ການຮູ້ຈັກແຜນທີ່ໃນເກມ MLBB ຊ່ວຍທ່ານຫຼີິ້ນເກມເກັ່ງຂື້ນ

0
157

Mobile Legends Banner

ການເຂົ້າໃຈແຜນທີ່, ຖ້າຮູ້ແຜນທີ່ດີຍິ່ງເຮັດໃຫ້ທ່ານມີປະໂຫຍດໃນການໂຈມຕີຝ່າຍກົງກັນຂ້າມຂອງທ່ານ ແລະ ຊ່ວຍໃນການສື່ສານກັບທີມ.
ໃນ Mobile Legends, ແຜນທີ່ຖືກແບ່ງອອກເປັນສາມເຂດທີ່ແຕກຕ່າງກັນ – Base, Lanes ແລະ Jungle.
ພື້ນທີ່ຢູ່ເບື້ອງຫລັງຂອງລູກສອນຖືກເອີ້ນວ່າ Base (ຖານ). ລູກສອນແມ່ນເສັ້ນທາງ (Lanes), ແບ່ງອອກເປັນທາງເທິງ (Top), ທາງກາງ (Mid)ແລະ ທາງລຸ່ມ(Bot). ທຸກພື້ນທີ່ອື່ນໆແມ່ນພື້ນທີ່ຂອງ Monster ທີ່ຢູ່ໃນປ່າ.

Buffs
Monster ທີ່ຢູ່ໃນປ່າ, ມີ Monster ທີ່ໃຫ້ Buff ຕ່າງກັນ. Buffs ເຫຼົ່ານີ້ສ້າງຄວາມເຂັ້ມແຂງ hero ຂອງທ່ານຊົ່ວຄາວ, ເຮັດໃຫ້ໂຕລະຄອນມີຄວາມໄດ້ປຽບ.
ແຜນທີ່ຈະມີຈຸດໆສີສັນ ແລະ ສັນຍາລັກທີ່ແຕກຕ່າງກັນ – ສີມ່ວງ, ຂຽວ, ຄຳ ແລະ ສັນຍາລັກຕ່າງໆໃຫ້ແກ່ Monster ແລະ Buff ທີ່ແຕກຕ່າງກັນ.

Blue Buff: ລົດການຣີ ເຊັດ Skill 10%, ຫຼຸດການໃຊ້ Mana ລົງ 40%, ຫຼຸດການໃຊ້ Energy ລົງ 25%
Red Buff: ເທື່ອສ້າງຄວາມເສຍຫາຍໃຫ້ສັດຕູຈະ Slow 60% ໃນ 1ວິນາທີ ແລະ ເຮັດ True damage ອີກຕາມພື້ນຖານຂອງ Hero. ເອັບເຟັກຈະຣີເຊັດໃນ 3ວິນາທີ.
Turtle Buff: Buff ຈາກການຂ້າເຕົ່າເທບໄດ້ຈະມີເອັຟເຟັກຄື: ກໍລະນີທີ່ບໍ່ໄດ້ຮັບການໂຈມຕີ ພາຍໃນ 5ວິນາທີ, ຈະໄດ້ຮັບເກາະ 400(+600) ແລະ ຮອງຮັບແຮງໂຈມຕີກາຍະພາບ 20​(+30) ແລະ ກັນພະລັງເວດ 25(+60) ຂື້ນຕາມເລເວ້ວຂອງ Hero.
Walkie Grass Buff: Buff ຈາກເຕົ່ານ້ອຍທີ່ຢູ່ຂ້າງ Lane ກາງ 2 ຂ້າງ, ສາມາດຟື້ນຟູພະລັງຊີວິດ ແລະ Mana ຂອງທີມເຮົາທີ່ຢູ່ໄກ້ໄດ້ 2% ຂອງພະລັງຊີວິດ 1% ແລະ Mana 1% ທຸກໆວິນາທີ, ເພີ່ມໃຫ້ Minions ແມ່ນ 200%.

Top Up On Mobile Legends

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here