ອາວຸດທີ່ດີທີ່ສຸດຂອງ Free Fire ທີ່ຄວນລອງໃນປີ 2022 ນີ້

0
89

Free Fire ເປັນເກມຕໍ່ສູ້ແບບ royale ແບບກົງໄປກົງມາເຊິ່ງມີຮູບແບບການຫຼີ້ນທີ່ແຂ່ງຂັນໄດ້ພ້ອມໂໝດເກມທີ່ຫຼາກຫຼາຍ, ກິດຈະກຳທີ່ໜ້າຕື່ນເຕັ້ນ, ແລະ ກຣາຟທີ່ໜ້າອັດສະຈັນໃຈ. ນອກຈາກນີ້ຍັງທີອາວຸທີ່ຫຼາກຫຼາຍທີ່ທ່ານສາມາດທົດລອງເພື່ອຄົ້ນຫາອາວຸດສຳລັບທ່ານ. ນີ້ຄືຄຳແນະນຳທີ່ຈະຊ່ວຍທ່ານຄົ້ນຫາປືນທີ່ຈະຊ່ວຍທ່ານໄດ້ Booyah!

AK47

AK47 ເປັນປືນ Free Fire Tier-S ຍອດນິຍົມ. ເປັນການດີສຳລັບການຍິງຫົວ, ເພື່ອໃຫ້ແນ່ໃນວ່າທ່ານສາມາດຂ້າຄູ່ຕໍ່ສູ້ໄດ້ກ່ອນທີ່ພວກມັນຈະເຂົ້າມາຫາທ່ານ. ມີຄວາມເສຍຫາຍຮ້າຍແຮງໃນແນວດິ່ງ; ແນວໃດກໍ່ຕາມ, ທ່ານຕ້ອງຈັດການກັບ recoil. ການຄວບຄຸມປືນທີ່ດີເຊັ່ນ AK 47 ນັ້ນຕ້ອງການ ການຈັດການທີ່ດີກວ່າເພື່ອໃຫ້ໄດ້ຊອດທີ່ແມ່ນຢຳຂຶ້ນ.

ສະຖານະຂອງປືນ

ຄວາມເສຍຫາຍ: 61

ໄລຍະ: 72 

ແມັກະຊີນ: 30

ອັດຕາການຍິງ: 56

ຄວາມໄວການຣີໂຫຼດ: 41

ຄວາມແມ່ນຢຳ: 41

ອຸປະກອນແຕ່ງປືນ:

  • Silencer
  • Muzzle
  • Foregrip
  • Magazine
  • Scope
  • Stock

Scar

Scar ເປັນຄູ່ຕໍ່ສູ້ທີ່ງຽບຂອງ AK 47 ໂດຍທີ່ມັນມີພະລັງຍິງປານກາງ ແລະ ມີການ recoil ທີ່ຕ່ຳກວ່າ. ມັນອາດມີຄ່າຂອງສະຖານະທີ່ຕ່ຳກວ່າ AK 47, ແຕ່ມີການຄວບຄຸມທີ່ດີກວ່າ, ເຊິ່ງຂຶ້ນຢູ່ກັບການຍິງທີ່ແມ່ນຢຳ ແລະ ການຍິງທີ່ແມ່ນຢຳຂຶ້ນ, ເຮັດໃຫ້ທ່ານສັງຫານໄດ້ຫຼາຍຂຶ້ນໃນລະຫວ່າງການດວນປືນທີ່ມີ adrenaline ສູງ.

ສະຖານະຂອງປືນ

ຄວາມເສຍຫາຍ: 53

ໄລຍະ: 60

ແມັກະຊີນ: 30

ອັດຕາການຍິງ: 61

ຄວາມໄວການຣີໂຫຼດ: 41

ຄວາມແມ່ນຢຳ: 42

ອຸປະກອນແຕ່ງປືນ:

  • Silencer
  • Muzzle
  • Foregrip
  • Magazine
  • Scope
  • Stock

Groza

ເປັນປືນໄຣເຟິລທີ່ມີຄວາມເສຍຫາຍສູງ ແລະ ໄລຍະໄກ, Groza ມີຄວາມສະຖຽນທີ່ຍອດຢ້ຽມໃນການມອບປະສິດທິພາບອາວຸດທີ່ດີທີ່ສຸດໃຫ້ກັບທ່ານເມື່ອທຽບກັບປືນອື່ນໆໃນ  Free Fire. ເປັນຕົວເລືອກທີ່ດີທີ່ສຸດສຳລັບຜູ້ຫຼີ້ນສ່ວນໃຫຍ່,​ ແຕ່ທ່ານສາມາດຮັບໄດ້ຈາກຄ່າຫົວ, tokens, ແຜນທີ່ເຕີມສະບຽງ, ແລະ airdrops ເທົ່ານັ້ນ.

ສະຖານະຂອງປືນ

ຄວາມເສຍຫາຍ: 61

ໄລຍະ: 77

ແມັກະຊີນ: 30

ອັດຕາການຍິງ: 56

ຄວາມໄວການຣີໂຫຼດ: 48

ຄວາມແມ່ນຢຳ: 58

ອຸປະກອນແຕ່ງປືນ:

  • Silencer
  • Muzzle
  • Foregrip
  • Magazine
  • Scope
  • Stock

M4A1

M4A1 ເປັນອາວຸດອະເນກປະສົງ, ເປັນປືນໄຣເຟິລທີ່ມີຄວາມເໝາະສົມກັບທຸກສະຖານະການການຕໍ່ສູ້ ແລະ ເປັນທີ່ນິຍົມຂອງຜູ້ຫຼີ້ນເລີ່ມຕົ້ນ. ເຖິງແມ່ນວ່າ ມັນຈະເປັນໄຣເຟິລຂະໜາດກາງ, ແຕ່ກໍ່ມີປະສິດທິພາບທີ່ດີ ແລະ ເໝາະສຳລັບການດວນປືນໄລຍະກາງເຖິງໄລຍະໄກໂດຍບໍ່ມີບັນຫາໃນການຈັດການ. 

ສະຖານະປືນ

ຄວາມເສຍຫາຍ: 53

ໄລຍະ: 77

ແມັກະຊີນ: 30

ອັດຕາການຍິງ: 56

ຄວາມໄວການຣີໂຫຼດ: 48

ຄວາມແມ່ນຢຳ: 54

ອຸປະກອນການແຕ່ງປືນ:

  • Silencer
  • Muzzle
  • Foregrip
  • Magazine
  • Scope
  • Stock 

M1014

M1014 ເປັນທີ່ຮູ້ຈັກກັນໃນນາມລາຊາແຫ່ງປືນລູກຊອງ ເພາະວ່າມັນສາມາດກຳຈັດສັດຕູທັງໝົດໄດ້, ເຮັດໃຫ້ທ່ານສັງຫານ ແລະ ຊະນະໄດ້ຫຼາຍຂຶ້ນ.  ເຖິງແມ່ນວ່າຈະບໍ່ເໝາະສົມສຳລັບການຍິງໄລຍະໄກ, ແຕ່ເປັນປືນລູກຊອງອັດຕະໂນມັດເຕັມຮູບແບບທີ່ເຮັດໃຫ້ການຍິງງ່າຍຂຶ້ນ. 

ສະຖານະປືນ

ຄວາມເສຍຫາຍ: 97

ໄລຍະ: 15

ແມັກະຊີນ: 5

ອັດຕາການຍິງ: 42

ຄວາມໄວການຣີໂຫຼດ: 34

ຄວາມແມ່ນຢຳ: 10

ອະປະກອນການແຕ່ງປືນ:

  • Stock

P90

P90 ເປັນອາວຸດທີ່ສົມບູນແບບສຳລັບທ່ານຖ້າຫາກວ່າທ່ານຖ້າຫາກວ່າ ກຳລັງແນມຫາປືນທີ່ມີອັດຕາການຍິງສູງ ມີກຳລັງງທີ່ເໝາະສົມໃນໄລຍະກາງ ແລະ ສາມາດຍິງໄດ້ 80 ໃນນັດ 

ສະຖານະປືນ

ຄວາມເສຍຫາຍ: 48

ໄລຍະ: 27 

ແມັກະຊີນ: 50

ອັດຕາການຍິງ: 75

ຄວາມໄວການຣີໂຫຼດ: 48

ຄວາມແມ່ນຢຳ: 37

ອຸປະກອນແຕ່ງປືນ:

  • Magazine
  • Scope
  • Stock

MP40

MP40 ເປັນທີ່ຮູ້ຈັກກັນໃນຊື່ SMG ຂອງ Free Fire ກັບອັດຕາການຍິງສູງສຸດ. ນີ້ແມ່ນປືນທີ່ສົມບູນແບບສຳລັບທ່ານເມື່ອຕ້ອງຮັບມືກັບສັດຕູໄລຍະປະຊິດ. ມີປະສິດທິພາບຫຼາຍກວ່າ P90, ແຕ່ບໍ່ໄດ້ຈັດຢູ່ໃນແຜນປືນໄລຍະໄກ. ຍິງໄດ້ 30-32 ລູກພາບໃນເວລາບໍ່ພໍເທົ່າໃດວິນາທີ; ດັ່ງນັ້ນຈຶ່ງຕ້ອງການລູກປືນຈຳນວນຫຼາຍ; ແນວໃດກໍ່ຕາມ, ມັນມີຄວາມສະຖຽນສູງພ້ອມເວລາບັນຈຸທີ່ເໝາະສົມ

ສະຖານະປືນ

ຄວາມເສຍຫາຍ: 48

ໄລຍະ: 22

ແມັກະຊີນ: 20

ອັດຕາການຍິງ: 83

ຄວາມໄວການຣີໂຫຼດ: 48

ຄວາມແມ່ນຢຳ: 17

ອຸປະກອນແຕ່ງປືນ:

  • Foregrip
  • Magazine
  • Stock

AWM

AWM ຕັດສຽງລົບກວນເມື່ອເວົ້າເຖິງການເປັນປືນໄຣເຟິລສຸ່ມຍິງທີ່ດີທີ່ສຸດໃນ Free Fire. ມັນສ້າງຄວາມເສຍຫາຍໄດ້ສູງຫຼາຍ ແລະ ສາມາດລົ້ມສັດຕູທີ່ສວມເສື້ອກັນກະສຸນໄດ້ level 2. ເມື່ອເວົ້າເຖິງ  AWM, ການຖືກຍິງຫົວຖືເປັນການຂ້າທັນທີບໍ່ວ່າຝ່າຍກົງກັນຂ້າມຈະໃສ່ໝວກຫຍັງ. AWM ເປັນອາວຸດຮ້າຍແຮງທີ່ສຸດໃນ Free Fire ຈົນເຖິງປັດຈຸບັນ. ສາມາດພົບເຫັນໄດ້ໃນ token ຄ່າຫົວ, ແຜນທີ່ສະບຽງ, ແລະ ດ້ວຍ airdrops.

ສະຖານະປືນ

ຄວາມເສຍຫາຍ: 91

ໄລຍະ: 90 

ແມັກະຊີນ: 5

ອັດຕາການຍິງ: 27

ຄວາມໄວການຣີໂຫຼດ: 34

ຄວາມແມ່ນຢຳ: 90

ອຸປະກອນຕົບແຕ່ງປືນ:

  • Silencer
  • Muzzle
  • Foregrip
  • Magazine
  • Scope

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here