ຮູ້ສຶກວ່າໂຊກດີບໍ? ໃຊ້ແຕ້ມ MLBB Lucky ຂອງທ່ານເພື່ອແລກຮັບ ສະກິນຖາວອນ!

0
72

MLBB Lucky Points to get permanent skins

ການໄດ້ຮັບສະກິນແມ່ນຄຸນລັກສະນະໜຶ່ງຂອງແຟນພັນແທ້ຂອງ Mobile Legends. ເລີ່ມຈາກ Elite ໄປຍັງ Special ຫາ Epic, ສະກິນເຫຼົ່ານີ້ມີໃນຮ້ານຖ້າທ່ານຕ້ອງການໃຫ້ຮີໂຣ່ຫຼັກຂອງທ່ານມີຮູບໂສມໃໝ່. ແຕ່ແນວໃດກໍ່ຕາມ, ບາງກິດຈະກຳກໍ່ໃຫ້ໂອກາດທ່ານໄດ້ຮັບສະກິນ ເຊັ່ນ Lucky Spin ແລະ Aurora Summon. ແລະ ຕັ້ງແຕ່ພວກເຮົາສະເຫຼີມສະຫຼອງ #CodaLucky7 ໃນເດືອນນີ້ຂອງພວກເຮົາ, ພວກເຮົາຈະສອນທ່ານວິທີທີ່ທ່ານສາມາດຈົກສະຫຼາກຮັບ Epic  (ຄື V.E.N.O.M.) ການໃຊ້ແຕ້ມ Lucky ຂອງທ່ານ.

ແມ່ນຫຍັງຄື Aurora Summon ໃນ MLBB?

Aurora Summon in MLBB

Aurora Summon ແມ່ນກິດຈະກຳໃນເກມເຊິ່ງໃຫ້ທ່ານຈົກສະຫຼາກຮັບລາງວັນສະກິນ ແລະ ລາງວັນອື່ນໆ ໂດຍໃຊ້ ແກ້ວຂອງ Aurora. ແຕ່ລະສະຫຼາກມີລາຄາເປັນ 50 ແກ້ວ, ເຊິ່ງມີເຄິ່ງລາຄາລາຍວັນສຳຫຼັບການຈົກສະຫຼາກຄັ້ງທຳອິດຂອງທ່ານ. ການຈົກສະຫຼາກລາງວັນທີ່ປະສົບຜົນສຳເລັດ ຈະໃຫ້ລາງວັນແກ່ຜູ້ຫຼີ້ນ 10 ແຕ້ມ Lucky. ເມື່ອທ່ານສະສົມແຕ້ມໄດ້ 90 ແຕ້ມ, ຮັບຮອງວ່າທ່ານຈະໄດ້ຮັບສະກິນຖາວອນໃນການຈົກສະຫຼາກຄັ້ງຕໍ່ໄປ.

ຂ້າພະເຈົ້າສາມາດໃຊ້ແຕ້ມ Lucky ໃນ Mobile Legends ໄດ້ແນວໃດ?

ການໃຊ້ແຕ້ມ Lucky ຂອງທ່ານ ໃນ MLBB ແມ່ນງ່າຍ. ທັງໝົດທ່ານຕ້ອງເຮັດແມ່ນຕາມຂັ້ນຕອນດັ່ງນີ້:

  1. ເປີດເກມເທິງອຸປະກອນຂອງທ່ານ
  2. ທີ່ດ້ານຊ້າຍຂ້າງເທິງຂອງໜ້າຈໍຂອງທ່ານ, ຄລິກທີ່ Shop ແລະ ໄປທີ່ ແຖບ Aurora Summon.
  3. ທີ່ມຸມລຸ່ມດ້ານຂວາ, ທ່ານສາມາດເຫັນແຕ້ມ Lucky ທີ່ມີຢູ່. ເຂົ້າສູ່ລະບົບປະຈຳວັນ ແລະ ແຕະທີ່ແຖບ Magic Cube ເພື່ອຮັບ 1 ແຕ້ມ. ສະສົມ 90 ແຕ້ມເພື່ອຮັບປະກັນວ່າທ່ານໄດ້ຮັບສະກິນໃນການຈົກສະຫຼາກຄັ້ງຕໍ່ໄປ. 
  4. ໃນການໃຊ້ແຕ້ມ Lucky ຂອງທ່ານ, ໃຫ້ຈົກສະຫຼາກໂດຍໃຊ້ ແກ້ວ Aurora. ເຊິ່ງມີລາຄາ 50 ແກ້ວສຳລັບ 1x ຄັ້ງຈົກສະຫຼາກ ແລະ 450 ສຳລັບ 10x ຄັ້ງຈົກສະຫຼາກ. ຖ້າທ່ານບໍ່ມີແກ້ວ Aurora, ທ່ານສາມາດໃຊ້ເພັດຂອງທ່ານ (1 ແກ້ວຂອງ Aurora ແມ່ນເທົ່າກັບ 1 ເພັດ)
  5. ແຕ້ມ Lucky ຂອງທ່ານຈະຖືກຕັ້ງຄືນໃໝ່ແຕ່ລະຄັ້ງທີ່ທ່ານໄດ້ຮັບສະກິນ.

ໂອກາດທີ່ຈະໄດ້ຮັບສະກິນຖາວອນມີເທົ່າໃດ?

ໂອກາດໃນາກນໄດ້ຮັບ ສະກິນຖາວອນຢູ່ໃນ Aurora Summon ແມ່ນຢູ່ທີ່ 1%. ແມ່ນໜ້ອຍຫຼາຍ, ແຕ່ມີຫຼາຍວິທີທີ່ຈະໄດ້ແຕ້ມ Lucky ແລະ ສະສົມແກ້ວ Aurora ເພື່ອຊ່ວຍທ່ານ. ເຂົ້າສູ່ລະບົບທຸກມື້ເພື່ອສະສົມ 1 ແຕ້ມ Lucky. ທ່ານຍັງສາມາດໄດ້ຮັບຜົນປະໂຫຍດໂດຍການຫຼຸດ 50% ສຳລັບຄັ້ງທຳອິດໃນການຈົກສະຫຼາກທຸກໆມື້. ກິດຈະກຳແມ່ນດີ, ໃນການພິຈາລະນາຄຸນລັກສະນະສະກິນແມ່ນຍອດຢ້ຽມລາຍ. ຖ້າໂຊກເຂົ້າຂ້າງທ່ານ, ທ່ານມີໂອກາດທີ່ຈະໄດ້ຊະນະ ສະກິນທີ່ມີມູນຄ່າ 899 (Epic) ແລະ 749 ເພັດສຳລັບລະດັບພິເສດ

ລາງວັນອື່ນໆສຳລັບກິດຈະກຳນີ້ໄດ້ແກ່ Skin Trial Card (55%), ຊີ້ນສ່ວນສະກິນທີ່ຫາຍາກ (40%), ແລະ ຄູປອງເພັດ (4%). ຖ້າທ່ານຈົກສະຫຼາກເລື້ອຍໆ, ມີໂອກາດພິເສດທີ່ຈະໄດ້ຮັບສະກິນຖາວອນ. ພວກເຮົາລອງກິດຈະກຳນີ້ຫຼັງຈາກສະສົມແຕ້ມ Lucky ໄດ້ 90 ແຕ້ມ ແລະ ໄດ້ຮັບ Lunox’s Bloody Mary.

Reward permanent skin

ແມ່ນຫຍັງຄືສະກິນລາງວັນໃນ ກິດຈະກຳ Aurora Summon?

ລາງວັນລວມມີ ສະກິນ Epic V.E.N.O.M ສຳລັບ Harley, Angela, Gusion, Grock, ແລະ Hanabi. ທ່ານຍັງມີໂອກາດທີ່ຈະໄດ້ຮັບສະກິນພິເສດເຊັ່ນ ສະກິນ Susanoo ຂອງ Badang, Midnight Raven ຂອງ Natalia, Sushi Master ຂອງ Hayabusa, ແລະ ອື່ນໆອີກ. ລວມລາງວັນເປັນສະກິນ Elite ຂອງ Lesley, Gusion, ແລະ Chang’e, ອື່ນໆ, ລວມທັງສະກິນພື້ນຖານອີກສອງສາມສະກິນ. ກວດສອບບາງລາງວັນສະກິນທີ່ມີໃຫ້ຂ້າງລຸ່ມ:

  • ສະກິນ Epic

Epic Skins

  • ສະກິນພິເສດ

Special Skins

  • ສະກິນ Elite

Elite Skins

  • ສະກິນພື້ນຖານ

     

Basic Skins

ອີກເທື່ອໜຶ່ງ, ຢ່າລືມເຂົ້າສູ່ລະບົບທຸກມື້ເພື່ອສະສົມແຕ້ມໃຫ້ໂຊກຂອງທ່ານ. ເມື່ອທ່ານໄດ້ຮັບແຕ້ມສູງສຸດ, ເລີ່ມຮຽກເອີ້ນ. ໃຜຈະໄປຮູ້, ທ່ານອາດໄດ້ຮັບ ສະກິນ epic V.E.N.O.M. ໃນການຊິງໂໍຊກຄັ້ງຕໍ່ໄປ! ໂຊກດີ!

ຢ່າລືມເຕີມເກມ Mobile Legends Diamonds ພຽງທີ່ Codashop. ພວກເຮົາຮັບປະກັນການຕື່ມເງິນທີ່ໄວກວ່າ ແລະ ສະດວກກວ່າ ເພື່ອໃຫ້ທ່ານເພີດເພີນກັບປະສົບການຫຼີ້ນເກມທີ່ບໍ່ຫຍູ້ງຍາກ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here