ອັບເດດ PUBG Mobile 2.3: ສະເຫຼີມສະຫຼອງບານໂລກກັບ Leo Messi

0
108

PUBG x Messi Collab

ກມຕໍ່ສູ້ royale ຍອດນິຍົມ, PUBG Mobile, ກຳລັງສ້າງຄວາມໂດດເດັ່ນດ້ວຍການອັບເດດທີມນັກເຕະ ອລະ ການຮ່ວມມືກັບໜຶ່ງໃນທີມນັກເຕະບານທີ່ເກັ່ງທີ່ສຸດໃນໂລກຄື, Lionel “Leo” Messi. ເລີ່ມຕົ້ນດ້ວຍການເປີດຕົວແຄັມເປນຄຳເຊີນຂອງກັບຕັນ Messi” ໃນວັນທີ 10 ພະຈິກ, ແລະ ການອັບເດດຄັ້ງໃຫຍ່ (2.3) ທີ່ມີໃນວັນທີ 17 ພະຈິກ, ກິດຈະກຳນີ້ເກີດຂຶ້ນພ້ອມກັບເທສະການເຕະບານໂລກ FIFA World Cup. ໃນບົດຄວາມນີ້, ພວກເຮົາຈະສະແດງການປ່ຽນແປງທີ່ເກີດຂຶ້ນໃນດ່ານຕ່າງໆ, ໄອເທັມ ແລະ ລາງວັນທີມບານເຕະທີ່ມີຢູ່ໃນຮ້ານຄ້າ,  ແລະ ລະດູການຂອງ Royale Pass. [ໝາຍເຫດ: “ບານເຕະແລະຟຸດຊໍເປັນຄຳທີ່ໃຊ້ແທນກັນໄດ້ໃນບົດຄວາມນີ້]

ອັບເດດຄັ້ງໃຫຍ່ຂອງ PUBG Mobile 2.3: ກິດຈະກຳນ້ອຍ ແລະ ຂອງລາງວັນ

ເພື່ອໃຫ້ກົງກັບບານໂລກ FIFA World Cup, PUBG Mobile ໄດ້ເປີດຕົວເຄມເປັນຄຳເຊີນຂອງກັບຕັນ Messi” ໃນວັນທີ 10 ພະຈິກ ເຊິ່ງຜູ້ຫຼີ້ນສາມາດແບ່ງປັນກິດຈະກຳການເຮັດວຽກຮ່ວມກັນ ແລະ ການອັບເດດ 2.3 ຜ່ານໂຊຊຽວມີເດ່ຍ ເພື່ອສະໜັບສະໜຸນ PUBG Mobile Global Chicken Cup, ເຊິ່ງເປັນຂອງ PUBG Mobile “ຮູບແບບການຫຼີ້ນທີມເຕະບານຄັ້ງທຳອິດ”. ການແບ່ງປັນລາງວັນຄັ້ງທຳອິດຄືຄະແນນການຕໍ່ສູ້ (ສະກຸນເງິນໃນເກມ), ແລະ ທຸກໆ ການແບ່ງປັນຄັ້ງຕໍ່ໄປເລີ່ມແຕ່ວັນທີ 10 ພະຈິກ ຮອດທີ 18 ທັນວາ ຈະມອບເສື້ອແຂ່ງຂັນ Messi X PUBG Mobile Collaboration Jersey ໃຫ້ກັບຜູ້ຫຼີ້ນເຊິ່ງເປັນເຄື່ອງແຕ່ງກາຍ, ແບບຈຳກັດເວລາທີ່ໝົດອາຍຸພາຍຫຼັງກິດຈະກຳສິ້ນສຸດ.

ເລີ່ມຕັ້ງແຕ່ການອັບເດດ 2.3 ໃນວັນທີ 17 ພະຈິກ, ຜູ້ຫຼີ້ນສາມາດເຂົ້າຮ່ວມໃນ ທີມບານເຕະໃນເກມໄດ້. ຕາຕະລາງຂ້າງລຸ່ມສະແດງກິດຈະກຳພາຍໃຕ້ກິດຈະກຳຫຼັກ “Unite for One Goal” ເຊິ່ງເລີ່ມຕັ້ງແຕ່ 20 ພະຈິກ ຫາ 18 ທັນວາ

ກິດຈະກຳ ໄລຍະເວລາ
Well Wishes 20 ພະຈິກ 18 ທັນວາ
Winning Choice 20 ພະຈິກ 3 ທັນວາ
Rank Up With Friends 20 ພະຈິກ 3 ທັນວາ
Top Goal  20 ພະຈິກ 18 ທັນວາ
Unite Your Team 20 ພະຈິກ 18 ທັນວາ

 

Well Wishes ແລະ Winning Choice ເປັນກິດຈະກຳແບບຈຳກັດເວລາທີ່ໃຫ້ຜູ້ຫຼີ້ນຮ່ວມເຊຍທີມ (Well Wishes) ແລະ ທວຍວ່າ ໃຜຈະຊະນະໃນການແຂ່ງຂັນ (Winning Choice). ຈັດອັດດັບກັບເພື່ອ ແລະ ຮ່ວມທີມກັບທ່ານ ເປັນກິດຈະກຳແບບກຸ່ມໃຫ້ລາງວັນ ແລະ ສົ່ງເສີມທີມ. ໃນຂະນະທີ່ Top Goal ມອບກິດສະເພາະໃຫ້ຜູ້ຫຼີ້ນແຕ່ລະຄົນເພື່ອຮັບສະກຸນເງິນສຳລັບກິດຈະກຳທີ່ຈຳກັດເວລາ, ລວມທັງ ດອກກຸຫຼາບ ທີ່ສາມາດໃຊ້ໃນ Well Wishes ເພື່ອເຊຍທີມໂປດປານຂອງທ່ານ ແລະ ສະກຸນເງິນທີ່ຈຳກັດເວລາ (football coins) ເພື່ອຊື້ໄອເທັມພິເສດຮ້ານຄ້າກິດຈະກຳ ເຊັ່ນເສື້ອ jersey ແລະ ຊຸດ kits, glider trails, graffitis, ເສດຄູປອງ, ຕີມເວລາຈຳກັດ, ອີໂມດ, ການປັບແຕ່ງພາຫະນະ, ອາວະຕາ, ກອບ, ແລະ ບັດສ່ວນຫຼຸດລາຄາ.

ກິດຈະກຳ ທີມບານເຕະອື່ນໆໄດ້ແກ່ຄຳເຊີນຂອງກັບຕັນ Messi”, Cheer Park, One-Kick Wonder, ແລະ Clubs. ສຳລັບ Cheer Park, ຜູ້ຫຼີ້ນຈະຖືກພາໄປລັອບບີ້ພິເສດສຳລັບກິລາເຕະບານ (Erangel ແລະ Livik Ranked Cue) ເພື່ອສຳເລັດການກິດແຕ່ລະຢ່າງເຊັ່ນ ການຍິງລູກໂທດ ແລະ ການແຂ່ງຂັນລົດເຕະບານ. One-Kick Wonder ກ່ຽວຂ້ອງກັບສະໜາມເຕະບານໂດຍມີຜູ້ຫຼີ້ນ ຫ້າຄົນ ຈ່າຍໝາກບານແບບເຕະຄັ້ງດຽວໄປທີ່ປະຕູ. ຈຸດປະສົງນັ້ນງ່າຍໆ: ຮັບຄະແນນຈາກການເຮັດເປົ້າໝາຍໃຫ້ສຳເລັດ ແລະ ນຳໝາກບານໄປທີ່ເປົ້າໝາຍໃນ 5 ຄັ້ງ. ລາງວັນສຳລັບ ເກມນ້ອຍນີ້ລວມມີ football coins ທີ່ສາມາດແລກປ່ຽນໄອເທັມໃນຮ້ານຄ້າກິດຈະກຳ. ເມື່ອສຳເລັດເສັດສີ້ນພາລະກິດໃນ One-Kick Wonder, ຜູ້ຫຼີ້ນຈະໄດ້ຮັບລາງວັນເຄື່ອງແຕ່ງກາຍຖາວອນຈຳນວນ 2 ຊຸດ (ຊຸດເຕະບານຄົບຊຸດປະກອບດ້ວຍເສື້ອ jersey ແລະ ໂສ້ງຂາສັ້ນນຸ່ງເຕະບານ) ທີ່ເລືອກໄດ້ໃນຮ້ານຄ້າກິດຈະກຳ. Clubs ແນະນຳແງ່ມຸມໂຊຊຽວມີເດຍຂອງ PUBG Mobile ໂດຍເນັ້ນວິດີໂອ ແລະ ໂພສ.  ທ່ານສາມາດຕິດຕາມຜູ້ຄົນ ແລະ ກຸ່ມທີ່ຢູ່ໃນຂົງເຂດຂອງທ່ານ ຫຼື ບາງສະຖານທີ່ໃນໂລກ. ເນື້ອໃນລວມມີຕັ້ງແຕ່ວິດີໂອເກມ, ເຄັດ ແລະ ກົນລະຍຸດ, ແລະ ການອັບເດດຊີວິດທົ່ວໄປຂອງຜູ້ຫຼີ້ນ.

Football Arena ແລະ ຮູບແບບການຫຼີ້ນເກມເຕະບານ

ດ້ວຍຈິດວິນຍານຂອງການຮ່ວມມືກັບ Leo Messi, PUBG Mobile ນຳສະເໜີພື້ນທີ່ທີມເຕະລານ, ຊື່ວ່າ “Football Carnival”, ໃນແຜນທີ່ຈັດອັນດັບສອງແຜນທີ່: Erangel ແລະ Livik. ທີ່ນີ້, ຜູ້ຫຼີ້ນສາມາດສຳເລັດການກິດ Cheer Park ເພື່ອລາງວັນຫຼາຍຂຶ້ນ. ແຜນທີ່ດັ່ງກ່າວຍັງມີໄອເທັມຍຸດທະວິທີ ເພີ່ມເຕີມທີ່ຜູ້ຫຼີ້ນສາມາດຈັບໄດ້ຕາມຈຸດຕ່າງໆຂອງແຜນທີ່ “Wonder Football” ເຊິ່ງສາມາດເຕະໄປຮອບໆ ເພື່ອລໍ້ສັດຕູ ຫຼື ເຮັດປະຕູ Football Arena, ແລະເກີບຄຳຂອງ Messi” ເຊິ່ງອະນຸຍາດໃຫ້ຜູ້ຫຼີ້ນແລ່ນ ແລະ ເປີດໃຊ້ງານການຊ້ອມຮົບແບບພິເສດ “feint”.

ສ່ວນ Football Carnival ຂອງແຜນທີ່ເຫຼົ່ານີ້ນຳສະເໜີສະຖາປັດຕະຍະກຳແບບຕາເວັນອອກກາງ (ອ້າງອີງເຖິງການເຕະບານໂລກທີ່່ຈັດຂຶ້ນໃນກາຕ້າ), ຊັບພະຍາກອນຫຼວງຫຼາຍ, ອຸປະກອນສະເພາະຕາມຕີມ, ຄັງສົມບັດ, ແລະ ພາຫະນະບານເຕະ Zorb Football ເພື່ອໃຫ້ເດີນທາງຮອບບໍລິເວນໄດ້ຢ່າງໄວວາໂດຍໃຊ້ລະບົບລາງລົດໄຟ. ນອກຈາກນີ້ຍັງມີ Launchers ແລະ  respawn cards ເພື່ອໃຫ້ຜູ້ຫຼີ້ນໄດ້ເພີດເພີນກັບພື້ນທີ່ໃໝ່.

Football Arenas ເປັນພື້ນທີ່ພິເສດທີ່ເຮັດເຄື່ອງໝາຍໄວ້ເທິງແຜນທີ່ເຊິ່ງຜູ້ຫຼີ້ນສາມາດຮັບໄອເທັມພິເສດໄດ້ໂດຍເຂົ້າສູ່ Arena ແລະ ເຮັດປະຕູດ້ວຍ Wonder Football. ການເຮັດຄະແນນໃນ Arenas ທັງໝົດຈະເຮັດໃຫ້ຜູ້ຫຼີ້ນໄດ້ຮັບລາງວັນ Easter Egg. 

ອັບເດດແຜນທີ່

ການປ່ຽນແປງບາງຢ່າງໃນ Erangel ແລະ Livik ມີຜົນໃນການອັບເດດເປັນ 2.3. ນີ້ຄືລາຍການປ່ຽນແປງແຜນທີ່ທີ່ຄວບຄຸມ:

Erangel

  1. ຄັງສະບຽງສາມາດພົບໄດ້ເທິງແຜນທີ່ເຊິ່ງຜູ້ຫຼີ້ນສາມາດຮັບຊັບພະຍາກອນໄດ້.
  2. ໄອເທັມໃໝ່, ເຣດ້າຍານພາຫະນະ, ສາມາດຊື້ໄດ້ຈາກຮ້ານຄ້າສະບຽງ. ໄອເທັມນີ້ສາມາດສະແກນຍານພາຫະນະທີ່ຫວ່າງໃນບໍລິເວນໃກ້ຄຽງ.
  3. Stabler ໄດ້ຮັບການປັບປຸງໃຫ້ດີຂຶ້ນຫຼາຍ ເຮັດໃຫ້ຜູ້ຫຼີ້ນສາມາດສຳຫຼວດແຜນທີ່ໄດ້ຢ່າງໄວວາດ້ວຍເຄເບິນສາມສາຍທີ່ໃຊ້ງານຢູ່.

Livik

  1. ເພີ່ມເອັຟເຟັກສະພາບອາກາດຮຸ່ງອາລຸນ ແລະ ພົບຄ່ຳ
  2. ການປ່ຽນແປງບາງຢ່າງໃນ Refinery ເພື່ອປັບປຸງປະສົບການໃນການຕໍ່ສູ້.

Royale Pass – ຮອບ 3, ຊີຊັນ 9

PUBG Mobile Tier Goal

Royale Pass ຊີຊັນໃໝ່ (ເລີ່ມວັນທີ 20 ພະຈິກ) ນຳສະເໜີລະບົບ Tier Goal ເຊິ່ງຜູ້ຫຼີ້ນສາມາດກຳນົດລະດັບທີ່ພວກເຂົາຕ້ອງການບັນລຸສຳລັບຊີຊັນນີ້ ແລະ ຮັບລາງວັນຄື  BP ແລະ ບັດລາງວັນສະບຽງ. ລາງວັນສຳລັບຊີຊັນນີ້ລວມມີ ຊຸດ C3S9, ຈ້ອງຊູຊີບ C3S9, ຜ້າຄຸມ C3S9, ໜ້າກາກ C3S9, C3S9 – M24, ແລະ ແວ່ນຕາ C3S9.

ທ່ານຮູ້ສຶກຕື່ນເຕັ້ນກັບການອັບເດດ ແລະ ການເຮັດວຽກຮ່ວມກັນໃໝ່ຫຼືບໍ່? ຂ້ອຍໄດ້ລອງເຕະ Wonder Footballs ຜ່ານ Erangel ແລະ Livik ແລະ ພົບວ່າຕົວເອງຢູ່ທ່າມກາງການດວນ. ຖ້ານັ້ນຟັງເບິ່ງບໍ່ໜ້າຕື່ນເຕັ້ນ, ທ່ານສາມາດລອງເບິ່ງ ແລະ ລອງປະຕິບັດການກິດຕ່າງໆ ແລະ ມ່ວນຊື່ນກັບ ຂໍ້ສະເໜີ ຈາກ PUBG Mobile ໃນຕີມຂອງກິລາບານເຕະ.

ຢ່າລືມຕື່ມເງິນໃນ UC ສຳລັບ PUBG Mobile ຂອງທ່ານທີ່ Codashop ເທົ່ານັ້ນ. ພວກເຮົານຳສະເໜີການຕື່ມເງິນທີ່ງ່າຍ ແລະ ໄວຂຶ້ນໂດຍບໍ່ຕ້ອງເຂົ້າສູ່ລະບົບ ຫຼື ມີລະຫັດຜ່ານ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here