມີຫຍັງທີີ່ຈະສ້າງຄວາມສຸກໃຫ້ແກ່ຜູ້ຫຼິ້ນ Free Fire ຫຼາຍກວ່າຮາງວັນ ແລະ ໄອເທັມພິເສດຟຣີອີກແລ້ວ. ເວັບໄຊແລກຮັບໄອເທັມ Free Fire ເຮັດໃຫ້ຜູ້ຫຼິ້ນໃຊ້ລະຫັດແລກຮັບເອົາຮາງວັນໄດ້. ບາງໄອເທັມ ແລະ ສິ່ງສະສົມສາມາດຊື້ໄດ້ໃນເກມ, ແຕ່ຜູ້ຫຼິ້ນອາດຈະຮັບພວກມັນໄດ້ຍາກເນື່ອງຈາກພວກມັນມີໃຫ້ເມື່ອໃຊ້ລະຫັດສະເພາະ. ຜູ້ຫຼິ້ນບໍ່ພຽງແຕ່ຕ້ອງການເອົາຊະນະເກມເທົ່ານັ້ນ ແຕ່ຍັງຕ້ອງການໂດດເດັ່ນ ແລະ ດຶງດູດຄົນອື່ນ. ລະຫັດແລກຮັບເຮັດໃຫ້ຜູ້ໃຊ້ສາມາດຮັບຮາງວັນສຸດຍອດຫຼາຍອັນໂດຍບໍ່ຕ້ອງໃຊ້ເພັດຂອງພວກເຂົາ. 

ເວັບໄຊແລກຮັບໄອເທັມ Free Fire ແມ່ນຫຍັງ?

ເວັບໄຊແລກຮັບໄອເທັມ Free Fire Redemption ແມ່ນແພລດຟອມສຳລັບຜູ້ຫຼິ້ນເພື່ອໃຊ້ລະຫັດ ແລະ ແລກຮັບໄອເທັມໃນເກມ ເຊັ່ນ: ອີໂມດ, ສະກິນ, ອາວຸດ, ຊຸດເກາະ, ໝວກ, ເຄຣດິດເກມ ແລະ ອື່ນໆ. ຜູ້ຫຼິ້ນສາມາດເຂົ້າເຖິງເວັບໄຊແລກຮັບໄອເທັມໂດຍການເຂົ້າໄປທີ່ໜ້າຫຼັກຂອງເວັບໄຊ. ຖ້າທ່ານມີລະຫັດທີ່ໃຊ້ໄດ້, ທ່ານສາມາດແລກຮັບມັນໄດ້ໃນເວັບໄຊແລກຮັບໄອເທັມ. ມັນມີໄອເທັມ ແລະ ຮາງວັນຫຼາຍອັນ ແລະ ມັນອາດຈະຮູ້ສຶກວ່າຫຼາຍເກີນໄປ, ດັ່ງນັ້ນ ໃຫ້ເລືອກອັນທີ່ທ່ານສົນໃຈຫຼາຍທີ່ສຸດ. 

ວິທີແລກຮັບລະຫັດ Free Fire

ນີ້ແມ່ນວິທີທີ່ທ່ານສາມາດໃຊ້ລະຫັດ Free Fire ແລະ ຮັບຮາງວັນ ແລະ ໄອເທັມດີໆ.

  • ສ້າງບັນຊີ Garena ທີ່ https://reward.ff.garena.com/
  • ເຂົ້າສູ່ລະບົບ ແລະ ໄປທີ່ເວັບໄຊແລກຮັບໄອເທັມ Free Fire.
  • ປ້ອນຂໍ້ມູນບັນຊີ Garena ຂອງທ່ານ.
  • ເມື່ອສຳເລັດແລ້ວ, ໃຫ້ຄລິກປຸ່ມຮັບຮາງວັນແລະ ທ່ານຈະຖືກນຳໄປທີ່ໜ້າອື່ນທີ່ມີຕົວເລືອກຮາງວັນ. 
  • ມີສາມວິທີໃນການຮັບຮາງວັນຂອງທ່ານ
    • ທ່ານສາມາດຮັບມັນໄດ້ໂດຍອັດຕະໂນມັດ, ເຊິ່ງເປັນວິທີທີ່ງ່າຍທີ່ສຸດ. ສິ່ງນີ້ລວມມີ gems, ຄະແນນກຽດຕິຍົດ, ແລະ ອີໂມດພິເສດ.
    • ແບບທີ່ສອງ, ເລືອກຮາງວັນທີ່ທ່ານຍັງບໍ່ໄດ້ຮັບເທື່ອ. ສິ່ງນີ້ຮັບປະກັນວ່າທ່ານຈະບໍ່ພາດຮາງວັນ ແລະ ມັນດີຫຼາຍຫາກທ່ານມີຫຼາຍບັນຊີ
    • ສຸດທ້າຍ, ທ່ານຍັງສາມາດເລືອກຮາງວັນທີ່ທ່ານໄດ້ແລກຮັບແລ້ວ. ດ້ວຍວິທີນີ້, ທ່ານສາມາດຮັບຮາງວັນທີ່ທ່ານໄດ້ໃຊ້ແລ້ວ ຫຼື ເລັ່ງລັດເວລາລໍຖ້າໃຫ້ໄວຂຶ້ນ.
  • ຄລິກປຸ່ມຮັບຮາງວັນແລະ ຢືນຢັນຮາງວັນຂອງທ່ານ. ໂຊກດີ

ຄຳແນະນຳທີ່ສຳຄັນຈາກ Garena

ນີ້ແມ່ນບາງຈຸດທີ່ຄວນຈື່ໄວ້ເມື່ອແລກຮັບລະຫັດ Free Fire ຂອງທ່ານ.

  • ລະຫັດ Free Fire ມີ 12/16 ຕົວອັກສອນ ເຊິ່ງມີຕົວໜັງສື ແລະ ຕົວເລກປະສົມກັນ.
  • ໃຫ້ກວດສອບວັນທີໝົດອາຍຸຂອງຮາງວັນຢ່າງລະອຽດ.
  • ຮາງວັນ ເຊັ່ນ: Gloo Wall, ສະກິນ, ກ່ອງຂອງຂວັນ, ບັດກຳນັນ, ຊຸດ ແລະ ອື່ນໆ ສາມາດພົບໄດ້ໃນແຖບຫ້ອງເກັບເມື່ອແລກຮັບສຳເລັດແລ້ວ. ເຊິ່ງແຕກຕ່າງກັບ Gold ແລະ Diamonds ເພາະພວກມັນຈະຖືກເພີ່ມໃສ່ບັນຊີຂອງທ່ານໂດຍອັດຕະໂນມັດຫຼັງຈາກແລກຮັບສຳເລັດແລ້ວ
  • ໜ່ວຍບໍລິການລູກຄ້າພ້ອມໃຫ້ບໍລິການສະເໝີ, ສະນັ້ນ ສາມາດຕິດຕໍ່ໄດ້ຫາກມີບັນຫາເກີດຂຶ້ນ
  • ກວດໃຫ້ແນ່ໃຈວ່າຜູກບັນຊີຂອງທ່ານກັບ Google/VK/Facebook/Apple ID ແລ້ວ, ເນື່ອງຈາກທ່ານບໍ່ສາມາດແລກຮັບຮາງວັນໄດ້ດ້ວຍບັນຊີແຂກ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here