Free Fire Wukong ຄູ່ມື: ທັກທາຍລາຊາວານອນ!

0
305

Wukong Hero Spotlight

ລະບົບຕົວລະຄອນໃນ Free Fire ເປັນໜຶ່ງໃນອົງປະກອບເກມທີ່ບໍ່ຄືໃຜ ເນື່ອງຈາກມີບັນຊີລາຍຊື່ທີ່ໜ້າປະທັບໃຈຫຼາຍ ພ້ອມກັບທັກສະພິເສດ ໃນໂພສນີ້ ເຮົາໃຫ້ ຄວາມສຳຄັນກັບຕົວລະຄອນທີ່ບໍ່ຄືໃຜໃນ Free Fire—Wukong ຄົ້ນຫາວ່າ ຕົວລະຄອນທີ່ໃຊ້ງານໄດ້ຫຼາກຫຼາຍຕົວນີ້ ສາມາດເປັນໄພ່ເດັດຂອງທ່ານໃນການຕໍ່ສູ້ເພື່ອຊ່ວຍໃຫ້ທ່ານໄດ້ຮັບ booyah ໄດ້ແນວໃດ.

ວິທີປົດລັອກ Wukong ໃນ Free Fire

ສຳລັບຜູ້ທີ່ບໍ່ສາມາດຮັບ Wukong ໄດ້ຈາກກິດຈະກຳຕື່ມເງິນ, ທ່ານສາມາດໄປທີ່ຮ້ານຄ້າເພື່ອປົດລັອກ ຕົວລະຄອນນີ້ໄດ້ສະເໝີ. Wukong ສາມາດຊື້ໄດ້ໃນລາຄາ 499 ເພັດ.

  1. ເປີດ Free Fire ເທິງອຸປະກອນຂອງທ່ານ ແລະ ຄລິກທີ່ Store ເຊິ່ງຢູ່ທາງດ້ານຊ້າຍຂອງໜ້າຈໍFree Fire Lobby
  2. ໄປທີ່ ແຖບ Characters
  3. ເລື່ອນລົງມາຊອກຫາ Wukong ແລະ ຄລິກທີ່ ປຸ່ມ Purchase. ຕ້ອງແນ່ໃຈວ່າທ່ານມີ ເພັດ Free Fire ພຽງພໍ ເພື່ອສຳເລັດການຈ່າຍ.
    Wukong
  4. ຫຼັງຈາກສຳເລັດ, ທ່ານສາມາດໄປທີ່ພາກສ່ວນ Character ແລະ ເລືອກ Wukong.

ທີ່ມາຂອງເລື່ອງ

ໃນ Free Fire, Wukong ບໍ່ແມ່ນສິ່ງທີ່ມີຊີວິດໃນຕຳນານຕາມແບບສະບັບຂອງທ່ານ. Wukong ເປັນລີງທີ່ຖືກຈັບໂດຍອົງກອນ FF ແລະ ເຮັດການທົດລອງຫຼາຍຄັ້ງ. ໃນລະຫວ່າງການທົດລອງຄັ້ງໜຶ່ງ, ນັກວິທະຍາສາດໄດ້ຝັງລະບົບ AI ໄວ້ໃນສະໝອງຂອງລາວ, ເຊິ່ງເຮັດໃຫ້ Wukong ມີສະຕິປັນຍາຄືກັບມະນຸດ.

ໃນລະຫວ່າງກິດຈະກຳນີ້, Nikita ແລະ Moco ພະຍາຍາມແຮັກ firewall ຂອງລະບົບຂໍ້ມູນຂອງ FF. ຕອນນີ້ມີຄວາມສະຫຼາຍຫຼາຍຂຶ້ນ, Wukong ໃຊ້ໂອກາດນີ້ເພື່ອຫຼົບໜີ.

ຄວາມສາມາດ ຂອງ Wukong

Wukong’s Ability

ທັກສະຂອງ Wukong ນ້ັນເປັນໜຶ່ງໃນທັກສະທີ່ບໍ່ຄືໃຜທີ່ສຸດໃນ Free Fire. ຄິດພາບປ່ຽນຕົວເອັງເປັນພຸ່ມ! ແມ່ນ, ພຸ່ມ! ການອຳພາງເປັນຄວາມສາມາດພິເສດທີ່ສາມາດໃຊ້ໄດ້ເມື່ອຜູ້ຫຼີ້ນຢືນ ແລະ ຖືເປັນເຄື່ອງມືເອົາຕົວລອດທີ່ຍອດຢ້ຽມ.

ເມື່ອ Wukong ແປງຮ່າງ ເປັນພຸ່ມໄມ້, ສັດຕູຈະບໍ່ສາມາດລັອກເປົ້າໝາຍໄດ້. ຜູ້ຫຼີ້ນສາມາດໃຊ້ med-kits ຂະນະຢູ່ໃນຮ່າງພຸ່ມໄມ້, ເຮັດໃຫ້ຮັກສາໄດ້ຢ່າງປອດໄພຍິ່ງຂຶ້ນ. ສິ່ງນີ້ມີປະໂຫຍດຫຼາຍທີ່ສຸດ ເມື່ອທ່ານໄປເຖິງຮອບສຸດທ້າຍຂອງການແຂ່ງຂັນ, ເຊິ່ງການເອົາຊີວິດໃຫ້ລອດຄືທຸກສິ່ງຢ່າງ. ທ່ານສາມາດໃຊ້ ການອຳພາງຕົວເພື່ອລັກໂຈມຕີສັດຕູ ເມື່ອຢູ່ໃນຮ່າງຂອງພຸ່ມໄມ້.

ທັກສະພິເສດຂອງ Wukong ສາມາດເອົາຊະນະການແຂ່ງຂັນໃຫ້ກັບທີມໄດ້ພຽງລຳພັງ ແລະ ເໝາະສຳລັບເກືອບທຸກໂໝດເກມ. ນອກຈາກນີ້, ການອຳພາງຍັງສາມາດໃຊ້ເປັນຂໍ້ໄດ້ປຽບ ຫາກທ່ານຕ້ອງການເອົາຊີວິດລອດໃຫ້ນານທີ່ຈະໄປເຖິງຈຸດສິ້ນສຸດຂອງການແຂ່ງຂັນ.

ນີ້ຄືຄວາມສາມາດໃນການອຳພາງຕົວຂອງ Wukong:

Wukong’s Camouflage ability

At the maximum level, Camouflage’s cooldown reduces to 200 seconds.

ການອຳພາງປ່ຽນ Wukong ເປັນ ພຸ່ມໄມ້ສຳລັບ 10 ວິນາທີ. CD ແມ່ນ 300 ວິນາທີ. ການແປງຮ່າງຈະຢຸດລົງເມື່ອ Wukong ໂຈມຕີ. CD ຈະຕັ້ງຄ່າໃໝ່ ເມື່ອ Wukong ສັງຫານສັດຕູ.

ການອຳພາງຕົວ ລະດັບ 1: ໃຊ້ເວລາ 10 ວິນາທີ, CD ທີ່ 300 ວິນາທີ

ການອຳພາງຕົວ ລະດັບ 2: ໃຊ້ເວລາ 11 ວິນາທີ, CD ທີ່ 280 ວິນາທີ

ການອຳພາງຕົວ ລະດັບ 3: ໃຊ້ເວລາ 12 ວິນາທີ, CD ທີ່ 260 ວິນາທີ

ການອຳພາງຕົວ ລະດັບ 4: ໃຊ້ເວລາ 13 ວິນາທີ, CD ທີ່ 240 ວິນາທີ

ການອຳພາງຕົວ ລະດັບ 5: ໃຊ້ເວລາ 14 ວິນາທີ, CD ທີ່ 220 ວິນາທີ

ການອຳພາງຕົວ ລະດັບ 6: ໃຊ້ເວລາ 15 ວິນາທີ, CD ທີ່ 200 ວິນາທີ

ເລື່ອງໜ້າຮູ້ກ່ຽວກັບ Wukong

ນອກຈາກທັກສະສະເພາະຂອງລາວແລ້ວ ໃນການປ່ຽນຮາງເປັນພຸ່ມໄມ້ ເພື່ອລີ້ເຊື່ອງສັດຕູແລ້ວ, ທ່ານຮູ້ຫຼືບໍ່ວ່າ Wukong ມີ:

  • ຕົວລະຄອນມະນຸດວານອນໃນ Free Fire. ໄດ້ມີຕົວລະຄອນຜະສົມລະຫວ່າງມະນຸດ ແລະ ໄຊບອກ, ແຕ່ Wukong ມີລະດັບຂອງຕົວເຂົາເອງ.
  • ເມື່ອໃຊ້ການອຳພາງຕົວ, ບໍ່ພຽງແຕ່ທ່ານຈະຊ່ວຍເຊື່ອງຕົວເອງ. ແຕ່ຍັງປິດການເລັກອັດຕະໂນມັດຂອງສັດຕູດ້ວຍ. ດັ່ງນັ້ນ, ຖ້າມີຄົນຕັ້ງເປົ້າທ່ານ ທ້າວ/ນາງ ຈະບໍ່ສາມາດເລັງເປົ້າໝາຍມາທີ່ທ່ານໂດຍກົງໄດ້.
  • Wukong ເປັນຕົວຕອບໂຕ້ທີ່ຍອດຢ້ຽມສຳລັບຮີໂຣ່ຫຼາຍຕົວ, ໂດຍສະເພາະກັບ Chrono ເນື່ອງຈາກ Wukong ສາມາດປິດການໃຊ້ງານການເລັງອັດຕະໂນມັດໄດ້.

ຄວາມສາມາດທີ່ດີທີ່ສຸດໃນການຈັບຄູ່ກັບ Wukong

ເພື່ອເພີ່ມຄວາມສາມາດໃນການອຳພາງຕົວຂອງ Wukong ພວກເຮົາແນະນຳໃຫ້ຈັບຄູ່ລາວກັບທັກສະຂອງຕົວລະຄອນດັ່ງຕໍ່ໄປນີ້:

  • Gluttony ຂອງ Maxim. ທັກສະຕິດຕົວຂອງລາວ Gluttony ເຮັດໃຫ້ການກິນເຫັດ ແລະ ການໃຊ້ medkits ໄວຂື້ນ 40% ແລະ ສາມາດໃຊ້ປະໂຫຍດຈາກການອຳພາງຕົວຂອງ Wukong ໄດ້ຫຼາຍຂຶ້ນ. ລອງຄິດພາບວ່າຕ້ອງໃຊ້ງານ Medkits ຫຼາຍຂື້ນໃນເວລາດຽວ ເມື່ອທັກສະເຮັດວຽກເຮັດໃຫ້ HP ເຕັມໄວຂຶ້ນໃນເວລາທີ່ມີການຕໍ່ສູ້.
  • Dead Silent ຂອງ Rafael. ເມື່ອທ່ານຈັບຄູ່ການອຳພາງຕົວກັບທັກສະຂອງ Rafael (ປືນໄຣເຟີລ ສຸ່ມຍິງ ແລະ ປືນໄຣເຟີລ ກາຍເປັນປືນງຽບ), ຈະເປັນການຜະສົມຜະສານທີ່ອັນຕະລາຍ. ການປອມຕົວເປັນພຸ່ມໄມ້ ແລະ ຂ້າສັດຕູຂອງທ່ານຢ່າງງຽບໆ ນັ້ນມີເປັນສິ່ງທີ່ໜ້າຢ້ານກວາຫຼາຍ.
  • Bushido ຂອງ Hayato. ເປັນການພະຍາຍາມລັກໂຈມຕີຢ່າງມີປະສິດທິພາບຫຼາຍຂຶ້ນດ້ວຍການ combo ນີ້. ເມື່ອ, Wukong ເປີດໃຊ້ງານການອຳພາງຕົວ, Bushido ຂອງ Hayato ສາມາດເພີ່ມການເຈາະເກາະໄດ້ພ້ອມກັນລະຫວ່າງການຕໍ່ສູ້ໄລຍະໃກ້ທີ່ສຳຄັນ.

ຢ່າລືມຕື່ມເງິນ ບັນຊີ Free Fire ຂອງທ່ານທີ່ Codashop ເທ່ົານັ້ນ. ພວກເຮົາຮັບປະກັນປະສົບການທີ່ດີກວ່າ, ໄວກວ່າ, ແລະ ປອດໄພກວ່າ ກັບທາງເລືອກຂອງການຈ່າຍທີ່ຫຼາຍຂຶ້ນເພື່ອເລືອກ.

BUY APP & GAME CREDITS ONLINE

LEAVE A REPLY

Please enter your comment!
Please enter your name here